ໃນຄຳປາໄສຕໍ່ສະພາ ແລະປະເທດຊາດຄັ້ງທຳອິດຂອງທ່ານນັ້ນ, ປະທານາທິບໍດີ ສະຫະລັດ, ທ່ານໂຈ ໄບເດັນ ໃນຄືນວັນອັງຄານວານນີ້ ໄດ້ປະນາມການບຸກລຸກເຂົ້າໄປໃນຢູເຄນຂອງປະທານາທິບໍດີຣັດເຊຍ, ທ່ານວລາດິເມຍ ປູຕິນ ແລະໄດ້ໂຮມເອົາການສະໜັບສະໜູນຕໍ່ປະເທດດັ່ງກ່າວຈາກທັງສອງພັກ. ທ່ານກ່າວເຖິງໄພເງິນເຟີເພີ້ມຂຶ້ນທີ່ກຳລັງເຮັດໃຫ້ເສດຖະກິດຟື້ນຕົວໄດ້ຍາກຈາກການລະບາດຢ່າງໜັກຂອງພະຍາດແລະໄດ້ວາງນະໂຍບາຍທີ່ຢາກເຮັດກ່ຽວກັບ “ຄວາມສາມັກຄີ” ທີ່ທ່ານເວົ້າວ່າ ສາມາດໄດ້ຮັບການສະຫນັບສະຫນູນ ຈາກທັງສອງພັກ ໃນສະພາ. Patsy Widakuswara ຫົວໜ້າຫ້ອງການຜູ້ສື່ຂ່າວວີໂອເອທີ່ທຳນຽບຂາວ ມີລາຍງານກ່ຽວກັບເລື່ອງນີ້ ຊຶ່ງບົວສະຫວັນຈະນຳມາສະເໜີທ່ານໃນອັນດັບຕໍ່ໄປ.
"ທ່ານນາງປະທານສະພາຕ່ຳ, ປະທານາທິບໍດີຂອງສະຫະລັດ."
ປະທານາທິບໍດີໂຈ ໄບເດັນໄດ້ກ່າວຄຳປາໄສຕໍ່ສະພາ ແລະປະເທດຊາດຄັ້ງທຳອິດຂອງທ່ານໃນວັນອັງຄານວານນີ້ ຊຶ່ງເປັນຄຳປາໄສຄັ້ງທີ 2 ຂອງທ່ານຕໍ່ກອງປະຊຸມສະພາຮ່ວມ ຫລັງຈາກໄດ້ຖະແຫລງໃນເດືອນເມສາຜ່ານມານັ້ນ.
ເຖິງແມ່ນວ່າຈຸດເພັ່ງເລັງຂອງຄຳປາໄສຕໍ່ສະພາ ແລະປະເທດຊາດຕາມປະເພນີແລ້ວຈະແນໃສ່ເລື້ອງພາຍໃນປະເທດກໍຕາມ ... ແຕ່ເນື່ອງຈາກວ່າປະທານາທິບໍ ດີຣັດເຊຍ, ທ່ານວດິເມຍ ປູຕິນ ໄດ້ສັ່ງໃຫ້ກໍາລັງນິວເຄລຍຂອງຕົນ ມາຢູ່ໃນທ່າກຽມພ້ອມສູງພາຍຫລັງທີ່ທ່ານໄດ້ອອກຄໍາສັ່ງໃຫ້ບຸກລຸກຢູເຄຣນໃນອາທິດແລ້ວນີ້ ທ່ານໄບເດັນ ຈຶ່ງໄດ້ເລັງໄປໃສ່ການບຸກລຸກຂອງທ່ານປູຕິນທັນທີ ໃນນາທີທໍາອິດຂອງການກ່າວຄຳປາໄສຂອງທ່ານນັ້ນໂລດ.
ປະທານາທິບໍດີໂຈ ໄບເດັນກ່າວດັ່ງນີ້:
"ລາວຄິດວ່າພວກຕາເວັນຕົກແລະເນໂຕ້ຈະບໍ່ຕອບໂຕ້ຄືນ. ລາວຄິດວ່າລາວຈະ ສາມາດແບ່ງແຍກພວກເຮົາຢູ່ໃນເຮືອນ, ຢູ່ໃນສະພາແຫ່ງນີ້ ໃນປະເທດຊາດ ອັນນີ້ໄດ້. ລາວຄິດວ່າ ລາວສາມາດແບ່ງແຍກພວກເຮົາຢູ່ໃນຢູໂຣບໄດ້ອີກດ້ວຍ. ແຕ່ທ່ານປູຕິນຄິດຜິດແລ້ວ. ພວກເຮົາແມ່ນກຽມພ້ອມແລ້ວ.”
ສະຕີໝາຍເລກນຶ່ງ, ທ່ານນາງຈີລ ໄບເດັນ ໄດ້ເຊື້ອເຊີນເອກອັກຄະລັດຖະທູດຢູເຄຣນ, ທ່ານນາງໂອກຊະນາ ມາຄາຣັອຟວາ (Oksana Markarova) ໃຫ້ເຂົ້າຮ່ວມຟັງນຳຢູ່ໃນບ່ອນທີ່ຈັດສຳລັບຜູ້ຊົມຂອງທ່ານນາງ, ໃນຂະນະທີ່ບັນດາສະມາຊິກສະພາຂອງທັງສອງພັກໄດ້ໃສ່ທຸງຊາດຢູເຄຣນ ທີ່ເປັນສີເຫຼືອງ ແລະສີຟ້າ ຊຶ່ງເປັນສັນຍານບົ່ງບອກເຖິງຄວາມສາມັກຄີກັນນັ້ນ.
ເລື້ອງພາຍໃນປະເທດນັ້ນ ສິ່ງທ້າທາຍທີ່ໃຫຍ່ສຸດຂອງທ່ານໄບເດັນ ແມ່ນການ ດຶງປະເທດອອກຈາກໂຣກລະບາດ. ທ່ານໄດ້ຍົກໃຫ້ເຫັນເຖິງຄວາມສໍາເລັດຂອງການສັກຢາວັກຊີນ ແລະໃຫ້ຮ່ອງຮອຍທີ່ບົ່ງບອກວ່າມັນເຖິງເວລາສໍາລັບການ ດຳລົງຊີວິດ "ປົກກະຕິແບບໃຫມ່" ແລ້ວ.
ສະມາຊິກລັດຖະສະພາຫຼາຍຄົນບໍ່ໃສ່ໜ້າກາກປິດປາກໂດຍປະຕິບັດຕາມຄຳ ແນະນຳທີ່ມີການຜ່ອນຜັນ ເມື່ອບໍ່ດົນມານີ້ຈາກສູນຄວບຄຸມ ແລະປ້ອງກັນພະຍາດ.
ປະທານາທິບໍດີໄບເດັນກ່າວວ່າ:
"ຂ້າພະເຈົ້າຮູ້ວ່າ ບາງຄົນກໍເວົ້າກ່ຽວກັບການດໍາລົງຊີວິດຢູ່ກັບໂຄວິດ-19. ໃນຄືນນີ້, ຂ້າພະເຈົ້າເວົ້າວ່າ ພວກເຮົາຈະບໍ່ມີວັນຍອມຮັບເອົາການດໍາລົງຊີວິດຢູ່ກັບໂຄວິດ-19, ພວກເຮົາຈະສືບຕໍ່ຕໍ່ສູ້ກັບເຊື້ອໄວຣັສນີ້ ດັ່ງທີ່ ພວກເຮົາໄດ້ຕໍ່ສູ້ກັບເປັນພະຍາດອື່ນໆ ມາແລ້ວ."
ແຕ່ການຟື້ນຕົວຄືນຈາກການກະທົບຂອງໂຣກລະບາດໄດ້ຖືກກີດຂວາງໂດຍອັດ ຕາເງິນເຟີ້ທີ່ສູງຂຶ້ນ - ປັດຈຸບັນແມ່ນຢູ່ທີ່ 7.5 ເປີເຊັນ. ທ່ານໄບເດັນກ່າວວ່າ ແຜນການຂອງທ່ານ ໃນການເພີ້ມຄ່າແຮງງານຕໍ່າສຸດ ແລະການຊຸກຍູ້ການຜະ ລິດພາຍໃນປະເທດ ຈະສາມາດຊ່ວຍໄດ້.
ປະທານາທິບໍດີໄບເດັນກ່າວດັ່ງນີ້:
“ໃຫ້ມີພື້ນຖານໂຄງລ່າງ ແລະມີນະວັດຕະກໍາເພີ້ມຂຶ້ນອີກໃນອາເມຣິກາ. ໃຫ້ມີ ສິນຄ້າທີ່ເຄື່ອນຍ້າຍໄວກວ່າ ແລະຖືກກວ່າເກົ່າໃນອາເມຣິກາ. ມີວຽກເຮັດງານທຳທີ່ທ່ານສາມາດມີລາຍໄດ້ດີຂຶ້ນອີກຢູ່ໃນອາເມຣິກາ. ແລະ, ແທນທີ່ ຈະເພິ່ງພາຕ່ອງໂສ້ການສະຫນອງສິນຄ້າຈາກຕ່າງປະເທດ, ໃຫ້ພວກເຮົາຜະລິດມັນ ຢູ່ໃນອາເມຣິກາ."
ໃນການຖະແຫລງຕອບກັບຂອງພັກຣີພັບບລີກັນນັ້ນ ແມ່ນຜູ້ປົກຄອງລັດທີ່ຄົນຮູ້ຈັກກັນດີທີ່ສຸດ ໃນເລື້ອງປະຕິເສດລະບຽບການກ່ຽວກັບການລະບາດຂອງພະຍາດເຊັ່ນ: ການບັງຄັບໃຫ້ສັກວັກຊີນ ແລະໃສ່ຫນ້າກາກເປັນຜູ້ກ່າວ. ທ່ານນາງ ໄດ້ໂຈມຕີນະໂຍບາຍຂອງທ່ານໄບເດັນ ໂດຍກ່າວຫາທ່ານວ່າໄດ້ສົ່ງປະເທດໃຫ້ຖອຍຫລັງກັບໄປ. ທ່ານນາງຄີມ ຣີໂນລສ໌ (Kim Reynolds) ເປັນຜູ້ປົກຄອງການລັດໄອໂອວາ.
ທ່ານນາງກ່າວດັ່ງນີ້:
"ປະທານາທິບໍດີໄບເດັນ ແລະພັກຂອງທ່ານໄດ້ສົ່ງພວກເຮົາກັບຄືນສູ່ຍຸກຂອງປີ 70 ແລະຕົ້ນຊຸມປີ 80 ພຸ້ນ. ໃນເວລາທີ່ອັດຕາເງິນເຟີ້ທີ່ຄວບຄຸມບໍ່ໄຫວ ກໍາລັງ ກະທົບໃສ່ຄອບຄົວ, ຄື້ນຟອງການກໍ່ອາຊະຍາກໍາດ້ວຍຄວາມຮຸນແຮງໄດ້ ທໍາລາຍບ້ານເມືອງຂອງພວກເຮົາ, ແລະກອງທັບໂຊຫວຽດກຳລັງພະຍາຍາມ ແຕ້ມແຜນທີ່ໂລກຄືນໃຫມ່.”
ການລວບລວມການຢັ່ງຫາງຂອງ 5 ບໍລິສັດສູງສຸດ ສະແດງໃຫ້ເຫັນວ່າ ອັດຕາຄົນທີ່ເຫັນດີນຳທ່ານໄບເດັນໃນປັດຈຸບັນ ມີພຽງແຕ່ 41 ເປີເຊັນ.
ການທີ່ຈະໄດ້ຮັບຄະແນນດີຂຶ້ນກວ່າເກົ່າ ແມ່ນຂຶ້ນກັບວ່າ ທ່ານສາມາດນໍາພາປະເທດອອກຈາກໂຣກລະບາດ, ວິກິດການໃນຢູເຄຣນ ແລະໄພເງິນເຟີ້ໄດ້ຫລືບໍ່.
ທ່ານນໍແມນ ອອນສ໌ຕາຍ (Norman Ornstein), ນັກຄົ້ນຄວ້າອາວຸໂສຂອງ ສະຖາບັນດ້ານວິສາຫະກິດອາເມຣິກັນກ່າວຜ່ານທາງ Skype ວ່າ:
“ຄວາມເປັນຈິງເຫຼົ່ານັ້ນມີຄວາມສຳຄັນຫຼາຍ. ແຕ່ສິ່ງທີ່ປະທານາທິບໍດີສາມາດ ເຮັດໄດ້ໃນການກ່າວຄຳປາໄສປະເພດນີ້ ກໍຄືສະແດງໃຫ້ເຫັນວ່າທ່ານເຂັ້ມແຂງ, ທ່ານອຸທິດຕົນໃຫ້ປະເທດຊາດ ແລະທ່ານກໍາລັງເວົ້າໃນສິ່ງທີ່ປະຊາຊົນຢາກ ໄດ້ຍິນ. ແລະອັນນັ້ນອາດຈະຊ່ວຍໄດ້.”
ໂດຍທີ່ພັກເດໂມແຄຣັດເປັນພັກທີ່ມີສຽງສ່ວນຫລາຍພຽງໜ້ອຍດຽວຢູ່ໃນທັງສອງສະພານັ້ນ, ທ່ານໄບເດັນໄດ້ຖືກຈຳກັດໃຫ້ຢູ່ໃນແຕ່ການມີຄວາມຫວັງໃນແງ່ດີ…
ປະທານາທິບໍດີໄບເດັນກ່າວວ່າ: "ຄຳຖະແຫລງຕໍ່ສະພາ ແລະປະເທດຊາດ ເຂັ້ມແຂງກໍເພາະວ່າພວກທ່ານ ທີ່ເປັນປະຊາຊົນອາເມຣິກາເຂັ້ມແຂງ!"
…ໃນການວາງ “ແຜນໃນສິ່ງທີ່ທ່ານຢາກເຮັດດ້ານຄວາມສາມັກຄີ” ອັນໃໝ່ອອກມາເພື່ອແກ້ໄຂການລະບາດຂອງການໃຊ້ສານທີ່ມາຈາກຢາຝິ່ນ, ຊັບພະຍາກອນສຳລັບສຸຂະພາບຈິດຂອງເດັກນ້ອຍ, ການຊ່ວຍເຫຼືອແກ່ນັກລົບເກົ່າ ແລະ ການເຮັດໃຫ້ໂຣກມະເຮັງໝົດໄປ.
ທ່ານນາງ ວາເນສສາ ເບຊລີ (Vanessa Beasley) ເປັນສາດສະດາຈານ ສອນວິຊາການໃຊ້ຖ້ອຍຄຳຂອງປະທານາທິບໍດີທີ່ມະຫາວິທະຍາໄລແວນເດີບີລທ໌ (Vanderbilt).
ທ່ານນາງກ່າວຜ່ານທາງ Skype ວ່າ:
"ຂ້າພະເຈົ້າຄິດວ່າມັນເປັນວິທີທີ່ສະຫລາດດີທີ່ວາງກອບໃສ່ໝົດທັງຊຸດເພື່ອຈະ ດຶງດູດໃຈຜູ້ຄົນຈາກທຸກທົ່ວຊ່ອງທາງ. ແຕ່ກໍມີຊ່ວງເວລາອັນແນ່ນອນໃດນຶ່ງ ທີ່ທ່ານສາມາດບອກໄດ້ເຊັ່ນກັນວ່າ ມັນເປັນສິ່ງທີ່ດຶງດູດໃຈຂອງຄົນຈາກພັກດຽວ.”
ທ່ານໄບເດັນໄດ້ຊຸກຍູ້ເປົ້າໝາຍ ໃນດ້ານນິຕິບັນຍັດທີ່ຍັງຢູ່ໃນສະພາບທີ່ບໍ່ໄປບໍ່ມາ, ລວມທັງການໃຊ້ຈ່າຍທາງສັງຄົມ ແລະແຜນການດ້ານດິນຟ້າອາກາດ, ສິດໃນການປ່ອນບັດເລືອກຕັ້ງ, ການຄວບຄຸມປືນ ແລະການປະຕິຮູບຕຳຫຼວດ, ພ້ອມທັງໂຄງການລິເລີ່ມໃໝ່ກ່ຽວກັບສຸຂະພາບຈິດ ທ່າມກາງການມີຫຼັກຖານ ທີ່ສະແດງໃຫ້ເຫັນວ່າໂຣກລະບາດໄດ້ສົ່ງຜົນກະທົບຕໍ່ຈິດໃຈຂອງປະຊາຊົນ ໃນຊາດ.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ
In his first State of the Union address, U.S. President Joe Biden on Tuesday night condemned Russian President Vladimir Putin’s invasion of Ukraine and rallied bipartisan support for the country. He addressed the rising inflation that’s hampering the economic recovery from the pandemic and outlined a “unity” agenda that he said could garner bipartisan support in Congress. VOA's White House Bureau Chief Patsy Widakuswara has this report.
“Madam Speaker, the president of the United States.”
President Joe Biden delivered his first State of the Union speech on Tuesday, his second address to a joint session of Congress following his speech in April.
While the focus of state of the union addresses is traditionally domestic…… with Russian President Vladimir Putin placing his nuclear forces on a heightened alert following his order to invade Ukraine last week, Biden homed in on Putin’s invasion within the first minute of his speech.
President Joe Biden: “He thought the West and NATO wouldn't respond. He thought he could divide us at home, in this chamber in this nation. He thought he could divide us in Europe as well. But Putin was wrong. We are ready.”
First lady Jill Biden invited Ukraine’s Ambassador Oksana Markarova to join her viewing box, while lawmakers from both parties wore the yellow and blue of the Ukrainian flag as a sign of solidarity.
Domestically, Biden’s biggest challenge is pulling the country out of the pandemic. He highlighted vaccination success and signaled it’s time to for a “new normal.”
Many lawmakers were maskless following recently relaxed guidance from the Centers for Disease Control and Prevention.
President Joe Biden: “I know some are talking about living with COVID-19. Tonight, I say that we’ll never accept living with COVID-19, we’ll continue to combat the virus as we do other diseases.”
But pandemic recovery has been hampered by rising inflation – now at 7.5 percent. Biden said his plan to increase the minimum wage and boost domestic production will help.
President Joe Biden:
“More infrastructure and innovation in America. More goods moving faster and cheaper in America. More jobs where you can earn a good living in America. And, instead of relying on foreign supply chains, let’s make it in America.”
Delivering the Republican response, a governor best known for rejecting pandemic protocols such vaccine and mask mandates. She attacked Biden’s policies, accusing him of sending the country backwards. Iowa’s governor, Kim Reynolds.
Kim Reynolds, Iowa Governor:
“President Biden and his party have sent us back in time to the late ‘70s and early ‘80s. When runaway inflation was hammering families, a violent crime wave was crashing our cities, and the Soviet army was trying to redraw the world map.”
A compilation of five top polls shows Biden’s approval currently at only 41%.
Better marks will depend on whether he can lead the country out of the pandemic, the Ukrainian crisis and inflation.
Norman Ornstein, a senior fellow at American Enterprise Institute via Skype:
“Those realities are very important. But all that a president can do in a speech of this sort, is show that you're strong, you're dedicated and you're saying things that people want to hear. And that may help.”
With Democrats holding a slim majority in both chambers, Biden struck an optimistic tone …
President Joe Biden:
“The State of the Union is strong because you the American people are strong!”
… outlining a new “unity agenda” to address the opioid epidemic, resources for children's mental health, supporting veterans and ending cancer.
Vanessa Beasley is a professor of presidential rhetoric at Vanderbilt University Via Skype:
“I thought it was a pretty savvy way to put a frame over the whole package that would appeal to people across the aisle. But there were definitely certain moments that you could tell it was a partisan appeal as well.”
Biden pushed for legislative goals still in limbo, including his social spending and climate plan, voting rights, gun control and police reform, as well as new initiatives on mental health amid evidence that the pandemic has taken a toll on the nation’s psyche.