ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຂວໍ້າບາດຄັ້ງທໍາອິດ ຕໍ່ເກົາຫຼີເໜືອຂອງລັດຖະບານທ່ານ ໄບເດັນ ຖືກມອງວ່າເປັນສັນຍາລັກອັນນຶ່ງ


ປະທານາທິບໍດີ ທ່ານໂຈ ໄບເດັນ ກ່າວຄໍາປາໄສ ໃນຫ້ອງປະຊຸມທາງທິດໃຕ້ຂອງທໍານຽບຂາວ ໃນນະຄອນຫຼວງວໍຊິງຕັນ, ວັນທີ 9 ທັນວາ 2021. ເພື່ອເປີດການປະຊຸມສຸດຍອດປະຊາທິປະໄຕ.
ປະທານາທິບໍດີ ທ່ານໂຈ ໄບເດັນ ກ່າວຄໍາປາໄສ ໃນຫ້ອງປະຊຸມທາງທິດໃຕ້ຂອງທໍານຽບຂາວ ໃນນະຄອນຫຼວງວໍຊິງຕັນ, ວັນທີ 9 ທັນວາ 2021. ເພື່ອເປີດການປະຊຸມສຸດຍອດປະຊາທິປະໄຕ.

ຜູ້ຊ່ຽວຊານກ່າວວ່າ ການລົງ​ໂທດຄັ້ງທໍາອິດຂອງລັດຖະບານທ່ານ ໄບເດັນ ຕໍ່ເກົາຫຼີເໜືອ ເປັນການເຄື່ອນໄຫວທີ່​ເປັນສັນຍາລັກໂດຍ​ສວ່ນໃຫຍ່ ທີ່ຈະມີຜົນກະທົບພຽງເລັກໜ້ອຍຕໍ່ແນວທາງປະຕິບັດດ້ານສິດທິມະນຸດຂອງລະບອບການປົກຄອງນັ້ນ ຫຼື ໂຄງການອາວຸດນິວເຄລຍ ແລະລູກສອນໄຟຂີ​ປະ​ນາ​ວຸດ.

ທ່ານໂຈຊົວ ສະແຕນຕັນ (Joshua Stanton), ໄອຍະການຈາກນະຄອນຫຼວງວໍຊິງຕັນທ່ານ​ນຶ່ງ ທີ່ຊ່ວຍຮ່າງກົດໝາຍໃນການບັງຄັບໃຊ້ມາດຕະການລົງ​ໂທດ ແລະການບັງຄັບ ໃຊ້ນະໂຍບາຍຕໍ່ເກົາຫຼີເໜືອໃນປີ 2016 ກ່າວວ່າ “ມັນເປັນການປະສົມປະສານກັນລະຫວ່າງການເອົາ​ບາດ​ກ້າວທີ່ພໍປານ​ກາງ ແລະສ່ວນໃຫຍ່ເປັນສັນຍາລັກ ທີ່ເຊື່ອມຕໍ່ກັບສິດທິມະນຸດຂອງໂລກ.”

ທ່ານສະແຕນຕັນ ກ່າວຕໍ່ໄປວ່າ “ນີ້ແມ່ນວິທີຂອງກະຊວງການເງິນທີ່ກ່າວວ່າ ແທ້ຈິງແລ້ວເກົາຫຼີເໜືອມີຄວາມສໍາຄັນບາງຢ່າງ” ຕໍ່ຄວາມພະຍາຍາມຂອງສະ ຫະລັດໃນການເນັ້ນຢໍ້າເຖິງການລະເມີດສິດທິມະນຸດຂອງປະ​ເທດນັ້ນ.

ເກົາຫຼີເໜືອເປັນທີ່ຮູ້ຈັກກັນດີ ໃນ​ເລື້ອງປະຕິບັດການຄວບຄຸມດ້ານສິດທິມະນຸດ, ລວມເຖິງການບັງຄັບໃຊ້ແຮງງານ ແລະການທໍລະມານ, ໂດຍສະເພາະຢ່າງຍິ່ງ ໃນຄ້າຍກັກຂັງທາງການເມືອງທີ່ມີຊື່ສຽງໃນທາງທີ່ບໍ່ດີຂອງ​ປະ​ເທດນັ້ນ.

ໃນມື້ວັນສຸກທີ່ຜ່ານມາ, ພະແນກການຄວບຄຸມຊັບສິນຕ່າງປະເທດຂອງກະຊວງການເງິນ ສະຫະ ລັດ ຫຼື OFAC ໄດ້ກໍານົດໜ່ວຍງານທີ່ກ່ຽວຂ້ອງກັບ ເກົາຫຼີເໜືອ ແລະບຸກຄົນທີ່ມີ​ສ່ວນກ່ຽວຂ້ອງກັບການລະເມີດສິດທິມະນຸດ, ລວມເຖິງຫ້ອງການໄອຍະການກາງຂອງລັດທີ່ຈັດການພິຈາລະນາຄະດີທີ່ບໍ່ຍຸຕິທໍາ, ແລະທ່ານຣີ ຢົງ ກີລ (Ri Yong Gil), ລັດຖະມົນຕີກອງທັບຂອງປະຊາຊົນຄົນປັດຈຸ ບັນ ແລະອະ​ດີດລັດຖະມົນຕີດ້ານ​ປະ​ກັນສັງຄົມ, ທີ່ດໍາເນີນການ​ຄຸ້ມ​ຄອງວຽກ​ງານຂອງຄ້າຍກັກຂັງນັ້ນ.

ທ່ານແອນໂທນີ ຣຸກຈີອີໂຣ (Anthony Ruggiero), ເຈົ້າໜ້າທີ່ລະດັບສູງຂອງມູນນິທິເພື່ອປ້ອງ ກັນປະຊາທິປະໄຕກ່າວວ່າ ລັດ​ຖະ​ບານ​ຂອງ​ທ່ານ​ ໄບ​ເດັນ ອາດ​ຈະຮູ້​ສຶກວ່າ​ຕົນ “ບໍ່ມີທາງເລືອກອື່ນ” ນອກຈາກວ່າຈະລວມເອົາ ເກົາຫຼີເໜືອ ໄວ້ພາຍໃຕ້ການກຳ​ນົດ​ໃຫ້​ມີ​ການ​ລົງ​ໂທດໃນວັນແຫ່ງສິດທິມະນຸດເທົ່າ​ນັ້ນ.

ອ່ານຂ່າວນີ້ ເປັນພາສາອັງກິດ

XS
SM
MD
LG