ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໄບເດັນ ກ່າວດ້ວຍນໍ້າສຽງ ທີ່ເປັນຈິງ ຫຼັງຈາກການພົບປະ ກັບທ່ານ ປູຕິນ


ປະທານາທິບໍດີ ໂຈ ໄບເດັນ ກ່າວຄຳປາໄສໃນກອງປະຊຸມຖະແຫຼງຂ່າວ ຫຼັງຈາກການພົບປະກັບປະທານາທິບໍດີ ຣັດເຊຍ ທ່ານນ ວລາດິເມຍ ປູຕິນ, ນະຄອນ ເຈນີວາ, ປະເທດ ສວິດເຊີແລນ. 16 ມິຖຸນາ, 2021.
ປະທານາທິບໍດີ ໂຈ ໄບເດັນ ກ່າວຄຳປາໄສໃນກອງປະຊຸມຖະແຫຼງຂ່າວ ຫຼັງຈາກການພົບປະກັບປະທານາທິບໍດີ ຣັດເຊຍ ທ່ານນ ວລາດິເມຍ ປູຕິນ, ນະຄອນ ເຈນີວາ, ປະເທດ ສວິດເຊີແລນ. 16 ມິຖຸນາ, 2021.

ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ແລະ ຄູ່ຮ່ວມຕຳແໜ່ງຈາກ ຣັດເຊຍ ທ່ານ ວລາດິເມຍ ປູຕິນ ໄດ້ສິ້ນສຸດກອງປະຊຸມສຸດຍອດຂອງພວກເພິ່ນໃນນະຄອນ ເຈນີວາ, ໂດຍທ່ານ ໄບເດັນ ອະທິບາຍມັນວ່າ “ດີ” ແລະ “ເປັນແງ່ບວກ.”

ແຕ່ທ່ານໄດ້ອະທິບາຍ ກ່ຽວກັບ ກອງປະຊຸມສຸດຍອດນັ້ນຕໍ່ໄປໃນຄຳເວົ້າທີ່ແທ້ຈິງວ່າ, ໃນຫຼາຍເດືອນຂ້າງໜ້າຈະເປັນການ “ທົດສອບ” ວ່າສາຍພົວພັນ ລະຫວ່າງທັງສອງປະເທດຈະສາມາດດີຂຶ້ນຫຼືບໍ່.

ທ່ານ ໄບເດັນ ໄດ້ກ່າວ ໃນລະຫວ່າງກອງປະຊຸມຖະແຫຼງຂ່າວຫຼັງຈາກການປະຊຸມດົນກວ່າ 3 ຊົ່ວ ໂມງກັບທ່ານ ປູຕິນ ວ່າ “ຂ້າພະເຈົ້າໄດ້ບໍ່ມານັ່ງຢູ່ທີ່ນີ້ ເພື່ອເວົ້າວ່າຍ້ອນທ່ານປະທານາທິບໍດີ ແລະ ຂ້າພະເຈົ້າໄດ້ຕົກລົງວ່າພວກເຮົາຈະເຮັດສິ່ງພວກນີ້ທີ່ໄດ້ຜົນໃນທັນທີ. ຂ້າພະເຈົ້າບໍ່ໄດ້ເວົ້າແນວນັ້ນ.”

ທ່ານ ໄບເດັນ ໄດ້ກ່າວວ່າ “ສິ່ງທີ່ຂ້າພະເຈົ້າໄດ້ເວົ້າແມ່ນ, ຂ້າພະເຈົ້າຄິດວ່າມັນມີຄວາມຄາດຫວັງທີ່ແທ້ຈິງທີ່ຈະພັດທະນາສາຍພົວພັນຢ່າງຫຼວງຫຼາຍລະຫວ່າງ ສອງປະເທດຂອງພວກເຮົາ, ໂດຍປາ ສະຈາກການທີ່ພວກເຮົາຍອມເຮັດສິ່ງນຶ່ງສິ່ງດຽວອີງຕາມກົດເກນ ແລະ ຄຸນຄ່າຂອງພວກເຮົາ.”

ໃນກອງປະຊຸມຖະແຫຼງຂ່າວຫຼັງຈາກກອງປະຊຸມສຸດຍອດນັ້ນ, ທ່ານ ປູຕິນ, ເຊິ່ງໄດ້ກ່າວຜ່ານນາຍພາສາ, ຍັງໄດ້ອະທິບາຍກອງປະຊຸມນັ້ນວ່າ “ສ້າງສັນ.” ທ່ານໄດ້ກ່າວວ່າມັນ “ບໍ່ມີຄວາມມຸ່ງຮ້າຍ,” ໂດຍເອີ້ນຜູ້ນຳ ສະຫະລັດ ວ່າ “ເປັນຄົນທີ່ສ້າງສັນ, ສຸຂຸມຮອບຄອບ ແລະ ມີປະສົບການ, ເປັນນັກການເມືອງທີ່ມີເຫດຜົນ.”

ຫຼັງຈາກກອງປະຊຸມສຸດຍອດ, ທັງທຳນຽບຂາວ ແລະ ວັງເຄຣັມລິນ ໄດ້ເປີດເຜີຍຖະແຫຼງການຄືກັນໂດຍກ່າວຢໍ້າວ່າ “ແມ່ນກະທັ້ງໃນຊ່ວງເວລາຂອງຄວາມເຄັ່ງຕຶງ,” ທັງສອງປະເທດໄດ້ສະແດງໃຫ້ເຫັນວ່າ ເຂົາເຈົ້າສາມາດທີ່ຈະທຳຄວາມກ້າວໜ້າ ກ່ຽວກັບ “ເປົ້າໝາຍຮ່ວມກັນ ໃນການຮັບປະກັນ ຄວາມສາມາດຄາດເດົາໄດ້ໃນຂອບເຂດແຜນຍຸດທະສາດ, ຫຼຸດຜ່ອນຄວາມສ່ຽງຂອງຄວາມຂັດແຍ້ງທີ່ໃຊ້ອາວຸດ ແລະ ການຂົ່ມຂູ່ ກ່ຽວກັບ ສົງຄາມນິວເຄລຍ.”

ທັງສອງລັດຖະບານໄດ້ກ່າວວ່າ ເຂົາເຈົ້າຈະເລີ່ມການປຶກສາຫາລື ກ່ຽວກັບ ແຜນຍຸດທະສາດທີ່ໝັ້ນຄົງເພື່ອບໍລິຫານສາຍພົວພັນຕ່າງໆ. ໃນກອງປະຊຸມຖະແຫຼງຂ່າວຂອງທ່ານນັ້ນ, ທ່ານ ປູຕິນ ໄດ້ກ່າວຢໍ້າວ່າ ໃນຖານະເປັນມະຫາອຳນາດນິວເຄລຍ, ສະຫະລັດ ແລະ ຣັດເຊຍ ແມ່ນມີຄວາມຮັບ ຜິດຊອບພິເສດເພື່ອຮັກສາສາຍພົວພັນ.

ຖະແຫຼງການຂອງທຳນຽບຂາວ ແລະ ວັງເຄຣັມລິນ ໄດ້ກ່າວວ່າ “ການຕໍ່ອາຍຸສົນທິສັນຍາຫຼຸດຜ່ອນອາວຸດຍຸດທະສາດໃໝ່ ຫຼື START ໄດ້ຂະຫຍາຍຄຳໝັ້ນສັນຍາຂອງພວກເຮົາຕໍ່ການຄວາມຄຸມອາວຸດນິວເຄລຍ. ມື້ນີ້, ພວກເຮົາໄດ້ຢືນຢັນກົດເກນນັ້ນໃໝ່ທີ່ວ່າ ສົງຄາມນິວເຄເລຍ ແມ່ນບໍ່ສາ ມາດຊະນະໄດ້ ແລະ ຕ້ອງບໍ່ມີການຕໍ່ສູ້ກັນເລີຍ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG