ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ທ່ານ ໄບ​ເດັນ ຈັດ​ການ​ພົບ​ປະ​ກັບ​ນາ​ຍົກ​ລັດ​ຖະ​ມົ​ຕີ​ຄົນ​ໃໝ່ ​ຂອງ ອັງ​ກິດ ຢູ່ນອກກອງ​ປະ​ຊຸມ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ


ນາ​ຍົກ​ລັດ​ຖະ​ມົນ​ຕີ ອັງ​ກິດ ທ່ານ​ນາງ ລີ​ສ ທ​ຣັ​ສ ແລະ ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ ຈັດ​ກອງ​ປະ​ຊຸມ​ສອງ​ຝ່າຍ​ໃນ​ລະ​ຫວ່າງ ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ສະ​ຫະ​ປະ​ຊາ​ຊາດ​ຄັ້ງ​ທີ 77, ສຳ​ນັກ​ງານ​ໃຫຍ່ ສະ​ຫະ​ປະ​ຊາ​ຊາດ, ນະ​ຄອນ ນິວຢອກ, 21 ກັນ​ຍາ 2022.
ນາ​ຍົກ​ລັດ​ຖະ​ມົນ​ຕີ ອັງ​ກິດ ທ່ານ​ນາງ ລີ​ສ ທ​ຣັ​ສ ແລະ ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ ຈັດ​ກອງ​ປະ​ຊຸມ​ສອງ​ຝ່າຍ​ໃນ​ລະ​ຫວ່າງ ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ສະ​ຫະ​ປະ​ຊາ​ຊາດ​ຄັ້ງ​ທີ 77, ສຳ​ນັກ​ງານ​ໃຫຍ່ ສະ​ຫະ​ປະ​ຊາ​ຊາດ, ນະ​ຄອນ ນິວຢອກ, 21 ກັນ​ຍາ 2022.

ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ໄດ້​ນັ່ງ​ລົງ​ກັບ​ຄູ່​ຮ່ວມ​ຕຳ​ແໜ່ງ​ຂອງ​ທ່ານ​ຈາກ​ອັງ​ກິດ ເປັນ​ຄັ້ງ​ທຳ​ອິດ​ໃນ​ວັນ​ພຸດ​ວານນີ້​ຢູ່ນອກກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ, ໂດຍ​ເອີ້ນ ສະ​ຫະ​ຣາ​ຊະ​ອາ​ນາ​ຈັກ ອັງ​ກິດ ວ່າ “ພັນ​ທະ​ມິດ​ທີ່​ໃກ້​ຊິດ​ທີ່​ສຸດ ​ຂອງ​ພວກ​ເຮົາ​ໃນ​ໂລກ” ແລະ ໄດ້​ຕົກ​ລົງ​ທີ່​ຈະ​ເຮັດ​ວຽກ​ຮ່ວມ​ກັນ​ໃນຫຼາຍ​ບັນ​ຫາ​ນັບ​ຈາກ​ຄວາມ​ຂັດ​ແຍ້ງ​ໃນ​ຢູ​ເຄ​ຣນ ເພື່ອ​ຮັກ​ສາ​ສັນ​ຕິ​ພາບ​ໃນ ໄອ​ຣ​ແລນ​ເໜືອ ໃນ​ຂະ​ນະ​ທີ່​ອັງ​ກິດ​ໄດ້​ອອກ​ຈາກ​ສະ​ຫະ​ພາບ ຢູ​ໂຣບ.

ທ່ານ ໄບ​ເດັນ ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ ລີ​ສ ທ​ຣັ​ສ ໄດ້​ເລືອກ​ທີ່​ຈະ​ພົບ​ປະ​ກັນ​ໃນ​ນະ​ຄອນ ນິວຢອກ, ແທນ​ທີ່​ຈະ​ເປັນ​ໃນ​ນະ​ຄອນຫຼວງ ລອນດອນ, ເຊິ່ງ​ທ່ານ ໄບ​ເດັນ ໄດ້​ໄປໃນ​ບໍ່​ເທົ່າ​ໃດ​ວັນ​ທີ່​ຜ່ານ​ມາ​ສຳ​ລັບ​ພິ​ທີ​ສົ່ງ​ສະ​ການ​ພະ​ຣາ​ຊີ​ນີ ເອ​ລີ​ຊາ​ເບັດ ທີ​ສອງ. ທັງ​ສອງ​ທ່ານ​ໄດ້​ເລີ່ມ​ການ​ໃຫ້​ຄຳ​ເຫັນ​ຕໍ່​ສາ​ທາ​ລະ​ນະ​ດ້ວຍ​ການ​ກ່າ​ວ​ເຖິງ​ການ​ປົກ​ຄອງ ​ທີ່​ດົນ​ນານ​ຂອງ​ພະ​ຣາ​ຊີ​ນີ, ຜູ້​ທີ່​ໄດ້​ຄອງ​ຣາດ​ເປັນ​ເວ​ລາ 70 ປີ.

ທ່ານ​ນາງ ທ​ຣັ​ສ ໄດ້​ກ່າວຫຼັງ​ຈາກ​ໄດ້​ຂອບ​ໃຈ​ທ່ານ ໄບ​ເດັນ ແລະ ສະ​ຕີ​ໝາຍ​ເລກ​ນຶ່ງ​ທ່າ​ນ​ນາງ ຈິ​ລ ໄບ​ເດັນ ສຳ​ລັບ​ການ​ເຂົ້າ​ຮ່ວມ​ພິ​ທີ​ສົ່ງ​ສະ​ການ​ຂອງ​ພະ​ຣາ​ຊີ​ນີ​ໃນ​ວັນ​ຈັນ​ທີ່​ຜ່ານ​ມາ​ວ່າ “ເພິ່ນ​ໄດ້​ເປັນ​ທີ່​ເພິ່ງ​ພາ​ອາ​ໄສ ໃນ​ການ​ກໍ່​ສ້າງ​ອັງ​ກິດ ທີ່​ທັນ​ສະ​ໄໝ.”

ທ່ານ ໄບ​ເດັນ ໄດ້​ກ່າວ​ກ່ອນກອງ​ປະ​ຊຸມ​ຂອງ​ບັນ​ດາ​ເຈົາ​ໜ້າ​ທີ່​ລະ​ດັບ​ສູງ ສະ​ຫະ​ລັດ ແລະ ອັງ​ກິດ ວ່າ “ມັນ​ບໍ່​ມີ​ບັນ​ຫາ​ໃດ​ທີ່​ຂ້າ​ພະ​ເຈົ້າ​ຈະ​ຄິດ​ໄດ້ ກ່ຽວ​ກັບ ຜົນ​ກະ​ທົບ​ທີ່​ຕາມ​ມາ​ຂອງ​ໂລກ​ທີ່ ສະ​ຫະ​ລັດ ແລະ ສະ​ຫະ​ຣາ​ຊາ​ອາ​ນາ​ຈັກ ບໍ່​ໄດ້​ເຮັດ​ວ​ຽກ​ຮ່ວມ​ກັນ. ແລະ ຂ້າ​ພະ​ເຈົ້າ​ຫວັງ​ວ່າ​ພວກ​ເຮົາ​ຈະ​ສາ​ມາດ​ສືບ​ຕໍ່​ເຮັດ​ແນວ​ນັ້ນ. ແລະ ພວກ​ເຮົາ​ມີ​ວາ​ລະ​ແຜນ​ການ​ໃນ​ມື້ນີ້​ຈາກ​ການ​ສະ​ໜັບ​ສະ​ໜູນ ຢູ​ເຄ​ຣນ ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ໄດ້​ປ້ອງ​ກັນ​ຕົນ​ເອງ​ຈາກ ຣັດ​ເຊຍ, ແລະ ກາ​ນ​ທ້າ​ທາຍ​ຂອງ​ທ່ານ ປູ​ຕິນ, ເຊັ່ນ​ດຽວ​ກັບ ຈີນ, ແລະ ​ບັ​ນ​ຫາ​ໃນ​ການ​ປ້ອງ​ກັນ ອີ​ຣ່ານ ຈາກ​ການ​ມີ​ອາ​ວຸດ​ນິວ​ເຄ​ລຍ​ໃນ​ຄວາມ​ຄອບ​ຄອງ​ອີກ​ດ້ວຍ. ມັນມີຫຼາຍ​ຢ່າງ​ໃນ​ວາ​ລະ​ແຜນ​ການ.”

ທ່ານ​ນາງ ທ​ຣັ​ສ ຍັງ​ໄດ້​ກ່າວ​ວ່າ​ປະ​ເທດ​ຂອງ​ທ່ານ​ນາງ​ຈະ​ຂະ​ຫຍາຍ​ການ​ໃຊ້​ຈ່າຍ​ປ້ອງ​ກັນ​ປະ​ເທດໃຫ້​ເທົ່າ​ກັບ​ສິ່ງ​ທ້າ​ທາຍ​ຕ່າງໆ​ທີ່​ເກີດ​ຂຶ້ນຍ້ອນ​ການ​ບຸກ​ລຸກ ຢູ​ເຄ​ຣນ ຂອງ​ຣັດ​ເຊຍ.

ທ່ານ​ນາງ​ໄດ້​ກ່າວ​ວ່າ “ພວກ​ເຮົາ​ໄດ້​ປະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ​ຂະ​ໜາດ​ໃຫຍ່​ໃນ​ຂະ​ນະ​ທີ່​ລະ​ບອບ​ຜະ​ເດັດ​ການ​ພະ​ຍາ​ຍາມ​ທີ່​ຈະ​ຍຶດ​ເກາະ ແລະ ຂະ​ຫຍາຍ​ຄວາມອວດ​ອົ່ງ​ຂອງ​ເຂົາ​ເຈົ້າ​ໃນ​ທົ່ວ​ໂລກ. ແລະ​ຍ້ອນ​ແນວ​ນັ້ນ​ພວກ​ເຮົາ​ຈຶ່ງ​ໄດ້​ຂະ​ຫຍາຍ​ໃນ​ແງ່​ຂອງ​ການ​ໃຊ້​ຈ່າຍ​ດ້ານ​ການ​ປ້ອງ​ກັນ​ປະ​ເທດ, ພວກ​ເຮົາ​ຈະ​ປ່ຽນ​ໄປ​ເປັນ 3 ເປີ​ເຊັນ​ຂອງຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ ໃນ​ການ​ໃຊ້​ຈ່າຍ​ປ້ອງ​ກັນ​ປະ​ເທດ. ແລະ​ຍ້ອນ​ແນວ​ນັ້ນ​ພວກ​ເຮົາ​ຈຶ່ງ​ຢາກ​ເຮັດ​ວຽກ​ກັບ​ ສະ​ຫະ​ລັດ ຢ່າງ​ໃກ້​ຊິດ​ຂຶ້ນກວ່າ​ເກົ່າ, ໂດຍ​ສະ​ເພາະ​ກ່ຽວ​ກັບຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ, ຄວາມ​ໝັ້ນ​ຄົງ​ດ້ານ​ເສດ​ຖະ​ກິດ​ຂອງ​ພວກ​ເຮົາ, ແຕ່​ພ້ອມ​ກັນ​ນັ້ນຈະ​ເຂົ້າຫາ​ບັນ​ດາ​ເພື່ອນ​ປະ​ເທດ​ປະ​ຊາ​ທິ​ປະ​ໄຕ​ໃນ​ທົ່ວ​ໂລກ ​ເພື່ອ​ຮັບ​ປະ​ກັນ​ວ່າ​ປະ​ຊາ​ທິ​ປະ​ໄຕ​ຈະ​ໄດ້​ຊະ​ນະ, ແລະ​ພວ​ກ​ເຮົາຈະ​ປົກ​ປ້ອງ​ເສ​ລີ​ພາບ ແລະ ອະ​ນາ​ຄົດ​ຂອງ​ປະ​ຊາ​ຊົນ​ຂ​ອງ​ພວກ​ເຮົາ.”

ບັນ​ດາ​ນັກ​ວິ​ເຄາະ​ກ່າວ​ວ່າ​ການ​ເຊື່ອມ​ໂຍງ​ລະ​ຫວ່າງ​ການ​ໃຊ້​ຈ່າຍ​ປ້ອງ​ກັນ​ປະ​ເທດ ແລະ ​ການສົ່ງ​ເສີມ​ປະ​ຊາ​ທິ​ປະ​ໄຕ​ແມ່ນ​ບາງ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG