ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ທ. ໄບເດັນ ເຊັນອະນຸມັດ ຊຸດບັນເທົາທຸກ ທີ່ເກີດຈາກໄວຣັສໂຄໂຣນາ ມູນຄ່າ 1 ພັນ 900 ຕື້ ໂດລາ


ປະທານາທິບໍດີສະຫະລັດ, ທ່ານ ໂຈ ໄບເດັນ ທີ່ມີຮອງປະທານາທິບໍດີ Kamala Harris ຢືນເບິ່ງຢູ່ນັ້ນ, ເງີຍໜ້າຂຶ້ນພາຍຫລັງທີ່ໄດ້ເຊັນແຜນການຟື້ນຟູອາເມຣິກາຄືນ ຊຶ່ຶງເປັນຊຸດເງິນຊ່ວຍເຫລືອບັນເທົາທຸກ ຈາກໄວຣັສໂຄໂຣນາ ຢູ່ໃນຫ້ອງການຮູບຊົງໄຂ່ຂອງທໍານຽບຂາວ, ວັນທີ 11 ມີນາ, 2021
ປະທານາທິບໍດີສະຫະລັດ, ທ່ານ ໂຈ ໄບເດັນ ທີ່ມີຮອງປະທານາທິບໍດີ Kamala Harris ຢືນເບິ່ງຢູ່ນັ້ນ, ເງີຍໜ້າຂຶ້ນພາຍຫລັງທີ່ໄດ້ເຊັນແຜນການຟື້ນຟູອາເມຣິກາຄືນ ຊຶ່ຶງເປັນຊຸດເງິນຊ່ວຍເຫລືອບັນເທົາທຸກ ຈາກໄວຣັສໂຄໂຣນາ ຢູ່ໃນຫ້ອງການຮູບຊົງໄຂ່ຂອງທໍານຽບຂາວ, ວັນທີ 11 ມີນາ, 2021

ປະທານາທິບໍດີສະຫະລັດ, ທ່ານ ໂຈ ໄບເດັນ ໄດ້ລົງນາມໃນຊຸດບັນເທົາທຸກທີ່ເກີດຈາກໄວຣັສໂຄໂຣນາ ມູນຄ່າ 1 ພັນ 900 ຕື້ໂດລາ ໃຫ້ກາຍເປັນກົດໝາຍ ໃນວັນພະຫັດວານນີ້, ເຊິ່ງເປັນການເປີດປະຕູໃຫ້ມີການປ່ອຍເງິນຊ່ວຍເຫຼືອຂອງລັດຖະບານກາງ ແກ່ບັນດາຄອບຄົວ ແລະທຸລະກິດອາເມຣິກາທີ່ຂາດເຂີນທາງດ້ານການເງິນ.

ທ່ານໄບເດັນທີ່ສັງກັດພັກເດໂມແຄຣັດນັ້ນ ໄດ້ເຊັນຊຸດບັນເທົາທຸກດັ່ງກ່າວ ນຶ່ງມື້ຫຼັງຈາກສະພາຕໍ່າ ໄດ້ຮັບຮອງເອົາຮ່າງກົດໝາຍນີ້ ດ້ວຍຄະແນນສຽງ 220 ຕໍ່ 211, ໂດຍບໍ່ມີການສະໜັບສະໜູນຈາກພັກຣີພັບບລິກັນແຕ່ຢ່າງໃດ ແລະ ນຶ່ງມື້ໄວກວ່າກໍານົດທີ່ທຳນຽບຂາວ ໄດ້ກ່າວໃນເບື້ອງຕົ້ນ.

"ນິຕິກໍາທີ່ເປັນປະຫວັດການນີ້ ແມ່ນກ່ຽວກັບການສ້າງກະດູກສັນຫຼັງ ຂອງປະ ເທດນີ້ ແລະເອົາໃຫ້ປະຊາຊົນຢູ່ໃນປະເທດນີ້, ຄົນທີ່ເຮັດວຽກເຮັດງານ, ບັນດາຄົນຊັ້ນກາງ, ຄົນທີ່ສ້າງສາປະເທດ, ຊຶ່ງເປັນໂອກາດແຫ່ງການຕໍ່ສູ້," ນັ້ນຄືຄໍາເວົ້າຂອງໄບເດັນ ທີ່ກ່າວອອກມາໃນຂະນະທີ່ທ່ານກໍາລັງກຽມເຊັນຮ່າງກົດໝາຍດັ່ງກ່າວ.

ບັນດາສະມາຊິກສະພາຈາກພັກຣີພັບບລີກັນ ໄດ້ຄັດຄ້ານແຜນການດັ່ງກ່າວ, ໂດຍກ່າວວ່າ ມັນໃຫຍ່ເກີນໄປ ແລະບໍ່ໄດ້ວາງເປົ້າໝາຍຢ່າງພຽງພໍ ຕໍ່ຜູ້ທີ່ມີຄວາມຕ້ອງການຄວາມຊ່ວຍເຫຼືອທາງດ້ານເສດຖະກິດຫຼາຍທີ່ສຸດ. ຜູ້ນຳສຽງສ່ວນນ້ອຍ, ທ່ານເຄວິນ ແມັກຄາທີ (Kevin McCarthy), ໃນວັນອັງຄານຜ່ານມານີ້ ເອີ້ນຮ່າງນິຕິກໍາດັ່ງກ່າວວ່າ “ມີຄ່າໃຊ້ຈ່າຍແພງຫລາຍ, ມີການສໍ້ລາດບັງຫຼວງ, ແລະຫົວເສລີ.”

ມາດຕະການດັ່ງກ່າວ ໄດ້ຖືກຮັບຮອງເອົາ ແບບມີຄະແນນສູສີກັນຢູ່ໃນສະພາສູງໃນວັນເສົາແລ້ວນີ້ ພາຍຫລັງທີ່ສະພາໄດ້ມີການປ່ຽນແປງໃນບາງດ້ານຂອງຮ່າງກົດໝາຍທີ່ໄດ້ຮັບການອະນຸມັດກ່ອນໜ້ານັ້ນໂດຍສະພາຕໍ່າ. ໃນບັນດາຂໍ້ປ່ຽນແປງຕ່າງໆ ແມ່ນການຍົກເລີກການຂຶ້ນຄ່າແຮງງານຂັ້ນຕໍ່າຂອງລັດຖະບານກາງ.

ກົດໝາຍສະບັບໃໝ່ທີ່ວ່ານີ້ແມ່ນໃຫ້ເງິນ 1,400 ໂດລາແກ່ທຸກໆຄົນ ຍົກເວັ້ນຜູ້ໃຫຍ່ ທີ່ມີລາຍໄດ້ສູງທີ່ສຸດໃນປະເທດ, ແລະໄດ້ຂະຫຍາຍການໃຫ້ເຄຣດິດດ້ານ ພາສີໃຫ້ແກ່ຄອບຄົວທີ່ມີລາຍໄດ້ຕໍ່າ 3,000 ໂດລາ ສໍາລັບລູກທີ່ມີອາຍຸ 6 ຫາ 17 ປີ, ແລະ 3,600 ໂດລາ ສຳລັບລູກທີ່ອາຍຸຕໍ່າກວ່າ 6 ປີ ສໍາລັບພາສີປີ 2021. ອົງການບໍລິການດ້ານການເກັບລາຍຮັບພາຍໃນ ຫລື IRS ຈະສົ່ງເງິນສ່ວນນຶ່ງໃນນັ້ນອອກເປັນງວດໆໃຫ້ ໃນແຕ່ລະເດືອນ ນັບແຕ່ເດືອນກໍລະກົດຫາທັນວາ.

ຜູ້ທີ່ຫວ່າງງານຈະສືບຕໍ່ໄດ້ຮັບເງິນຈາກລັດຖະບານກາງ 300 ໂດລາ ຕໍ່ອາທິດໄປຈົນຮອດຕົ້ນເດືອນກັນຍາ ໂດຍເປັນເງິນຊ່ວຍເຫລືອເພີ້ມຈາກເງິນທີ່ໄດ້ຮັບຈາກລັດແລ້ວ. ລັດຖະບານຂອງລັດ ແລະເມືອງຕ່າງໆຈະໄດ້ຮັບເງິນ 350 ຕື້ໂດລາ ເພື່ອຊ່ວຍເຫຼືອພວກເຂົາເຈົ້າໃຫ້ຟື້ນໂຕຈາກຜົນກະທົບຂອງໂຣກລະບາດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG