ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ທ່ານ ໄບ​ເດັນ, ທ່ານ ແຊນ​ເດີ​ສ໌ ແລະ ທ່ານ​ນາງ ວໍ​ເຣັນ ຈະ​ປະ​ເຊີນ​ໜ້າ​ກັນ ​ໃນ​ການ​ໂຕ້​ວາ​ທີ ຂອງ​ພັກ​ເດ​ໂມ​ແຄ​ຣັດ


ການ​ໂຕ້​ວາ​ທີ​ປາ​ທາ​ນາ​ທິ​ບໍ​ດີ ຂອງ​ພັກ​ເດ​ໂມ​ແຄ​ຣັດ ຄັ້ງ​ຕໍ່​ໄປ​ຈະ​ຖືກ​ຈັດ​ໂດຍ​ໂທ​ລະ​ພາບ ABC ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ ເທັກ​ຊັ​ສ​ໃຕ້. 12 ກັນ​ຍາ, 2019.
ການ​ໂຕ້​ວາ​ທີ​ປາ​ທາ​ນາ​ທິ​ບໍ​ດີ ຂອງ​ພັກ​ເດ​ໂມ​ແຄ​ຣັດ ຄັ້ງ​ຕໍ່​ໄປ​ຈະ​ຖືກ​ຈັດ​ໂດຍ​ໂທ​ລະ​ພາບ ABC ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ ເທັກ​ຊັ​ສ​ໃຕ້. 12 ກັນ​ຍາ, 2019.

ຜູ້​ລົງ​ແຂ່ງຂັນ​ເອົາ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ສັງ​ກັດ​ພັກ​ເດ​ໂມແຄ​ຣັດ ທີ່​ນຳ​ໜ້າ
10 ຄົນແມ່ນຈະໂຕ້ວາທີກັນໃນຕອນຄ່ຳວັນພະຫັດມື້ນີ້, ແຕ່ຈຸດເພັ່ງເລັງແມ່ນເບິ່ງຄືວ່າ
ຈະເປັນຜູ້ແຂ່ງຂັນສາມອັນດັບສູງສຸດຄື ອະດີດຮອງປະທານາທິບໍດີ ທ່ານ ໂຈ ໄບເດັນ,
ສະມາຊິກສະພາສູງ ທ່ານນາງ ເອລິຊາເບັດ ວໍເຣັນ ແລະ ທ່ານ ເບີນີ ແຊນເດີສ໌. ອີກ
ເຈັດຄົນຈະຕ້ອງໄດ້ຍາດກັນເພື່ອພະຍາຍາມທີ່ຈະກ້າວຂຶ້ນສູ່ລະດັບສູງໃນການແຂ່ງຂັນ
ນັ້ນ.

ການ​ໂຕ້​ວາ​ທີ​ທີ່​ຈະ​ຖືກ​ຖ່າຍ​ທອດ​ສົດ​ອອກ​ໂທ​ລະ​ພາບ​ໃນ​ນະ​ຄອນ ຮູ​ສ​ຕັນ, ລັດ ເທັກ​
ຊັສ ນັ້ນ, ແມ່ນການໂຕ້ວາທີປະທານາທິບໍດີຂອງພັກເດໂມແຄຣັດ ຄັ້ງທີສາມ ກ່ອນການ
ແຂ່ງຂັນເລືອກຕັ້ງພັກໃນປີໜ້າ ເພື່ອເລືອກເອົາຜູ້ຖືກສະເໜີຊື່ໄປປະເຊີນກັບປະທານາ
ທິບໍດີ ດໍໂນລ ທຣຳ, ເຊິ່ງແມ່ນປະທານາທິບໍດີຄົນປັດຈຸບັນສັງກັດພັກຣີພັບບລີກັນ ທີ່ພະ
ຍາຍາມເອົາຊະນະການດຳລົງຕຳແໜ່ງສະໄໝທີສອງໃນທຳນຽບຂາວ, ໃນການເລືອກ
ຕັ້ງແຫ່ງຊາດ ທີ່ຈະຈັດຂຶ້ນໃນເດືອນພະຈິກ 2020.

ການ​ໂຕ້​ວາ​ທີ​ດົນ​ສາມ​ຊົ່ວ​ໂມງ​ຈະ​ຖືກ​ຈັດ​ຂຶ້ນ​ເປັນ​ຄັ້ງ​ທຳ​ອິດ ​ນັບ​ຕັ້ງ​ແຕ່​ທ້າຍ​ເດືອນ​ກໍ​ລະ​
ກົດທີ່ຜ່ານມາ. ເທື່ອນີ້ເຂົາເຈົ້າຍັງຈະຈັດການໂຕ້ວາທີພຽງຄືນດຽວ ແທນທີ່ຈະເປັນສອງ
ຄືນລຽນຕິດ. ຜູ້ລົງແຂ່ງຂັນທີ່ນຳຫຼັງອີກ 10 ຄົນແມ່ນບໍ່ສາມາດທີ່ຈະບັນລຸຄຳຮຽກຮ້ອງ
ຂອງພັກເດໂມແຄຣັດ ເພື່ອຍາດບ່ອນຢູ່ເວທີການໂຕ້ວາທີໃນວັນພະຫັດນີ້, ຈະໄດ້ໂຄ
ສະນາຫາເງິນບໍລິຈາກ ຈາກຢ່າງໜ້ອຍ 130,000 ຄົນ ແລະ ຮັບການສະໜັບສະໜູນ
ຢ່າງໜ້ອຍ 2 ເປີເຊັນໃນສະຖານທີ່ປ່ອນບັດສີ່ແຫ່ງທົ່ວ ສະຫະລັດ ຫຼື ໃນລັດ ດ້ວຍການ
ລົງຄະແນນສຽງໄວສຸດໃນປີໜ້າ.

ການ​ແຂ່ງ​ຂັນ​ສະ​ເໜີ​ຊື່​ຂອງ​ພັກ​ຄັ້ງ​ທຳ​ອິດ ​ຈະ​ເລີ່ມ​ຕົ້ນ​ໃນ​ເດືອນ​ກຸ​ມ​ພາປີ​ໜ້າ, ແຕ່​ນັບ​ຕັ້ງ
ແຕ່ການໂຕ້ວາທີໃນຄັ້ງທີ່ຜ່ານມາ ເມື່ອຫົກອາທິດແລ້ວນີ້, ການຢັ່ງຫາງສຽງແຫ່ງຊາດ
ຫຼາຍແຫ່ງຂອງຜູ້ລົງຄະແນນສຽງພັກເດໂມແຄຣັດ ໄດ້ສະແດງໃຫ້ເຫັນການແຂ່ງຂັນ ທີ່
ເຂັ້ມຂຸ້ນຂຶ້ນໃນກຸ່ມຜູ້ແຂ່ງຂັນນຳໜ້າ, ພ້ອມກັບຜູ້ລົງແຂ່ງຂັນທີ່ເຫຼືອແມ່ນຕາມຫຼັງຢູ່ຫ່າງ
ໄກ.

ທ່ານ ໄບ​ເດັນ, ຮອງ​ປະ​ທາ​ນາ​ທິ​ບໍ​ດີ ຂອງ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ບາ​ຣັກ ໂອ​ບາ​ມາ ສອງ
ສະໄໝ, ແລະ ໄດ້ເປັນສະມາຊິກສະພາສູງ ສະຫະລັດ ດົນ 36 ປີນັ້ນ, ແມ່ນນຳໜ້າດ້ວຍ
ການສະໜັບສະໜູນປະມານ 30 ເປີເຊັນ. ທ່ານນາງ ວໍເຣັນ, ອະດີດອາຈານສອນກົດ
ໝາຍຢູ່ມະຫາວິທະຍາໄລ ຮາເຫວີດ, ແລະ ສະມາຊິກສະພາສູງຄົນປັດຈຸບັນ ຈາກລັດ
ແມັສຊາຈູເຊັສ, ແລະ ທ່ານ ແຊນເດີສ໌, ຜູ້ທີ່ລະບຸຕົນເອງວ່າເປັນນັກສັງຄົມນິຍົມປະຊາ
ທິປະໄຕ ແລະ ເປັນສະມາຊິກສະພາສູງຈາກ ວັດເວີມັອນ ທີ່ຢູ່ໃກ້ຄຽງ, ແມ່ນມີຄະແນນ
ສະເໝີກັນ ໃນການຢັ່ງຫາງສຽງສ່ວນຫຼາຍ. ທ່ານນາງ ວໍເຣັນ ແລະ ທ່ານ ແຊນເດີສ໌ ມີ
ຄະແນນລະຫວ່າງ​ 10 ​ເປີ​ເຊັນ​ ຫຼື ປະ​ມານ​ນັ້ນ ນຳຫຼັງ​ທ່ານ ໄບ​ເດັນ ໃນ​ການ​ຢັ່ງ​ຫາງສຽງ
ທົ່ວປະເທດ, ແລະ ມີຄະແນນໃກ້ກວ່າ ຫຼື ແມ່ນກະທັ້ງນຳໜ້າທ່ານ ໄບເດັນ ໃນການລົງ
ຄະແນນສຽງ ກ່ອນກຳນົດຢູ່ບາງລັດ. ບໍ່ມີຜູ້ລົງຄະແນນສຽງຄົນອື່ນໃດໄດ້ຮັບຄະແນນ
ກາຍສິບເປີເຊັນ ໃນການຢັ່ງຫາງສຽງແຫ່ງຊາດ.

ທ່ານ ໄບ​ເດັນ ເບິ່ງ​ຄື​ວ່າ​ ຈະ​ໄດ້​ປະ​ເຊີນ​ກັບ​ເຍາະ​ເຢີ້ຍ​ຢ່າງຫຼວງຫຼາຍ​ຈາກ​ທ່ານ​ນາງ ວໍ​ເຣັນ
ແລະ ທ່ານ ແຊນເດີສ໌, ເຊິ່ງຜູ້ລົງແຂ່ງຂັນທັງສອງທ່ານນັ້ນ ຈະຢືນຢູ່ທາງຂ້າງທ່ານເທິງເວ
ທີການໂຕ້ວາທີ. ທັງສອງທ່ານນັ້ນແມ່ນກຳລັງແຂ່ງຂັນເພື່ອການສະໜັບສະໜູນ ຈາກບັນ
ດາຜູ້ລົງຄະແນນສຽງປະຊາທິປະໄຕເສລີນິຍົມທີ່ສຸດ. ຜູ້ລົງແຂ່ງຂັນອີກເຈັດຄົນຢູ່ເທິງເວ
ທີ ອາດແນເປົ້າໃສ່ຜູ້ນຳໜ້າທັງໝົດສາມຄົນ ແລະ ກັນເອງໃນຫຼາກຫຼາຍບັນຫາ, ລວມມີ
ປະກັນສຸຂະພາບ, ຄົນເຂົ້າເມືອງ ແລະ ຄວາມປອດໄພຕາມເຂດຊາຍແດນ, ພາສີ ແລະ
ລາຍໄດ້ທີ່ເທົ່າທຽມກັນໃນ ສະຫະລັດ, ຄວາມຮຸນແຮງຈາກການໃຊ້ປືນ, ເຊື້ອຊາດຜິວພັນ
ແລະ ອື່ນໆ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG