ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີ ໄບເດັນ ທຳການຢ້ຽມຢາມ ຢູເຄຣນ ໂດຍບໍ່ໄດ້ປະກາດລ່ວງໜ້າ, ເວົ້າວ່າ “ໂລກຈະຢືນຢູ່ກັບເຈົ້າ”


​ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ, ຂວາ, ແລະ ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ ຈັບ​ມ​ື​ກັນ​ກ່ອນ​ການ​ປະ​ຊຸມ, ທ່າມ​ກາງ​ການ​ໂຈມ​ຕີ​ຂອງ ຣ​ັດ​ເຊຍ ໃນ ຢູ​ເຄ​ຣນ, 20 ກຸມ​ພາ 2023.
​ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ, ຂວາ, ແລະ ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ ຈັບ​ມ​ື​ກັນ​ກ່ອນ​ການ​ປະ​ຊຸມ, ທ່າມ​ກາງ​ການ​ໂຈມ​ຕີ​ຂອງ ຣ​ັດ​ເຊຍ ໃນ ຢູ​ເຄ​ຣນ, 20 ກຸມ​ພາ 2023.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ໄດ້​ທຳ​ການຢ້ຽມ​ຢາມ ຢູ​ເຄ​ຣນ ໂດຍບໍ່​ໄດ້​ປະ​ກາດ​ລ່ວງ​ໜ້າໃນ​ວັນ​ຈັນ​ມື້ນີ້, ບໍ່​ເທົ່າ​ໃດ​ວັນ​ກ່ອນ​ວັນ​ຄົບ​ຮອບ​ນຶ່ງ​ປີ​ຂອງ​ການ​ບຸກ​ລຸກ ຢູ​ເຄ​ຣນ ໂດຍ​ ຣັດ​ເຊຍ, ໂດຍ​ກ່າວ​ວ່າ​ທ່ານ​ຈະ​ໄປ​ທີ່​ນັ້ນເພື່ອ “ສະ​ແດງ​ການ​ສະ​ໜັບ​ສະ​ໜູນ​ສຳ​ລັບ​ຄວາມ​ເອ​ກະ​ລາດ, ອະ​ທິ​ປະ​ໄຕ ແລະ ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ດັ່ງ​ກ່າວ.

ໃນ​ການ​ກ່າວຄຳປາ​ໄສ​ຄຽງ​ຂ້າ​ງປະ​ທາ​ນາ​ທິ​ບໍ​ດີ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ຢູ່​ທຳ​ນຽບ ມາ​ຣິ​ນ​ສ​ກີ ໃນ​ນະ​ຄອນຫຼວງ ກີ​ຢິບ ນັ້ນ, ທ່ານ ໄບ​ເດັນ ໄດ້​ປະ​ກາດ​ການ​ຊ່ວຍ​ເຫຼືອ​ໃໝ່ ສະ​ຫະ​ລັດ ມູນ​ຄ່າ 500 ລ້ານ​ໂດ​ລາ, ລວມ​ມີ​ລູກ​ປືນ​ໃຫຍ່ ແລະ ອາ​ວຸດ​ຕໍ່​ຕ້ານ​ລົດ​ຖັງ. ທ່ານ​ຍັງ​ໄດ້​ກ່າວ​ວ່າ ມັນ​ຈະ​ມີ​ມາດ​ຕະ​ການ​ລົງ​ໂທດ​ ສະ​ຫະ​ລັດ ຄັ້ງ​ໃໝ່​ຕໍ່ ຣັດ​ເຊຍ ໃນ​ອາ​ທິດ​ນີ້.

ທ່ານ ໄບ​ເດັນ ໄດ້​ກ່າວ​ວ່າ “ນຶ່ງ​ປີ​ຕໍ່​ມາ, ກີ​ຢິບ ຍັງ​ຢືນ​ຢູ່. ແລະ ຢູ​ເຄ​ຣນ ຈະ​ຢືນ​ຢູ່, ປະ​ຊາ​ທິ​ປະ​ໄຕ​ຈະ​ຢືນ​ຢູ່. ປະ​ຊາ​ຊົນ ອາ​ເມ​ຣິ​ກັນ ຈະ​ຢືນ​ຢູ່​ກັບ​ເຈົ້າ ແລະ ໂລກ​ກໍ​ຈະ​ຢືນ​ຢູ່​ກັບ​ເຈົ້າ.”

ທ່ານ ໄບ​ເດັນ ໄດ້​ເວົ້າ ກ່ຽວ​ກັບ ການ​ນຳ​ເອົາ​ພັນ​ທະ​ມິດຫຼາຍກວ່າ 50 ປະ​ເທດ​ມາ​ຊ່ວຍ​ເຫຼືອກອງ​ທັບ​ຂອງ ຢູ​ເຄ​ຣນ, ແລະ ລວມ​ເອົາ​ບັນ​ດາ​ປະ​ເທດ​ທີ່​ມີ​ເສດ​ຖະ​ກິດ​ນຳ​ໜ້າ​ມາ​ກຳ​ນົດ “ການ​ລົງ​ໂທດ​ທີ່​ສ້າງ​ຄວາມ​ເສຍ​ຫາຍ​ແບບບໍ່​ເຄີຍ​ມີ​ມາ​ກ່ອນ” ຕໍ່ ເສດ​ຖະ​ກິດ​ຂອງ ຣັດ​ເຊຍ.

ທ່ານ ໄບ​ເດັນ ໄດ້​ກ່າວ​ວ່າ “ທ່ານ ປູ​ຕິນ ຄິດ​ວ່າ ຢູ​ເຄ​ຣນ ແມ່ນ​ອ່ອນ​ແອ ແລະ ປະ​ເທດ​ຕາ​ເວັນ​ຕົກ​ແມ່ນ​ແຕກ​ແຍກ​ກັນ. ລາວ​ຄິດ​ວ່າ​ລາວ​ທົນ​ກວ່າ​ພວກ​ເຮົາ. ຂ້າ​ພະ​ເຈົ້າ​ບໍ່​ຄິດ​ວ່າ​ລາວ​ແມ່ນ​ກຳ​ລັງ​ຄິດ​ແນວ​ນັ້ນ​ໃນ​ເວ​ລານີ້.”

ທ່ານ ເຊ​ເລັນ​ສ​ກີ ໄດ້​ຂອບ​ໃຈ​ທ່ານ ໄບ​ເດັນ ສຳ​ລັບ​ການ​ມາ​ຢ້ຽມ​ຢາມ​ໃນ​ຊ່ວງ​ເວ​ລາ​ທີ່​ຍິ່ງ​ໃຫຍ່​ສຳ​ລັບ ຢູ​ເຄ​ຣນ, ແລະ ໄດ້​ກ່າວ​ວ່າ​ທ່ານ​ຫວັງ​ວ່າ​ຈະ​ປຶກ​ສາ​ຫາ​ລື ກ່ຽວ​ກັບ ສະ​ຖາ​ນະ​ການ​ໃນ​ສະ​ໜາມ​ລົບ​ກັບ​ຜູ້​ນຳ ສະ​ຫະ​ລັດ.

ນອກ​ຈາກ​ນັ້ນ, ສະ​ຫະ​ລັດ ແລະ ສະ​ຫະ​ພາບ ຢູ​ໂຣບ ໄດ້​ເຕືອນ ກ່ຽວ​ກັບ ຜົນ​ທີ່ຈະ​ຕາມ​ມາ​ທີ່ບໍ່​ໄດ້​ລະ​ບຸ​ໃຫ້​ຊາບ ຖ້າ ຈີນ ສະ​ໜອງ​ການ​ຊ່ວຍ​ເຫຼືອ​ທີ່​ອັນ​ຕະ​ລາຍ​ເຖິງຊີວິດ​ໃຫ້ ກອງ​ກຳ​ລັງ ຣັດ​ເຊຍ ຕໍ່​ສູ້​ໃນ ຢູ​ເຄ​ຣນ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ແອນ​ໂທ​ນີ ບ​ລິງ​ເຄັນ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ວ່າ​ມັນ​ຈະ​ມີ “ຜົນ​ທີ່​ຕາມ​ມາ​ຢ່າງ​ແທ້​ຈິງ” ໃນ​ສາຍ​ພົວ​ພັນ ສະ​ຫະ​ລັດ ກັບ ຈີນ ແລະ ວ່າ​ທ່ານ​ໄດ້​ທຳ​ການ​ແລກ​ປ່ຽນ​ຄວາມ​ເປັນ​ຫ່ວງ​ຂອງ ສະ​ຫະ​ລັດ ໂດຍ​ກົງ​ກັບ​ເຈົ້າ​ໜ້າ​ທີ່​ນະ​ໂຍ​ບາຍ​ຕ່າງ​ປະ​ເທດ​ລະ​ດັບ​ສູງ​ຂອງ ຈີນ ທ່ານ ຫວັງ ຢີ.

ທ່ານ ບ​ລິງ​ເຄັນ ໄດ້​ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ຄິດ​ວ່າ ຈີນ ເຂົ້າ​ໃຈ​ໃນ​ສິ່ງ​ທີ່​ເປັນ​ຄວາມ​ສ່ຽງ ຖ້າ​ເຂົາ​ເຈົ້າ​ດຳ​ເນີນ​ການ​ສະ​ໜອງ​ການ​ສະ​ໜັບ​ສະ​ໜູນ​ນັ້ນ​ໃຫ້ ຣັດ​ເຊຍ.”

ທ່ານ​ໄດ້​ກ່າວ​ຕື່ມ​ວ່າຫຼາຍ​ປະ​ເທດ​ອື່ນໆ​ຈະ​ຖື​ການ​ຊ່ວຍ​ເຫຼືອ​ທາງ​ທະ​ຫານ​ດັ່ງ​ກ່າວ​ນັ້ນ​ຈາກ ຈີນ​ ໃຫ້ ຣັດ​ເຊຍ ຢ່າງ​ຈິງ​ຈັງຫຼາຍ.

ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຈີນ ທ່ານ ຫວັງ ເວິນ​ບິນ ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ລາຍ​ງານ​ໃນ​ວັນ​ຈັນ​ມື້ນີ້​ວ່າ ສະ​ຫະ​ລັດ ບໍ່​ໄດ້​ຢູ່​ໃນ​ຕຳ​ແໜ່ງ​ທີ່​ຈະ​ທຳ​ການ​ຮຽກ​ຮ້ອງ​ຕໍ່ ຈີນ, ແລະ ວ່າ​ສາຍ​ພົວ​ພັນ​ຂອງ ຈີນ ກັບ ຣັດ​ເຊຍ ແມ່ນ​ອີງ​ໃສ່ “ການ​ວາງ​ຕົວ​ເປັນ​ກາງ, ການບໍ່​ປະ​ເຊີນ​ໜ້າ​ກັນ ແລະ ການບໍ່​ແນ​ເປົ້າ​ໃສ່​ຝ່າຍ​ທີ​ສາມ.”

ທ່ານ ຫວັງ ເວິນບິນ ໄດ້​ກ່າວ​ວ່າ “ມັນ​ແມ່ນ ສະ​ຫະ​ລັດ ແລະ ບໍ່​ແມ່ນ ຈີນ ທີ່​ໄດ້​ຂົນ​ສົ່ງ​ອາ​ວຸດ​ຢ່າງບໍ່​ສິ້ນ​ສຸດ​ໄປ​ສະ​ໜາມ​ລົບ.”

ຫົວ​ໜ້າ​ນະ​ໂຍ​ບາຍ​ຕ່າງ​ປະ​ເທດ ສະ​ຫະ​ພາບ​ຢູ​ໂຣບ ທ່ານ ໂຈ​ເຊັບ ບໍ​ແຣ​ລ໌ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ໃນ​ນະ​ຄອນຫຼວງ ບ​ຣັ​ສ​ໂຊ​ລ​ສ໌ ປະ​ເທດ ແບ​ລ​ຈຽມ ວ່າ​ທ່ານ​ຍັງ​ໄດ້​ປຶກ​ສາ​ຫາ​ລື ກ່ຽວ​ກັບ ສະ​ຖາ​ນະ​ການ​ດັ່ງ​ກ່າວ​ກັບ​ທ່ານ ຫວັງ ຢີ ແລະ ໄດ້​ຂໍ​ໃຫ້​ທ່ານບໍ່​ສະ​ໜອງ​ອາ​ວຸດ​ໃຫ້ ຣັດ​ເຊຍ.

ທ່ານ ບໍ​ແຣ​ລ໌ ໄດ້​ກ່າວ​ວ່າ ການ​ຊ່ວຍ​ເຫຼືອ​ຂອງ ຈີນ ທີ່​ວ່າ​ນັ້ນ “ຈະ​ເປັນ​ເສັ້ນ​ສີ​ແດງ​ໃນ​ສາຍ​ພົວ​ພັນ​ຂອງ​ພວກ​ເຮົາ.”

ທ່ານ​ໄດ້​ກ່າວ​ກ່ອນ​ການ​ປະ​ຊຸມ​ຂອງ​ບັນ​ດາ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ ສະ​ຫະ​ພາບ​ຢູ​ໂຣບ ແລະ ໄດ້​ກ່າວ​ວ່າຄວາມ​ຕ້ອງ​ການ​ທີ່​ຮີບ​ດ່ວນ​ທີ່​ສຸດ​ຂອງ ຢູ​ເຄ​ຣນ ແມ່ນ​ລູກ​ປືນ. ທ່ານ ບໍ​ແຣ​ລ໌ ໄດ້​ກ່າວ​ວ່າ​ບັນ​ດາ​ລັດ​ຖະ​ມົນ​ຕີ​ຈະ​ປຶກ​ສາ​ຫາ​ລື ກ່ຽວ​ກັບ ວິ​ທີ​ທີ່​ຈະ​ສະ​ໜອງ​ອາ​ວຸດ​ໃຫ້​ໄວ​ກວ່າ​ເກົ່າ, ໂດຍ​ສະ​ເພາະ​ລູກ​ປືນ, ສຳ​ລັບ​ກອງ​ກຳ​ລັງ ຢູ​ເຄ​ຣນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG