ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານ ໄບເດັນ ຈະຂະຫຍາຍການກວດກາປະຫວັດ ກ່ຽວກັບ ການຊື້ປືນ


ທ້າວ ແບຣນດອນ ເຊ ຈັບມືກັບປະທານາທິບໍດີ ໂຈ ໄບເດັນ ຫຼັງຈາກທ່ານໄດ້ກ່າວ ກ່ຽວກັບ ຄວາມພະຍາຍາມເພື່ອຫຼຸດຜ່ອນຄວາມຮຸນແຮງຈາກການໃຊ້ປືນອົງການຊາວໜຸ່ມ The Boys & Girls of West San Gabriel Valley, ເມືອງ ມອນເຕຣີ ພາກ, ລັດຄາລິຟໍເນຍ,14 ມີນາ 2023.
ທ້າວ ແບຣນດອນ ເຊ ຈັບມືກັບປະທານາທິບໍດີ ໂຈ ໄບເດັນ ຫຼັງຈາກທ່ານໄດ້ກ່າວ ກ່ຽວກັບ ຄວາມພະຍາຍາມເພື່ອຫຼຸດຜ່ອນຄວາມຮຸນແຮງຈາກການໃຊ້ປືນອົງການຊາວໜຸ່ມ The Boys & Girls of West San Gabriel Valley, ເມືອງ ມອນເຕຣີ ພາກ, ລັດຄາລິຟໍເນຍ,14 ມີນາ 2023.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ ໃນ​ວັນ​ອັງ​ຄານ​ທີ່​ຜ່ານ​ມາ​ໄດ້​ປະ​ກາດ​ດຳ​ລັດ​ປະ​ທາ​ນາ​ທິ​ບໍ​ດີ ທີ່ຊີ້​ນຳ​ໃຫ້​ບັນ​ດາ​ອົງ​ການ​ຕ່າງໆ ​ຂອງ​ລັດ​ຖະ​ບານ​ກາງ ຂະ​ຫຍາຍ​ການ​ບັງ​ຄັບ​ໃຊ້​ກົດ​ໝາຍ​ ການ​ຄວບ​ຄຸມ​ປືນ​ໂດຍ​ສອງ​ພັກ​ການ​ເມືອງ​ທີ່​ທ່ານ​ໄດ້​ເຊັນ​ເມື່ອ 9 ເດືອນ​ທີ່​ຜ່ານ​ມາ ທີ່​ຈະ​ຂະ​ຫຍາຍ​ການກວດ​ກາ​ປະ​ຫວັດ​ສຳ​ລັບ​ຜູ້​ຊື້​ປືນ ແລະ ເສີມ​ຂະ​ຫຍາຍ​ກົດ​ລະ​ບ​ຽບ​ເພື່ອ​ອະ​ນຸ​ຍາດ​ໃຫ້​ປົດ​ອາ​ວຸດ​ຊົ່ວ​ຄາວ​ຈາກ​ຄົນ​ຜູ້​ທີ່​ອາດ​ເປັນ​ອັນ​ຕະ​ລາຍ. ຫົວ​ໜ້າ​ນັກ​ຂ່າວ​ປະ​ຈຳ​ທຳ​ນຽບ​ຂາວ ແພັດ​ຊີ ວິ​ດາ​ຄຸ​ສວາ​ຣາ ມີ​ລາຍ​ງານນີ້, ເຊິ່ງ ພຸດ​ທະ​ສອນ ຈະ​ນຳ​ລາຍ​ລະ​ອຽດ​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ເມື່ອ​ສອງ​ເດືອນ​ທີ່​ຜ່ານ​ມາ ມື​ປືນ​ຄົນ​ນຶ່ງ​ໄດ້​ຍິງ​ປືນ​ໃສ່​ຫ້ອງ​ເຕັ້ນ​ລຳ​ໃນ​ລະ​ຫວ່າງ​ການ​ສະ​ເຫຼີມ​ສະຫຼອງ​ກຸດ​ຈີນ, ສັງ​ຫານ 11 ຄົນ ແລະ ບາດ​ເຈັບ​ອີກ 9 ຄົນ.

ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ກ່າວ​ວ່າ “​ເປັນໂສກ​ນາດ​ຕະ​ກຳ​ທີ່​ໄດ້​ເຈາ​ະ​ທະ​ລຸ​ຈິດ​ໃຈ​ຂອງ​ປະ​ເທດນີ້, ຢູ່​ທີ່ນີ້​ໃນ​ເມືອງ ມອນ​ເຕ​ຣີ ພາກ, ແຊນ ກາບ​ຣີ​ແອ​ລ ວາ​ເລ, ເຊິ່ງ​ແມ່ນ​ໝາກ​ຫົວ​ໃຈ​ຂອງ​ຊຸມ​ຊົນ​ຊາວ​ອາ​ເມ​ຣິ​ກັນ​ເຊື້ອ​ສາຍ​ເອ​ເຊຍ.”

ນັ້ນ​ແມ່ນ​ບ່ອນ​ທີ່​ທ່ານ ໄບ​ເດັນ ໄດ້​ທຳ​ຄວາມ​ພະ​ຍາ​ຍາມ​ຄັ້ງຫຼ້າ​ສຸດ​ຂອງ​ທ່ານ​ເພື່ອຫຼຸດ​ຜ່ອນ​ຄວາມ​ຮຸນ​ແຮງ​ຈາກ​ປືນ,

​ອອກ​ດຳ​ລັດ​ປະ​ທາ​ນາ​ທິ​ບໍ​ດີ​ເພື່ອ​ໃຫ້​ການ​ສະ​ໜັບ​ສະ​ໜູນ​ກົດ​ໝາຍ​ການ​ຄວບ​ຄຸມ​ປືນ​ສອງ​ພັກ​ການ​ເມືອງ​ທີ່​ທ່ານ​ໄດ້​ເຊັນ 9 ເດືອນ​ທີ່​ຜ່ານ​ມາ ທີ່​ຈະ​ຂະ​ຫຍາຍ​ການກວດ​ກາ​ປະ​ຫວັດ​ສຳ​ລັບ​ຜູ້​ຊື້​ອາ​ຍຸ​ຕ່ຳ​ກວ່າ 21 ປີ ແລະ ປາບ​ປາມ​ການ​ລັກ​ລອບ​ຂົນ​ສົ່ງ​ປືນ​ຂ້າມ​ລັດ.

Biden Strengthens Background Checks on Guns
please wait

No media source currently available

0:00 0:02:34 0:00

ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ກ່າວ​ວ່າ “ດຳ​ລັດ​ຂອງ​ຂ້າ​ພະ​ເຈົ້າ​ຈະ​ຊີ້​ນຳ​ໄອ​ຍະ​ການ​ສູງ​ສຸດ​ໃຫ້​ທຳ​ການ​ດຳ​ເນີນ​ການ​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ທຸກ​ຢ່າງ​ທີ່​ສາ​ມາດ​ເປັນ​ໄປ​ໄດ້, ໃກ້​ເທົ່າ​ທີ່​ຈະ​ໃກ້ ເພື່ອ​ທຳ​ການກວດ​ກາ​ປະ​ຫວັດ​ທົ່ວ​ໄປ​ໂດຍ​ປາ​ສະ​ຈາ​ຮ່າງ​ກົດ​ໝາຍ​ນິ​ຕິ​ບັນ​ຍັດ​ໃໝ່.”

ບັ​ນ​ດາ​ຜູ້​ສະ​ໜັບ​ສະ​ໜູນ​ການ​ຄວບ​ຄຸມ​ປືນ ໄດ້​ມີ​ຄວາມ​ຍິນ​ດີ​ກັບ​ຄຳ​ສັ່ງ​ຂອງ​ທ່ານ ໄບ​ເດັນ.

ທ່ານ ມາກ ຄອ​ລ​ລິນ​ສ໌, ຈາກ​ການ​ໂຄ​ສະ​ນາ ເບ​ຣ​ດີ ເພື່ອ​ປ້ອງ​ກັນ​ຄວາມ​ຮຸນ​ແຮງ​ຈາກ​ປືນກ່າວ​ວ່າ “ນີ້​ຈະ​ເອົາ​ຄົນ​ຈຳ​ນວນຫຼາຍ​ຜູ້​ທີ່​ຂາຍ​ອາ​ວຸດ​ເພື່ອ​ຜົນ​ກຳ​ໄລ ແລະ ບັງ​ຄັບ​ໃຫ້​ເຂົາ​ເຈົ້າ​ທຳ​ການ​ຕັດ​ສິນ​ໃຈ​ນັ້ນ ບໍ່​ວ່າ​ເຂົາ​ເຈົ້າ​ຈະ​ສືບ​ຕໍ່​ຂາຍ​ປືນ ຫຼື ເຂົາ​ເຈົ້າ​ຢາກ​ຈະ​ກາຍ​ເປັນ​ຜູ້​ຂາຍ​ປືນ​ທີ່​ໄດ້​ຮັບ​ອະ​ນຸ​ຍາດ ແລະ ຂາຍ​ປືນ​ດ້ວຍ​ການກວດ​ກາ​ປະ​ຫວັດ.”

ກົດ​ໝາຍ​ຊຸມ​ຊົນ​ທີ່​ປອດ​ໄພ​ກວ່າ​ເກົ່າ ທີ່​ຖືກ​ຮັບ​ຜ່ານ​ໃນ​ປີ​ກາຍນີ້​ຍັງ​ຖືກ​ແຍກ​ອອກ​ຈາກ​ທຶນ​ຂອງ​ລັດ​ຖະ​ບານ​ກາງ​ສຳ​ລັບ​ລັດ​ຕ່າງໆ​ເພື່ອ​ສ້າງ ແລະ ປະ​ຕິ​ບັດ​ກົດ​ໝາ​ຍ​ທີ່​ເອີ້ນ​ວ່າ ທຸງ​ແດງ ທີ່​ປ້ອງ​ກັນ​ຜູ້​ທຳ​ຮ້າຍ​ຮ່າງ​ກາຍ​ພາຍ​ໃນ​ຄອບ​ຄົວ​ຈາກ​ການ​ຊື້​ອາ​ວຸດ​ປືນ ແລະ ສະ​ໜອງ​ທຶນ​ລັດ​ຖະ​ບານ​ກາງ​ເພີ່ມ​ເຕີມ​ສຳ​ລັບ​ໂຄງ​ການ​ປ້ອງ​ກັນ​ຄວາມ​ຮຸນ​ແຮງ ແລະ ການ​ບໍ​ລິ​ການ​ສຸ​ຂະ​ພາບ​ຈິດ.

ທ່ານ ໄບ​ເດັນ ແມ່ນ​ກຳ​ລັງ​ຜັກ​ດັນ​ສຳ​ລັບ​ການ​ດຳ​ເນີນ​ການ​ຈາກ​ລັດ​ຖະ​ສະ​ພາຫຼາຍ​ຂຶ້ນ, ລວມ​ທັງ​ການ​ນຳ​ໃຊ້​ກົດ​ໝາຍ​ນິ​ຕິ​ບັນ​ຍັດ ກ່ຽວ​ກັບ ການ​ຫ້າມ ແລະ ກຳ​ຈັດ​ອາ​ວຸດ​ປືນ​ທີ່​ປົກ​ປ້ອ​ງ​ອຸດ​ສາ​ຫະ​ກຳ​ອາ​ວຸດ​ປືນ​ຈາກ​ການ​ຖືກ​ຟ້ອ​ງ​ຮ້ອງ. ບັນ​ດາ​ນັກ​ສັງ​ເກດ​ການ​ເວົ້າ​ວ່າ ມັນ​ເປັນ​ສັນ​ຍານ​ຂອງ​ການ​ປ່ຽນ​ແປງ​ໃນການ​ເມືອງ​ປືນ ສະ​ຫະ​ລັດ.

​ທ່ານ ແມັດ ລາ​ຄອມ​ບີ ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ ເຄ​ສ ເວັ​ສ​ເຕິນ ຣີ​ເຊີ​ຟ (Case Western Reserve) ກ່າວ​ວ່າ “ການ​ເຄື່ອນ​ໄຫວ​ ກ່ຽວ​ກັບ ຄວາມ​ປອດ​ໄພ​ຂອງ​ປືນ​ເອງ​ແມ່ນ​ໄດ້​ເຮັດ​ວຽກ​ທີ່​ດີຫຼາຍ​ໃນ​ການ​ຜັກ​ດັນ​ບັນ​ດາ​ພັນ​ທະ​ມິດ​ພັກ​ເດ​ໂມ​ແຄ​ຣັດ ເພື່ອ​ທຳ​ການ​ດຳ​ເນີນ​ການ ກ່ຽວ​ກັບ ບັນ​ຫານີ້. ແລະ​ຂ້າ​ພະ​ເຈົ້າ​ຄິດ​ວ່າ​ອີກ​ອັນ​ນຶ່ງ​ແມ່ນ​ກຳ​ລັງ​ເຮັດ​ໃຫ້​ອຳ​ນາດ​ຂອງ​ສະ​ມາ​ຄົມ​ປືນ​ຍາ​ວ​ແຫ່ງ​ຊາດຫຼຸດ​ໜ້ອຍ​ລົງ, ເຊິ່ງ​ມັນ​ບໍ່​ໄດ້​ເປັນ​ຕາ​ຢ້ານ​ຕໍ່​ບັນ​ດາ​ນັກ​ການ​ເມືອງ​ພັກ​ເດ​ໂມ​ແຄ​ຣັດ​ຄື​ທີ່​ມັນ​ເຄີຍ​ເປັນ.”

ດ້ວຍໂອ​ກາດ​ທີ່​ເລັກ​ນ້ອຍ ກ່ຽວ​ກັບ ການ​ເຮັດ​ຮ່າງ​ກົດ​ໝາຍ​ນິ​ຕິ​ບັນ​ຍັດ​ກ່ຽວ​ກັບ​ປືນ​ເພີ່ມ​ເຕີມ​ພາຍ​ໃຕ້​ສະ​ພາ​ຕ່ຳ​ທີ່​ຖືກ​ຄວບ​ຄຸມ​ໂດຍ​ພັກ​ຣີ​ພັບ​ບ​ລີ​ກັນ​ນັ້ນ, ບັນ​ດາ​ນັກ​ເຄື່ອນ​ໄຫວ​ເວົ້າ​ວ່າ ທ່ານ ໄບ​ເດັນ ຄວນ​ທຳ​ການ​ດຳ​ເນີນ​ການ​ປະ​ທາ​ນາ​ທິ​ບໍ​ດີ​ເພີ່ມ​ເຕີມ. ລວມ​ມີ​ການ​ແຕ່ງ​ຕັ້ງ​ຜູ້​ຈັດ​ການ​ເພື່ອ​ປະ​ສານ​ງານ​ການ​ຕອບ​ໂຕ້​ຂອງ​ລັດ​ຖະ​ບານ​ກາງ​ຕໍ່​ຄວາມ​ຮຸນ​ແຮງ​ຈາກ​ປືນ ແລະ ຊີ້​ນຳ​ອົງ​ການ​ລັດ​ຖະ​ບານ​ທີ່​ຮັບ​ຜິດ​ຊອບ ກ່ຽວ​ກັບ ການ​ຄວບ​ຄຸມໃບ​ອະ​ນຸ​ຍາດ​ການ​ໃຊ້​ອາ​ວຸດ​ປືນ​ລັດ​ຖະ​ບານ​ກາງ ເພື່ອ​ຖອນ​ໃບ​ອະ​ນຸ​ຍາດ​ຂອງ​ຜູ້​ກະ​ທຳ​ຜິດ​ຊໍ້​າ​.

ສະ​ຫະ​ລັດ ມີ​ກົດ​ໝາຍ​ການ​ໃຊ້​ປືນ​ທີ່​ອ່ອນ​ແອ​ທີ່​ສຸດ​ເມື່ອ​ປຽບ​ທຽບ​ໃສ່​ບັນ​ດາ​ປະ​ເທດ​ອຸດ​ສາ​ຫະ​ກຳ​ອື່ນໆ ແລະ ມີ​ປືນຫຼາຍ​ທີ່​ສຸດ​ໃນ​ໂລກ 390 ລ້ານ​ກະ​ບອກ ຫຼືປືນ 1.2 ອັນ ​ຕໍ່​ຫົວ​ຄົນ.

XS
SM
MD
LG