ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໄບ​ເດັນ ຂອບ​ໃຈ​ປະ​ທາ​ນາ​ທິ​ບໍ​ດີ ເທີ​ກີ ສຳ​ລັບ​ການ​ຍົກ​ເລີກ​ການ​ຄັດ​ຄ້ານ ສວີ​ເດັນ ແລະ ຟິນ​ແລນ ເພື່ອ​ຂໍ​ເຂົ້າ​ອົງ​ການ NATO


ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ, ຂວາ, ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ເທີ​ກີ ທ່ານ ຣີ​ເຊັບ ໄຕ​ຢິບ ເອີ​ດູ​ອານ ໃນ​ລະ​ຫວ່າງກອງ​ປະ​ຊຸມ​ສຸດຍອດ NATO ນະ​ຄອນຫຼວງ ມາດ​ຣິດ, ປະ​ເທດ ສ​ເປນ. 29 ມິ​ຖຸ​ນາ, 2022.
ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ, ຂວາ, ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ເທີ​ກີ ທ່ານ ຣີ​ເຊັບ ໄຕ​ຢິບ ເອີ​ດູ​ອານ ໃນ​ລະ​ຫວ່າງກອງ​ປະ​ຊຸມ​ສຸດຍອດ NATO ນະ​ຄອນຫຼວງ ມາດ​ຣິດ, ປະ​ເທດ ສ​ເປນ. 29 ມິ​ຖຸ​ນາ, 2022.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ ໄດ້​ຂອບ​ໃຈ​ປະ​ທາ​ນາ​ທິ​ບໍ​ດີ ເທີ​ກີ ທ່ານ ຣີ​ເຊັບ ໄຕ​ຢິບ ເອີ​ດູ​ອານ​ ໃນ​ວັນ​ພຸດ​ວານນີ້ ​ສຳ​ລັບ​ການ​ຍົກ​ເລີກ​ການ​ຄັດ​ຄ້ານ​ຂອງ​ທ່ານ​ຕໍ່​ການ​ພະ​ຍ​າ​ຍາມ​ຂອງ ສວີ​ເດັນ ແລະ ຟິນ​ແລນ ເພື່ອ​ເຂົ້າ​ຮ່ວມ​ອົງ​ການ NATO, ເຊິ່ງ​ໄດ້​ເປີ​ດ​ທາງ​ໃຫ້​ພັນ​ທະ​ມິດ​ທາງ​ທະ​ຫານ​ດັ່ງ​ກ່າວ​ຂະ​ຫຍາຍ​ພື້ນ​ທີ່​ເຂົ້າ​ໄປ​ໃກ້ ຣັດ​ເຊຍ ຍິ່ງກວ່າ​ເກົ່າ.

ທ່ານ ໄບ​ເດັນ ໄດ້​ກ່າວ​ຕໍ່​ທ່ານ ເອີ​ດູ​ອານ ໃນ​ລະ​ຫວ່າງກ​ານ​ປະ​ຊຸມ​ນຶ່ງ​ຕໍ່​ນຶ່ງ​ຢູ່ນອກກອງ​ປະ​ຊຸມ​ສຸດຍອດ NATO ໃນ​ນະ​ຄອນຫຼວງ ມາດ​ຣິດ ເມື່ອ​ວັນ​ພຸດ​ວານນີ້​ວ່າ “ຂ້າ​ພະ​ເຈົ້າ​ຢາກ​ຂອບ​ໃຈ​ທ່ານ​ເປັນ​ພິ​ເສດ​ສຳ​ລັບ​ສິ່ງ​ທີ່​ທ່ານ​ໄດ້​ເຮັດ​ໃນ​ການ​ຈັດ​ການ​ສະ​ຖາ​ນະ​ການ ກ່ຽວ​ກັບ ຟິນ​ແລນ ແລະ ສວີ​ເດັນ. ທ່ານ​ເຮັດ​ໄດ້​ດີຫຼາຍ.”

ໃນ​ການ​ຕອບ​ກັບ, ດ້ວຍ​ການ​ກ່າວ​ຜ່ານ​ນາຍ​ແປ​ພາ​ສະ​ນັ້ນ, ທ່ານ ເອີ​ດູ​ອານ ໄດ້​ກ່າວ​ວ່າ “ການ​ບຸກ​ເບີກ​ຂອງ​ທ່ານ ໄບ​ເດັນ ກ່ຽວ​ກັບ ບັນ​ຫານີ້​ແມ່ນ​ຈະ​ເປັນ​ສິ່ງ​ສຳ​ຄັນ​ໃນ​ແງ່​ຂອງ​ການ​ສ້າງ​ຄວາມ​ແຂງ​ແກ່ນ​ໃຫ້ NATO ໃນ​ອະ​ນາ​ຄົດ, ແລະ ມັນ​ກໍ​ຈະ​ເປັນ​ການ​ປະ​ກອບ​ສ່ວນ​ທີ່​ເປັນ​ແງ່ບວກຫຼາຍຕໍ່​ຂັ້ນ​ຕອນ​ລະ​ຫວ່າງ ຢູ​ເຄ​ຣນ ກັບ ຣັດ​ເຊຍ.”

ປະ​ເທດ ເທີ​ກີ, ຟິນ​ແລນ ແລະ ສວີ​ເດັນ ໃນ​ວັນ​ອັງ​ຄານ​ທີ່​ຜ່ານ​ມາ​ໄດ້​ເຊັນ​ບັນ​ທຶກ​ເພື່ອ​ການ​ຮ່ວມ​ມື​ຕອບ​ໂຕ້​ລັດ​ທິ​ກໍ່​ການ​ຮ້າຍ​ຢ່າງ​ເລິກ​ເຊິ່ງ​ຂອງ​ເຂົາ​ເຈົ້າ, ແກ້​ໄຂ​ຄວາມ​ເປັນ​ຫ່ວງ​ຂອງ​ລັດ​ຖະ​ບານ ອັງ​ກາ​ຣາ ທີ່​ວ່າ​ສອງ​ປະ​ເທດ​ໃນ​ພ​າກ​ເໜືອ​ຂອງ​ຢູ​ໂຣບ​ດັ່ງ​ກ່າວບໍ່​ໄດ້​ດຳ​ເນີນ​ການ​ຢ່າງ​ພຽງ​ພໍ ເພື່ອ​ປາບ​ປາມ​ພັກ​ກຳ​ມະ​ກ​ອນ​ຊາວ ເຄີດ , ເຊິ່ງ​ຖືກ​ພິ​ຈາ​ລະ​ນາ​ວ່າ​ເປັນ​ອົງ​ການ​ກໍ່​ການ​ຮ້າຍ​ໂດຍ​ ເທີ​ກີ, ສະ​ພາບ​ຢູ​ໂຣບ, ສະ​ຫະ​ລັດ ແລະ ອື່ນໆ.

ຟິນ​ແລນ ແລະ ສວີ​ເດັນ ຍັງ​ໄດ້​ຕົກ​ລົງ​ ທີ່​ຈະ​ບໍ່​ສະ​ໜັບ​ສະ​ໜູນ​ການ​ເຄື່ອນ​ໄຫວ ກູ​ເລ​ນິ​ສ, ທີ່​ນຳ​ພາ​ໂດຍ​ນັກ​ສອນ​ສາ​ສະ​ໜາ​ທີ່​ອາ​ໄສ​ຢູ່​ໃນ ສະ​ຫະ​ລັດ ທ່ານ ເຟັດ​ທູ​ລາ ກູ​ເລັນ, ເຊິ່ງ​ ເທີ​ກີ ໄດ້​ຖິ້ມ​ໂທດ​ໃສ່​ສຳ​ລັບ​ການ​ພະ​ຍາ​ຍາມ​ກໍ່​ລັດ​ຖະ​ປະ​ຫານ​ທີ່​ລົ້ມ​ແຫຼວ​ໃນ​ປີ 2016 ແລະ ບັນ​ຫາ​ພາຍ​ໃນ​ປະ​ເທດ​ອື່ນໆ.

ລັດ​ຖະ​ບານ ແຮ​ລ​ຊິງ​ກິ ແລະ ສ​ຕັອກ​ໂຮມ ຍັງ​ໄດ້​ສິ້ນ​ສຸດ​ການ​ສະ​ໜັບ​ສະ​ໜູນກຸ່ມ​ທີ່​ເອີ້ນ​ວ່າ ໜ່ວຍ​ປ້ອງ​ກັນ​ປະ​ຊາ​ຊົນ​ຊາວເຄີດ ໃນປະ​ເທດ ຊີ​ເຣຍ, ​ເຊິ່ງ​ແມ່ນສ່ວນ​ນຶ່ງ​ຂອງກອງ​ກຳ​ລັງ​ປະ​ຊາ​ທິ​ປະ​ໄຕ​ ຊີ​ເຣຍ ທີ່​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ໂດຍ ສະ​ຫະ​ລັດ ທີ່​ຕໍ່​ສູ້​ກັບ​ກຸ່ມ​ລັດ​ອິ​ສ​ລາມ. ນອກ​ຈາກ​ນັ້ນ, ສວີ​ເດັນ ກໍ​ໄດ້​ຕົກ​ລົງ​ທີ່​ຈະ​ສິ້ນ​ສຸດ​ການ​ຫ້າມ​ສົ່ງ​ອາ​ວຸດ​ຕໍ່ ເທີ​ກີ ທີ່​ຢ້ອນ​ກັບ​ຄືນ​ໄປ​ຫາ​ການ​ບຸກ​ລຸກຂອງ​ເຂົາ​ເຈົ້າ​ໃນ​ ຊີ​ເຣຍ ເມື່ອ​ປີ 2019.

ດ້ວຍ​ ເທີ​ກີ ຖອນ​ການ​ຄັດ​ຄ້ານ​ຂອງ​ເຂົາ​ເຈົ້າ, ອົງ​ການ NATO ໄດ້​ເຊື້ອ​ເຊີນ ຟິນ​ແລນ ແລະ ສວີ​ເດັນ ເຂົ້າ​ຮ່ວມ​ພັນ​ທະ​ມິດ​ຢ່າງ​ເປັນ​ທາງ​ການ​ໃນ​ຕອນ​ເຊົ້າ​ວັນ​ພຸດ​ວານນີ້.

ອ່ານ​ຂ່​າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG