ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໄບເດັນ ຕໍ່ສູ້ກັບການປ່ຽນແປງ ຂອງດິນຟ້າອາກາດ ດ້ວຍການໃຊ້ດໍາລັດຫລາຍ ສະບັບ


ປະທານາທິບໍດີສະຫະລັດ, ທ່ານ ໂຈ ໄບເດັນ ກ່າວໃນສະໄໝທີ່ທ່ານລົງສະໝັກເປັນປະທານາທິບໍດີ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະໄຟໄໝ້ໃນລັດພາກຕາເວັນຕົກຂອງສະຫະລັດໃນວັນທີ 14 ກັນຍາ 2020 ທີ່ນະຄອນ Wilmington, ລັດເດລາແວ (ພາບຖ່າຍໂດຍ AP Photo/Patrick Semansky)
ປະທານາທິບໍດີສະຫະລັດ, ທ່ານ ໂຈ ໄບເດັນ ກ່າວໃນສະໄໝທີ່ທ່ານລົງສະໝັກເປັນປະທານາທິບໍດີ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະໄຟໄໝ້ໃນລັດພາກຕາເວັນຕົກຂອງສະຫະລັດໃນວັນທີ 14 ກັນຍາ 2020 ທີ່ນະຄອນ Wilmington, ລັດເດລາແວ (ພາບຖ່າຍໂດຍ AP Photo/Patrick Semansky)

ປະທານາທິບໍດີສະຫະລັດ, ທ່ານ ໂຈ ໄບເດັນໄດ້ລົງນາມໃນການເອົາບາດກ້າວຫລາຍຢ່າງ ໃນວັນພຸດວານນີ້ ເພື່ອຕໍ່ສູ້ກັບການປ່ຽນແປງຂອງດິນຟ້າອາກາດ, ໂດຍກ່າວວ່າ ບາດກ້າວເຫລົ່ານັ້ນ ຈະຊ່ວຍຟື້ນຟູ "ຄວາມສັດຊື່ທາງດ້ານວິທະ ຍາສາດ ແລະການສ້າງນະໂຍບາຍອີງໃສ່ຫຼັກຖານ" ໃນທົ່ວລັດຖະບານສະຫະ ລັດ.

ນຶ່ງອາທິດແຫ່ງການດຳລົງຕຳແໜ່ງເປັນປະທານາທິບໍດີຂອງທ່ານ, ຜູ້ນຳສະຫະ ລັດຄົນໃໝ່ທ່ານນີ້ ໄດ້ເອີ້ນການປ່ຽນແປງຂອງດິນຟ້າອາກາດວ່າເປັນ “ໄພຂົ່ມຂູ່ທີ່ມີຈິງແທ້”.

ທ່ານກ່າວໃນທຳນຽບຂາວວ່າ “ມັນເຖິງເວລາແລ້ວ ທີ່ຈະຕ້ອງລົງມືປະຕິບັດ.” "ພວກເຮົາບໍ່ສາມາດລໍຖ້າອີກຕໍ່ໄປໄດ້ແລ້ວ. ພວກເຮົາຮູ້ວ່າຄວນຈະເຮັດແນວໃດ. ເຮົາພຽງແຕ່ວ່າຕ້ອງເຮັດເທົ່ານັ້ນ."

ກ່ອນໜ້າທີ່ທ່ານໄບເດັນຈະລົງນາມໃນດໍາລັດສາມສະບັບນັ້ນ, ທຳນຽບຂາວກ່າວວ່າ ການກະທຳດັ່ງກ່າວ ຈະຊ່ວຍໃຫ້ສະຫະລັດບັນລຸການເຮັດໃຫ້ “ຂະແໜງພະລັງງານ ບໍ່ມີມົນລະພິດ ທີ່ເກີດຈາກອາຍຄາບອນໄດ້ໃນປີ 2035 ແລະເຮັດໃຫ້ສະຫະລັດເຂົ້າຢູ່ໄປສູ່ເສັ້ນທາງທີ່ບໍ່ສາມາດປ່ຽນປີ້ນໄດ້ເພື່ອກ້າວໄປສູ່ເສດຖະກິດ ທີ່ມີຄວາມກໍ້າເກິ່ງກັນລະຫວ່າງມົນລະພິດທີ່ປ່ອຍອອກມາສູ່ບັນຍາກາດ ກັບການດູດມົນລະພິດນັ້ນ ກັບຄືນໄປ ພາຍໃນປີ 2050.”

ທ່ານໄບເດັນ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈດ້ານຄວາມສັດຊື່ທາງວິທະ ຍາສາດທີ່ທຳນຽບຂາວກ່າວວ່າມັນຈະ "ປົກປ້ອງນັກວິທະຍາສາດບໍ່ໃຫ້ຖືກແຊກແຊງໃນທາງການເມືອງແລະຮັບປະກັນວ່າ ພວກເຂົາເຈົ້າສາມາດຄິດ, ຄົ້ນຄ້ວາ ແລະເວົ້າໄດ້ຢ່າງມີອິດສະລະພາບ ເພື່ອສະໜອງຂໍ້ມູນ ແລະຄວາມຮູ້ທີ່ມີຄຸນຄ່າ ແກ່ປະຊາຊົນອາເມຣິກັນ."

ນອກຈາກນັ້ນ, ທ່ານໄບເດັນຍັງໄດ້ສ້າງຕັ້ງ ສະພາທີ່ປຶກສາດ້ານວິທະຍາສາດແລະເຕັກໂນໂລຈີຂອງປະທານາທິບໍດີຂຶ້ນມາຄືນອີກ, ເຊິ່ງເປັນສະພາທີ່ອະດີດປະທານາທິບໍດີ ດໍໂນລ ທຣໍາ ສ່ວນຫລາຍແລ້ວໄດ້ປະໃຫ້ມັນເປົ່າຫວ່າງໃນໄລ ຍະທີ່ທ່ານດຳລົງຕຳແໜ່ງໃນທຳນຽບຂາວຢູ່ນັ້ນ.

ທ່ານໄບເດັນກ່າວອີກວ່າດໍາລັດທີ່ຕໍ່ສູ້ກັບການປ່ຽນແປງຂອງດິນຟ້າອາກາດເຫລົ່ານີ້ ຈະເຮັດໃຫ້ປະເດັນດັ່ງກ່າວເປັນ "ອົງປະກອບທີ່ສຳຄັນ ຂອງນະໂຍບາຍການຕ່າງປະເທດ ແລະຄວາມໝັ້ນຄົງແຫ່ງຊາດຂອງສະຫະລັດ."

“ສະຫະລັດຈະໃຊ້ການນໍາພາຂອງຕົນ ເພື່ອສົ່ງເສີມການເພີ້ມຄວາມພະຍາມສຸດຂີດໃນລະດັບໂລກຂຶ້ນ” ນັ້ນຄືຄໍາຖະແຫລງຂອງທຳນຽບຂາວ ໂດຍໄດ້ກ່າວເພີ້ມອີກວ່າ ດໍາລັດດ້ານການປ່ຽນແປງດິນຟ້າອາກາດທີ່ເຊັນໃນວັນພຸດວານນີ້ “ເຮັດໃຫ້ເປັນທີ່ຈະແຈ້ງແລ້ວວ່າ ທັງການຫຼຸດຜ່ອນ ການປ່ອຍອາຍພິດຢູ່ທົ່ວໂລກໃນໄລຍະສັ້ນ ແລະການປ່ອຍອາຍພິດອອກທົ່ວໂລກທີ່ມີຄວາມກໍ້າເກິງກັນ ພາຍໃນກາງ ສະຕະວັດນີ້- ຫຼືກ່ອນໜ້ານັ້ນ- ແມ່ນຈຳເປັນຕ້ອງໄດ້ເຮັດ ເພື່ອຫລີກລ້ຽງການເອົາໂລກໄປຢູ່ໃນເສັ້ນທາງຂອງດິນຟ້າອາກາດທີ່ເປັນອັນຕະລາຍ, ເຕັມໄປດ້ວຍໄພຫາຍຍະນະ ທີ່ອາດເກີດຂຶ້ນໄດ້”.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG