ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ​ໄບ​ເດັນ ຕ້ອນ​ຮັບ​ຜູ້​ນຳ​ລັດ​ຖະ​ສະ​ພາ ເພື່ອ​ຫາ​ລື​ກ່ຽວ​ກັບ​ແຜນ​ການ​ຂອງ​ທ່ານ


ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ ພົບ​ປະ​ກັບ​ບັນ​ດາ​ຜູ້​ນຳ​ລັດ​ຖະ​ສະ​ພາ ພວມ​ທັງ​ປະ​ທານ​ສະ​ພາ​ຕ່ຳ ທ່ານ​ນາງ​ແນນ​ຊີ ເພ​ໂລ​ຊີ ແລະ​ຜູ້​ນຳ​ສຽງ​ສ່ວນ​ນ້ອຍ​ໃນ​ສະ​ພາ​ສູງ ທ່ານ​ມິ​ຈ ແມັກ​ຄອນ​ແນ​ລ ທີ່​ທຳ​ນຽ​ຂາວ ໃນ​ນະ​ຄອ​ນ​ຫຼວງວໍ​ຊິງ​ຕັນ ເມື່ອ​ວັນ​ທີ 29 ພະ​ຈິກ 2022.
ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ ພົບ​ປະ​ກັບ​ບັນ​ດາ​ຜູ້​ນຳ​ລັດ​ຖະ​ສະ​ພາ ພວມ​ທັງ​ປະ​ທານ​ສະ​ພາ​ຕ່ຳ ທ່ານ​ນາງ​ແນນ​ຊີ ເພ​ໂລ​ຊີ ແລະ​ຜູ້​ນຳ​ສຽງ​ສ່ວນ​ນ້ອຍ​ໃນ​ສະ​ພາ​ສູງ ທ່ານ​ມິ​ຈ ແມັກ​ຄອນ​ແນ​ລ ທີ່​ທຳ​ນຽ​ຂາວ ໃນ​ນະ​ຄອ​ນ​ຫຼວງວໍ​ຊິງ​ຕັນ ເມື່ອ​ວັນ​ທີ 29 ພະ​ຈິກ 2022.

ປະ​ທາ​ນາ​ທິ​ບໍ​ດີໂຈ ໄບ​ເດັນ ກ່າວ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ ທ່ານ​ຫວັງ​ວ່າ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ ຄົງ​ຈະ​ສາ​ມາດ​ເຮັດ​ວຽກ​ຮ່ວມ​ກັນ ເພື່ອ​ໃຫ້​ເງິນ​ສະ​ໜັບ​ສະ​ໜຸນ​ລັດ​ຖະ​ບານ ເພີ້ມ​ການ​ໃຊ້​ສຳ​ລັບ​ຢູ​ເຄ​ຣນ ແລະ​ຢັບ​ຢັ້ງການ​ນັດ​ຢຸດ​ງານ​ຂອງ​ພະ​ນັກ​ງາ​ນ​ລົດ​ໄຟໃນ​ຂະ​ນະ​ທີ່​ທ່ານ​ເປັນ​ເຈົ້າ​ພາບ​ຕ້ອນ​ຮັບ​ບັນ​ດາ​ຜູ້​ນຳ​ລັດ​ຖະ​ສະ​ພາ ຢູ່​ທີ່​ທຳ​ນຽບ​ຂາວ. ແຕ່​ຜູ້​ທີ່​ຖືກ​ເລືອກ​ໃຫ້​ເປັນ​ປະ​ທານ​ສະ​ພາ​ຕ່ຳ​ຄົນ​ຕໍ່​ໄປ​ຂອງ​ພັກຣີ​ພັບ​ບ​ລີ​ກັນ ປະ​ກາດ​ວ່າ ສິ່ງ​ຕ່າງໆ “ຈະ​ບໍ່​ຄື​ເກົ່າ” ເວ​ລາ​ພັກ​ຣີ​ພັບ​ບ​ລີ​ກັນ​ເຂົ້າ​ຄວບ​ຄຸມ​ສະ​ພາ​ຕ່ຳ​ແລ້ວ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່​າວ​ເອ​ພີ.

ການ​ປະ​ຊຸມ​ດັ່ງ​ກ່າວ​ມີ​ຂຶ້ນ​ໃນ​ຂະ​ນະ​ທີ່​ທ່ານ​ໄບ​ເດັນ ພວມ​ຊອກ​ຫາ​ຊ່ອງ​ທາງ​ທີ່​ຈະ​ໄດ້​ຮັບ​ໄຊ​ຊະ​ນະ​ເພີ້ມ​ຂຶ້ນ​ທາງ​ດ້ານ​ນິ​ຕິ​ບັນ​ຢັດກ່ອນ​ທີ່​ພັກ​ເດ​ໂມ​ແຄ​ຣັດ​ຈະ​ສູນ​ເສຍ ກ​ານ​ຄວ​ບ​ຄຸມ​ທັງ​ສາມ​ຂະ​ແໜງ​ຢູ່​ວໍ​ຊິງ​ຕັນ​ໃນ​ວັນ​ທີ 3 ມັງ​ກອນ​ຈະ​ມານີ້ ແລະ​ປະ​ທາ​ນາ​ທິ​ບໍ​ດີ​ແມ່ນ​ກາງ​ຕໍ່​ລັດ​ຖະ​ສະ​ພາເພື່ອ​ຫຼີກ​ລ່ຽງ​ບໍ່​ໃຫ້​ມີ​ການ​ປິດ​ລັດ​ຖະ​ບານ​ໃນ​ວັນ​ທີ 16 ທັນ​ວາ. ນອກນັ້ນ ທ່ານ​ໄບ​ເດັນ​ຍັງ​ຢາກ​ໃຫ້​ສະ​ພາ ​ອະ​ນຸ​ມັດ​ການ​ໃຊ້​ຈ່າຍຂອ​ງ​ລັດ​ຖະ​ບານ​ເພີ້ມ​ຂຶ້ນ ໃນ​ການ​ຮັບ​ມື​ກັບ​ໂຄວິດ-19 ແລະ​ເພີ້ມ​ການ​ຊ່ວຍ​ເຫຼືອ​ທາງ​ດ້ານ​ເສດ​ຖະ​ກິດ ແລະ​ດ້ານ​ປ້ອງ​ກັນ​ປະ​ເທດຂອງ​ສະ​ຫະ​ລັດ​ ຕໍ່​ຢູ​ເຄ​ຣນ ເພື່ອຕ້ານ​ຢັນ​ການ​ຮຸກ​ຮານ​ຂອງ​ຣັດ​ເຊຍ.

ພ້ອມນີ້ ທ່ານ​ໄບ​ເດັນ​ຍັງ​ຮຽກ​ຮ້ອງ​ໃຫ້​ສະ​ພາ​ເຂົ້າ​ມາ​ມີ​ສ່ວນ​ຮ່ວມ ເພື່ອ​ບັງ​ຄັບ​ໃຫ້​ມີ​ການ​ຕົກ​ລົງ​ຊົ່ວ​ຄາວ​ລະ​ຫວ່າງ​ບໍ​ລິ​ສັດ​ລົດ​ໄຟ​ແລ​ະ​ພວກ​ຄົນ​ງານ ເພື່ອ​ຫຼີກ​ລ່ຽງ​ບໍ່ໃຫ້​ມີ​ການ​ນັດ​ຢຸດ​ງານ​ທີ່​ອາດ​ຈະ​ສ້າງ​ຄວາມ​ເສຍ​ຫາຍ​ຮ້າຍ​ແຮງ​ ໃຫ້​ແກ່​ການ​ຂົນສົ່ງ​ທາງ​ລົດ​ໄຟໃນ​ວັນ​ທີ 9 ທັນ​ວາ​ຈະ​ມານີ້.

ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ໄດ້​ມີ​ການ​ຊັກ​ຊ້າ​ເປັນ​ເວ​ລາ​ຫຼາຍ​ເດືອນ​ໃນ​ການ​ຮັບ​ຜ່ານ​ຮ່າງ​ກົດ​ໝາຍ​ດ້ານ​ງົບ​ປະ​ມານ​ໃນ​ປີນີ້ໂດຍ​ກາງ​ຕໍ່​ແຕ່​ມາດ​ຕະ​ການ​ອະ​ນຸ​ມັດ​ການ​ໃຊ້​ຈ່າຍ​ຊົ່ວ​ຄາວ ຊຶ່ງ​ສ່ວນ​ໃຫຍ່​ແລ້ວ​ຈະ​ຮັກ​ສາ​ລະ​ດັບ​ການ​ໃຊ້​ຈ່າຍ​ໃນ​ປັດ​ຈຸ​ບັນ ທີ່​ພະ​ແນກ​ການ​ຕ່າງໆ​ຂອງ​ລັດ​ຖະ​ບານ​ກາງ​ເຕືອນ​ວ່າ ຈະ​ເຮັດ​ໃຫ້​ພວກ​ເຂົາ​ເຈົ້າບໍ່​ມີ​ເງິນ​ສຳ​ລັບ​ໃຊ້​ຈ່າຍ​ພຽງ​ພໍ.

“ພວກ​ເຮົາ​ຈະ​ເຮັດ​ວຽກ​ຮ່ວມ​ກັນ ຂ້າ​ພະ​ເຈົ້າ​ຫວັງ​ວ່າ ເພື່ອ​ໃຫ້​ເງິນ​ສະ​ໜັບ​ສະ​ໜຸນ​ລັດ​ຖະ​ບານ” ທ່ານ​ໄບ​ເດັນກ່າວ​ຕໍ່​ບັນ​ດາ​ສະ​ມາ​ຊິກ​ສະ​ພາ ໂດຍ​ເນັ້ນ​ໜັ​ກ​ໃຫ້​ເຫັນ​ເຖິງ​ຄວາມ​ສຳ​ຄັນ​ໃນ​ການ​ໃຫ້​ເງິນ​ສະ​ໜັບ​ສະ​ໜຸນ​ຢູ​ເຄ​ຣນແລະ​ການ​ລະ​ບາດ​ຂອງ​ໄວ​ຣັ​ສ​ໂຄ​ໂຣ​ນາເຊັ່ນ​ດຽວກັນ.

ປະ​ທາ​ນາ​ທິ​ບໍ​ດີ​ກ່າວ​ວ່າ “ເສດ​ຖະ​ກິດ​ຕົກ​ຢູ່​ໃນ​ຄວາມ​ສ່ຽງ” ຍ້ອນ​ມີ​ການ​ນັດ​ຢຸດ​ງານ​ທີ່​ອາດ​ຈະ​ມີ​ຂຶ້ນ​ຂອງ​ຄົນ​ງານ​ລົດ​ໄຟ ແລະ​ທ່ານ​ກ່າວ​ວ່າ ທ່ານ “ມີ​ຄວາມ​ເຊື່ອ​ໝັ້ນ” ວ່າ ລັດ​ຖະ​ສະ​ພາ​ຈະ​ດຳ​ເນີນ​ການ ເພື່ອ​ຢັບ​ຢັ້ງ​ບໍ່​ໃຫ້​ເກີດ​ຂຶ້ນ. “ມີ​ຫຼາຍ​ສິ່ງ​ຫຼາຍ​ຢ່າງ​ທີ່​ຈະ​ກ່ຽວ​ຂ້ອງ ຮວມ​ທັງ​ການ​ແກ້​ໄຂ​ການ​ນັດຢຸດ​ງານ​ລົດ​ໄຟ” ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ກ່າວ.

​ໃນການ​ພົບ​ປະ​ທີ່​ຫ້ອງ​ຣຸ​ສ​ເວ​ລ​ທ໌​ຂອງ​ທຳ​ນຽບ​ຂາວ ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນ​ນັ່ງຢູ່​ຫົວ​ໂຕະ​ປະ​ຊຸມ ຢູ່​ທາງ​ຂ້າງ​ກໍ​ມີ​ປະ​ທານ​ສະ​ພາ​ຕ່ຳ​ ທ່ານ​ນາງ​ແນນ​ຊີ ເພ​ໂລ​ຊີແລະ​ຜູ້​ນຳ​ສຽງ​ສ່ວນ​ຫຼາຍ ໃນ​ສະ​ພາ​ສູງ ທ່ານ​ຊັກ ຊູ​ເມີ ຊຶ່ງ​ທັງ​ສອງ​ທ່ານ​ກໍ​ໄດ້ຫົວ​ຍິ້ມ​ຢ່າງເບີກ​ບານ ​ໃນ​ຕອນ​ເລີ້ມ​ປະ​ຊຸມ.

ຜູ້​ນຳ​ສຽງ​ສ່ວນ​ນ້ອຍ​ໃນ​ສະ​ພາ​ຕ່ຳ ທ່ານ​ເຄວິນ ແມັກ​ຄາ​ທີ ນັ່ງ​ຖັດ​ໄປ​ຈາກ​ທ່ານ​ຊູ​ເມີ ແລະ​ຜູ້​ນຳ​ສຽງ​ສ່ວນ​ນ້ອຍ​ໃນ​ສະ​ພາ​ສູງ ທ່ານ​ມິ​ຈ ແມັກ​ຄອນ​ແນ​ລ ນັ່ງ​ຖັດ​ໄປ​ຈາກ​ທ່ານ​ນາງ​ເພ​ໂລຊີ ແລະ​ປາ​ກົດ​ວ່າບໍ່​ໄດ້​ສະ​ແດງ​ຄວາມ​ຮູ້​ສຶກ​ຫຍັງ​ຫຼາຍ.

ອ່ານ​ຂ່າວນີ້​ຕື່​ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG