ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກອງປະຊຸມສຸດຍອດ ລະຫວ່າງ ສະຫະລັດແລະຣັດເຊຍ ໄດ້ຖືກປະກາດອອກມາ ເຖິງແມ່ນຈະມີເຫດການໃນເບລາຣຸສ ກໍຕາມ


Biden - Putin - Belarus -- USAGM
please wait

No media source currently available

0:00 0:02:40 0:00

ເຊີນຊົມວີດີໂອ ລາຍງານກ່ຽວກັບລາຍງານນີ້ ເປັນພາສາອັງກິດ

ທຳນຽບຂາວ ໄດ້ປະກາດໃນວັນອັງຄານຜ່ານມາວ່າ ປະທານາທິບໍດີໂຈ ໄບເດັນ ຈະພົບປະກັບປະທານາທິບໍດີຣັດເຊຍ ທ່ານວລາດີເມຍ ປູຕິນ ຢູ່ທີ່ນະຄອນເຈນີວາໃນເດືອນໜ້ານີ້ ໃນຂະນະທີ່ລັດຖະບານຂອງທ່ານພະຍາຍາມ ຟື້ນຟູສະຖຽນລະພາບ ທ່າມກາງຄວາມເຄັ່ງຕຶງລະຫວ່າງສອງຝ່າຍ ທີ່ນັບມື້ນັບຮຸນແຮງຂຶ້ນເລື້ອຍໆ. ບັນດາສະມາຊິກສະພາຈາກພັກຣີພັບບລີກັນບາງຄົນ ໄດ້ຕຳໜິຕໍ່ການຕັດສິນໃຈດັ່ງກ່າວ ໂດຍໄດ້ສະແດງໃຫ້ເຫັນ ເຖິງຄວາມເປັນຫ່ວງກ່ຽວກັບການເຄື່ອນໄຫວເມື່ອບໍ່ດົນມານີ້ຂອງມົສກູແລະພັນທະມິດຂອງຕົນ ກໍຄືເບລາຣຸສນັ້ນ. ນັກຂ່າວປະຈຳທຳນຽບຂາວ ແພັດຊີ ວີດາຄຸສວາຣາ ມີລາຍງານເລື້ອງນີ້ ຊຶ່ງໄຊຈະເລີນສຸກ ຈະນຳລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ກອງປະຊຸມສຸດຍອດສະຫະລັດກັບຣັດເຊຍ ລະຫວ່າງ ປະທານາທິບໍດີ ໂຈ ໄບເດັນ ແລະ ປະທານາທິບໍດີ ວລາດີເມຍ ປູຕິນ ແມ່ນໄດ້ຖືກກຳນົດໃສ່ວັນທີ 16 ມິຖຸນາ ຢູ່ທີ່ນະຄອນເຈນີວາ ປະເທດສະວິດເຊີແລນ ຫຼັງຈາກ ກອງປະຊຸມສຸດຍອດອົງການເນໂຕ້ ຢູ່ໃນນະຄອນບຣັສເຊີລສ໌.

ບັນດາຜູ້ນຳຈະປຶກສາຫາລືໃນເລື້ອງຄວາມເປັນຫ່ວງຕ່າງໆທີ່ມີຢູ່ຮ່ວມກັນ ຮວມທັງ ການຄວບຄຸມອາວຸດ, ການປ່ຽນແປງຂອງດິນຟ້າອາກາດ ແລະການຟື້ນຟູຂໍໍ້ຕົກ ລົງນິວເຄລຍກັບອີຣ່ານ. ທຳນຽບຂາວໄດ້ຢັ້ງຢືນການພົບປະຂອງທ່ານໄບເດັນ ກັບທ່ານປູຕິນ ເຖິງແມ່ນວ່າ ພັນທະມິດຂອງຣັດເຊຍ ໄດ້ທຳການເຄື່ອນໄຫວແບບນັ້ນ ເມື່ອບໍ່ດົນມານີ້.

ໂຄສົກທຳນຽບຂາວ ທ່ານນາງເຈັນ ຊາກີ ກ່າວວ່າ “ທ່ານຍັງຈະມີແຜນເພື່ອຍົກເອົາເລື້ອງເບລາຣຸສຂຶ້ນມາແລະສະແດງຄວາມເປັນຫ່ວງຢ່າງຍິ່ງຂອງພວກເຮົາ.”

ໃນວັນອາທິດທີ່ຜ່ານມາ ປະທານາທິບໍດີຂອງເບລາຣຸສ ທ່ານອາແລັກແຊນເດີ ລູກາເຊັງໂກ ຜູ້ທີ່ເປັນພັນທະມິດຂອງທ່ານປູຕິນ ໄດ້ສັ່ງການໃຫ້ເຮືອບິນພານິດຂອງສາຍການບິນນຶ່ງ ຫັນປ່ຽນທິດທາງ ເພື່ອຈະນຳເອົາຕົວທ່ານຣາມານ ປຣາຕາເສວິຈ ນັກຂ່າວຜູ້ທີ່ຕຳໜິລັດຖະບານຂອງທ່ານ ອອກມາ.

ທ່ານຈອນ ເຮີບສ໌ ຜູ້ອຳນວຍການສຳລັບສູນກາງເຂດຢູເຣເຊຍໃນສະພາແອັດແລນຕິກ ກ່າວຜ່ານທາງສໄກ້ປ໌ ວ່າ “ສິ່ງທີ່ທ່ານລູກາເຊັງໂກ ໄດ້ເຮັດໄປນັ້ນ ແມ່ນໜ້າລະອາຍ. ມັນເປັນການກະທຳຂອງໂຈນທາງອາກາດຫຼືການກໍ່ການຮ້າຍທາງອາກາດ. ສະນັ້ນ ມັນຈະຕ້ອງມີການລົງໂທດ. ແລະຂ້າພະເຈົ້າເຊື່ອວ່າ ສະ ຫະພາບຢູໂຣບ ຈະມີປະຕິກິລິຍາຕອບໂຕ້ຢ່າງວ່ອງໄວທີ່ບໍ່ເຄີຍມີມາກ່ອນ ໂດຍການເວົ້າກ່ຽວກັບມັນ ໂດຍການຫ້າມນຳໃຊ້ສະໜາມບິນທັງຫຼາຍ, ນ່ານຟ້າຂອງສະຫະພາບຢູໂຣບ ຕໍ່ເບລາເວຍ, ສາຍການບິນຂອງເບລາຣຸສ. ອັນນັ້ນ ເປັນມາດຕະການລົງໂທດທີ່ສຳຄັນແບບນຶ່ງ.”

ມົສກູ ໄດ້ປະຕິເສດຕໍ່ການມີສ່ວນກ່ຽວຂ້ອງ. ທ່ານໄບເດັນ ໄດ້ປະນາມເຫດການດັ່ງກ່າວ ແລະໄດ້ກ່າວວ່າ ທ່ານສະໜັບສະໜຸນການຕໍ່ສູ້ຂອງປະຊາຊົນເບລາຣຸສເພື່ອປະຊາທິປະໄຕ - ທ່ານລູກາເຊັງໂກໄດ້ກຳອຳນາດມາໄດ້ 27 ປີ. ແຕ່ບາງ ຄົນຈາກພັກຣີພັບບລີກັນ ກ່າວວ່າ ມັນບໍ່ພຽງພໍ.

ໃນຖະແຫລງການສະບັບນຶ່ງ ສະມາຊິກສະພາສູງ ທ່ານເບັນ ແຊສສ໌ ໄດ້ກ່າວວ່າ ແທນທີ່ຈະປະຕິບັດຕໍ່ທ່ານປູຕິນ ຄືກັນກັບແກັ່ງອັນຕະພານ ທ່ານໄບເດັນ ມອບໂຄງການວາງທໍ່ແກັສ Nord Stream 2 ໃຫ້ແກ່ລາວ ແລະເຮັດໃຫ້ການກະທຳຂອງລາວນັ້ນ ຖືກຕ້ອງຕາມກົດໝາຍ ດ້ວຍກອງປະຊຸມສຸດຍອດ.

ໂຄສົກທຳນຽບຂາວ ທ່ານນາງເຈັນ ຊາກີ ກ່າວວ່າ “ພວກເຮົາບໍ່ຖືວ່າ ການພົບປະກັບປະທານາທິບໍດີ ຣັດເຊຍ ເປັນການໃຫ້ລາງວັນ. ພວກເຮົາຖືວ່າ ມັນເປັນສ່ວນນຶ່ງ ຂອງການປົກປ້ອງຜົນປະໂຫຍດ ທີ່ສຳຄັນຍິ່ງຂອງອາເມຣິກາ. ແລະປະທານາທິບໍດີ ໄບເດັນ ຈະພົບປະກັບທ່ານວລາດີເມຍ ປູຕິນ ກໍຍ້ອນຄວາມແຕກຕ່າງທັງຫຼາຍ ລະຫວ່າງປະເທດຂອງພວກເຮົາ, ບໍ່ເຖິງກັບວ່າ ຍ້ອນພວກເຂົາ.”

ສະຫະລັດ ໄດ້ເຮັດວຽກເພື່ອກີດກັນໂຄງການວາງທໍ່ແກັສ Nord Stream 2 ລະຫວ່າງຣັດເຊຍ ແລະເຢຍຣະມັນ. ລັດຖະບານທ່ານໄບເດັນ ໄດ້ວາງມາດຕະການລົງໂທດຕໍ່ບໍລິສັດຕ່າງໆຂອງຣັດເຊຍ ທີ່ພົວພັນໃນໂຄງການນີ້ ທີ່ໃກ້ຈະສຳເລັດແລ້ວ. ແຕ່ຕົນກໍໄດ້ຍົກເລີກການລົງໂທດດັ່ງກ່າວໃຫ້ແກ່ບໍລິສັດເຢຍຣະມັນ ທີ່ກຳກັບນຳໂຄງການນັ້ນ ໂດຍກ່າວວ່າ ເປັນໄປຕາມແນວທາງກັບຄວາມໝັ້ນໝາຍຂອງຕົນເພື່ອຈະເສີມຂະຫຍາຍສາຍສຳພັນຂ້າມມະຫາສະໝຸດແອັດແລນຕິກ ໃຫ້ເຂັ້ມແຂງຂຶ້ນ.

ທ່ານນາງຈູດີ ເດັມຊີ ເປັນເຈົ້າໜ້າທີ່ອະວຸໂສ ຢູ່ອົງການຄາຣເນກີ ຢູໂຣບ (Carnegie Europe) ກ່າວຜ່ານທາງສໄກ້ປ໌ ວ່າ “ລັດຖະບານທ່ານໄບເດັນ ຕ້ອງໄດ້ນຳເອົາບັນດາປະເທດໃນຢູໂຣບເຂົ້າມານຳ ໂດຍສະເພາະ ເຢຍຣະມັນ. ຍຸດທະວິທີຂອງຣັດເຊຍ ສະເໝີມາແມ່ນເຮັດໃຫ້ສາຍສຳພັນຂ້າມມະຫາສະໝຸດແອັດແລນຕິກອ່ອນແອລົງ, ເຮັດໃຫ້ປະເທດຕາເວັນຕົກອ່ອນແອລົງ ແລະແບ່ງແຍກຢູໂຣບ. ແລະບັດນີ້ ເຖິງເວລາແລ້ວສຳລັບບັນດາປະເທດຢູໂຣບທັງຫຼາຍ ຈະປຸ້ມລຸມກັນ ແລະສະໜັບສະໜຸນຄວາມພະຍາຍາມຂອງທ່ານໄບເດັນ.”

ທຳນຽບຂາວ ໄດ້ກ່າວວ່າ ທ່ານໄບເດັນ ຍັງຈະຍົກເອົາເລື້ອງການຮຸກຮານຂອງຣັດເຊຍ ຕໍ່ຢູເຄຣນນັ້ນ ຂຶ້ນມາ ແຕ່ໄດ້ເນັ້ນຢ້ຳວ່າ ຄະນະລັດຖະບານ ພວມຫາທາງທີ່ຈະຟື້ນຟູການຄາດໝາຍໄດ້ ແລະຄວາມໝັ້ນຄົງໃນສາຍສຳພັນລະຫວ່າງສະຫະລັດແລະຣັດເຊຍ.

The White House announced Tuesday that President Joe Biden will meet Russian President Vladimir Putin in Geneva next month, as the administration seeks to restore stability amid worsening bilateral tensions. Some Republican lawmakers have criticized the decision, raising concerns about recent moves by Moscow and its ally Belarus. White House Correspondent Patsy Widakuswara has this report.

The U.S.-Russia summit between President Joe Biden and President Vladimir Putin is set for June 16 in Geneva, Switzerland, following the NATO summit in Brussels.

The leaders will discuss issues of mutual concern, including arms control, climate change and revival of the Iran nuclear agreement. The White House confirmed Biden’s meeting with Putin, despite recent moves by a Russian ally.

Jen Psaki, White House Press Secretary

“He will also plan to raise Belarus and convey our grave concerns.”

On Sunday, Belarusian President Alexander Lukashenko, a Putin ally, ordered a commercial airline to be diverted to remove Raman Pratasevich, a journalist critical of his government.

John Herbst, Atlantic Council (Skype)

“What Lukashenko did was outrageous. It was an act of air piracy or air terrorism. So there has to be a penalty. And I believe the EU reacted uncharacteristically quickly, by talking about, by banning the use of EU airports, EU airspace, to Belavia, the Belarusian Airline. That's such a significant sanction.”

Moscow has denied involvement. Biden has condemned the incident and said he supports the Belarusian people’s struggle for democracy — Lukashenko has been in power for 27 years. But some Republicans say it’s not enough.

In a statement, Senator Ben Sasse said instead of treating Putin like a gangster, Biden is giving him the Nord Stream 2 pipeline and legitimizing his actions with a summit.

Jen Psaki, White House press secretary

"We don't regard the meeting with the Russian president as a reward. We regard it as a vital part of defending America's interests. And President Biden is meeting with Vladimir Putin because of our countries' differences, not in spite of them."

The U.S. has for years worked to block the Nord Stream 2 gas pipeline between Russia and Germany. The Biden administration has imposed sanctions on Russian companies involved in the almost complete project. But it waived penalties on the German company overseeing it, saying that was in line with its commitment to strengthen transatlantic relations.

Judy Dempsey, Carnegie Europe: (Skype)

“The Biden administration has to really bring on the Europeans, particularly the Germans. Russia’s tactic always has been to weaken the transatlantic relationship, weaken the West and divide Europe. And now this is the time for Europeans to pull together and support the Biden effort.”

The White House said Biden will also raise Moscow’s aggression toward Ukraine but stressed that the administration is seeking to restore predictability and stability in U.S.-Russia relations.

XS
SM
MD
LG