ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ການດຳລົງຕຳແໜ່ງ ປະທານາທິບໍດີ ຂອງທ່ານໄບເດັນ ເປີດໂອກາດ ໃຫ້ລົບລ້າງ ອຳນາດ ໃນການເຮັດສົງຄາມ


US Congress War Powers -- USAGM
please wait

No media source currently available

0:00 0:02:49 0:00

ບັນດາສະມາຊິກສະພາສະຫະລັດ ກຳລັງເບິ່ງຄືນໃໝ່ ກົດໝາຍເກົ່າທີ່ມີມາຍາວນານຫຼາຍທົດສະວັດ ຊຶ່ງມອບອຳນາດຢ່າງກວ້າງຂວາງ ໃຫ້ແກ່ປະທາ ນາທິບໍດີສະຫະລັດເພື່ອເຮັດສົງຄາມຢູ່ຕ່າງປະເທດໄດ້. ດັ່ງທີ່ແຄເຕີຣີນ ກິບສັນ ນັກຂ່າວວີໂອເອປະຈຳລັດຖະສະພາ ລາຍງານມາ ກໍແມ່ນວ່າລັດຖະສະພາອາດຈະພະຍາຍາມນຳເອົາອຳນາດບາງສ່ວນນັ້ນກັບຄືນມາໃຫ້ສະພາ ຊຶ່ງໄຊຈະເລີນສຸດ ຈະນຳເອົາລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ເປັນຄັ້ງທຳອິດໃນເກືອບສອງທົດສະວັດຜ່ານມາ ຊຶ່ງການອະນຸມັດຂອງລັດຖະສະພານັ້ນ ສົມເຫດສົມຜົນຕໍ່ບັນຫາຂັດແຍ້ງຢູ່ໃນອັຟການິສຖານ………….......ແລະຢູ່ໃນອີຣັກ ຕໍ່ມາກໍໄດ້ຂະຫຍາຍອອກໄປພົວພັນໃນຫຼາຍແຫ່ງຈາກຊີເຣຍເຖິງເຢເມນ ຮອດການໂຈມຕີຕໍ່ນາຍພົນຄາສເຊມ ຊູເລມານີ ຂອງອີຣ່ານ…....................ກໍແມ່ນຢູ່ພາຍໃຕ້ການພິຈາລະນາ.

ສະມາຊິກສະພາ ທ່ານເກຼກກໍຣີ ມີກສ໌ ປະທານຄະນະກຳມະການຮັບຜິດຊອບດ້ານການຕ່າງປະເທດ ກ່າວວ່າ “ຕະຫຼອດໄລຍະ 20 ປີຜ່ານມາ ລັດຖະບານຫຼາຍຊຸດຕໍ່ເນື່ອງ ໄດ້ຕີຄວາມໝາຍ ແລະຕີຄວາມໝາຍໃໝ່ອີກຂໍ້ຄວາມໃນມະຕິນັ້ນ ເພື່ອໃຊ້ມັນໃນບັນດາປະເທດໃໝ່ ຕໍ່ບັນຊີລາຍຊື່ຂອງກຸ່ມຕ່າງໆທີ່ເຊື່ອມຕໍ່ກັນຢ່າງບໍ່ໜຽວແໜ້ນ. ຂັ້ນຕອນນີ້ໄດ້ຕັດລັດຖະພາອອກໄປທັງໝົດ ຈາກການມີສ່ວນຮັບຜິດຊອບໃນຂັ້ນພື້ນຖານຂອງຕົນ ທີ່ຈະຕັດສິນບັນຫາໃດໆຂອງສົງຄາມ ແລະສັນຕິພາບ.”

ພາຍໃຕ້ລັດຖະທຳມະນູນສະຫະລັດ ລັດຖະສະພາ ມີອຳນາດທີ່ຈະປະກາດເຮັດສົງຄາມ ແຕ່ການອະນຸຍາດໃຫ້ໃຊ້ກຳລັງທະຫານໃນປີ 2001 ແລະ 2002 ໄດ້ມອບອຳນາດຢ່າງກວ້າງຂວາງ ໃຫ້ແກ່ປະທານາທິບໍດີສະຫະລັດ ທີ່ຈະເຂົ້າໄປມີສ່ວນຮ່ວມຢູ່ຕ່າງປະເທດ.

ສະມາຊິກສະພາ ຈິມ ເມັກກອບເວີນ ສັງກັດພັກເດໂມແຄຣັດ ກ່າວວ່າ “ປະທານາ ທິບໍດີທັງຫຼາຍ ຈະຕັດສິນໃຈຕາມລໍາພັງຫຼາຍຂຶ້ນເລື້ອຍໆ ແລະແຈ້ງໃຫ້ລັດຖະສະພາຊາບການດຳເນີນການທາງທະຫານຂັ້ນຕ່ຳເທົ່ານັ້ນ. ປະທານາທິບໍດີທັງຫຼາຍແລະບັນດາທະນາຍຄວາມຂອງພວກເພິ່ນຊອກຫາການອະນຸຍາດເກົ່າເມື່ອ 20 ປີກ່ອນ ຂອງການໃຊ້ກໍາລັງເພື່ອເປັນເຫດຜົນທີ່ຊອບທໍາໃນການກະທຳຂອງພວກເຂົາ. ຖ້າພວກເຮົາບໍ່ເຮັດຫຍັງ ພວກເຮົາກໍບໍ່ຄວນແປກໃຈເລີຍໂດຍຜົນກະທົບທີ່ອອກມາ.”

ເລື້ອງຖົກຖຽງກັນນັ້ນ ໄດ້ຖືກຮື້ຟື້ນຂຶ້ນເມື່ອຕົ້ນເດືອນນີ້ ຫຼັງຈາກທີ່ຄວາມເຄັ່ງຕຶງລະຫວ່າງສະຫະລັດກັບອີຣ່ານ ກໍໄດ້ຟື້ນຄືນໃໝ່….ທຳນຽບຂາວ ສົ່ງສັນຍານວ່າ ຕົນເຕັມໃຈທີ່ຈະເຮັດວຽກກັບລັດຖະສະພາເພື່ອລົບລ້າງການອະນຸຍາດທັງຫຼາຍເພື່ອເອົາແບບແຜນທີ່ແຄບເຂົ້າກວ່າເກົ່າ.

ທ່ານນາງເຣີແບັກກາ ອິງເບີ ອາຈານຢູ່ໂຮງຮຽນກົດໝາຍຄາຣໂດຊາ ກ່າວວ່າ “ພວກເຂົາຄວນລວມເອົາຜົນສະທ້ອນຕ່າງໆທີ່ຊັດເຈນ ເຊັ່ນວ່າການຕັດທຶນງົບປະມານ ພ້ອມດ້ວຍການຈຳກັດເວລາພົບປະກັບປະທານາທິບໍດີ ແລະບັນດາເຈົ້າໜ້າທີ່ຂອງຝ່າຍບໍລິຫານ ທີ່ກ່ຽວກັບແຈ້ງການຈາກຕັ້ງແຕ່ເລີ້ມຕົ້ນ ທີ່ວ່າ ຖ້າພວກເຂົາບໍ່ສາມາດໄດ້ຮັບການສະໜັບສະໜຸນຂອງລັດຖະສະພາສຳລັບມາດຕະການຕ່າງໆຂອງພວກເຂົາ, ທຶນງົບປະມານກໍມີວັນໝົດອາຍຸ.”

ຄວາມພະຍາຍາມທັງຫຼາຍທີ່ຜ່ານມາ ເພື່ອຈະລົບລ້າງການອະນຸຍາດທັງຫຼາຍ ໄດ້ພົບກັບການຄັດຄ້ານຈາກປະທານາທິບໍດີຂອງທັງສອງພັກການເມືອງ ພ້ອມກັນກັບ ການຕ້ອງຕິຂອງພັກຣີພັບບລີກັນທີ່ວ່າ ມັນອາດຂັດຂວາງການຮັບມືກັບໄພຂົ່ມຂູ່ຂອງພວກກໍ່ການຮ້າຍ.

ສະມາຊິກສະພາທ່ານໄມໂກລ ເມັກຄອລ ຈາກພັກຣີພັບບລີກັນ ໄດ້ກ່າວວ່າ “ພວກເຮົາມີເປົ້າໝາຍອັນດຽວກັນນະທີ່ນີ້ ພວກເຮົາອາດມີພຽງວິທີທາງທີ່ແຕກຕ່າງກັນເລັກນ້ອຍໃນການໄດ້ຮັບມັນມານັ້ນ. ພວກເຮົາຄວນຫລີກເວັ້ນການເວົ້າຈາທີ່ເສື່ອມເສຍ ກ່ຽວກັບ ‘ສົງຄາມທີ່ບໍ່ສິ້ນສຸດ’ ເພາະມັນໝາຍເຖິງການມີສ່ວນຮ່ວມໃນການຕໍ່ຕ້ານການກໍ່ການຮ້າຍຂອງພວກເຮົານັ້ນ ແມ່ນຜິດກົດໝາຍແລະບໍ່ຈຳເປັນ.”

ໃນຂະນະເປັນສະມາຊິກສະພາສູງ ທ່ານໄບເດັນ ໄດ້ເຮັດວຽກເພື່ອເຮັດໃຫ້ມີການກວດສອບກວ້າງຂວາງຂຶ້ນກວ່າເກົ່າ ກ່ຽວກັບອຳນາດເຮັດສົງຄາມຂອງປະທານາທິບໍດີ - ມາບັດນີ້ ທ່ານໄດ້ຮັບຕຳແໜ່ງໃນທຳນຽບຂາວ ແລະກໍມີຄວາມຮູ້ສຶກວ່າ ລັດຖະສະພາສາມາດທີ່ຈະເຂົ້າຄວບຄຸມກ່ຽວກັບຄວາມຮັບຜິດ ຊອບທີ່ສຳຄັນສຸດອີກເທື່ອນຶ່ງຂອງຕົນນັ້ນ.

ທ່ານບອບ ບາວເອີ ອະດີດທີ່ປຶກສາຂອງທຳນຽບຂາວ ກ່າວວ່າ “ຂ້າພະເຈົ້າເຫັນວ່າ ໃນຂະນະທີ່ຄຳຖາມຂັ້ນພື້ນຖານຂອງການບອກຄວາມຈິງຕໍ່ມະຫາຊົນຊາວອາເມຣິກັນ ແລະນຳເອົາປະທານາທິບໍດີທັງຊາຍແລະຍິງ ມາຮັບຜິດຊອບສຳລັບເຫດຜົນທີ່ເພິ່ນໄດ້ນຳສະເໜີໃຫ້ນັ້ນ.”

ຮ່າງກົດໝາຍໃນການລົບລ້າງບັນດາກົດໝາຍການອະນຸຍາດທີ່ເກົ່າແກ່ຫຼາຍທົດສະວັດ ກໍໄດ້ຖືກນຳສະເໜີມາແລ້ວ ຢູ່ໃນສະພາສູງສະຫະລັດ.

U.S. lawmakers are taking a new look at a decades-old law that grants U.S. presidents sweeping powers to wage war overseas. As VOA’s congressional correspondent Katherine Gypson reports, Congress may attempt to take back some of that power.

For the first time in nearly two decades, the congressional authorizations justifying U.S. conflicts in Afghanistan…….and in Iraq and then stretched to include engagements ranging from Syria to Yemen to the strike against Iranian General Qassem Soleimani…are under consideration.

(Rep. Gregory Meeks, Chairman, House Foreign Affairs Committee)

“Over 20 years, successive administrations have interpreted and reinterpreted the text of that resolution to use it in new countries against an expanding list of loosely connected groups. This process has all but cut Congress out of its fundamental responsibility to decide issues of war, and peace.”

Under the U.S. Constitution, Congress has the power to declare war but the 2001 and 2002 Authorizations of Use of Military Force gave U.S. presidents broad powers to engage overseas.

(Rep. Jim McGovern, Democrat)

“Presidents increasingly go it alone and tell Congress the bare minimum of military actions. Presidents and their lawyers look to a 20-year-old authorization of force to justify their actions. If we do nothing, we shouldn't be surprised by the outcome.”

(Broll of White House and Jen Psaki walking to briefing podium)

That debate revived earlier this month following renewed tensions between the U.S. and Iran…the White House signaling it is willing to work with Congress to repeal those authorizations in favor of a narrower framework.

(Rebecca Ingber, Professor, Cardozo School of Law)

“They should include concrete consequences like a funding cut off with a shorter clock with the president and executive branch officials on notice from the outset that if they can't get congressional support for their actions, the funding has an expiration date.”

Past efforts to repeal the authorizations have met with opposition from presidents on both sides of the aisle as well as Republican criticism it could hamper the U.S. response to terrorist threats.

(Rep. Michael McCaul, Republican)

“We have the same goal here, we may have just a little bit different means of getting about it. We should also avoid dismissive talk of ‘forever wars’ because it implies that our ongoing counterterrorism engagements are illegal and unnecessary.”

As a senator, Biden worked for greater congressional oversight over presidential war powers – now that he’s in the White House there is a sense Congress can reassert control over one of its most important responsibilities.

(Bob Bauer, Former White House Counsel)

“I view that as a fundamental question of leveling with the American public and holding the president accountable for the justification that he or she proposes to provide.”

Legislation repealing those decades-old authorizations has already been introduced in the U.S. Senate.

XS
SM
MD
LG