ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ່ານ ໄບ​ເດັນ ມີອ​າ​ການດີ​ຂຶ​້ນຫຼາຍ ຫຼັງ​ຈາກກວດ​ພົບ​ຕິດ​ເຊື້ອ ໂຄວິດ-19


ພາບ​ທີ່​ສະ​ໜອງ​ໃຫ້​ໂດຍ​ທຳ​ນຽບ​ຂາວນີ້, ສະ​ແດງ​ໃຫ້​ເຫັນ​ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ລົມ​ໂທ​ລະ​ສັບ​ຈາກ​ຫ້ອງ​ສົນ​ທິ​ສັນ​ຍາ​ຂອງ​ທຳ​ນຽບ​ຂາວ, 21 ກໍ​ລະ​ກົດ, 2022.
ພາບ​ທີ່​ສະ​ໜອງ​ໃຫ້​ໂດຍ​ທຳ​ນຽບ​ຂາວນີ້, ສະ​ແດງ​ໃຫ້​ເຫັນ​ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ລົມ​ໂທ​ລະ​ສັບ​ຈາກ​ຫ້ອງ​ສົນ​ທິ​ສັນ​ຍາ​ຂອງ​ທຳ​ນຽບ​ຂາວ, 21 ກໍ​ລະ​ກົດ, 2022.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ ແມ່ນ​ກຳ​ລັງ​ມີ​ອາ​ການ​ດີ​ຂຶ້ນ​ມາ​ເປັນລຳ​ດັບ ​ລຸນຫຼັງ​ການກວດ​ພົບ ໂຄວິດ-19 ຂອງ​ທ່ານ​ເມື່ອ​ອາ​ທິດ​ທີ່​ຜ່ານ​ມາ, ອີງ​ຕາມ​ກາ​ນ​ກ່າວ​ຂອງ​ແພດ​ຂອງ​ທ່ານ​ໃນ​ວັນ​ອາ​ທິດ​ວານນີ້.

ດ​ຣ. ເຄວິນ ໂອ​ຄອນ​ເນີ ໄດ້​ກ່າວ​ໃນ​ບັນ​ທຶກ​ສະ​ບັບ​ນຶ່ງວ່າ “ອາ​ການ​ຂອງ​ທ່ານ ໄບ​ເດັນ ສືບ​ຕໍ່​ດີ​ຂຶ້ນ​ຢ່າງຫຼວງ ຫຼາຍ,” ດ້ວຍ​ອາ​ການ​ເຈັບ​ຄໍ​ເປັນ​ອາ​ການຫຼັກ ​ໃນ​ຄວາມ​ເຈັບ​ປ່ວຍ​ຂອງ​ທ່ານ.

ທ່ານ ໂອ​ຄອນ​ເນີ ໄດ້​ກ່າວ​ວ່າ “ສຽງ​ຂອງ​ທ່ານ​ຍັງ​ຄົງ​ແຫດຢູ່​ໜ້ອຍ​ນຶ່ງ.”

ແພດ​ຄົນ​ນັ້ນ​ໄດ້​ກ່າວ​ວ່າ “ການ​ເຈັບ​ຄໍ​ຂອງ​ທ່ານ ໄບ​ເດັນ ແມ່ນ​ມີ​ຄວາມ​ເປັນ​ໄປ​ໄດ້​ວ່າ​ ເປັນ​ຍ້ອນ “ການ​ກະ​ຕຸ້ນ​ຂອງ​ຕ່ອມ​ນ້ຳ​ເຫຼືອງ​ໃນ​ຂະ​ນະ​ທີ່​ຮ່າ​ງ​ກາຍ​ຂອງ​ທ່ານ​ ທຳ​ການ​ກຳ​ຈັດ​ໄວ​ຣັ​ສ​ນັ້ນ,” ໂດຍ​ເອີ້ນ​ຄວາມ​ກ້າວ​ໜ້າ​ນັ້ນ​ວ່າມີ​ກຳ​ລັງ​ໃຈ.

ທ່ານ​ໄດ້​ກ່າວ​ວ່າອາ​ການ​ດັ້ງ​ເດີມ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີທີ່​ລວມ​ມີ ນ້ຳ​ມູກ​ອອກ, ໄອ ແລະ ປວດ​ຕົນ​ປວດ​ໂຕ “ແມ່ນ​ໄດ້ຫຼຸດ​ລົງ​ຢ່າງຫຼວງຫຼາຍ,” ໃນ​ຂະ​ນະ​ທີ່​ຊີບ​ພະ​ຈອນ​ຂອງ​ທ່ານ, ຄວາມດັນ​ເລືອດ, ລະ​ດັບ​ທາງ​ເດີນ​ຫາຍ​ໃຈ, ແລະ ອຸນ​ຫະ​ພູມ​ທັງ​ໝົດ​ແມ່ນ​ຍັງ​ຄົງ​ປົກ​ກະ​ຕິ.

ທ່ານ ໂອ​ຄອນ​ເນີ ໄດ້​ກ່າວ​ວ່າ ທ່ານ ໄບ​ເດັນ ຈະ​ສືບ​ຕໍ່​ໃຊ້​ຢາ Paxlovid, ດ້ວຍ​ອາ​ການ​ຕ່າງໆ “ຖືກ​ປິ່ນ​ປົວ​ດ້ວຍ” ການ​ກິນ​ນ້ຳ, ກິນ​ຢາ​ແກ້​ປວດ ແລະ​ ສືບ​ຢາ​ເຂົ້າ​ປອດ, “ຕາມ​ທີ່​ຕ້ອງ​ການ​ສຳ​ລັບ​ການ​ໄອ​ເປັນ​ບາງ​ຄັ້ງ.”

ທ່ານ ໄບ​ເດັນ ຈະ​ສືບ​ຕໍ່​ແຍກ​ປ່ຽວ​ຢູ່​ທຳ​ນຽບ​ຂາວ ຕາມ​ການ​ແນະ​ນຳ​ຂອງ​ສູນ​ກາງ​ເພື່ອ​ການ​ຄວບ​ຄຸມ​ ແລະ ປ້ອງ​ກັນ​ພະ​ຍາດ ສະ​ຫະ​ລັດ.

ດ​ຣ. ອາ​ຊິ​ສ ຈາ, ຜູ້​ປະ​ສານ​ງານ​ການ​ຕອບ​ໂຕ້​ໄວ​ຣັ​ສ ໂຄວິດ-19 ຂອງ​ທຳ​ນຽບ​ຂາວ ໄດ້​ກ່າວ​ຕໍ່​ລາຍ​ການ Fox News Sunday ວ່າ “ທ່ານ​ໄດ້​ຮັບ​ຂໍ້​ມູນ​ໃໝ່​ຈາກ​ທີມ​ແພດ​ຂອງ​ທ່ານ ໄບ​ເດັນ ໃນ​ວັນ​ເສົາ​ທີ່​ຜ່ານ​ມາ ແລະ ວ່າ​ທ່ານ​ ໄບ​ເດັນ “ສະ​ບາຍ​ດີ.”

ທ່ານ ຈາ ໄດ້​ກ່າວ​ວ່າ “ທ່ານ​ໄດ້​ເຮັດ​ວຽກ​ໜ້ອນ​ນຶ່ງ, ພັກ​ໜ້ອຍ​ນຶ່ງ, ແລະ ໃນ​ທີ່​ສຸດ​ກໍໄດ້​ຟັງ​ພວກ​ເຮົາ​ບາງ​ຄົນ ກ່ຽວ​ກັບ ການ​ແນະ​ນຳ​ໃຫ້​ພັກ​ຜ່ອນ​ແດ່. ແລະ ຮອດ​ຄືນ​ວານນີ້, ທ່ານ​ຮູ້​ສຶກ​ສະ​ບາຍ​ດີ.”

ໃນ​ການ​ສຳ​ພາດ​ກັບ​ລາຍ​ການ Face the Nation ຂອ​ງ​ໂທ​ລະ​ພາບ CBS ນັ້ນ, ທ່ານ ຈາ ໄດ້​ກ່າວ​ວ່າ​ທ່ານ​ສົງ​ໄສວ່າກໍ​ລະ​ນີ​ຂອງ​ທ່ານ ໄບ​ເດັນ “ແມ່ນ​ເປັນ​ສາ​ເຫດ​ຂອງ​ໂຄວິດ​ທີ່​ພວກ​ເຮົາ​ໄດ້​ເຫັນ​ໃນ​ປະ​ຊາ​ຊົນ​ອາ​ເມ​ຣິ​ກັນຫຼາຍ​ຄົນ ຜູ້​ທີ່​ໄດ້​ສັກ​ຢາ​ຢ່າງ​ຄົບ​ຖ້ວນ​ແລ້ວ, ສັກ​ຢາ​ບູ​ສ​ເຕີ​ສອ​ງ​ຄັ້ງ (ຄື​ກັບ​ທີ່​ທ່ານ ໄບ​ເດັນ ໄດ້​ເຮັດ,” ໄດ້​ຮັບ​ການ​ປິ່ນ​ປົວ, ດ້ວຍ​ເຄື່ອງ​ມື​ທີ່​ມີ​ຢູ່​ນັ້ນ.”

U.S. President Joe Biden is recovering nicely following his COVID-19 diagnosis last week, his physician said Sunday.

Dr. Kevin O’Connor said in a memo that Biden’s "symptoms continue to improve significantly," with a sore throat being the main remaining ailment.

“His voice remains a bit deep,” O’Connor said.

The physician said Biden’s sore throat is likely because of "lymphoid activation as his body clears the virus," calling the development encouraging.

He said the president’s original symptoms, including a runny nose, cough and body aches "have diminished considerably," while his pulse, blood pressure, respiratory rate, and temperature all remain normal.

O'Connor said Biden will continue taking Paxlovid, with his symptoms being "treated supportively" with oral hydration, Tylenol, and the albuterol inhaler "as needed for occasional cough."

Biden is continuing to isolate at the White House in accordance with U.S. Centers for Disease Control and Prevention recommendations.

Dr. Ashish Jha, the White House COVID-19 response coordinator, told the “Fox News Sunday” show that he received his last update from Biden’s medical team Saturday night and that Biden had had a "good day."

“He worked a little, rested a little, finally listened to some of us on the advice to get some rest. And as of last night, he was feeling just fine," Jha said.

In an interview with CBS's "Face the Nation," Jha said he suspects Biden's case "is going to be a course of COVID that we've seen in many Americans who have been fully vaccinated, double boosted [as Biden had been], getting treated, with those tools in hand."

XS
SM
MD
LG