ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໄບເດັນ ອອກຄໍາສັ່ງ ທີ່ຈະເຮັດໃຫ້ຄົນສາມາດ ໄປເລືອກຕັ້ງໄດ້ຫລາຍຂຶ້ນ


ປະທານາທິບໍດີສະຫະລັດ, ທ່ານ ໂຈ ໄບເດັນກ່າວຄໍາປາໄສ ທີ່ທໍານຽບຂາວ, ວັນທີ 2 ມີນາ, 2021
ປະທານາທິບໍດີສະຫະລັດ, ທ່ານ ໂຈ ໄບເດັນກ່າວຄໍາປາໄສ ທີ່ທໍານຽບຂາວ, ວັນທີ 2 ມີນາ, 2021

ປະທານາທິບໍດີສະຫະລັດ, ທ່ານ ໂຈ ໄບເດັນ ໄດ້ອອກຄໍາສັ່ງຊີ້ນຳບັນດາອົງການຈັດຕັ້ງລັດຖະບານກາງ ໃນວັນອາທິດວານນີ້ວ່າ ໃຫ້ດຳເນີນບາດກ້າວທີ່ຈຳເປັນເພື່ອສົ່ງເສີມການເຂົ້າເຖິງການປ່ອນບັດລົງຄະແນນສຽງໃນຂະນະທີ່ມີການສູ້ຢັນກັນຂອງລັດຖະສະພາກໍາລັງປາກົດຂຶ້ນມາກ່ຽວກັບສິດໃນການປ່ອນບັດເລືອກຕັ້ງໃນທົ່ວປະເທດ.

ທ່ານໄບເດັນ ໄດ້ສັ່ງໃຫ້ໜ່ວຍງານຕ່າງໆຂອງລັດຖະບານຂະຫຍາຍການເຂົ້າເຖິງການລົງທະບຽນຂອງຜູ້ປ່ອນບັດ ແລະຂໍ້ມູນກ່ຽວກັບການເລືອກຕັ້ງ ແລະບອກຫົວໜ້າອົງການດັ່ງກ່າວໃຫ້ວາງແຜນເພື່ອໃຫ້ພະນັກງານລັດຖະບານກາງຫຼາຍລ້ານຄົນ ມີເວລາພັກ ເພື່ອໄປລົງຄະແນນສຽງ ຫຼືອາສາສະໝັກ ເປັນພະ ນັກງານເລືອກຕັ້ງ ທີ່ບໍ່ຂຶ້ນກັບພັກໃດ.

ຜູ້ນຳສະຫະລັດໄດ້ລົງນາມໃນດໍາລັດດັ່ງກ່າວ ໃນວັນຄົບຮອບ 56 ປີແຫ່ງ "ວັນອາທິດທີ່ນອງເລືອດ", ຊຶ່ງເປັນເຫດການໃນປີ 1965 ທີ່ນັກເຄື່ອນໄຫວດ້ານສິດ ທິພົນລະເຮືອນປະມານ 600 ຄົນ ຖືກທຸບຕີໂດຍທະຫານ ໃນລັດອາລາບາມາ ໃນຂະນະທີ່ພວກເຂົາເຈົ້າພະຍາຍາມທີ່ຈະເດີນຂະບວນເພື່ອສິດທິໃນການປ່ອນບັດລົງຄະແນນສຽງ ໃນເມືອງແຊລມາ (Selma) ຊຶ່ງເປັນເມືອງນ້ອຍໆນັ້ນ. ການໂຈມຕີດັ່ງກ່າວແມ່ນເປັນຫັນປ່ຽນຂອງຂະບວນການເຄື່ອນໄຫວດ້ານສິດທິພົນລະເມືອງຢູ່ໃນສະຫະລັດ ແລະເຮັດໃຫ້ມີການຮັບຮອງເອົາກົດໝາຍວ່າດ້ວຍ ສິດທິໃນການປ່ອນບັດໃນເວລາຕໍ່ມາໃນປີ 1965.

"ຜູ້ມີສິດປ່ອນບັດທຸກຄົນຄວນສາມາດຈະລົງຄະແນນສຽງ ແລະເຮັດໃຫ້ບັດນັ້ນຖືກນັບ" ນັ້ນຄືຄໍາເວົ້າຂອງທ່ານ ໄບເດັນ ທີ່ກ່າວໃນຄຳປາໄສທີ່ບັນທຶກໄວ້ກ່ອນໜ້ານີ້ ໄດ້ອອກອາກາດຢູ່ທີ່ບ່ອນກິນອາຫານເຊົ້າສາມັກຄີ ມາຕິນ ແລະຄໍແຣັດຕາ ຄິງ ຫລື Martin ແລະ Coretta King Unity Breakfast ຂອງວັນອາ ທິດ. ທ່ານກ່າວຕໍ່ໄປວ່າ "ຖ້າທ່ານມີແນວຄວາມຄິດທີ່ດີທີ່ສຸດ, ທ່ານບໍ່ມີສິ່ງໃດທີ່ຈະປິດບັງ. ປ່ອຍໃຫ້ປະຊາຊົນລົງຄະແນນສຽງ." ອາຫານເຊົ້າປີນີ້, ທີ່ມະຫາວິ ທະຍາໄລຊຸມຊົນໂວລເລດສ໌ (Wallace) ໄດ້ຖືກເອີ້ນວ່າເປັນງານທີ່ຂັບລົດເຂົ້າໄປກິນ ຍ້ອນການແຜ່ລະບາດຂອງ ໄວຣັສໂຄໂຣນາ.

ການດໍາເນີນການຂອງທ່ານໄບເດັນ ແມ່ນມີຂຶ້ນພາຍຫລັງການຮັບຮອງເອົາມາດຕະການສິດທິໃນການລົງຄະແນນສຽງ ຢູ່ໃນສະພາຕໍ່າທີ່ຄວບຄຸມໂດຍພັກເດໂມແຄຣັດໃນອາທິດແລ້ວນີ້ ເຊິ່ງຈະກຳນົດມາດຕະຖານແຫ່ງຊາດກ່ຽວກັບວິທີການເລືອກຕັ້ງໃນສະຫະລັດ ໂດຍໄດ້ລົບລ້າງກົດລະບຽບທີ່ແຕກຕ່າງກັນຢ່າງຫລວງ ຫລາຍຢູ່ທົ່ວ 50 ລັດ.

ມາດຕະການດັ່ງກ່າວໄດ້ຮັບການເຫັນດີຢູ່ໃນສະພາຕໍ່າ ທີ່ມີການລົງຄະແນນສຽງທີ່ເກືອບວ່າຕາມສາຍຂອງພັກຄື 220-210, ແຕ່ວ່າພັກຣີພັບບລີກັນຄັດຄ້ານມັນຢ່າງກວ້າງຂວາງ. ຢູ່ໃນສະພາສູງທີ່ແບ່ງເຄິ່ງກັນໂດຍມີສະມາຊິກ 50 ຄົນ ມາຈາກພັກເດໂມແຄຣັດ ແລະ 50 ຄົນຈາກພັກຣີພັບບລີກັນນັ້ນ, ພວກສັງກັດພັກເດໂມແຄຣັດທີ່ໃຫ້ການສະໜັບສະໜູນກົດໝາຍດັ່ງກ່າວ ອາດຈະຕ້ອງການຢ່າງໜ້ອຍ 10 ສຽງຈາກພັກຣີພັບບລີກັນເພື່ອຍຸຕິການຂັດຂວາງໃດໆຕໍ່ມາດຕະການ ນັ້ນໄດ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG