ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານ ໄບເດັນ ສັນຍາ ທີ່ຈະເຮັດວຽກ ກັບຜູ້ນຳສະພາສູງ ໃນບາງບັນຫາ


ຜູ້ທີ່ຖືກເລືອກເປັນປະທານາທິບໍດີຄົນໃໝ່ ທ່ານ ໂຈ ໄບເດັນ ກ່າວຄຳປາໄສຕໍ່ປະເທດຊາດ, ຫຼັງຈາກຄະນະຜູ້ແທນລັດ ໄດ້ຢືນຢັນໄຊຊະນະຂອງທ່ານ ໃນການເລືອກຕັ້ງປະທານາທິບໍດີ 2020 ຢ່າງເປັນທາງການ.
ຜູ້ທີ່ຖືກເລືອກເປັນປະທານາທິບໍດີຄົນໃໝ່ ທ່ານ ໂຈ ໄບເດັນ ກ່າວຄຳປາໄສຕໍ່ປະເທດຊາດ, ຫຼັງຈາກຄະນະຜູ້ແທນລັດ ໄດ້ຢືນຢັນໄຊຊະນະຂອງທ່ານ ໃນການເລືອກຕັ້ງປະທານາທິບໍດີ 2020 ຢ່າງເປັນທາງການ.

ຜູ້ທີ່ຖືກເລືອກເປັນປະທານາທິບໍດີ ສະຫະລັດ ຄົນໃໝ່ ທ່ານ ໂຈ ໄບເດັນ ໄດ້ກ່າວໃນວັນອັງຄານວານນີ້ວ່າ ທ່ານໄດ້ບອກຜູ້ນຳສຽງສ່ວນຫຼາຍສະພາສູງ ທ່ານ ມິຈ ແມັກຄອນແນລ ໃນລະຫວ່າງການລົມໂທລະສັບວ່າ ເຖິງແມ່ນເຂົາເຈົ້າຈະບໍ່ເຫັນດີກັນ “ໃນຫຼາຍຢ່າງ, ແຕ່ມັນກໍມີຫຼາຍສິ່ງທີ່ເຂົາ ເຈົ້າສາມາດເຮັດຮ່ວມກັນ.”

ທ່ານ ແມັກຄອນແນລ ຜູ້ທີ່ບໍ່ຍອມປະກາດວ່າທ່ານ ໄບເດັນ ເປັນຜູ້ຊະນະເລີດນັ້ນ ໄດ້ກ່າວໃນຄຳປາໄສຢູ່ສະພາສູງໃນວັນອັງຄານວານນີ້ວ່າ ໄຊຊະນະດ້ວຍຄະແນນສຽງຄະນະຜູ້ແທນລັດ 306 ຕໍ່ 232 ຂອງທ່ານ ໄບເດັນ ໃນວັນກ່ອນໜ້ານີ້ໄດ້ເຮັດໃຫ້ການອ້າງເອົາຕຳແໜ່ງໃນທຳນຽບຂາວ ນຶ່ງສະໄໝ 4 ປີຂອງທ່ານກາຍເປັນຄວາມຈິງ.

ທ່ານ ແມັກຄອນແນລ ໄດ້ກ່າວວ່າ “ຮອດຕອນເຊົ້າມື້ນີ້, ປະເທດຂອງພວກເຮົາກໍໄດ້ຜູ້ທີ່ຖືກເລືອກເປັນປະທານາທິບໍດີຄົນໃໝ່ ແລະ ຮອງປະທານາທິບໍດີຢ່າງເປັນທາງການ. ພວກເຮົາຫຼາຍຄົນໄດ້ຫວັງວ່າການເລືອກປະທານາທິບໍດີດັ່ງກ່າວ ຈະອອກຜົນທີ່ແຕກຕ່າງ. ແຕ່ລະບົບຂອງລັດຖະບານພວກເຮົາມີຂັ້ນຕອນຕ່າງໆ ເພື່ອພິຈາລະນາວ່າແມ່ນໃຜຈະສາບານຕົວເຂົ້າຮັບຕຳແໜ່ງໃນວັນທີ 20 ມັງກອນນີ້. ຄະນະຜູ້ແທນລັດແມ່ນໄດ້ກ່າວອອກມາແລ້ວ.”

ທ່ານ ທຣຳ ຜູ້ທີ່ໄດ້ສືບຕໍ່ທຳການກ່າວອ້າງທີ່ບໍ່ມີຫຼັກຖານວ່າທ່ານຖືກສໍ້ໂກງການເລືອກຕັ້ງນັ້ນ, ບໍ່ໄດ້ອອກມາຕອບຕໍ່ການຍອມຮັບຂອງທ່ານ ແມັກຄອນແນລ ໃນທັນທີວ່າທ່ານ ໄບເດັນ ຈະກາຍເປັນປະທານາທິບໍດີຄົນທີ 46 ຂອງປະເທດ.

ແຕ່ກົງກັນຂ້າມ, ທ່ານໄດ້ກ່າວໃນທວິດເຕີວ່າ, “ມີຫຼັກຖານຢ່າງຫຼວງຫຼາຍ ກ່ຽວກັບ ການສໍ້ໂກງການເລືອກຕັ້ງ. ມັນບໍ່ເຄີຍມີຫຍັງແນວນີ້ໃນປະເທດຂອງພວກເຮົາເລີຍ.”

ທວິດເຕີໄດ້ໝາຍຂໍ້ຄວາມຂອງທ່ານ ທຣຳ ໂດຍເວົ້າວ່າ “ການກ່າວອ້າງ ກ່ຽວກັບ ການສໍ້ໂກງການເລືອກຕັ້ງແມ່ນຖືກຄັດຄ້ານ.” ຕໍ່ມາ, ໂຄສົກທຳນຽບຂາວທ່ານນາງ ເຄລີ ແມັກເອແນນີ ໄດ້ຕອບຄຳຖາມຕ່າງໆ ກ່ຽວກັບ ຄຳຖະແຫຼງຂອງທ່ານ ແມັກຄອນແນລ. ທ່ານນາງໄດ້ກ່າວວ່າ ທ່ານ ທຣຳ “ຍັງເຂົ້າຮ່ວມໃນຄະດີຄວາມ” ກ່ຽວກັບ ຜົນຂອງການເລືອກຕັ້ງຢູ່, ເຖິງແມ່ນວ່າທ່ານ ແລະ ພັນທະມິດຂອງທ່ານໄດ້ຜ່າຍແພ້ການຟ້ອງຮ້ອງຫຼາຍກວ່າ 50 ຄັ້ງທີ່ອ້າງວ່າມີຄວາມບໍ່ຖືກຕ້ອງໃນການລົງຄະ ແນນສຽງ ແລະ ການນັບຄະແນນກໍຕາມ. ທ່ານ ທຣຳ ໄດ້ປະຕິເສດທີ່ຈະຍອມແພ້ ໃຫ້ທ່ານ ໄບເດັນ. ຫຼັງຈາກທ່ານ ແມັກຄອນແນລ ກ່າວແລ້ວ, ທ່ານ ໄບເດັນ ກໍໄດ້ໃຫ້ຄຳເຫັນຕໍ່ບັນດານັກຂ່າວຢູ່ເດີ່ນບິນຂອງລັດ ເດລາແວ ກ່ອນຂຶ້ນເຮືອບິນໄປລັດ ຈໍເຈຍ ວ່າ ທ່ານໄດ້ໂທຫາຜູ້ນຳສະພາສູງ ແລະ ພວກເພິ່ນ “ກໍໄດ້ມີການສົນທະນາທີ່ດີນຳກັນ. ທ່ານໄດ້ໂທຫາລາວເພື່ອກ່າວຂອບໃຈ ສຳລັບການສະແດງຄວາມຍິນດີຕໍ່ທ່ານ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG