ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໄບເດັນ ຢູ່ຍີ່ປຸ່ນ ເພື່ອ​ເຂົ້າ​ຮ່ວມ ການເຈລະຈາ ກຸ່ມ G7


ປະທານາທິບໍດີ ໂຈ ໄບເດັນ, ຊ້າຍ, ຈັບມືກັບນາຍົກລັດຖະມົນຕີຍີ່ປຸ່ນ ທ່ານຟູມິໂອະ ກິຊິດະ ກ່ອນການພົບປະສອງຝ່າຍ ຢູ່ທີ່ ຮິໂຣຊິມາ, ວັນທີ 18 ພຶດສະພາ 2023, ກ່ອນການເລີ່ມກອງປະຊຸມສຸດຍອດ G-7
ປະທານາທິບໍດີ ໂຈ ໄບເດັນ, ຊ້າຍ, ຈັບມືກັບນາຍົກລັດຖະມົນຕີຍີ່ປຸ່ນ ທ່ານຟູມິໂອະ ກິຊິດະ ກ່ອນການພົບປະສອງຝ່າຍ ຢູ່ທີ່ ຮິໂຣຊິມາ, ວັນທີ 18 ພຶດສະພາ 2023, ກ່ອນການເລີ່ມກອງປະຊຸມສຸດຍອດ G-7

ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ໄດ້ເດີນທາງໄປຮອດ ປະເທດຍີ່ປຸ່ນ ໃນຕອນແລງຂອງວັນພະຫັດມື້ວານນີ້ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດຂອງຜູ້ນຳກຸ່ມ 7 ປະເທດປະຊາທິປະໄຕທີ່ຮັ່ງມີທີ່ສຸດ ຊຶ່ງຈະເນັ້ນໃສ່ການຕອບໂຕ້ກັບສິ່ງທີ່ພວກ​ທ່ານໄດ້ອ້າງວ່າເປັນ “ການບີບບັງຄັບທາງເສດຖະກິດ” ຂອງຈີນ, ຄວາມໝັ້ນໃຈທີ່ເພີ້ມຂຶ້ນ ແລະ ການເສີມສ້າງກຳລັງທະຫານ, ພ້ອມດ້ວຍການສະໜັບສະໜູນ ຢູເຄຣນ ໃນການຕໍ່ສູ້​ຕ້ານ​ການ​ບຸກ​ລຸກ​ຂອງ​ຣັດ​ເຊຍ.

ຫລັງ​ຈາກ​ໄດ້​ລົງ​ຈອດ​ ຢູ່​ຖານທັບອາກາດ ອິວາກຸນິ (Iwakuni) ຂອງ​ທະ​ຫານມາຣີນ ໄດ້ບໍ່ດົນ, ທ່ານ ໄບເດັນ ໄດ້​ທັກ​ທາຍ​ພວກ​ທະ​ຫານສະຫະລັດ ແລະຍີ່​ປຸ່ນ ​ປະ​ມານ 400 ຄົນ ກ່ອນ​ຈະເດີນທາງ​ໄປ​ຮອດ​ເມືອງ ຮິໂຣຊີມາ ເຊິ່ງເປັນສະຖານທີ່​ການ​ເຈ​ລະ​ຈາ​ຂອງ​ກຸ່ມ G-7, ​ໃນ​ການ​ພົບ​ປະ​ສອງ​ຝ່າຍ ກັບນາຍົກລັດຖະມົນຕີຍີ່ປຸ່ນ ທ່ານຟູມິໂອະ ກິຊິດະ (Fumio Kishida). ອີງຕາມທຳນຽບຂາວ.

ທ່ານ ໄບເດັນ ກ່າວ​ຕໍ່​ທ່ານ ກິຊິດະ (Kishida) ວ່າ ສະຫະລັດ ​ແລະ ຍີ່ປຸ່ນ “ຢືນຢັດ​ເພື່ອ​ຄ່ານິຍົມ​ຮ່ວມ​ກັນ,” ລວມທັງ​ການ​ສະໜັບສະໜູນ​ຢູເຄຣນ ​ແລະ ໃຫ້​ຣັດ​ເຊຍ ຮັບຜິດຊອບ​ຕໍ່​ສົງຄາມ​ຮຸກ​ຮານ​ຂອງ​ຕົນ.

“ສິ່ງທີ່ສຳຄັນທີ່ສຸດ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ແມ່ນ​ເມື່ອ​ປະ​ເທດ​ຂອງ​ພວກ​ເຮົາ​ຢືນ​ຢັດຮ່ວມກັນ, ພວກ​ເຮົາ​ຈະແຂງແກ່ນຂຶ້ນ. ແລະຂ້າພະເຈົ້າເຊື່ອວ່າໂລກທັງໝົດ ຈະປອດໄພຂື້ນ ເມື່ອພວກເຮົາເຮັດແບບນັ້ນ,” ທ່ານ ໄບເດັນ ໄດ້ກ່າວ.

ກອງປະຊຸມສຸດຍອດເລີ້ມຂຶ້ນໃນວັນສຸກນີ້. ກ່ອນ​ການ​ພົບ​ປະ​ຂອງພວກ​ເຂົາ​ເຈົ້າ, ທ່ານ ໄບເດັນ ​ແລະ ທ່ານ ກິຊິດະ (Kishida) ຈະ​ໄປ​ຢ້ຽມຢາມ​ພິພິທະ​ພັນ​ອະນຸສອນ​ສະ​ຖານສັນຕິພາບ ຮິໂຣຊິມາ, ພ້ອມ​ກັບ​ບັນດາ​ຜູ້ນຳ G-7 ຄົນ​ອື່ນໆ​ຈາກ ກາ​ນາ​ດາ, ຝຣັ່ງ, ​ເຢຍຣະ​ມັນ, ອີ​ຕາ​ລີ, ອັງກິດ ​ແລະສະຫະພາບຢູໂຣບ. ກຸ່ມທີ່ບໍ່ໄດ້ເປັນສະມາຊິກຍັງໄດ້ຖືກເຊື້ອເຊີນໃຫ້ເປັນສ່ວນນຶ່ງ ຂອງຄວາມພະຍາ ຍາມຂອງ ທ່ານ ກິຊິດະ (Kishida) ໃນການພົວພັນກັບພາກໃຕ້ຂອງໂລກ (Global South). ປະ​ເທດ​ເຫຼົ່າ​ນັ້ນ​ລວມ​ມີ ອອສເຕຣເລຍ, ບຣາຊີລ (Brazil), ໂກໂມຣົສ (Comoros), ຫມູ່​ເກາະ ຄຸກ (Cook), ອິນ​ເດຍ, ອິນ​ໂດ​ເນ​ເຊຍ, ເກົາ​ຫຼີ​ໃຕ້, ຢູເຄຣນ ແລະ​ຫວຽດ​ນາມ.

ເຈົ້າ​ໜ້າ​ທີ່​ທຳນຽບ​ຂາວ​ກ່າວ​ວ່າ ທ່ານ ໄບເດັນ ຈະ​ບໍ່​ຂໍໂທດ ​ຕໍ່​ການ​ຖິ້ມລະເບີດ​ປະ​ລະ​ມາ​ນູຂອງ​ສະຫະລັດ ​ໃນ​ປີ 1945 ທີ່​ເມືອງ ຮິໂຣຊິມາ (Hiroshima) ແລະ ນາກາຊາກິ (Nagasaki) ທີ່​ໄດ້​ສັງຫານ​ຢ່າງ​ໜ້ອຍ 130,000 ຄົນ ແລະ 60,000 ຄົນໃນບັນດາເມືອງດັງກ່າວ​ຕາມ​ລຳດັບ.

ທີ່​ປຶກສາ​ດ້ານ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ຂອງ​ທຳນຽບຂາວ ທ່ານ ເຈກ ຊູລີວານ (Jake Sullivan) ໄດ້ບອກກັບບັນດາ​ນັກ​ຂ່າວ​ຢູ່​ເຮືອບິນປະ​ຈຳ​ຕຳ​ແໜ່ງ Air Force One ລະຫວ່າງການເດີນທາງ​ໄປ​ຍີ່ປຸ່ນວ່າ: ຈະ​ມີ “ການ​ປຶກສາ​ຫາລື​ກ່ຽວ​ກັບ​ສະໜາມ​ລົບ” ຢູ່ ຢູ​ເຄຣນ ​ແລະ ກ່ຽວ​ກັບ “ສະພາບ​ການ​ລົງ​ໂທດ ​ແລະ ບັນດາ​ບາດກ້າວ​ທີ່​ກຸ່ມ G7 ຈະໃຫ້​ຄຳ​ໝັ້ນ​ສັນຍາ ໃນການ​ບັງຄັບ​ໃຊ້ຮ່ວມກັບ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG