ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານ ໄບເດັນ ເວົ້າວ່າ ການຕໍ່ສູ້ກັບບັນຫາອັດຕາເງິນເຟີ້ ຈະເປັນບູລິມະສິດສູງສຸດຂອງທ່ານ


ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ເວົ້າ​ວ່າ​ຄວາມ​ຮັ​ບ​ຜິດ​ຊອບ​ສ່ວນຫຼາຍ​ສຳ​ລັບ​ອັດ​ຕາ​ເງິນ​ເຟີ້, ເຊິ່ງ​ແມ່ນ​ບັນ​ຫາ​ດ້ານ​ການ​ເມືອງ​ທີ່​ສຳ​ຄັນໃນ​ຂະ​ນະ​ທີ່ ສະ​ຫະ​ລັດ ກ້າວ​ເຂົ້າ​ສູ່​ການ​ເລືອກ​ຕັ້ງ​ກາງ​ສະ​ໄໝ​ນັ້ນ, ແມ່ນຂຶ້ນ​ຢູ່​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານວ​ລາ​ດິ​ເມຍ ປູ​ຕິນ, ເຊິ່ງ​ການ​ບຸກ​ລຸກ​ຢູ​ເຄ​ຣນ​ຂອງ​ທ່ານ​ໄດ້​ເຮັດ​ໃຫ້​ລາ​ຄາ​ນ້ຳ​ມັນ​ໃນ​ໂລກ​ສູງ​ຂຶ້ນ. ທ່ານ​ໄບ​ເດັນ​ເວົ້າ​ວ່າ​ ພັກ​ເດ​ໂມ​ແຄ​ຣັດ​ຂອງ​ທ່ານ​ມີ​ແຜນ​ການ​ທີ່​ດີກວ່າຄູ່​ແຂ່ງ​ຂອງ​ທ່ານ ເພື່ອຫຼຸດ​ຜ່ອນ​ອັດ​ຕາ​ເງິນ​ເຟີ້ 8.5 ເປີ​ເຊັນ, ຜູ້​ທີ່​ທ່ານ​ໄດ້​ວາດ​ພາບ​ໃຫ້​ເຫັນ​ວ່າເປັນພວກ​ຫົວ​ຮຸນ​ແຮງຈັດເສດ​ຖະ​ກິດ. ນັກ​ຂ່າວ​ວີ​ໂອ​ເອ ອາ​ນິ​ຕາ ພາວ ມີ​ລາຍ​ງານ​ ຈາກ​ທຳ​ນຽບ​ຂາວ, ເຊິ່ງ​ພຸດ​ທະ​ສອນ​ຈະ​ນຳ​ລາຍ​ລະ​ອຽດ​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ທ່ານບໍ່​ຈຳ​ເປັນ​ຕ້ອງ​ແມ່ນ​ນັກ​ເສດ​ຖະ​ສາດ​ເພື່ອ​ເຂົ້າ​ໃຈ​ກ່ຽວ​ກັບ​ອັດ​ຕາ​ເງິນ​ເຟີ້. ສຳ​ລັບ​ປະ​ຊາ​ຊົນ​ອາ​ເມ​ຣິ​ກັນຫຼາຍ​ຄົນ, ລາ​ຄາ​ທີ່​ສູງ​ຂຶ້ນ​ຂອງ​ທຸກ​ຢ່າງ​ນັບ​ຈາ​ກ​ອາ​ຫານ​ເຖິງ​ນ້ຳ​ມັນ​ແອັດ​ຊັງ, ແມ່ນ​ເຫັນ​ໄດ້​ຢ່າງ​ຊັດ​ເຈນ.

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ໂຈ​ ໄບ​ເດັນ ຮູ້​ວ່ານີ້​ແມ່ນ​ບັນ​ຫາ​ທີ່​ສຳ​ຄັນ​ສຳ​ລັບ​ຜູ້​ລົງ​ຄະ​ແນນ​ສຽງ​ໃນ​ເດືອນ​ພະ​ຈິກນີ້.

ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ຢ​າກ​ໃຫ້​ປະ​ຊາ​ຊົນ​ອາ​ເມ​ຣິ​ກັ​ນ​ຮູ້​ວ່າ ຂ້າ​ພະ​ເຈົ້າ​ເອົາ​ຈິງ​ເອົາ​ຈັງ​ກັບ​ບັນ​ຫາ​ອັດ​ຕາ​ເງິນ​ເຟີ້ຫຼາຍ, ແລະ ມັນ​ແມ່ນ​ບູ​ລິ​ມະ​ສິດ​ສູ​ງ​ສຸດພາຍ ​ໃນ​ປະ​ເທດ​ຂອງ​ຂ້າ​ພະ​ເຈົ້າ.

ທ່ານ​ໄດ້​ກ່າວ​ຢ້ຳ​ເຖິງ​ບັນ​ຫາ​ເສດ​ຖະ​ກິດ​ຕ່າງໆ​ ໃນ​ການ​ເຄື່ອນ​ໄຫວ​ເມື່ອບໍ່​ດົນ​ມານີ້ ​ຜ່ານ​ບັນ​ດາລັດທີ່​ສຳ​ຄັນ​ຕ່າງໆ​ເຊັ່ນ​ລັດຄາ​ໂຣ​ໄລ​ນາ​ເໜືອ, ໂອ​ໄຮ​ໂອ, ໄອ​ໂອ​ວາ ແລະ ລັດ​ອາ​ລາ​ບາ​ມາ, ແລະ ໃນ​ລັດ​ທີ່​ເປັນ​ມິດ​ກັບ​ພັກ​ເດ​ໂມ​ແຄ​ຣັດ ​ຄື​ລັດ ອໍ​ເຣກອນ.

ການ​ສຳຫຼວດ​ຄວາມ​ຄິດ​ເຫັນ​ໂດຍ​ລວມ​ເມື່ອບໍ່​ດົນ​ມານີ້ ໄດ້​ເຮັດ​ໃຫ້​ການ​ຮັບ​ຮອງ​ດ້ານ​ເສດ​ຖະ​ກິດ​ ຂອ​ງ​ທ່ານ​ໄບ​ເດັນ ​ມີ​ຢູ່​ປະ​ມານ 40 ເປີ​ເຊັນ ແລະ ນັກ​ວິ​ຈານ​ທ່ານ​ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ​ແມ່ນ​ໄດ້​ໂຈມ​ຕີ​ຢ່າງ​ຮຸນ​ແຮງ.

ສະ​ມາ​ຊິກ​ສະ​ພາ​ສູງ​ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ ທ່ານ ຣິກ ສ​ກັອດ ກ່າວ​ວ່າ “ລາວບໍ່​ຢາກ​ເຮັດ​ຫຍັງ​ ນອກ​ຈາກ​ການ​ໂຈມ​ຕີ​ພັກ​ຣີ​ພັບ​ບ​ລີ​ກັນ. ຖ້າ​ລາວ​ຢາກ​ເຮັດ​ບາງ​ຢ່າງ​ກ່ຽວ​ກັບ​ອັດ​ຕາ​ເງິນ​ເຟີ້​ດຽວນີ້, ສິ່ງ​ທີ່​ລາວ​ຄວນ​ເຮັດ​ແມ່ນ​ລາ​ອອກ. ທຸກ​ເດືອນ​ລາວ​ຢູ່​ໃນ​ຕຳ​ແໜ່ງ​ແມ່ນ​ໄດ້​ເຮັດ​ໃຫ້​ອັດ​ຕາ​ເງິນ​ເຟີ້​ຮ້າຍ​ແຮງ​ຂຶ້ນ.”

ທ່ານ​ໄບ​ເດັນ​ບໍ່​ເຫັນ​ພ້ອມ, ແລະ ເມື່ອບໍ່​ດົນ​ມານີ້​ໄດ້​ປະ​ກາດ​ໂຄງ​ການ​ລິ​ເລີ່ມ​ທີ່​ທ່ານ​ເວົ້າ​ວ່າ​ຈະ​ຊ່ວຍ​ເຫຼືອ, ຄື​ແຜນ​ການ​ທີ່​ຈະຫຼຸດ​ຜ່ອນ​ລາ​ຄາ​ການ​ເຂົ້າ​ເຖິງ​ອິນ ​ເຕີ​ແນັດ, ປ່ອຍ​ນ້ຳ​ມັນ​ອອກ​ຈາກ​ຄັງ​ນ້ຳ​ມັນ​ເປ​ໂຕ​ຣ​ລຽມ​ຍຸດ​ທະ​ສາດ, ຂະ​ຫຍາຍ​ການ​ເຂົ້າ​ເຖິງ​ນ້ຳ​ມັນ​ແອັດ​ຊັງ​ທີ່​ມີ​ສານ​ເອ​ຕານອ​ລ 15 ເປີ​ເຊັນ​ ແລະ ອີກຫຼາກຫຼາຍ.

ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ກ່າ​ວ​ວ່າ “ສະ​ມາ​ຊິກ​ສະ​ພາ​ສູງ ຣິກ ສ​ກັອດ, ສະ​ມາ​ຊິ​ກ​ຂອງ​ການ​ນຳ​ສະ​ພາ​ສູງ​ພັກ​ຣີ​ພັບ​ບ​ລີ​ກັນ, “ໄດ້​ວາງ​ມັນ​ອອກ​ມາ​ທັງ​ໝົດ​ໃນ​ແຜນ​ການ​ນຶ່ງ​ທີ່​ເປັນ​ວາ​ລະ​ແຜນ​ການ​ສຸດ​ຍອດ MAGA, ເຊິ່ງ​ແມ່ນ​ຄຳຂວັນ​ການ ​ໂຄ​ສະ​ນາ​ຫາ​ສຽງ​ ຂອງ​ທ່ານ ດໍ​ໂນ​ລ ທ​ຣຳ. ແຜນ​ການ​ຂອງ​ເຂົາ​ເຈົ້າ​ແມ່ນ​ເພື່ອ​ຂຶ້ນ​ພາ​ສີ​ຕໍ່​ຄອບ​ຄົວ​ຄົນ​ອາ​ເມ​ຣິ​ກັນ 75 ລ້ານ​ຄອບ​ຄົວ, ເຊິ່ງຫຼາຍກວ່າ 95 ເປີ​ເຊັນ​ແມ່ນ​ຫາ​ເງິນ​ໄດ້​ຕ່ຳ​ກວ່າ 100,000 ໂດ​ລາ​ຕໍ່​ປີ ​ໃນ​ລາຍ​ໄດ້​ທັງ​ໝົດ. ການຂຶ້ນ​ພາ​ສີ​ປົກ​ກະ​ຕິ ​ຈະ​ເປັນ​ປະ​ມານ 1,500 ໂດ​ລາ​ຕໍ່​ຄອບ​ຄົວ. ເຂົາ​ເຈົ້າ​ເຂົ້າ​ໃຈ​ຜິດ​ຢ່າງ​ສິ້ນ​ເຊີງ, ໃນ​ທັດ​ສະ​ນະ​ຄະ​ຕິ​ຂອງ​ຂ້າ​ພະ​ເຈົ້າ.”

ທຳ​ນຽບ​ຂາວ​ຍັງ​ໄດ້​ຖິ້ມ​ໂທດ​ໃສ່​ໂຣກ​ລະ​ບາດ ​ສຳ​ລັບ​ການ​ຝືດ​ເຄືອງ​ຂອງ​ເສດ​ຖະ​ກິດ, ແລະ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານວ​ລາ​ດິ​ເມຍ ປູ​ຕິນ, ເຊິ່ງ​ການ​ບຸກ​ລຸກ​ຢູ​ເຄ​ຣນ​ຂອງ​ທ່ານ​ໄດ້​ສົ່ງ​ຜົນ​ກະ​ທົບ​ຕໍ່​ພະ​ລັງ​ງານ ແລະ ລາ​ຄາ​ຂອງ​ເຂົ້າ.

ບັນ​ດາ​ນັກ​ວິ​ເຄາະ​ເວົ້າ​ວ່າ ທ່ານ​ໄບ​ເດັນ​ບໍ່​ມີ​ເວ​ລາ​ໃນພາກ​ສ່ວນຂອງ​ທ່ານ​ກ່ອນ​ ກາ​ນ​ລົງ​ຄະ​ແນນ​ສຽງ​ເດືອນ​ພະ​ຈິກນີ້.

ທ່ານ ບິ​ລ ກາ​ລ​ສ​ຕັນ, ຈາກ​ສະ​ຖາ​ບັນ​ບ​ຣຸກ​ຄິງ​ສ໌ ກ່າວ​ວ່າ “ການ​ປ່ຽນ​ແປງ​ນະ​ໂຍ​ບາຍ​ພື້ນ​ຖານ​ຈະ​ສ້າງ​ຄວາມ​ແຕກ​ຕ່າງ​ເມື່ອ​ເວ​ລາ​ຜ່ານ​ໄປ. ແຕ່​ຖ້າ​ຄຳ​ຖາມ​ແມ່ນ​ວ່າ​ເຂົາ​ເຈົ້າ​ຈະ​ສ້າງ​ຄວາມ​ແຕກ​ຕ່າງ​ລະ​ຫວ່າງ​ດຽວນີ້​ກັບ​ການ​ເລືອກ​ຕັ້ງ​ກາງ​ສະ​ໄໝ​ບໍ່​ນັ້ນ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ຈະ​ຕ້ອງ​ໄດ້​ມີ​ໂຊກຫຼາຍ​ເພື່ອ​ໃຫ້​ມັນ​ເກີດ​ຂຶ້ນ.”

​ແລະ ບັນ​ດາ​ນັກ​ເສດ​ຖະ​ສາດ​ເວົ້າ​ວ່າ ອັດ​ຕາ​ເງິນ​ເຟີ້​ສະ​ຫະ​ລັດ​ໄດ້​ສົ່ງ​ຜົນ​ກະ​ທົບ​ໂດຍ​ກົງ. ໃນ​ວັນ​ອັງ​ຄານ​ທີ່​ຜ່ານ​ມາ, ອົງ​ການ​ແຮງ​ງານ​ສາ​ກົນ​ເວົ້າ​ວ່າ ອັດ​ຕາ​ເງິນ​ເຟີ້​ທົ່ວ​ໂລກ​ແມ່ນ 9.2 ເປີ​ເຊັນ​ໃນ​ເດືອນ​ມີ​ນາ 2022, ຫຼາຍກວ່າ​ສອງ​ເທົ່າ​ຂອງ​ອັດ​ຕາ 3.7 ເປີ​ເຊັນ​ໃນ​ເດືອນ​ມີ​ນາ 2021.

ທ່ານ ເດັ​ສມອນ ແລັດ​ຈ​ແມນ, ຈາກ​ສະ​ຖາ​ບັນ​ວິ​ສາ​ຫະ​ກິດ ອາ​ເມ​ຣິ​ກັນ ກ່າວ​ວ່າ “ສິ່ງ​ທີ່​ບັນ​ຫາ​ອັດ​ຕາ​ເງິນ​ເຟີ້ນີ້​ຈະ​ເຮັດ​ໃຫ້​ເກີດ​ຈະ​ແມ່ນ​ພາ​ວະ​ເສດ​ຖະ​ກິດ​ຕົກ​ຕ່ຳ​ໃນ​ກຸ່ມ​ເຈັດ​ປະ​ເທດຫຼື G-7. ນັ້ນ​ເບິ່ງ​ຄື​ວ່າ​ຈະ​ບໍ່​ສາ​ມາດຫຼີກ​ລ່ຽງ​ໄດ້. ແລະ​ນັ້ນ​ແມ່ນບໍ່​ດີຫຼາຍ​ສຳ​ລັບ​ເສດ​ຖະ​ກິດ​ໂລກ​ທັງ​ໝົດ.”

ໃນ​ທີ່​ສຸດ​ແລ້ວ, ບັນ​ຫານີ້​ຈະ​ຂຶ້ນ​ຢູ່​ກັບ​ຜູ້​ລົງ​ຄະ​ແນນ​ສຽງ​ອາ​ເມ​ຣິ​ກັນ. ການ​ເລືອກ​ຕັ້ງ​ກາງ​ສະ​ໄໝ​ຈະ​ເຫັນ​ການ​ຕໍ່​ສູ້​ເພື່ອ​ບ່ອນ​ນັ່ງ​ທັງ​ໝົດ 435 ບ່ອນ​ໃນ​ສະ​ພາ​ຕ່ຳ ແລະ ນຶ່ງ​ສ່ວນ​ສາມ​ຂອງ​ບ່ອນ​ນັ່ງ​ໃນ​ສະ​ພາ​ສູງ, ແລະ ການ​ປ່ອນ​ບັດ​ໃນ​ທ້ອງ​ຖິ່ນ​ໃນຫຼາຍກວ່າ 39 ລັດ.

You don’t need to be an economist to understand inflation: For many Americans, rising prices — of everything from food to gasoline — are right in front of their noses.

U.S. President Joe Biden knows this is a key issue for voters this November.

“I want every American to know that I'm taking inflation very seriously, and it's my top domestic priority.”

He’s highlighted economic issues in recent swings through key states like North Carolina, Ohio, Iowa and Alabama, and in Democrat-friendly states like Oregon.

Current opinion polls universally put Biden’s economic approval around 40%, and his Republican critics are unsparing.

“He doesn't do anything other than attack Republicans. If he wants to do something on inflation right now, what he ought to do is resign. Every month he has been in office inflation has gotten worse.”

Biden disagrees, and has recently announced initiatives he says will help, like plans to lower the price of internet access, release more oil from the Strategic Petroleum Reserve, expand access to gasoline with 15% ethanol, and more.

“Senator Rick Scott, a member of the Senate Republican leadership, laid it all out in a plan that is the ultra-MAGA agenda. Their plan is to raise taxes on 75 million American families, over 95% of who make less than $100,000 a year, total income. The average tax increase would be about $1,500 per family. They've got it backwards, in my view.”

The White House also blames the pandemic for disrupting the economy, and Russian President Vladimir Putin, whose invasion of Ukraine has affected energy and grain prices.

Analysts say Biden doesn’t have time on his side before the November vote.

“Fundamental policy shifts will make a difference over time. But if the question is whether they're going to make a difference between now and the midterm elections, the president would have to get very lucky for that to happen.”

And economists say U.S. inflation has global knock-on effects. On Tuesday, the International Labor Organization said global inflation hit 9.2% in March 2022, more than double the 3.7% rate of March 2021.

“What this inflation is going to give rise to is a recession in the G-7 [Group of Seven] countries. That seems to be pretty much baked in the cake. And that's really not good for the whole of the global economy."

Ultimately, this problem falls to the American voter. Midterm elections will see a battle for all 435 seats in the House of Representatives and for one-third of Senate seats, and local polls in more than 39 states.

XS
SM
MD
LG