ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານໄບເດັນ ຍີ່ປຸ່ນ ແລະ ເກົາຫຼີໃຕ້ ເປັນເອກະພາບກັນ ໃນການຮັບມື ຕໍ່ໄພຂົ່ມຂູ່ຂອງເກົາຫຼີເໜືອ 


ປະທານາທິບໍດີ ສະຫະລັດ ໂຈ ໄບເດັນ ຍ່າງລົງຈາກເຮືອບິນ ໃນລະຫວ່າງການເດີນທາງເຖິງ ສະໜາມບິນສາກົນ ກູຣາ ໄຣ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດ G20 ໃນນະຄອນບາລີ ປະເທດອິນໂດເນເຊຍ, ວັນທີ 13 ພະຈິກ 2022. (Made Nagi/Pool via Reuters)
ປະທານາທິບໍດີ ສະຫະລັດ ໂຈ ໄບເດັນ ຍ່າງລົງຈາກເຮືອບິນ ໃນລະຫວ່າງການເດີນທາງເຖິງ ສະໜາມບິນສາກົນ ກູຣາ ໄຣ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດ G20 ໃນນະຄອນບາລີ ປະເທດອິນໂດເນເຊຍ, ວັນທີ 13 ພະຈິກ 2022. (Made Nagi/Pool via Reuters)

ປະທານາທິບໍດີ ສະຫະລັດ ໂຈ ໄບເດັນ ແລະບັນດາຜູ້ນຳຂອງຍີ່ປຸ່ນ ແລະເກົາຫຼີໃຕ້ ໄດ້ພົບປະໃນນະຄອນຫຼວງພະນົມເປັນ ບ່ອນທີ່ພວກເພິ່ນພ້ອມພຽງກັນໄດ້ປະຕິຍານທີ່ຈະເອົາທ່າທີ​ທີ່ເປັນເອກະພາບຕໍ່ໄພຂົ່ມຂູ່ຈາກໂຄງການລູກສອນໄຟຂີປະນາວຸດ ແລະນິວເຄລຍ ຂອງ​ເກົາ​ຫຼີ​ເໜືອ.

ຜູ້ນຳທັງສາມທ່ານ ໄດ້ຈັດການເຈລະຈາຢູ່ນອກກອງປະຊຸມສຸດຍອດຂອງເຂດເອເຊຍຕາເວັນອອກ ໃນປະເທດກຳປູເຈຍ ບ່ອນທີ່ບັນດາຜູ້ນຳໃນພາກພື້ນໄດ້ເຕົ້າໂຮມກັນ ສຳລັບການເຈລະຈາແບບເຊິ່ງ​ໜ້າ ຄັ້ງທຳອິດ ນັບຕັ້ງແຕ່ເກີດໂຣກລະບາດຂອງພະຍາດໂຄວິດ-19.

“ເປັນເວລາຫຼາຍປີທີ່ປະເທດຂອງພວກເຮົາ ໄດ້ພົວພັນກັນໃນການຮ່ວມໄມ້ຮ່ວມມືສາມຝ່າຍ ຍ້ອນຈາກຄວາມເປັນຫ່ວງທີ່ມີຮ່ວມກັນ ສຳລັບໄພຂົ່ມຂູ່ຈາກລູກສອນໄຟຂີປະນາວຸດຂອງເກົາຫຼີເໜືອ ຕໍ່ປະຊາຊົນຂອງພວກເຮົາ. ແລະເກົາຫຼີເໜືອ ສືບຕໍ່ມີພຶດຕິກຳເກາະຜິດຢູ່ເລື້ອຍໆ. ການຮ່ວມມືກັນນີ້ ແມ່ນສຳຄັນຍິ່ງກວ່າເກົ່າ ທີ່ບໍ່ເຄີຍມີມາກ່ອນ” ທ່ານໄບເດັນໄດ້ກ່າວ ພາຍຫຼັງຈາກການເຈລະຈາ.

ເກົາຫຼີເໜືອ ໄດ້ຍິງລູກສອນໄຟໃນຈຳນວນຫຼາຍເປັນປະຫວັດການພາຍໃນປີນີ້ ບາງລູກໃນນັ້ນ ໄດ້ບິນຂ້າມປະເທດຍີ່ປຸ່ນ ເຮັດໃຫ້ບັນດາຜູ້ນຳໃນນະຄອນຫຼວງໂຕກຽວ ຕື່ນຕົກໃຈ.

ນາຍົກລັດຖະມົນຕີຂອງຍີ່ປຸ່ນ ຟູມີໂອະ ກິຊີດະ ໄດ້ກ່າວວ່າ “ການສືບຕໍ່ເກາະຜິດຂອງເກົາຫຼີເໜືອໃນລະດັບທີ່ບໍ່ເຄີຍມີມາກ່ອນ. ໂດຍອາດເປັນໄປໄດ້ວ່າ ຍັງຈະມີການເກາະຜິດຕື່ມອີກ, ຂ້າພະເຈົ້າຄຶດວ່າ ກອງປະຊຸມສຸດຍອກຂອງໂຕກຽວ ກັບສະຫະລັດ ແລະເກົາຫຼີໃຕ້ ທີ່ກຳລັງເກີດຂຶ້ນໃນເວລາອັນເໝາະສົມ. ຂ້າພະ ເຈົ້າຢາກໃຫ້ມີການຮ່ວມໄມ້ຮ່ວມມືເຂັ້ມແຂງຂຶ້ນຕື່ມກັບສະຫະລັດ ແລະເກົາຫຼີໃຕ້ ເພື່ອຮັບມືກັບເກົາຫຼີເໜືອ ຢ່າງເດັດດ່ຽວ.”

ກອງປະຊຸມສຸດຍອດ ເຂດເອເຊຍຕາເວັນອອກ ເປັນກຸ່ມຂອງສະມາຄົມບັນດາປະເທດຊາດໃນເຂດເອເຊຍຕາເວັນອອກສຽງໃຕ້ ຫຼື ອາຊຽນ ແລະບັນດາຄູ່ຮ່ວມໃນການເຈລະຈາຂອງຕົນ ທີ່ປະກອບດ້ວຍ ອອສເຕຣເລຍ ຈີນ ອິນເດຍ ຍີ່ປຸ່ນ ນິວຊີແລນ ເກົາຫຼີໃຕ້ ຣັດເຊຍ ແລະສະຫະລັດ.

ໃນວັນເສົາທີ່ຜ່ານມານີ້ ທ່ານໄບເດັນ ໄດ້ກ່າວຖະແຫລງຕໍ່ກອງປະຊຸມສຸດຍອດ ອາຊຽນ ກັບສະຫະລັດ ໂດຍເນັ້ນຢ້ຳອີກເທື່ອນຶ່ງ ເຖິງຄວາມໝັ້ນໝາຍຂອງສະຫະລັດ ຕໍ່ “ອາຊຽນດ້ວຍຄວາມເປັນກາງ” ອັນເປັນຫຼັກການ ທີ່ການພົວພັນກັນໃນພາກພື້ນ ແລະຂັ້ນຕອນຕ່າງໆແມ່ນຂັບດັນໂດຍ ກຸ່ມ 10 ປະເທດ ແທນທີ່ຈະເປັນການແຍ່ງຊິງອຳນາດອັນຍິ່ງໃຫຍ່.

ທ່ານໄບເດັນ ໄດ້ກ່າວວ່າ “ອາຊຽນ ເປັນຫົວໃຈຂອງຍຸດທະສາດອິນໂດ-ປາຊີຟິກ ຂອງລັດຖະບານຂ້າພະເຈົ້າ.” ທ່ານກ່າວຕໍ່ໄປວ່າ “ແລະພວກເຮົາສືບຕໍ່ສ້າງຄວາມເຂັ້ມແຂງ​ໃຫ້​ແກ່ຄວາມໝັ້ນໝາຍຂອງພວກເຮົາ ທີ່ຈະເຮັດວຽກໄປພ້ອມໆກັນກັບ ການສ້າງອຳນາດ ແລະອາຊຽນທີ່ສາມັກຄີ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG