ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ທ່ານ ໄບເດັນ ໄດ້ໃຫ້ຄໍາໝັ້ນທີ່ຈະຊ່ວຍເຫຼືອຊາວກະສິກອນອາເມຣິກັນ ເພື່ອທົດແທນວິກິດການກ່ຽວກັບອາ​ຫານ​ປະ​ເພດເມັດ ຢູ່ໃນຢູເຄຣນ


ລາຍງານກ່ຽວກັບ ທ່ານ ໄບເດັນ ໄດ້ໃຫ້ຄໍາໝັ້ນທີ່ຈະຊ່ວຍເຫຼືອຊາວກະສິກອນອາເມຣິກັນ

ຄວາມຂັດແຍ້ງຢູ່ໃນຢູເຄຣນ ໄດ້ສົ່ງຜົນກະທົບ ຕໍ່ການສະໜອງອາຫານ ແລະລາຄາຢູ່ໃນທົ່ວໂລກ, ປະທານາທິບໍດີ ໂຈ ໄບເດັນ ກ່າວໃນມື້ວັນພຸດວານນີ້ ໃນລະຫວ່າງໄປຢ້ຽມຢາມຟ​າມ​ແຫ່ງ​ນຶ່ງ​ ໃນ​ລັດອິລິນອຍ ບ່ອນທີ່ທ່ານໄດ້ປະ ກາດການປະຕິບັດງານ ເພື່ອສົ່ງເສີມອຸດສາຫະກໍາ ທາງດ້ານການກະເສດ. ນັກວິເຄາະກ່າວວ່າ ຄວາມຕື່ນຕົກໃຈກ່ຽວກັບການກະເສດສາມາດສົ່ງຜົນກະທົບໄລ ຍະຍາວ ຢູ່ໃນທົ່ວໂລກ, ໂດຍສະເພາະຢ່າງຍິ່ງ ຢູ່ໃນບັນດາປະເທດທີ່ມີລາຍໄດ້ ຕໍ່າ. ອານິຕາ ພາວ (Anita Powell) ນັກຂ່າວຂອງ VOA ລາຍງານຈາກນະ ຄອນຫຼວງວໍຊິງຕັນ, ເຊິ່ງ ທິບສຸດາ ມີລາຍລະອຽດ ມາສະເໜີທ່ານໃນອັນດັບຕໍ່ໄປ.

ຢູ່ທີ່ເມືອງ ຄັນຄາກີ (Kankakee), ລັດອິລີນອຍ, ເປັນໂລກທີ່ຢູ່ຫ່າງໄກຈາກນະຄອນຫຼວງກີຢິບ, ແຕ່ຜົນກະທົບຈາກຄວາມຂັດແຍ້ງ ຢູ່ໃນ ຢູເຄຣນ ແມ່ນສາມາດຮູ້ສຶກໄດ້ຢູ່ທີ່ນີ້ເຊັ່ນກັນ, ກ່ຽວກັບຄື້ນຟອງການເຕີບໃຫຍ່ ຂອງອາ​ຫານປະ​ເພດ​ເມັດ.

ການເຂົ້າຮຸກຮານ ຢູເຄຣນ ເປັນອາທິດທີ 11 ຂອງ ຣັດເຊຍ ໄດ້ເຮັດໃຫ້ການສະໜອງເຂົ້າ​ເບ​ລ່, ສາລີ, ເຂົ້າບາ​ລີ, ນໍ້າມັນແກ່ນພືດ, ນໍ້າມັນສໍາລັບປຸງແຕ່ງ ອາຫານ ແລະປຸຍຢູ່ໃນທົ່ວໂລກໄດ້ຮັບຜົນກະທົບຢ່າງຮຸນແຮງ. ລາຄາອາຫານ ຢູ່ໃນທົ່ວໂລກເພີ້ມຂຶ້ນເຖິງ 13 ເປີເຊັນນັບຕັ້ງແຕ່ການບຸກລຸກຢູເຄຣນ ຂອງ ຣັດເຊຍ. ທໍານຽບຂາວ ກ່າວ.

ປະທານາທິບໍດີ ໂຈ ໄບເດັນ ກ່າວໃນມື້ວັນພຸດ​ແລ້ວລະຫວ່າງການໄປຢ້ຽມຢາມຟາມກະເສດວ່າ ທ່ານກໍາລັງດໍາເນີນງານທຸກຢ່າງ ເພື່ອເຕີມເຕັມຊ່ອງຫວ່າງໃຫ້ແກ່ຊາວກະສິກອນອາເມຣິກັນ, ໂດຍທ່ານໄດ້ກ່າວຕ້ອງຕິວ່າເປັນຍ້ອນປະທານາ ທິບໍດີວລາດິເມຍ ປູຕິນ ຂອງ ຣັດເຊຍ.

ປະທານາທິບໍດີໂຈ ໄບເດັນ ກ່າວເຖິງຊາວກະສິກອນອາເມຣິກັນວ່າ:

“ພວກເຈົ້າຄືກະດູກສັນຫຼັງຂອງປະເທດພວກເຮົາຢ່າງແທ້ຈິງ, ບໍ່ໄດ້ເວົ້າເກີນຄວາມຈິງເລີຍ. ແຕ່ພວກເຈົ້າຍັງໄດ້ລ້ຽງໝົດທຸກຄົນຢູ່ໃນໂລກນີ້, ແລະພວກເຮົາກໍເຫັນຢູ່ວ່າ ດ້ວຍການເຮັດສົງຄາມຢູ່ໃນ ຢູເຄຣນ ຂອງ ປູຕິນ, ພວກເຈົ້າກໍເປັນເໝືອງດັ່ງກະດູກສັນຫຼັງແຫ່ງເສລີພາບ.”

ໃນມື້ວັນພຸດ ທ່ານໄບເດັນ ໄດ້ປະກາດຈໍານວນການຍື່ນມືເຂົ້າມາຊ່ວຍເຫຼືອຊາວກະສິກອນ, ສິ່ງເຫຼົ່ານັ້ນລວມເຖິງການເພີ້ມການຊ່ວຍເຫຼືອຂຶ້ນ ດັ່ງນັ້ນຊາວກະ ສິກອນຈຶ່ງສາມາດດໍາເນີນການປູກພືດໄດ້ສອງພາກໃນນຶ່ງປີ, ເທັກໂນໂລຈີ ທີ່ຊ່ວຍຫຼຸດຜ່ອນການນໍາໃຊ້ປຸຍລົງ, ແລະການເພີ້ມທຶນເປັນສອງເທົ່າໃນການຜະ ລິດປຸຍພາຍໃນປະເທດເປັນ 500 ລ້ານໂດລາ.

ປະທານທະນາຄານເພື່ອການລົງທຶນແຫ່ງ ຢູໂຣບ ໄດ້ສົ່ງສັນຍານເຕືອນໃນອາທິດນີ້ວ່າ ຢູເຄຣນ ກໍາລັງຄ້າງຄາຢູ່ກັບເຂົ້າ​ເບ​ລ່ຈໍານວນຫຼວງຫຼາຍ.

ທ່ານເວີນເນີ ຮອຍເອີ (Werner Hoyer), ປະທານທະນາຄານເພື່ອການລົງທຶນແຫ່ງຢູໂຣບກ່າວວ່າ:

“ຢູເຄຣນ ຄືກະບຸງເຂົ້າ​ເບ​ລ່ຂອງ ຢູໂຣບ, ແລະຕອນນີ້ ພວກເຂົາເຈົ້າກໍຄ້າງຄາຢູ່ກັບເຂົ້າ​ເບ​ລ່ທີ່ມີມູນຄ່າເຖິງ 8 ພັນລ້ານຢູໂຣ ຫຼື 8 ພັນ 500 ລ້ານໂດລາ ຈາກການເກັບກ່ຽວໃນປີແລ້ວນີ້. ພວກເຂົາເຈົ້າບໍ່ສາມາດສົ່ງອອກໄດ້, ພວກເຂົາ ເຈົ້າບໍ່ສາມາດເຂົ້າສູ່ທາງທະເລໄດ້ເລີຍ. ນີ້ແມ່ນປະເດັນອັນນຶ່ງທີ່ສໍາຄັນ ທີ່ພວກເຮົາຈະຕ້ອງໄດ້ຫາທາງອອກ, ເພາະວ່າພວກເຂົ້າເຈົ້າເປັນຄົນຂະຫຍັນໝັ້ນພຽນ. ນະເວລານີ້ ພວກເຂົາເຈົ້າກໍາລັງຫວ່ານແກ່ນພືດຢ່າງໜັກໜ່ວງ ແລະພວກເຂົາ ເຈົ້າຄາດວ່າຈະໄດ້ຮັບຜົນທີ່ດີ, ອາດຈະສູງເຖິງ 70 ເປີເຊັນຂອງຜົນຜະລິດໃນປີກາຍ ໃນອີກສອງສາມເດືອນຂ້າງໜ້ານີ້, ແລ້ວຈະເຮັດຈັງໃດກັບຜົນຜະລິດເຫຼົ່າ ນັ້ນ?”

ຜົນກະທົບຕ່າງໆແມ່ນໄດ້ແຜ່ກະຈາຍໄປແລ້ວ. ໃນເດືອນແລ້ວນີ້ຊາວກະສິກອນ ຢູ່ ສຣີລັງກາ ພາກັນເຂົ້າຮ່ວມຕໍ່ຕ້ານກ່ຽວກັບລາຄາອາຫານ ແລະລາຄານໍ້າມັນທີ່ເພີ້ມຂຶ້ນ. ການເຄື່ອນໄຫວດັ່ງກ່າວ ໄດ້ສົ່ງຜົນໃຫ້ຄະລັດຖະມົນຕີ ແລະນາຍົກ ລັດຖະມົນຕີຂອງປະເທດເກາະແຫ່ງນີ້ລາອອກຈາກຕໍາແໜ່ງ.

ພວກນັກວິເຄາະກ່າວວ່າ ວິກິດການນີ້ ອາດຈະມີທ່າອ່ຽງສົ່ງຜົນກະທົບທີ່ຮຸນແຮງຕໍ່ບາງພາກສ່ວນຢູ່ໃນໂລກທີ່ມີຊັບພະຍາກອນຢູ່ຢ່າງຫຼວງຫຼາຍ.

ທ່ານເດສມອນ ລາສແມນ (Desmond Lachman), ຈາກສະຖາບັນການຄ້າຂອງຊາວອາເມຣິກັນ ກ່າວຜ່ານທາງຊູມວ່າ:

“ນີ້ເປັນການຕ່າວປີ້ນແບບກົງກັນຂ້າມແທ້ໆ ສໍາລັບດ້ານເສດຖະກິດຂອງໂລກ, ແລະປະເທດຕ່າງໆເຫຼົ່ານັ້ນ ແມ່ນໄດ້ຮັບຜົນກະທົບຫຼາຍທີ່ສຸດ, ປະເທດທີ່ອາໄສການນໍາເຂົ້າອາຫານ ແລະພະລັງງານແມ່ນຈະໄດ້ຜົນກະທົບຮຸນແຮງທີ່ສຸດ, ໃນດ້ານການເມືອງ, ມັນຈະມີຄວາມຫຍຸ້ງຍາກຫຼາຍສໍາລັບປະເທດຕ່າງໆເຫຼົ່ານັ້ນ.”

ປະຫວັດສາດໄດ້ສະແດງໃຫ້ເຫັນແລ້ວວ່າ ອ​າ​ຫານ​ປະ​ເພດ​ເມັດນັ້ນ ແມ່ນມີພະລັງອັນຍິ່ງໃຫຍ່.

ເມື່ອລາຄາຂອງເຂົ້າຈີ່ເພີ້ມສູງຂຶ້ນຢູ່ໃນປະເທດຝຣັ່ງເມື່ອປີ 1788, ຊາວນາໄດ້ພາກັນລຸກຮືຂຶ້ນ, ພວກເຂົາເຫຼົ່ານັ້ນອຶດຫິວ ຍ້ອນການປົກຄອງທີ່ຄວບຄຸມໂດຍຫຼັກການດ້ານເສລີພາບ, ຄວາມສະເໝີພາບ ແລະພະ​ລາ​ດອນພາບ. ດັ່ງນັ້ນໃນ ປີຕໍ່ມາ ຈຶ່ງເກີດມີການປະຕິວັດຕາມມາ.

The Ukraine conflict has disrupted food supplies and prices around the world, President Joe Biden said Wednesday during a visit to an Illinois farm, where he announced actions to boost America’s farming industry. Analysts say this agricultural shock could cause long-term global problems, especially in low-income countries. VOA’s Anita Powell reports from Washington.

Kankakee, Illinois, is a world away from Kyiv, but the effects of Ukraine’s conflict are being felt here, too, in these growing waves of grain.

Russia’s 11-week invasion of Ukraine has imperiled global supplies of wheat, corn, barley, oilseed, cooking oil and fertilizer. World food prices have risen nearly 13 percent since the invasion, the White House says.

President Joe Biden said Wednesday, during a farm visit, that he’s doing all he can to help American farmers fill that gap, which he blames on Russian President Vladimir Putin.

President Joe Biden

“You’re literally the backbone of our country; it's not hyperbole. But you also feed the world. And we're seeing, with Putin's war in Ukraine, you're like the backbone of freedom.”

On Wednesday, Biden announced a number of interventions for farmers. Those include more support so farmers can plant two sets of crops in a year; technology that allows for less fertilizer use; and doubling funding for domestic fertilizer production, to $500 million.

The president of the European Investment Bank this week sounded the alarm, saying that Ukraine is sitting on a staggering amount of wheat.

Werner Hoyer, European Investment Bank President

“Ukraine is the wheat basket of Europe, and it's sitting on €8 billion (8.5 billion U.S. dollars’) worth of wheat right now from last year's harvest. They cannot export it;, they have no access to the sea. This is one of the key issues that we must address, because they are industrious people. They are sowing like crazy right now, and they will expect probably a good harvest, maybe 70% of last year's harvest, in a couple of months, and then what to do with it?”

Already the effects have spread. Last month, farmers in Sri Lanka participated in strikes over rising food and fuel prices. That movement ultimately resulted in the resignation of the island nation’s Cabinet and prime minister.

And the crisis is likely to hit hardest in parts of the world where resources are already stretched thin, analysts say.

Desmond Lachman, American Enterprise Institute (Zoom)

“This is a real reversal for the global economy. And those are the countries that are impacted the most — countries that are very reliant on food and energy imports are really going to get hit very hard. And politically, it’s going to be extremely difficult for those countries.”

History shows that the humble grain holds immense power.

When the price of bread shot up in 1788 France, peasants revolted, hungry for governance ruled by the principles of liberty, equality and fraternity. The next year, the revolution came.

XS
SM
MD
LG