ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານ ໄບເດັນ ພົບປະກັບ ພະນັກງານ ແລະ ເຈົ້າຂອງທຸລະກິດ ສະຫະລັດ ທີ່ຖືກກະທົບ ໂດຍໄວຣັສໂຄໂຣນາ


ຜູ້ທີ່ຄາດວ່າຈະຖືກເລືອກເປັນປະທານາທິບໍດີ ສະຫະລັດ ຄົນໃໝ່ ທ່ານ ໂຈ ໄບເດັນ ກ່າວຄຳປາໄສໃນລະຫວ່າງງານນຳສະເໜີຜູ້ຖືກສະເໜີຊື່ສຳລັບຕຳແໜ່ງນະໂຍບາຍເສດຖະກິດຂອງທ່ານ. ໂຮງລະຄອນ The Queen, ນະຄອນ ວິລມິງຕັນ, ລັດ ເດລາແວ. 1 ທັນວາ, 2020.
ຜູ້ທີ່ຄາດວ່າຈະຖືກເລືອກເປັນປະທານາທິບໍດີ ສະຫະລັດ ຄົນໃໝ່ ທ່ານ ໂຈ ໄບເດັນ ກ່າວຄຳປາໄສໃນລະຫວ່າງງານນຳສະເໜີຜູ້ຖືກສະເໜີຊື່ສຳລັບຕຳແໜ່ງນະໂຍບາຍເສດຖະກິດຂອງທ່ານ. ໂຮງລະຄອນ The Queen, ນະຄອນ ວິລມິງຕັນ, ລັດ ເດລາແວ. 1 ທັນວາ, 2020.

ຜູ້ທີ່ຄາດວ່າຈະຖືກເລືອກເປັນປະທານາທິບໍດີ ສະຫະລັດ ຄົນໃໝ່ ທ່ານ ໂຈ ໄບເດັນ ໃນວັນພຸດວານນີ້ ໄດ້ທຳການພົບປະກັບບັນດາເຈົ້າຂອງທຸລະກິດຂະໜາດນ້ອຍ ອາເມຣິກັນ ແລະ ພະນັກ ງານຜູ້ທີ່ຖືກກະທົບໂດຍການຊ້າລົງຂອງເສດຖະກິດທີ່ມີສາເຫດມາຈາກໂຣກລະບາດໄວຣັສໂຄໂຣນາ.

ທ່ານ ໄບເດັນ ໄດ້ຈັດການສົນທະນາຈາກບ້ານຂອງທ່ານໃນນະຄອນ ວິລມິງຕັນ ລັດ ເດລາແວ, ທີ່ເປັນສູນກາງຂອງກິດຈະການໂອນອຳນາດຂອງທ່ານ ເຈັດອາທິດກ່ອນການສາບານຕົວເຂົ້າຮັບຕຳ ແໜ່ງໃນວັນທີ 20​ ມັງກອນ. ອີກຄັ້ງນຶ່ງທ່ານກໍໄດ້ຮັບການລາຍງານປະຈຳວັນ ຂອງປະທານາທິບໍ ດີ, ການປະເມີນຜົນ ກ່ຽວກັບ ຈຸດທີ່ເປັນບັນຫາຂອງໂລກໂດຍປະຊາຄົມສືບລັບ ແລະ ໄພຂົ່ມຂູ່ແຫ່ງຊາດທີ່ອາດເປັນໄປໄດ້ຕໍ່ ສະຫະລັດ.

ເວລາທ່ານເຂົ້າດຳລົງຕຳແໜ່ງ, ທ່ານ ໄບເດັນ ຈະປະເຊີນກັບການຟື້ນຟູເສດຖະກິດທີ່ຊັກຊ້າລົງຂອງ ສະຫະລັດ ໃນທັນທີເຊິ່ງນຳມາໂດຍການຂະຫຍາຍຕົວຂອງໂຣກລະບາດ, ແມ່ນກະທັ້ງທີ່ການນຳໃຊ້ຢາວັກຊີນແມ່ນຄາດວ່າຈະມີຂຶ້ນໃນທ້າຍເດືອນນີ້ກໍຕາມ. ການຕິດເຊື້ອໃໝ່ຫຼາຍສິບພັນກໍລະ ນີແມ່ນຖືກລາຍງານໃນ ສະຫະລັດ ໃນແຕ່ລະວັນ, ແລະ ຈຳນວນຜູ້ເສຍຊີວິດສູງສຸດໃນເວລານີ້ ແມ່ນເຖິງ 272,000 ຄົນແລ້ວ, ເຊິ່ງຫຼາຍກວ່າປະເທດອື່ນໆ, ອີງຕາມມະຫາວິທະຍາໄລ ຈອນສ໌ ຮັອບກິນສ໌.

ໃນຂະນະທີ່ທ່ານໄດ້ນຳສະເໜີທີ່ປຶກສາດ້ານເສດຖະກິດຄົນສຳຄັນຂອງທ່ານໃນວັນອັງຄານທີ່ຜ່ານມານັ້ນ, ທ່ານ ໄບເດັນ ໄດ້ກ່າວວ່າທ່ານຈະຜັກດັນໃຫ້ມີການຊ່ວຍເຫຼືອການຟື້ນຟູຂອງລັດຖະບານກາງ ຮຽກຮ້ອງໃຫ້ລັດຖະສະພາຮັບຮອງການຊ່ວຍເຫຼືອໃດໆທີ່ເຂົາເຈົ້າສາມາດເຮັດໄດ້ເພື່ອລະດົມຄະແນນສຽງສຳລັບເດືອນນີ້, ແມ່ນກະທັ້ງກ່ອນທີ່ທ່ານຈະເຂົ້າດຳລົງຕຳແໜ່ງ.

ທ່ານນາງ ຈາເນັດ ແຢລເລັນ, ຜູ້ທີ່ຖືກສະເໜີຊື່ຂອງທ່ານ ໄບເດັນ ສຳລັບຕຳແໜ່ງລັດຖະມົນຕີກະ ຊວງການເງິນໄດ້ກ່າວວ່າ “ໂຣກລະບາດ ແລະ ການຕົກຕໍ່າທາງເສດຖະກິດນຳກັນໄດ້ກໍ່ໃຫ້ເກີດຄວາມເສຍຫາຍທາງເສດຖະກິດຢ່າງໃຫຍ່ຫຼວງສຳລັບຄົນຈຳນວນຫຼາຍ ແລະ ໄດ້ສົ່ງຜົນກະທົບທີ່ບໍ່ເທົ່າທຽມກັນຕໍ່ຜູ້ທີ່ມີຄວາມສ່ຽງທີ່ສຸດ. ການສູນເສຍຊີວິດ, ສູນເສຍວຽກງານ, ທຸລະກິດຂະໜາດນ້ອຍດີ້ນຮົນທີ່ຈະຢູ່ໃຫ້ລອດ ຫຼື ປິດຢ່າງຖາວອນ. ປະຊາຊົນຫຼາຍຄົນແມ່ນດີ້ນຮົນທີ່ຈະນຳເອົາອາ ຫານມາວາງຢູ່ໜ້າໂຕະຂອງເຂົາເຈົ້າ ແລະ ຈ່າຍໃບເກັບເງິນຕ່າງໆ ແລະ ຄ່າເຊົ່າບ້ານ.”

ທ່ານນາງໄດ້ກ່າວຕື່ມໃນວັນອັງຄານທີ່ຜ່ານມາວ່າ “ມັນແມ່ນໄພຫາຍະນະຂອງຄົນ ອາເມຣິກັນ ແລະ ມັນມີຄວາມຈຳເປັນ ທີ່ພວກເຮົາຕ້ອງເຄື່ອນໄຫວດ້ວຍຄວາມຮີບດ່ວນ. ການບໍ່ດຳເນີນການຫຍັງຈະສ້າງພາວະຕົກຕໍ່າທີ່ຕາມມາເອງ ແລະ ກໍ່ໃຫ້ເກີດຄວາມເສຍຫາຍອີກຄັ້ງນຶ່ງ. ແລະ ພວກເຮົາຈະສ່ຽງສູນເສຍໂອກາດທີ່ຈະແກ້ໄຂບັນຫາ ກ່ຽວກັບ ໂຄງສ້າງທີ່ເລິກກວ່ານັ້ນ, ຄວາມບໍ່ເທົ່າທຽມ, ຄ່າຈ້າງທີ່ບໍ່ຄົງຕົວ, ໂດຍສະເພາະສຳລັບພະນັກງານຜູ້ທີ່ຂາດການສຶກສາລະດັບວິທະຍາ ໄລ.”

ທ່ານນາງ ແຢລເລັນ, ອະດີດປະທານຂອງທະນາຄານກາງ ສະຫະລັດ, ກໍໄດ້ອ້າງເຖິງບັນຫາອື່ນໆ ທີ່ກຳລັງປະເຊີນກັບເສດຖະກິດທີ່ໃຫຍ່ທີ່ສຸດຂອງໂລກ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG