ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພະລັງງານ ນິວເຄລຍ ໄດ້ຖືກຍອມຮັບ ເພື່ອເປົ້າໝາຍສີຂຽວ ຂອງທ່ານ ໄບເດັນ


Biden Nuclear Power TV USAGM
please wait

No media source currently available

0:00 0:03:06 0:00

ບັນດານັກສິ່ງແວດລ້ອມ ໄດ້ມີຄວາມຮູ້ສຶກທີ່ບໍ່ແນ່ນອນ ກ່ຽວກັບ ພະລັງງານນິວເຄລຍມາຫຼາຍທົດ ສະວັດແລ້ວ. ແຕ່ຕອນນີ້, ລັດຖະບານຂອງປະທານາທິບໍດີສະຫະລັດ ທ່ານ ໂຈ ໄບເດັນ ໄດ້ຕັດສິນໃຈທີ່ຈະຮັບເອົາແຫຼ່ງພະລັງງານດັ່ງກ່າວຢ່າງລະມັດລະວັງ, ເຖິງແມ່ນຈະມີຄວາມເປັນຫ່ວງ ກ່ຽວ ກັບຄວາມປອດໄພຢູ່ກໍຕາມ, ເພື່ອຊ່ວຍບັນລຸເປົ້າໝາຍຂອງເຂົາເຈົ້າໃນການປ່ອຍອາຍຄາບອນ ສະເລ່ຍສູນເປີເຊັນ ສຳລັບເສດຖະກິດ ອາເມຣິກາ ພາຍໃນປີ 2050. ນັກຂ່າວ ວີໂອເອ ປະຈຳທຳ ນຽບຂາວ ສຕີຟ ເຮີມານ ມີລາຍງານຈາກໂຮງງານໄຟຟ້າ ແອນນາເໜືອ ໃນເມືອງ ມິນເນີໂຣລ (Mineral), ລັດ ເວີຈິເນຍ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ໂຮງງານໄຟຟ້ານິວເຄລຍແຫ່ງນີ້, ພ້ອມດ້ວຍເຕົາປະຕິກອນທີ່ໃຊ້ກຳລັງນໍ້າກົດດັນອາຍຸຫຼາຍສິບປີຄູ່ນຶ່ງນີ້, ໄດ້ຜະລິດກະແສໄຟຟ້າປະມານ 20 ເປີເຊັນຂອງລັດ ເວີຈິເນຍ.

ເຕົາປະຕິກອນນິວເຄລຍເກືອບ 100 ໜ່ວຍໃນທົ່ວ ສະຫະລັດ ຈະ “ມີຄວາມຈຳເປັນຢ່າງແນ່ນອນ” ສຳລັບປະເທດ ເພື່ອບັນລຸເປົ້າໝາຍທີ່ປະທານາທິບໍດີ ໂຈ ໄບເດັນ ໄດ້ຕັ້ງໄວ້ສຳລັບການປ່ອຍແກັສເຮືອນແກ້ວ, ອີງຕາມທີ່ປຶກສາດ້ານສະພາບອາກາດ, ທ່ານນາງ ຈີນາ ແມັດຄາທີ.

ທ່ານນາງ ຈີນາ ແມັກຄາທີ, ທີ່ປຶກສາ ກ່ຽວກັບ ສະພາບອາກາດຂອງທຳນຽບ ຂາວໄດ້ກ່າວວ່າ “ຕອນນີ້ຂ້າພະເຈົ້າບໍ່ຄາດວ່າເຕົານິວເຄລຍເກົ່າພວກນັ້ນຈະຢູ່ຕໍ່ໄປອີກດົນ. ແຕ່ຂ້າພະເຈົ້າຫວັງວ່າມັນຈະປອດໄພ ແລະ ຂ້າພະເຈົ້າຄາດວ່າມັນຈະສືບຕໍ່ ໄປໃນທາງທີ່ຈະເຮັດໃຫ້ພວກເຮົາຮັກສາການປ່ອຍແກັສເຮືອນແກ້ວໜ້ອຍລົງດ້ວຍຂະໜາດຕໍ່າທີ່ສຸດຢ່າງໝັ້ນຄົງ.”

ນອກຈາກຄວາມໄວ້ວາງໃຈແລ້ວ, ການຜະລິດພະລັງງານໄຟຟ້ານິວເຄລຍແມ່ນຂ້ອນຂ້າງຈະນ້ອຍ. ເຕົາປະຕິກອນທີ່ມີຂະໜາດ 1 ກິກາວັດຈະຕ້ອງໄດ້ໃຊ້ແຜ່ນພະລັງງານແສງຕາເວັນ ຫຼື ກັງຫັນລົມຈຳນວນຫຼາຍທີ່ປົກຄຸມຫຼາຍຂອບເຂດທີ່ມີຂະໜາດຫຼາຍຮ້ອຍເທົ່າໃຫຍ່ກວ່າສິ່ງທີ່ຕ້ອງການ ສຳລັບໂຮງງານໄຟຟ້ານິວເຄລຍທົ່ວໄປ.

ທ່ານ ແດນ ສຕອດດາດ ແມ່ນຫົວໜ້າດ້ານນິວເຄລຍຂອງບໍລິສັດໄຟຟ້າ ໂດມີນຽນ.

ທ່ານ ແດນ ສຕອດດາດ ໄດ້ກ່າວວ່າ “ມັນບໍ່ໄດ້ມີການຮັບຮູ້ຫຼາຍພໍທີ່ວ່າພະລັງງານນິວເຄລຍແມ່ນປອດອາຍຄາບອນ. ຂ້າພະເຈົ້າຄິດວ່າສ່ວນນຶ່ງນັ້ນແມ່ນມາຈາກພວກເຮົາ ໃນຖານະເປັນອຸດສາຫະກຳນຶ່ງເພື່ອທີ່ຈະສື່ສານຂໍ້ເທັດຈິງນັ້ນໃຫ້ດີກວ່າເກົ່າ. ພວກເຮົາມີເລື່ອງທີ່ດີຫຼາຍຈະມາບອກ ກ່ຽວ ກັບ ນິວເຄລຍ.”

ເປັນເວລາຫຼາຍທົດສະວັດມາແລ້ວບັນດາກຸ່ມສິ່ງແວດລ້ອມໄດ້ເຕືອນ ກ່ຽວກັບ ຄວາມສ່ຽງຂອງພະລັງງານນິວເຄລຍ, ໂດຍຊີ້ໃສ່ອຸບັດຕິເຫດຢູ່ເກາະສາມໄມ ໃນ ສະຫະລັດ, ເມືອງ ເຊີໂນບິລ ໃນ ຢູເຄຣນ ແລະ ຟູກູຊິມະ ໃນ ຍີ່ປຸ່ນ. ເຂົາເຈົ້າຍັງໄດ້ສະແດງຄວາມເປັນຫ່ວງ ກ່ຽວກັບ ທີ່ຕັ້ງ ແລະ ວິທີທີ່ຈະເກັບຂອງເສຍກຳມັນຕະພາບລັງສີສຳລັບໄລຍະຍາວ.

ໂຄງການ Greenpeace, ເຊິ່ງຄັ້ງນຶ່ງເຄີຍເປັນຜູ້ນຳໜ້າໃນເລື່ອງນີ້, ແມ່ນບໍ່ໄດ້ໂຄສະນາຕໍ່ຕ້ານພະລັງງານນິວເຄລຍຢ່າງຫ້າວຫັນໃນ ສະຫະລັດ ອີກຕໍ່ໄປ. ກຸ່ມດັ່ງກ່າວໄດ້ປະຕິເສດການຂໍສຳພາດ ຜ່ານໜ້າກ້ອງຂອງວີໂອເອສຳລັບຫົວຂໍ້ ດັ່ງກ່າວ.

ແຕ່ເຂົາເຈົ້າໄດ້ສົ່ງຖະແຫຼງການສະບັບນຶ່ງໃຫ້, ໂດຍໂຕ້ແຍ້ງວ່າ “ພະລັງງານນິວເຄລຍ ແມ່ນແພງຫຼາຍ ແລະ ເປັນອັນຕະລາຍ ແລະ ຍ້ອນວ່າ ມົນລະພິດຈາກພະລັງງານນິວເຄລຍແມ່ນບໍ່ສາມາດແນມເຫັນໄດ້ກໍບໍ່ໄດ້ໝາຍຄວາມວ່າມັນສະອາດ.” ກຸ່ມດັ່ງກ່າວໄດ້ແນະນຳວ່າ “ນອກຈາກການທຸ້ມເທເງິນໃສ່ພະລັງງານນິວເຄລຍໃໝ່ແລ້ວ, ລັດຖະບານທ່ານ ໄບເດັນ ຄວນເພັ່ງເລັງໃສ່ການສິ້ນສຸດການໃຊ້ນໍ້າມັນ ຟອສຊິລ ແລະ ລົງທຶນໃສ່ການຫັນໄປສູ່ເສດຖະກິດພະລັງງານທົດ ແທນ.”

ອຸດສາຫະກຳນິວເຄລຍໄດ້ເອີ້ນມັນວ່າເປັນຄວາມຄິດທີ່ລ້າສະໄໝ.

ທ່ານ ແດນ ສຕອດດາດ ໄດ້ກ່າວວ່າ “ໂຮງງານພວກນີ້, ເຊິ່ງບາງແຫ່ງແມ່ນໃກ້ຈະຮອດ 50 ປີໃນການປະຕິບັດງານນັ້ນ, ແມ່ນບໍ່ເຄີຍປະຕິບັດງານຢ່າງປອດໄພກວ່ານີ້ ຫຼື ໜ້າເຊື່ອຖືກວ່ານີ້ ໃນປະ ຫວັດສາດຂອງເຂົາເຈົ້າ. ອຸດສາຫະກຳນິວເຄລຍຂອງ ສະຫະລັດ ມີປະຫວັດຄວາມປອດໄພທີ່ໜ້າເຫຼືອເຊື່ອ ແລະ ການປະຕິບັດງານທີ່ໄວ້ວາງໃຈ.”

ທ່ານ ສຕີຟ ເຮີມານ ກ່າວວ່າ “ໂຮງງານໄຟຟ້ານິວເຄລຍຄືແຫ່ງນີ້ຍັງຄົງເປັນແຫຼ່ງທີ່ມາໃນການຜະ ລິດພະລັງງານປອດຄວັນພິດລະດັບສູງຂອງປະເທດ. ແຕ່ມັນບໍ່ໄດ້ຖືກອອກແບບມາໃຫ້ຢູ່ຕະຫຼອດໄປ ແລະ ບ່ອນໃໝ່ສອງສາມແຫ່ງແມ່ນໄດ້ຖືກສ້າງຂຶ້ນໃນ ສະຫະລັດ. ການປິດພາລະກິດຂອງມັນຫຼາຍໂພດອາດເຮັດໃຫ້ເປົ້າໝາຍພະລັງງານສະອາດຂອງທ່ານ ໄບເດັນ ມີບັນຫາໄດ້.”

Environmentalists, for decades, have had mixed feelings about nuclear power. Now, U.S. President Joe Biden’s administration has decided to cautiously embrace the energy resource -- despite lingering safety concerns – to help achieve its goal of a net zero carbon economy for America by the year 2050. VOA’s White House bureau chief Steve Herman reports from the North Anna Power Station in Mineral, Virginia.

This nuclear power plant, with a pair of decades-old pressurized water reactors, produces about 20 percent of the state of Virginia’s electricity.

The nearly 100 nuclear reactors across the United States will be “absolutely essential” for the country to meet the goals President Joe Biden has set for greenhouse gas emissions, according to his climate advisor, Gina McCarthy.

“Now I don’t expect those old ones (nuclear reactors) to be around a long time. But I do expect them to be safe and I expect them to continue in a way that’s going to allow us to keep the greenhouse gas emissions down with really stable baseload capacity.”

Aside from reliability, nuclear power production is relatively compact. The equivalent of a one-gigawatt reactor would require numerous solar panels or wind turbines – blanketing an area several hundred times bigger than what is needed for a typical nuclear power plant.

Dan Stoddard is Dominion Energy’s chief nuclear officer.

“There’s not a sufficient recognition of nuclear as being carbon-free. I think that’s in part on us as an industry to better communicate that fact. We have a great story to tell in nuclear.”

For decades environmental groups warned about the risks of nuclear power, pointing to accidents at Three Mile Island in the United States, Chernobyl in Ukraine and Fukushima in Japan. They also raised concerns about where and how to safely store radioactive waste for the long-term.

Greenpeace, once on the forefront of this, no longer actively campaigns against nuclear power in the United States. The group declined VOA’s request for an on-camera interview on the topic.

But it did send a statement, arguing “nuclear energy is both expensive and dangerous and just because nuclear pollution is invisible doesn’t mean it’s clean.” The group suggests that “instead of pouring money into new nukes, the Biden administration should focus on phasing out fossil fuels and investing in the transition to a renewable energy economy."

The nuclear industry calls that outdated thinking.

“These plants, some approaching 50 years of operation, have never operated more safely or more reliably in their history. The United States’ nuclear industry has an incredible track record of safe and reliable operation.”

“Nuclear plants like this one remain the country’s top source of emissions-free power generation. But they were not designed to last forever and very few new ones are being built in the United States. Decommissioning too many of them could send Biden’s clean energy goals up in smoke.”

XS
SM
MD
LG