ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທຳນຽບຂາວ ກ່າວວ່າ ທ່ານໄບເດັນ ບໍ່ໄດ້ສົ່ງສັນຍານ ໃຫ້ຢຸດຍິງຢູ່ໃນກາຊາ


ແຟ້ມພາບ - ປະທານາທິບໍດີ ສະຫະລັດ ໂຈ ໄບເດັນ ຍ່າງໄປຫາແທ່ນວາງໄມເພື່ອກ່າວຄຳປາໄສ ກ່ຽວກັບສົງຄາມລະຫວ່າງ ອິສຣາແອລ ແລະກຸ່ມຮາມາສ ຫຼັງຈາກທີ່ໄດ້ພົບປະກັບ ນາຍົກລັດຖະມົນຕີຂອງອິສຣາແອລ ເບັນຈາມິນ ເນທັນຢາຮູ, ເມື່ອວັນພຸດ ທີ 18 ຕຸລາ 2023, ໃນນະຄອນເທລ ອາວີບ.
ແຟ້ມພາບ - ປະທານາທິບໍດີ ສະຫະລັດ ໂຈ ໄບເດັນ ຍ່າງໄປຫາແທ່ນວາງໄມເພື່ອກ່າວຄຳປາໄສ ກ່ຽວກັບສົງຄາມລະຫວ່າງ ອິສຣາແອລ ແລະກຸ່ມຮາມາສ ຫຼັງຈາກທີ່ໄດ້ພົບປະກັບ ນາຍົກລັດຖະມົນຕີຂອງອິສຣາແອລ ເບັນຈາມິນ ເນທັນຢາຮູ, ເມື່ອວັນພຸດ ທີ 18 ຕຸລາ 2023, ໃນນະຄອນເທລ ອາວີບ.

ລັດຖະບານທ່ານໄບເດັນ ກຳລັງສົ່ງສັນຍານ ທີ່​ປະປົນກັນ ຂະນະທີ່ຕົນ ສືບຕໍ່ປະຕິເສດຄຳຮຽກຮ້ອງທີ່ເພີ້ມຫຼາຍຂຶ້ນນັບມື້ ໃຫ້ຍຸຕິການສູ້ລົບກັນລະຫວ່າງອິສ ຣາແອລ ແລະກຸ່ມຮາມາສ ແລະໃນເວລາດຽວກັນນັ້ນ ປະທານາທິບໍດີ ໂຈ ໄບເດັນ ປາກົດວ່າ ພະຍາຍາມເອົາອົກເອົາໃຈ ຊາວອາເມຣິກັນບາງສ່ວນ ທີ່ຮຽກ ຮ້ອງໃຫ້ຢຸດຍິງຢູ່ໃນກາຊາ.

ທ່ານຈອນ ເຄີບີ ໂຄສົກສະພາຄວາມໝັ້ນຄົງແຫ່ງຊາດ ຜູ້ປະສານງານຮັບຜິດ ຊອບດ້ານການສື່ສານຍຸດທະສາດ ໄດ້ກ່າວຢ້ຳເຖິງທ່າທີທີ່ຍາວນານຂອງຄະນະລັດຖະບານ ທີ່ວ່າ ການຢຸດຍິງໃນຊ່ວງໄລຍະນີ້ ພຽງເປັນຜົນປະໂຫຍດແກ່ກຸ່ມຮາມາສເທົ່ານັ້ນ. ອິສຣາແອລ ໄດ້ຢືນຢັດວ່າ ປະຕິບັດການທາງດ້ານທະຫານຂອງຕົນຈະບໍ່ຢຸດເຊົາ ພຽງແຕ່ພາຍຫຼັງຈາກກຸ່ມຮາມາສ ທີ່ສະຫະລັດໄດ້ກຳນົດໃຫ້ເປັນກຸ່ມກໍ່ການຮ້າຍນີ້ ໄດ້ຖືກກຳຈັດເທົ່ານັ້ນ.

“ພວກເຮົາກໍຍັງສືບຕໍ່ສະໜັບສະໜຸນການຢຸດຍິງຊົ່ວຄາວດ້ານມະນຸດສະທຳ ແຕ່ບໍ່ແມ່ນຢຸດຍິງທົ່ວໄປ ໃນດຽວນີ້” ທ່ານເຄີບີ ໄດ້ກ່າວຕໍ່ວີໂອເອ ໃນລະຫວ່າງກອງປະຊຸມຖະແຫລງຂ່າວໃນວັນອັງຄານວານນີ້ທີ່ທຳນຽບຂາວ. ທ່ານກ່າວຕື່ມວ່າ “ທ່ານປະທານາທິບໍດີ ບໍ່ໄດ້ສົ່ງສັນຍານການປ່ຽນແປງໃດໆທັງໝົດເລີຍ.”

ໃນການໃຫ້ຄຳຕອບເມື່ອວັນຈັນຜ່ານມານີ້ ຕໍ່ພວກປະທ້ວງທີ່ຮຽກຮ້ອງໃຫ້ຢຸດຍິງໃນກາຊາ ທ່ານໄບເດັນ ກໍໄດ້ກ່າວວ່າ ທ່ານໄດ້ “ດຳເນີນການຢ່າງມິດໆກັບລັດຖະບານຂອງອິສຣາແອລ” ໂດຍໃຊ້ທຸກວິທີທາງທີ່ທ່ານມີ “ເພື່ອໃຫ້ພວກເຂົາເຈົ້າຫລຸດຜ່ອນ ແລະອອກໄປຈາກເຂດກາຊາ ຢ່າງມີຄວາມໝາຍ.”

The Biden administration is sending mixed signals as it continues to reject mounting calls for a cessation of hostilities between Israel and Hamas, at the same time that President Joe Biden appears to being trying to appease some Americans' calls for a cease-fire in Gaza.

John Kirby, National Security Council coordinator for strategic communications, reiterated the administration’s long-standing position that a cease-fire at this point would only benefit Hamas.

Israel insists its military campaign will stop only after the U.S.-designated terror group is eliminated.

"We do continue to support humanitarian pauses but not a general cease-fire right now," Kirby told VOA during Tuesday's White House news briefing. "The president wasn't signaling any change at all."

In response Monday to hecklers urging him to call for a cease-fire in Gaza, Biden said he has been "quietly working with the Israeli government" using all means at his disposal "to get them to reduce and significantly get out of Gaza."

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG