ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໄບເດັນ ຍ້ອງຍໍຕໍ່ຂໍ້ຕົກລົງໃໝ່ ກ່ຽວກັບດິນຟ້າອາກາດ COP28


ປະທານກອງປະຊຸມສຸດຍອດ COP28 ຊຸລຕານ ອາລ-ຈາເບີ້ (Ahmed al-Jaber), ທູດພິເສດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຂອງສະຫະລັດອາຣັບເອເມີເຣັສ, ແລະ ທ່ານຈອນ ແຄຣີ, ປະທານທູດພິເສດສໍາລັບດິນຟ້າອາກາດຂອງສະຫະລັດ ຖ່າຍຮູບຮ່ວມກັນຫຼັງຈາກສິ້ນສຸດກອງປະຊຸມສຸດຍອດ COP28 ຂອງອົງການສະຫະປະຊາຊາດ, ວັນທີ 13 ທັນວາ 2023.
ປະທານກອງປະຊຸມສຸດຍອດ COP28 ຊຸລຕານ ອາລ-ຈາເບີ້ (Ahmed al-Jaber), ທູດພິເສດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຂອງສະຫະລັດອາຣັບເອເມີເຣັສ, ແລະ ທ່ານຈອນ ແຄຣີ, ປະທານທູດພິເສດສໍາລັບດິນຟ້າອາກາດຂອງສະຫະລັດ ຖ່າຍຮູບຮ່ວມກັນຫຼັງຈາກສິ້ນສຸດກອງປະຊຸມສຸດຍອດ COP28 ຂອງອົງການສະຫະປະຊາຊາດ, ວັນທີ 13 ທັນວາ 2023.

ປະທານາທິບໍດີສະ​ຫະ​ລັດ ທ່ານໂຈ ໄບເດັນ ​ໄດ້ກ່າວ​ຍ້ອງຍໍ​ຕໍ່ຂໍ້ຕົກລົງ​ທີ່​ໄດ້​ລົງ​ນາມ​ຢູ່ກອງປະຊຸມສຸດຍອດ COP28 ​ວ່າ ເປັນ​ບາດກ້າວ​ສຳຄັນ​ເພື່ອ​ມຸ່ງ​ໄປສູ່​ເປົ້າ​ໝາຍ​ດ້ານດິນ​ຟ້າ​ອາກາດ.

ໃນຖະແຫຼງການ ທີ່ນຳ​ອອກ​ເຜີຍ​ແຜ່ໃນວັນພຸດວານນີ້, ທ່ານໄບເດັນ ໄດ້​ກ່າວຊົມເຊີຍຕໍ່ຂໍ້ຕົກລົງ ທີ່​ໃຫ້ "ຄວາມ​ໝັ້ນ​ໝາຍ, ເປັນຄັ້ງທໍາອິດທີ່ຈະຫັນປ່ຽນຈາກເຊື້ອໄຟ​ທີ່​ມາ​ຈາກຊາກສັດ ແລະຊາກພືດດຶກດໍາບັນ ທີ່ເປັນອັນຕະລາຍຕໍ່ໂລກຂອງພວກເຮົາ ແລະປະຊາຊົນຂອງພວກເຮົາ, ການຕົກລົງເຫັນດີ ທີ່ຈະນໍາໃຊ້ພະລັງງານທົດແທນຢູ່ທົ່ວໂລກ ພາຍໃນປີ 2030, ແລະອື່ນໆອີກຫຼວງຫຼາຍ."

ປະທານາທິບໍດີໃຫ້ຂໍ້ສັງເກດວ່າ, ແນວໃດກໍຕາມ ຍັງມີ "ວຽກງານອີກຫຼວງຫຼາຍຢູ່ຂ້າງຫນ້າສໍາລັບພວກເຮົາ ເພື່ອຮັກສາເປົ້າຫມາຍ 1.5 ອົງສາເຊລຊຽສ ທີ່ຍັງຢູ່ບໍ່ໄກ."

ບັນດາ​ຜູ້​ແທນ​ຈາກ​ເກືອບ 200 ປະ​ເທດ​ໄດ້​ເຫັນ​ດີ ​ໃນ​ຕອນ​ເຊົ້າ​ມື້​ດຽວ​ກັນ ຢູ່​ທີ່​ກອງ​ປະຊຸມ​ສຸດ​ຍອດ​ດ້ານ​ດິນ​ຟ້າ​ອາກາດ​ຂອງອົງການ​ສະຫະ​ປະຊາ​ຊາດໃນນະ ຄອນດູໄບ ​ເພື່ອ​ຫັນ​ປ່ຽນ​ຈາກ​ການ​ນຳ​ໃຊ້​ເຊື້ອ​ໄຟທີ່​ມາ​ຈາກຊາກສັດ ແລະຊາກພືດດຶກດໍາບັນ.

ຂໍ້​ຕົກ​ລົງ​ດັ່ງ​ກ່າວ​ ​ມີ​ຂຶ້ນ​ຫຼັງ​ຈາກ​ການ​ເຈ​ລະ​ຈາເປັນເວລາ​ສອງ​ອາ​ທິດ ​ແລະ​ມີ​ເປົ້າໝາຍຫຼັກ ​ກ່ຽວກັບ​ການ​ປ່ອຍ​ອາຍ​ພິດເຮືອນແກ້ວທີ່ເປັນສາເຫດ ​ເຮັດໃຫ້ໂລກ​ຮ້ອນ.

President Joe Biden praised the deal signed at COP 28 as an important step toward reaching climate goals.

In a statement released Wednesday, Biden applauded the deal for “committing, for the first time, to transition away from the fossil fuels that jeopardize our planet and our people, agreeing to triple renewable energy globally by 2030, and more.”

The president noted, though, there still was “substantial work ahead of us to keep the 1.5 degree C goal within reach.”

Delegates from nearly 200 countries agreed earlier in the day at a U.N. climate summit in Dubai to transition away from the use of fossil fuels.

The agreement came after two weeks of negotiations and takes aim at the main drivers of planet-warming greenhouse gas emissions.

XS
SM
MD
LG