ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນຳສຽງສ່ວນນ້ອຍ ໃນສະພາສູງ ໄດ້ສົ່ງສັນຍານ ເຖິງການແກ້ໄຂຊົ່ວຄາວ ໃນຂະນະທີ່ເສັ້ນຕາຍ ຂອງການຈຳກັດໜີ້ສິນ ຍັບໃກ້ເຂົ້າມາ


ພາບນີ້ຖ່າຍໃນວັນທີ 4 ພຶດສະພາ 2021, ສະແດງໃຫ້ເຫັນຕຶກກະຊວງການເງິນ ຕັ້ງຢູ່ໃນນະຄອນຫຼວງວໍຊິງຕັນ ຂອງສະຫະລັດ.
ພາບນີ້ຖ່າຍໃນວັນທີ 4 ພຶດສະພາ 2021, ສະແດງໃຫ້ເຫັນຕຶກກະຊວງການເງິນ ຕັ້ງຢູ່ໃນນະຄອນຫຼວງວໍຊິງຕັນ ຂອງສະຫະລັດ.

ບັນດາຜູ້ນຳຈາກພັກຣີພັບບລີກັນແລະເດໂມແຄຣັດ ປາກົດວ່າກຳລັງຍັບເຂົ້າໃກ້ຂໍ້ຕົກລົງໄລຍະສັ້ນ ເພື່ອຫລີກເວັ້ນການຜິດນັດຊຳລະໜີ້ຂອງລັດຖະບານສະຫະລັດ ທີ່ບໍ່ເຄີຍມີມາກ່ອນ.

ຜູ້ນຳສຽງສ່ວນນ້ອຍຂອງສະພາສູງ ທ່ານມິຈ ແມັກຄອນແນລ ໃນວັນພຸດວານນີ້ ໄດ້ສົ່ງສັນຍານ ເຖິງການແກ້ໄຂຊົ່ວຄາວ ຕໍ່ບັນຫາທີ່ບໍ່ສາມາດຕົກລົງກັນໄດ້ ຊຶ່ງອາດຈະເກີດຂຶ້ນໄດ້ນັ້ນ ກ່ຽວກັບການເພີ້ມອຳນາດກູ້ຢືມຂອງລັດຖະບານ ກ່ອນວັນທີ 18 ຕຸລາ ຈະມາເຖິງນີ້ ເມື່ອສະຫະລັດ ຄາດໝາຍວ່າ ຈະບໍ່ມີເງິນພຽງພໍທີ່ຈະຈ່າຍໜີ້ສິນຕ່າງໆຂອງຕົນ.

ໃນຖະແຫລງການ ທ່ານແມັກຄອນແນລ ໄດ້ກ່າວວ່າ ພັກຣີພັບບລີກັນ ຈະ “ອະນຸຍາດໃຫ້ພັກເດໂມແຄຣັດໃຊ້ຂັ້ນຕອນປົກກະຕິໃນການຮັບຜ່ານຮ່າງກົດໝາຍເພື່ອຂະຫຍາຍຂີດຈຳກັດວົງເງິນໜີ້ຂັ້ນສຸກເສີນດ້ວຍຈຳນວນເງິນທີ່ຕາຍໂຕເພື່ອໃຫ້ພຽງພໍ ກັບລະດັບການໃຊ້ຈ່າຍໃນປັດຈຸບັນ ຈົນເຖິງເດືອນທັນວາ.”

ສ່ວນສະມາຊິກສະພາສູງ ທ່ານເບີຣນີ ແຊນເດີສ໌ ຈາກພັກອິດສະລະຜູ້ທີ່ເຂົ້າຮ່ວມໃນກຸ່ມພັກເດໂມແຄຣັດ ໄດ້ມີຄວາມປິຕິຍິນດີ ນຳການເຄື່ອນໄຫວຂອງທ່ານແມັກຄອນແນລ.

ທ່ານແຊນເດີສ໌ ໄດ້ກ່າວວ່າ ພັກຣີພັບບລີກັນ “ໃນທີ່ສຸດກໍໄດ້ເຮັດສິ່ງທີ່ຖືກຕ້ອງ ແລະຢ່າງໜ້ອຍບັດນີ້ ພວກເຮົາມີອີກສອງເດືອນເພື່ອທີ່ຈະຫາທາງແກ້ໄຂຢ່າງຖາວອນ.”

ທ່ານແມັກຄອນແນລ ໄດ້ກ່າວວ່າ ພັກເດໂມແຄຣັດ ຜູ້ທີ່ຄວບຄຸມສະພາສູງ ຄວນໃຊ້ຂັ້ນຕອນຂອງການປະນີປະນອມກັນເພື່ອແກ້ໄຂຂີດຈຳກັດຂອງໜີ້ສິນ.

ການປະນີປະນອມກັນເປັນວິທີທາງຂອງສະພາ ທີ່ອະນຸຍາດໃຫ້ຮ່າງກົດທີ່ກ່ຽວ ຂ້ອງກັບງົບປະມານ ຜ່ານສະພາດ້ວຍສຽງສ່ວນຫຼາຍຢ່າງງ່າຍດາຍ ຊຶ່ງບໍ່ຕ້ອງ ການ 60 ສຽງໃນສະພາສູງ. ພາຍໃຕ້ການປະນີປະນອມກັນ ພັກເດໂມແຄຣັດຈະບໍ່ຕ້ອງການຄະແນນສຽງໃດໆ ຈາກພັກຣີພັບບລີກັນ.

ທ່ານແມັກຄອນແນລ ໄດ້ກ່າວໃນວັນພຸດວານນີ້ວ່າ “ອັນນີ້ຈະເປັນຂໍ້ແກ້ໂຕຂອງພັກເດໂມແຄຣັດ ກ່ຽວກັບຊ່ວງເວລາອັນສັ້ນ ທີ່ພວກເຂົາເຈົ້າສ້າງຂຶ້ນ ແລະໃຫ້ເວລາຫຼາຍພຽງພໍທີ່ຈະລັດຖະບານຂອງພັກເດໂມແຄຣັດສາມັກຄີກັນ ເພື່ອຜ່ານ ຮ່່າງກົດໝາຍຂີດຈຳກັດຂອງໜີ້ສິນໄດ້ຕາມລຳພັງໂດຍຜ່ານການປະນີປະນອກກັນ.” ທ່ານກ່າວຕືມວ່າ “ໃນອີກທາງເລືອກນຶ່ງ ຖ້າພັກເດໂມແຄຣັດຫາກປະຖິ້ມຄວາມພະຍາຍາມຂອງພວກເຂົາເຈົ້າເພື່ອທີ່ຈະລຸລ່ວງຜ່ານກົດໝາຍການເກັບພາສີແລະການໃຊ້ຈ່າຍຢ່າງບໍ່ອັ້ນທີ່ຈະສົ່ງຜົນເສຍຫາຍຕໍ່ຄອບຄົວ ແລະຊ່ອຍຈີນນັ້ນ ຈະຕ້ອງມີການສົນທະນາໃນປົກຄອງແບບດັ່ງເດີມໂດຍສອງກ້ຳສອງຝ່າຍກໍອາດເປັນໄປໄດ້.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG