ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ໄດ້ກວດມີຜົນເປັນບວກ ຕິດໂຄວິດ-19 ແຕ່ກໍມີ “ອາການທີ່ບໍ່
ຮ້າຍແຮງ” ອີງຕາມການປະກາດຂອງທຳນຽບຂາວ ໃນວັນພະຫັດວານນີ້.
ຢູ່ໃນຖະແຫລງການ ໂຄສົກທຳນຽບຂາວ ທ່ານນາງກາຣິນ ຊັງ-ເປັຍ (Karine Jean-Piere) ໄດ້ກ່າວເຖິງການສັກຢາຢ່າງເຕັມອັດຕາ ແລະສັກຢາເພີ້ມສອງເທື່ອ ທ່ານໄບເດັນ ອາຍຸ 79 ປີ ໄດ້ເລີ້ມໃຊ້ຢາປ້ອງກັນ ຕ້ານເຊື້ອໄວຣັສ Paxlovid ແລະເຮັດວຽກຈາກບ່ອນພັກຢູ່ທຳນຽບຂາວ ແທນທີ່ຈະຢູ່ຫ້ອງການປະທານາທິບໍດີ.
ທ່ານໄບເດັນ ໄດ້ສົ່ງຂໍ້ຄວາມທາງທວິດເຕີ້ວ່າ “ທ່ານທັງຫລາຍ ຂ້າພະເຈົ້າສະບາຍດີທີ່ສຸດ. ຂອບໃຈໃນຄວາມເປັນຫ່ວງ. ທ່ານກ່າວວ່າ “ທ່ານເຮັດໃຫ້ໂຕທ່ານມີວຽກ” ແຕ່ໄດ້ໂທຫາບັນດາສະມາຊິກສະພາລັດເພັນຊີລວາເນຍ ແລະເຈົ້າຄອງກຳແພງນະຄອນສະແກຣນຕັນ “ເພື່ອສົ່ງຄວາມເສຍໃຈທີ່ບໍ່ໄດ້ເຂົ້າຮ່ວມໃນພິທີມື້ນີ້” ຢູ່ທີ່ລັດທາງພາກຕາເວັນອອກສຽງເໜືອຂອງສະຫະລັດ. ((https://twitter.com/POTUS/status/1550153237021564943?s=20&t=EFjRkgBZClSGuWG0a3y-yg))
ຕໍ່ມາ ທຳນຽບຂາວໄດ້ເຜີຍແຜ່ວິດີໂດ ຂອງທ່ານໃນເວລາທີ່ທ່ານຢືນຢູ່ນອກລະບຽງ ໃນຂະນະທີ່ທ່ານໃຫ້ຄວາມໝັ້ນໃຈ ແກ່ຊາວອາເມຣິກັນວ່າ ອາການຂອງທ່ານບໍ່ຮ້າຍແຮງ.
ທ່ານກ່າວວ່າ “ຂ້າພະເຈົ້າເພີ່ງພໍໃຈໃນຄວາມຕ້ອງການຂອງທ່ານ ແລະເປັນຫ່ວງ. “ແຕ່ຂ້າພະເຈົ້າສະບາຍດີເສັດສິ້ນວຽກງານຫລາຍຢ່າງ. ຈະສືບຕໍ່ເຮັດໃຫ້ແລ້ວ. ແລະໃນຂະນະດຽວກັນນີ້ ຂອບໃຈໃນຄວາມເປັນຫ່ວງຂອງພວກທ່ານ. ແລະຈົ່ງມີຄວາມເຊື່ອໝັ້ນ. ມັນຈະບໍ່ເປັນຫຍັງ.”
ຢູ່ທີ່ກອງປະຊຸມນັກຂ່າວ ດຣ. ອາຊິສ ຈາ (Ashish Jha) ຜູ້ປະສານງານໃນການຮັບມືກັບເຊື້ອໄວຣັສໂຄໂຣນາປະຈຳທຳນຽບຂາວ ໄດ້ກ່າວວ່າ ຄວາມເປັນໄປໄດ້ທີ່ທ່ານໄບເດັນ ຈະບໍ່ສະບາຍຢ່າງຮ້າຍແຮງນັ້ນ ແມ່ນ “ຂ້ອນຂ້າງຕ່ຳ” ເພາະວ່າທ່ານໄດ້ສັກຢາປ້ອງກັນເຕັມຊຸດ ແລະສັກຢາເພີ້ມເຖິງສອງເທື່ອ. ທ່ານກ່າວວ່າ ພວກເຈົ້າໜ້າທີ່ຈະຮູ້ພາຍໃນບໍ່ເທົ່າໃດມື້ວ່າ ທ່ານໄບເດັນ ໄດ້ຕິດເຊື້ອ ໂອໄມຄຣອນ (omicron) ສາຍພັນໃໝ່ BA.5 ທີ່ແຜ່ລະບາດໄປທົ່ວປະເທດ.
ມີລາຍງານວ່າ ປະມານ 100,000 ກໍລະນີ ຂອງເຊື້ອໄວຣັສໂຄໂຣນາສາຍພັນໃໝ່ ແຜ່ລະບາດໃນແຕ່ລະມື້ ຢູ່ໃນສະຫະລັດ.
U.S. President Joe Biden has tested positive for COVID-19 but is only “experiencing very mild symptoms,” the White House announced Thurday.
In a statement, White House press secretary Karine Jean-Pierre said the fully vaccinated and twice boosted Biden, 79, has begun taking the anti-viral drug Paxlovid and is working from the White House residence rather than the Oval Office.
Biden tweeted, “Folks, I'm doing great. Thanks for your concern.” He said he is “keeping busy,” but had called two Pennsylvania lawmakers and the Scranton mayor “to send my regrets for missing our event today” in the northeastern state.
Later, the White House posted a video of him while he was standing outside on a portico as he assured Americans that his symptoms were not severe.
“I really appreciate your inquiries and concerns,” he said. “But I’m doing well, getting a lot of work done. Going to continue to get it done. And in the meantime, thanks for your concern. And keep the faith. It’s going to be okay.”
At a news briefing, Dr. Ashish Jha, the White House coronavirus response coordinator, said the possibility that Biden will get seriously ill is “dramatically lower” because he is fully vaccinated and twice boosted. He said that officials should know within a few days whether Biden contracted the highly contagious omicron subvariant BA.5 that is racing through the country.
About 100,000 new coronavirus cases are being reported every day in the United States.