ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໄບເດັນ ອອກດຳລັດເພື່ອປົກປ້ອງຂໍ້ມູນຂອງຊາວອາເມຣິກັນ ຈາກສັດຕູຕ່າງຊາດ


ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ຢູ່ທີ່ທຳນຽບຂາວ ໃນນະຄອນຫຼວງວໍຊິງຕັນ, ວັນທີ 28 ກຸມພາ 2024. ທ່ານ ໄບເດັນ ໄດ້ລົງນາມໃນດຳລັດປະທານາທິບໍດີສະບັນນຶ່ງ ທີ່ມີເປົ້າໝາຍເພື່ອປົກປ້ອງຂໍ້ມູນສ່ວນຕົວຂອງຊາວອາເມຣິກັນ ຈາກສັດຕູຕ່າງປະເທດ ໃຫ້ໄດ້ດີຍຶ່ງຂຶ້ນ.
ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ຢູ່ທີ່ທຳນຽບຂາວ ໃນນະຄອນຫຼວງວໍຊິງຕັນ, ວັນທີ 28 ກຸມພາ 2024. ທ່ານ ໄບເດັນ ໄດ້ລົງນາມໃນດຳລັດປະທານາທິບໍດີສະບັນນຶ່ງ ທີ່ມີເປົ້າໝາຍເພື່ອປົກປ້ອງຂໍ້ມູນສ່ວນຕົວຂອງຊາວອາເມຣິກັນ ຈາກສັດຕູຕ່າງປະເທດ ໃຫ້ໄດ້ດີຍຶ່ງຂຶ້ນ.

ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ໄດ້ລົງນາມໃນດຳ​ລັດ​ປະ​ທາ​ນາ​ທິ​ບໍ​ດີໃນວັນພຸດວານນີ້ ໂດຍມີຈຸດປະສົງເພື່ອປົກປ້ອງຂໍ້ມູນສ່ວນຕົວຂອງຊາວ ອາເມຣິກັນ ຈາກສັດຕູຕ່າງປະເທດ.

ດຳ​ລັດ​ດັ່ງກ່າວຊອກຫາວິທີສະກັດການໂອນຂໍ້ມູນຈໍານວນຫລາຍເຊັ່ນ: ຂໍ້ມູນ ຕຳ​ແໜ່ງທາງພູມສາດ, ຂໍ້ມູນດ້ານຊີວະມິຕິ, ຂໍ້ມູນດ້ານສຸຂະພາບ ແລະຂໍ້ມູນ ການເງິນ ໄປໃຫ້ "ປະເທດທີ່​ມີ​ຄວາມ​ເປັນ​ຫ່ວງ​ທັງຫຼາຍ."

ໃນ​ບັນ​ດາ​ປະ​ເທດທີ່​ເຈົ້າ​ໜ້າ​ທີ່​ຝ່າຍບໍລິຫານ​ຂອງ​ທ່ານ ໄບເດັນ ໄດ້ລະບຸ​ວ່າ​ມີຄວາມ​ເປັນ​ຫ່ວງນັ້ນ​ແມ່ນ ຈີນ, ຣັດ​ເຊຍ, ເກົາ​ຫຼີ​ເໜືອ, ອີ​ຣ່ານ, ຄິວ​ບາ ແລະ ເວ​ເນ​ຊູ​ເອ​ລາ.

ທຳນຽບຂາວ ​ໄດ້ຂຽນໃນເອກະສານຄວາມຈິງທີ່ປະກາດກ່ຽວກັບການເຄື່ອນໄຫວ ດັ່ງກ່າວວ່າ "ພວກຜູ້ປະສົງຮ້າຍສາມາດນໍາໃຊ້ຂໍ້ມູນນີ້ ເພື່ອຕິດຕາມຊາວ ອາເມຣິກັນ, ລວມທັງສະມາຊິກທະຫານ, ເຂົ້າໄປເຈາະຈີ້ມຊີວິດສ່ວນຕົວຂອງ ພວກເຂົາ, ແລະສົ່ງຂໍ້ມູນນັ້ນໄປໃຫ້ນາຍຫນ້າດ້ານຂໍ້ມູນ ແລະໜ່ວຍສືບລັບຕ່າງປະເທດ ອື່ນໆ," "ຂໍ້ມູນນີ້ ສາມາດເຮັດໃຫ້ເກີດການເຝົ້າຕິດຕາມທີ່ເປັນການລ່ວງລະເມີດ, ການຫຼອກລວງ, ການຂົ່ມ​ຂູ່, ແລະການລະເມີດຄວາມເປັນສ່ວນຕົວ ອື່ນໆ."

ທ່ານ ນາງ ເອມີລີ ເບນຊັນ (Emily Benson), ຜູ້ອຳນວຍການໂຄງການ ການຄ້າ ແລະເຕັກໂນໂລຈີ ຂອງສູນສຶກສາຍຸດທະສາດ ແລະການຕ່າງປະເທດ ກ່າວຕໍ່ວີໂອເອພະແນກພາສາຈີນກາງວ່າ ດຳ​ລັດ​ປະ​ທາ​ນາ​ທິ​ບໍ​ດີດັ່ງກ່າວ ຖືເປັນ ຄວາມພະຍາຍາມທີ່ກວ້າງຂວາງທີ່ສຸດອັນນຶ່ງ ໃນການສ້າງກອບຄວາມເປັນສ່ວນຕົວຂອງລັດຖະບານສະຫະລັດ.

ທ່ານນາງ ເບນຊັນ ກ່າວວ່າ ປັດໄຈທີ່ແຕກຕ່າງລະຫວ່າງວິທີໃນການຄຸ້ມຄອງ ຂໍ້ມູນຂອງສະຫະລັດ ແລະແນວທາງຂອງພັນທະມິດອື່ນໆເຊັ່ນ: ສະຫະພາບ ຢູໂຣບ ກໍແມ່ນວ່າວິທີການຂອງສະຫະລັດ ແມ່ນອີງໃສ່ແບບແຜນຄວາມໝັ້ນຄົງ ແຫ່ງຊາດ, ດັ່ງນັ້ນ ດຳລັດຂອງປະທານາທິບໍດີ ຈຶ່ງເປັນເຄື່ອງມືດ້ານຄວາມໝັ້ນຄົງແຫ່ງຊາດ ຫຼາຍກວ່າການຈະເປັນກົນໄກຄວາມເປັນສ່ວນຕົວ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG