ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ທ່ານ ໄບເດັນ ໄດ້ຮັບໄຊຊະນະ ຢ່າງເດັດຂາດ ໃນການເລືອກຕັ້ງຂັ້ນຕົ້ນ ຢູ່ສາມລັດ


Democratic Primary Wrap
please wait

No media source currently available

0:00 0:01:51 0:00

ອະດີດຮອງປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ໄດ້ຮັບໄຊຊະນະ ຢ່າງເດັດຂາດໃນການເລືອກຕັ້ງຂັ້ນຕົ້ນ ເພື່ອຖືກສະເໜີແຕ່ງຕັ້ງໃຫ້ເປັນຜູ້ສະໝັກເອົາຕຳແໜ່ງປະທານາທິບໍດີ ຂອງພັກເດໂມແຄຣັດ ໃນລັດ ຟລໍຣິດາ, ອີ ລີນອຍ ແລະ ອາຣິໂຊນາ ໃນວັນອັງຄານທີ່ຜ່ານມາ. ນັກຂ່າວວີໂອເອ ໄມຄ໌ ໂອຊັລລີວານ ໄດ້ລາຍງານວ່າ ລັດ ໂອໄຮໂອ ໄດ້ເລື່ອນການລົງຄະແນນສຽງ ຂອງເຂົາເຈົ້າຍ້ອນຄວາມເປັນຫ່ວງກ່ຽວກັບໄວຣັສ ໂຄໂຣນາ. ເຊິ່ງພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.


ພັກເດໂມແຄຣັດ ໄດ້ສະໜັບສະໜູນທ່ານ ໄບເດັນ ດ້ວຍຄະແນນສຽງຈຳນວນ ຫຼວງຫຼາຍໃນທັງສາມລັດ, ເປັນການເສີມຂະຫຍາຍ ການກ່າວອ້າງຂອງທ່ານ ກ່ຽວກັບ ການສະເໜີຊື່ທ່ານຂອງພັກ ເພື່ອທ້າຊິງເອົາຕຳແໜ່ງຂອງປະທານາ ທິບໍດີ ດໍໂນລ ທຣຳ.

ທ່ານ ໂຈ ໄບເດັນ ຜູ້ລົງແຂ່່ງກັນເພື່ອການຖືກສະເໜີຊື່ແຂ່ງຂັນເອົາຕຳແໜ່ງ ປະທານາທິບໍດີຂອງພັກເດໂມແຄຣັດໄດ້ກ່າວວ່າ “ການໂຄສະນາຫາສຽງຂອງ ພວກເຮົາໄດ້ມີຄໍ່າຄືນທີ່ດີຫຼາຍ. ພວກເຮົາໄດ້ເຂົ້າໃກ້ກັບການຖືກສະເໜີຊື່ ສຳ ລັບຕຳແໜ່ງປະທານາທິບໍດີຂອງພັກເດໂມແຄຣັດ. ແລະພວກເຮົາກຳລັງເຮັດ ມັນ ດ້ວຍການສ້າງພັນທະມິດທີ່ກວ້າງຂວາງ ທີ່ພວກເຮົາຕ້ອງການເພື່ອໄຊຊະ ນະໃນເດືອນພະຈິກ.”

ດ້ວຍໄຊຊະນະໃນວັນອັງຄານຜ່ານມາ, ທ່ານ ໄບເດັນ ມີຄະແນນສຽງຈາກຄະ ນະຜູ້ແທນ ທີ່ຕ້ອງການຫຼາຍກວ່າເຄິ່ງນຶ່ງ ສຳລັບການຖືກສະເໜີຊື່ຕາງໜ້າໃຫ້ ພັກ.

ທ່ານ ແລຣີ ດໍໂນລ, ຜູ້ລົງຄະແນນສຽງຈາກລັດ ອີລີນອຍ ໄດ້ກ່າວວ່າ “ຍ້ອນມີ ຫຼາຍສິ່ງທີ່ຟັງດີຫຼາຍ ທີ່ແທ້ຈິງແລ້ວໃນເວລານີ້ ຂ້າພະເຈົ້າຄິດວ່າ ຍັງບໍ່ສາມາດ ບັນລຸໄດ້ເທື່ອ.”

ດ້ວຍໄວຣັສໂຄໂຣນາຄອບງຳການເລືອກຕັ້ງຢູ່ນັ້ນ. ບັນດາເຈົ້າໜ້າທີ່ໃນລັດ ໂອໄຮໂອ ໄດ້ເລື່ອນການເລືອກຕັ້ງອອກໄປ, ໂດຍເວົ້່າວ່າ ຜູ້ລົງຄະແນນສຽງ ບາງຄົນ ອາດບໍ່ຮູ້ວ່າເຂົາເຈົ້າໄດ້ຕິດເຊື້ອ.

ທ່ານ ໄມຄ໌ ດີໄວນ໌ ຜູ້ປົກຄອງລັດ ໂອໄຮໂອ ໄດ້ກ່າວວ່າ “ແລະ ຖ້າຄົນທີ່ມີ ອາການດີທຸກຢ່າງໄປລົງຄະແນນສຽງ ແລະ ເຂົາເຈົ້າກໍອາດຈະເປັນຜູ້ແຜ່ລະ ບາດໄວຣັສໄດ້.”

ການຢັ່ງຫາງສຽງໄດ້ລະບຸວ່າ ປະກັນສຸຂະພາບແມ່ນຄວາມເປັນຫ່ວງທີ່ສຳຄັນ ໃນບັນດາຜູ້ລົງຄະແນນສຽງ.

ທ່ານ ໂຈ ໄບເດັນ ໄດ້ກ່າວວ່າ “ການກຳຈັດປາບປາມການແຜ່ລະບາດນີ້ ແມ່ນ ພາວະສຸກເສີນແຫ່ງຊາດ, ຄືກັບການຕໍ່ສູ້ໃນສົງຄາມ. ມັນຈະຕ້ອງມີການນຳພາ ແລະ ການຮ່ວມມືຈາກລັດຖະບານທຸກລະດັບ.”

ຜູ້ສະໜັບສະໜູນທ່ານ ໄບເດັນ ບາງຄົນເວົ້າວ່າ ທ່ານບໍ່ແມ່ນຕົວເລືອກທຳອິດ ຂອງເຂົາເຈົ້າ.

ທ່ານ ໂທນີ ເບັນຈາມິນ ຜູ້ລົງຄະແນນສຽງໃນລັດ ອາຣິໂຊນາ ໄດ້ກ່າວວ່າ “ແຕ່ທ່ານແມ່ນຜູ້ທີ່ຂ້າເຫັນພ້ອມດ້ວຍຍ້ອນຜົນງານສ່ວນນຶ່ງຂອງທ່ານ, ຍ້ອນ ການທູດຂອງທ່ານ. ທ່ານມີຄວາມເປັນປະທານາທິບໍດີ ແມ່ນກະທັ້ງທີ່ເປັນຮອງ ປະທານາທິບໍດີ.”

ມີລັດອື່ນໆຫຼາຍລັດໄດ້ເລື່ອນການເລືອກຕັ້ງຂັ້ນຕົ້ນຂອງເຂົາເຈົ້າ ຍ້ອນຄວາມ ເປັນຫ່ວງ ກ່ຽວກັບ ໂຣກລະບາດນັ້ນ.

Former U.S. vice president Joe Biden scored decisive wins Tuesday in Democratic presidential primaries in the states of Florida, Illinois and Arizona. Mike O’Sullivan reports, Ohio postponed its vote because of coronavirus worries.

Democrats backed Biden by large margins in all three states, strengthening his claim on his party’s nomination to challenge President Donald Trump.

“Our campaign has had a very good night. We moved closer to securing the Democratic Party’s nomination for president. And we’re doing it by building a broad coalition that we need to win in November.”

With Tuesday’s wins, Biden has more than half of the delegates needed for his party’s nomination.

According to exit polls, he beat Vermont Senator Bernie Sanders among African Americans, moderates and seniors. Some switched from Sanders to Biden.

“Because a lot of the things that sounded really good were actually a little bit, at this point I think, unattainable.”

Casting a shadow on the election, the spreading Coronavirus. Officials in Ohio postponed the voting, saying some voters may not know that they’re infected.

“And so a person in all good conscience could be going to vote and they could be spreading (the virus).”

Polls indicate health care was a major concern among voters.

“Tackling this pandemic is a national emergency, akin to fighting a war. It’s going to require leadership and cooperation from every level of government.”

Some Biden supporters say he wasn’t their first choice.

“But he was agreeable to me because of his part performance, because of his diplomacy. He was presidential even as a vice president.”

A number of other states are postponing upcoming primaries out of concern for the pandemic.

XS
SM
MD
LG