ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປະທານາທິບໍດີ ໄບເດັນ ກ່າວວ່າ ການສົ່ງກຳລັງທະຫານສະຫະລັດ ໄປປະຈຳການຢູ່ ຢູເຄຣນ ແມ່ນ ‘ບໍ່ຢູ່ໃນແຜນການ’


ປະທານາທິບດີ ໂຈ ໄບເດັນ ຈັດກອງປະຊຸມທາງໄກເພື່ອໂອ້ລົມກັບ ປະທານາທິບໍດີ ວະລາດີເມຍ ປູຕິນຂອງຣັດເຊຍ ຢູ່ທີ່ທຳນຽບຂາວ, ວັນທີ 7 ທັນວາ 2021.
ປະທານາທິບດີ ໂຈ ໄບເດັນ ຈັດກອງປະຊຸມທາງໄກເພື່ອໂອ້ລົມກັບ ປະທານາທິບໍດີ ວະລາດີເມຍ ປູຕິນຂອງຣັດເຊຍ ຢູ່ທີ່ທຳນຽບຂາວ, ວັນທີ 7 ທັນວາ 2021.

ປະທານາທິບໍດີ ໂຈ ໄບເດັນ ຈະລົມກັບປະທານາທິບໍດີ ຢູເຄຣນ ທ່ານໂວໂລດີເມຍ ເຊເລນສກີ ໃນວັນພະຫັດມື້ນີ້ ເພື່ອປຶກສາຫາລື ກ່ຽວກັບການເສີມກຳລັງທະຫານຂອງຣັດເຊຍຢູ່ເຂດຊາຍແດນຂອງຕົນຕິດກັບຢູເຄຣນ ອີງຕາມທຳນຽບຂາວ.

ຫຼັງຈາກນັ້ນ ທ່ານໄບເດັນ ຈະໂທລະສັບຫາບັນດາຜູ້ນຳຂອງກຸ່ມບູ​ຊາເຣສຕ໌ ເກົ້າ (Bucharest Nine) ທີ່ເປັນບັນດາພັນທະມິດຢູ່ກ້ຳຕາເວັນຕົກຂອງເນໂຕ້ ເພື່ອແຈ້ງໃຫ້ພວກເຂົາເຈົ້າຊາບກ່ຽວກັບກອງປະຊຸມສຸດຍອດທາງໄກຂອງທ່ານ ກັບປະທານາທິບໍດີວະລາດີເມຍ ປູຕິນ ໃນວັນອັງຄານທີ່ຜ່ານມາ ແລະຮັບຟັງ ຄວາມເປັນຫ່ວງຕ່າງໆຂອງພວກເຂົາເຈົ້າ.

ກຸ່ມບູຊາເຣສຕ໌ ເກົ້າ ປະກອບດ້ວຍ ບຸລກາເຣຍ ສາທາລະນະລັດເຊັກສ໌ ແອສໂຕເນຍ ຮັງກາຣີ ລັດເວຍ ລີທົວເນຍ ໂປແລນ ໂຣມາເນຍ ແລະສະໂລວາເກຍ.

ຕອນເຊົ້າວັນພຸດວານນີ້ ທ່ານໄບເດັນ ໄດ້ກ່າວວ່າ ທ່ານຈະບໍ່ສັ່ງໃຫ້ກຳລັງ ທະຫານຂອງອາເມຣິກາ ໄປປະຈຳການຢູ່ຢູເຄຣນ ເພື່ອຕອບໂຕ້ການບຸກລຸກປະເທດດັ່ງກ່າວຂອງຣັດເຊຍ.

“ອັນນັ້ນ ບໍ່ຢູ່ໃນແຜນການ” ນັ້​ນ​ຄື​ຄຳ​ເວົ້າ​ຂອງທ່ານໄບເດັນ ທີ່ກ່າວຕໍ່ບັນດາ ນັກຂ່າວ ຢູ່ທີ່ເດີ່ນສວນກ້ຳໃຕ້ຂອງທຳນຽບຂາວ. ທ່ານກ່າວຕໍ່ໄປວ່າ “ຄວາມຄິດທີ່ສະຫະລັດກຳລັງຈະໃຊ້ກຳລັງພຽງຝ່າຍດຽວ ເພື່ອປະເຊີນໜ້າກັບການບຸກລຸກຢູເຄຣນຂອງຣັດເຊຍນັ້ນ ແມ່ນບໍ່ຢູ່ໃນທາງເລືອກຕ່າງໆໃນຕອນນີ້. ແຕ່ສິ່ງທີ່ຈະເກີດຂຶ້ນ ກໍແມ່ນວ່າ ຈະມີຜົນສະທ້ອນຮ້າຍແຮງເກີດຂຶ້ນ.”

ຄຳເຫັນຂອງທ່ານໄບເດັນ ໄດ້ມີຂຶ້ນນຶ່ງວັນຫຼັງຈາກທີ່ໄດ້ພົບປະທາງໄກກັບທ່ານ ປູຕິນ ເປັນເວລາສອງຊົ່ວໂມງ. ພາຍຫຼັງຈາກການພົບປະກັນນັ້ນ ທ່ານໄດ້ກ່າວວ່າ ສະຫະລັດ ແລະບັນດາພັນທະມິດໃນຢູໂຣບຂອງຕົນ ມີ “ຄວາມເປັນຫ່ວງຢ່າງເລິກເຊິ່ງ” ກ່ຽວກັບວ່າ ມົສກູໄດ້ເພີ້ມກອງກຳລັງທະຫານຂະໜາດໃຫຍ່ຢູ່ໃກ້ຊາຍແດນຕິດກັນກັບຢູເຄຣນ ແລະຈະຕອບໂຕ້ດ້ວຍ ການວາງມາດຕະການລົງໂທດດ້ານເສດຖະກິດ “ຢ່າງໜັກ” ຖ້າຫາກຣັດເຊຍ ບຸກລຸກປະເທດດັ່ງກ່າວ.

ແຕ່ເຖິງແມ່ນຈະບໍ່ມີໂອກາດສົ່ງກອງກຳລັງທະຫານສະຫະລັດໄປກໍຕາມ ແຕ່ເຈົ້າໜ້າທີ່ຂັ້ນສູງຂອງທຳນຽບຂາວ ແລະທຳນຽບຫ້າແຈ ໄດ້ຢືນຢັດໃນວັນ ພຸດວານນີ້ວ່າ ຍັງມີວິທີທາງ ທີ່ວໍຊິງຕັນອາດເສີມຂະຫຍາຍການປ້ອງກັນ ໃຫ້ກີຢິບ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG