ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Biden ຕິ​ຕຽນຈີນ ກ່ຽວ​ກັບ​ເລື່ອງ ຫົວ​ຄິດ​ປະ​ດິດ​ສ້​າງ


ທ່ານ Joe Biden ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ສະ​ຫະ​ລັດ
ທ່ານ Joe Biden ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ສະ​ຫະ​ລັດ
ຮອງ​ປະທານາທິບໍດີ​ສະຫະລັດທ່ານ Joe Biden ​ໄດ້ໃຊ້ຄຳປາ
ໄສ ກ່ຽວກັບ​ນະ​ໂຍບາຍ​ຕ່າງປະ​ເທດ ໃນ​ວັນ​ພຸດ​ວານ​ນີ້ ບໍ່ໃຫ້
ຄວາມສຳຄັນ ຕໍ່ຄວາມວິຕົກກັງວົນກ່ຽວ​ກັບ​ຄວາມ​ເຂັ້ມ​ແຂງ​
ຂອງເສດຖະກິດ​ຈີນ.

ໃນ​ຄຳ​ປາ​ໄສ​ຕໍ່​ພວກ​ນັກ​ນຶກ​ສາ​ຈາກ​ສະ​ຖາ​ບັນ​ນາຍຮ້ອຍ​ທະ​ຫານ
​ອາກາດທີ່ຮຽນຈົບ ທ່ານ Biden ຮັບ​ຮູ້​ເຖິງ​ການ​ທີ່​ຈີນ​ ໄດ້​ມີ​ນັກ​ສຶກ
ສາ​ທີ່​ຮຽນ​ຈົບ​ເປັນ​ນັກວິທະຍາສາດ ແລະ​ວິສະວະກອນຫຼາຍກວ່າ
ສະຫະລັດ 6 ຫາ 8 ​ເທົ່າ.

​ແຕ່​ທ່ານໄດ້ກ່າວ​ວ່າ “ຂ້າພະ​ເຈົ້າ​ທ້າ​ທາຍ​ພວກ​ທ່ານ ບອກ​ມາ​
ເລີຍ​ວ່າໂຄງການໃໝ່ໆ​ທີ່ປະດິດ​ຄິດ​ສ້າງ​ ​ນຶ່ງ​ໂຄງການ​ກ່ຽວກັບການ​ປ່ຽນ​ແປງ ​ແລະ​ຜະລິດຕະພັນປະດິດ​ຄິດ​ສ້າງທີ່​ມາ​ຈາກ​ຈີນ.”


ທ່ານ Biden ກ່າວ​ເຖິງຊ່ວງ​ປີຊຸ່ມ 1990 ຕອນ​ທີ່​ທ່ານ​ໄດ້​ກ່າວ​ວ່າປະຊາຊົນ​ຫຼາຍໆ​ຄົນ​
ໃນ​ສະຫະລັດ​ ​ໄດ້​ຢ້ານ​ກົວ​ຕໍ່ການຂະຫຍາຍຕົວ​ຂອງ​ຍີ່ປຸ່ນ ທີ່​ວ່າ “ຈະ​ກິນອາຫານ
ກາງ​ວັນ​ຂອງ​ພວກ​ເຮົາ ຊຶ່ງ​ນັ້ນ ​ແມ່ນ​ຍີ່ປຸ່ນ ​ເປັນ​ອະນາ​ຄົດ.”


ທ່ານ​ກ່າວ​ເຖິງ​ຈີນ ​ໃນ​ທຳນອງ​ທີ່​ວ່າ ​ໄດ້​ມາ​ແທນ​ຍີ່ປຸ່ນ ​ໃນ​ການ​ທ້າ​ທາຍທາງເສດຖະກິດ
ຄັ້ງ​ໃໝ່ ຕໍ່​ສະຫະລັດ ​ໃນ​ຂະນະ​ທີ່ ທ່ານບໍ່​ມີ​ຫຍັງ​ເລີຍ ນອກຈາກ​ທີ່​ຈະ​ຫວັງ​ໃຫ້ ທັງ​ສອງ
ປະ​ເທດ ທັງ​ຈີນ​ແລະ​ຍີ່ປຸ່ນ ປະສົບ​ຄວາມ​ສຳ​ເລັດ.

ຈີນ ​ແມ່ນ​ມີ​ການ​ຄາດ​ຫວັງ​ກັນຢ່າງກວ້າງຂວາງວ່າ ໃນ​ທ້າຍທົດ​ສະ​ວັດ​ນີ້ຈະ​ລ້ຳ​ໜ້າສະຫະ
ລັດ ​ເປັນເສດຖະກິດທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ ເມື່ອເວົ້າເຖິງຍອດຜະລິດຮວມພາຍ​ໃນ​ປະເທດ.

​ແຕ່​ເຖິງ​ແມ່ນວ່າ ​ການ​ເຕີບ​ໂຕຢ່າງວ່ອງ​ທາງ​ເສດ​ຖະ​ກິດ​ໃນ​ຮອບຫລາຍໆ​ທົດ​ສະ​ວັດ
ຜ່ານມາກໍຈິງ ແຕ່​ເສດຖະກິດ​ຈີນ ​ກໍໄດ້​ປະ​ເຊີນ​ກັບບັນຫາ​ທ້າ​ທາຍຢ່າງ​ໃຫຍ່​ຫຼວງ ທີ່​ຮວມທັງ​ ລາຍ​ຮັບ​ທີ່​ບໍ່ສະ​ເໝີ​ພາບ​ ການ​ສໍ້​ລາດ​ລັງ​ຫຼວງ ​ແລະເລື່ອງມົນ​ລະ​ພິດ​ຕ່າງໆ.
XS
SM
MD
LG