ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໄບເດັນ ພົບປະກັບ ບັນດາທີ່ປຶກສາ ການໂອນອຳນາດ ປະທານາທິບໍດີຂອງທ່ານ


ຜູ້ທີ່ຄາດວ່າຈະຖືກເລືອກເປັນປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ, ພ້ອມກັບພັນລະຍາ ທ່ານນາງ ຈິລ, ເຂົ້າຮ່ວມພິທີໄວ້ອາໄລວັນທະຫານຜ່ານເສິກ ໃນນະຄອນ ຟິລາແດລເຟຍ, ລັດ ເພັນຊິລເວເນຍ, 11 ພະຈິກ, 2020.
ຜູ້ທີ່ຄາດວ່າຈະຖືກເລືອກເປັນປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ, ພ້ອມກັບພັນລະຍາ ທ່ານນາງ ຈິລ, ເຂົ້າຮ່ວມພິທີໄວ້ອາໄລວັນທະຫານຜ່ານເສິກ ໃນນະຄອນ ຟິລາແດລເຟຍ, ລັດ ເພັນຊິລເວເນຍ, 11 ພະຈິກ, 2020.

ຜູ້ທີ່ຄາດວ່າ ຈະຖືກເລືອກເປັນປະທານາທິບໍດີ ສະຫະລັດ ຄົນໃໝ່ ທ່ານ ໂຈ ໄບເດັນ ໄດ້ພົບປະກັບບັນດາທີ່ປຶກສາການໂອນອຳນາດລັດຖະບານຂອງທ່ານໃນວັນພຸດວານນີ້ ໃນຂະນະທີ່ທ່ານສືບຕໍ່ວາງແຜນສຳລັບການເຂົ້າຄວບຄຸມລັດຖະບານ ອາເມຣິກາ ເວລາທີ່ທ່ານສາບານຕົວເຂົ້າກຳຕຳ ແໜ່ງໃນວັນທີ 20 ມັງກອນ.

ຜູ້ທີ່ຄາດວ່າເປັນຜູ້ຊະນະເລີດໃນການເລືອກຕັ້ງທີ່ຈັດຂຶ້ນໃນວັນທີ 3 ພະຈິກທີ່ຜ່ານມາ, ທ່ານ ໄບເດັນ ໄດ້ແຕ່ງຕັ້ງທີ່ປຶກສາຫຼາຍຄົນ ເພື່ອຄວບຄຸມການປະຕິບັດການຂອງອົງການຕ່າງໆໃນທົ່ວລັດ ຖະບານ. ທ່ານໄດ້ກ່າວໃນວັນອັງຄານຜ່ານມານີ້ ວ່າທ່ານອາດປະກາດຕຳແໜ່ງທີ່ສຳຄັນບາງຕຳ ແໜ່ງກ່ອນວັນພັກຂອບຄຸນພະເຈົ້າປະຈຳປີ ໃນວັນທີ 26 ພະຈິກນີ້.

ປະທານາທິບໍດີ ດໍໂນລ ທຣຳ ຍັງບໍ່ໄດ້ຍອມຮັບສິ່ງທີ່ປາກົດວ່າເປັນການຜ່າຍແພ້ໃຫ້ທ່ານ ໄບເດັນ ໃນການເລືອກຕັ້ງແຫ່ງຊາດຂອງອາທິດແລ້ວນີ້ ແລະ ໄດ້ຍື່ນຟ້ອງຫຼາຍສະບັບ ເພື່ອຄັດຄ້ານຜົນການນັບຄະແນນໃນລັດການແຂ່ງຂັນທີ່ສຳຄັນ.

ດ້ວຍຫຼັກຖານທີ່ບໍ່ພຽງພໍໃນປັດຈຸບນນີ້, ທ່ານ ທຣຳ ໄດ້ອ້າງວ່າການລົງຄະແນນ ສຽງ ແລະ ການນັບຄະແນນສຽງທີ່ຜິດປົກກະຕິ ໄດ້ເຮັດໃຫ້ທ່ານຜ່າຍແພ້ການເລືອກຕັ້ງ. ທ່ານກຳລັງພະຍາຍາມ ທີ່ຈະພິກຜັນໄຊຊະນະຂອງທ່ານ ໄບເດັນ ແລະ ອ້າງເອົາການດຳລົງຕຳແໜ່ງສະໄໝທີສອງໃນທຳນຽບຂາວ.

ແນວໃດກໍຕາມ, ປັດຈຸບັນນີ້, ບັນດາຜູ້ພິພາກສາແມ່ນໄດ້ປະຕິເສດການຟ້ອງຮ້ອງທຸກສະບັບຂອງທ່ານ ທຣຳ, ດ້ວຍອີກຫຼາຍສະບັບຍັງຈະຖືກພິຈາລະນາ. ບັນດານັກວິເຄາະການເລືອກຕັ້ງທີ່ຖືກສຳພາດໂດຍວີໂອເອ ແລະ ອົງການຂ່າວ ອື່ນໆເວົ້າວ່າ ເຂົາເຈົ້າບໍ່ຄິດວ່າການອ້າງເອົາໄຊຊະນະຂອງທ່ານ ໄບເດັນ ຈະຖືກຕ່າວປີ້ນ.

ອີງຕາມການນັບຄະແນນສຽງຢ່າງບໍ່ເປັນທາງການ, ທ່ານ ໄບເດັນ ໄດ້ຊະນະຄະແນນສຽງສ່ວນຫຼາຍໃນຄະນະຜູ້ແທນການເລືອກຕັ້ງຫຼາຍກວ່າ 270 ຄະ ແນນສຽງທີ່ຈະພິຈາລະນາຜົນທີ່ອອກມາຂອງການແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ສະຫະລັດ. ທ່ານແມ່ນຜູ້ນຳໜ້າໃນການນັບຄະ ແນນສຽງໃນຫຼາຍກວ່າ 2​ ລັດ ຄືລັດ ຈໍເຈຍ ແລະ ອາຣິໂຊນາ, ທີ່ອາດເຮັດໃຫ້ທ່ານມີຄະແນນໄດ້ປຽບ 306 ຕໍ່ 232 ຄະແນນໃນຄະນະຜູ້ແທນການເລືອກຕັ້ງໃນທີ່ສຸດ, ເຊິ່ງລັດທີ່ມີປະຊາກອນໜາ ແໜ້ນທີ່ສຸດມີຄະແນນສຽງຫຼາຍທີ່ສຸດ.

ຄະແນນໂດຍລວມສຸດທ້າຍຂອງຜູ້ແທນການເລືອກຕັ້ງທີ່ອາດເປັນຂອງທ່ານ ໄບເດັນ ແມ່ນຄືກັບຄະແນນທັງໝົດໃນປີ 2016, ເວລາທີ່ທ່ານ ທຣຳ ໄດ້ຊະນະການເລືອກຕັ້ງ, ເຊິ່ງແມ່ນການຊະນະທ່ານນາງ ຮິລແລຣີ ຄລິນຕັນ ສັງກັດພັກ ເດໂມແຄຣັດ ຢ່າງບໍ່ຄາດຄິດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG