ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ ໄບເດັນ ແກ້ໄຂຂໍ້ບົກຜ່ອງ ເພື່ອຂະຫຍາຍການເຂົ້າຫາປະກັນສຸຂະພາບ


US - Health Care USAGM (1).mp4
please wait

No media source currently available

0:00 0:02:38 0:00

ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ໃນວັນອັງຄານທີ່ຜ່ານມາ ໄດ້ປະກາດແຜນການທີ່ຈະຂະຫຍາຍການເຂົ້າຫາປະກັນສຸຂະພາບ ດ້ວຍການສະເໜີການປ່ຽນແປງກົດໝາຍປະກັນສຸຂະພາບລາຄາຖືກ ເພື່ອອະນຸຍາດໃຫ້ຄອບຄົວຄົນອາເມຣິກັນອີກຫຼາຍລ້ານຄອບຄົວຊື້ແຜນປະກັນສຸຂະພາບແລະໄດ້ຮັບເຄຣດິດພາສີ ເພື່ອຊົດເຊີຍຄ່າໃຊ້ຈ່າຍດັ່ງກ່າວ. ນັກຂ່າວວີໂອເອປະຈຳທຳນຽບຂາວ ແພັດຊີ ວິດາຄຸສວາຣາ ມີລາຍງານນີ້, ເຊິ່ງພຸດທະສອນ ຈະນຳລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ສະຫະລັດ ແມ່ນປະເທດອຸດສາຫະກຳພຽງປະເທດດຽວ ທີ່ບໍ່ສະໜອງປະກັນສຸຂະພາບ ໃຫ້ແກ່ປະຊາຊົນຂອງເຂົາເຈົ້າໝົດທຸກຄົນ. ປະຊາຊົນອາເມຣິກັນປະມານ 8.6 ເປີເຊັນ, ຫຼື 28 ລ້ານຄົນ, ບໍ່ມີປະກັນສຸຂະພາບໃນຈຸດໃດນຶ່ງລະຫວ່າງປີ 2020, ອີງຕາມຂໍ້ມູນຫ້ອງການສຳມະໂນຄົວສະຫະລັດ.

ປະທານາທິບໍດີໂຈ ໄບເດັນ ຢາກທີ່ຈະຫຼຸດຕົວເລກດັ່ງກ່າວລົງ.

ປະທານາທິບໍດີໂຈ ໄບເດັນ ກ່າວວ່າ “ເວລາໃດທີ່ກົດລະບຽບທີ່ຖືກສະເໜີໃນມື້ນີ້ແລ້ວສົມບູນ, ເລີ່ມຕົ້ນປີໜ້າ, ຄອບຄົວທັງຫຼາຍໃນອາເມຣິກາ ຈະໄດ້ຮັບການຊ່ວຍເຫຼືອ ທີ່ເຂົາເຈົ້າຕ້ອງການ ເພື່ອຊື້ປະກັນສຸຂະພາບຄອບຄົວຢ່າງຄົບຖ້ວນ. ທຸກຄົນໃນຄອບຄົວ.”

ທ່ານໄບເດັນໄດ້ປະກາດຂໍ້ສະເໜີຂອງທ່ານໃນວັນອັງຄານວານນີ້ຢູ່ທຳນຽບຂາວກັບອະດີດປະທານາທິບໍດີບາຣັກໂອບາມາ, ຜູ້ທີ່ໄດ້ເຊັນກົດໝາຍ ປະກັນສຸຂະ ພາບລາຄາຖືກ, ເຊິ່ງແມ່ນກົດໝາຍປະກັນສຸຂະພາບກວ້າງຂວາງທີ່ຮູ້ຈັກກັນໃນຊື່ Obamacare, ໃນເດືອນມີນາ 2020. ນີ້ແມ່ນການກັບຄືນໄປຢ້ຽມຢາມທຳ ນຽບຂາວເປັນຄັ້ງທຳອິດ ຂອງທ່ານໂອບາມາ ນັບຕັ້ງແຕ່ທ່ານໄດ້ອອກຈາກຕຳ ແໜ່ງໃນປີ 2017 ຫຼັງຈາກການດຳລົງຕຳແໜ່ງສອງສະໄໝໂດຍ​ມີທ່ານໄບເດັນເປັນຮອງປະທານາທິບໍດີຂອງທ່ານ.

ທ່ານບາຣັກ ໂອບາມາ ອະດີດປະທານາທິບໍດີ ກ່າວວ່າ “ແຕ່ບໍ່ມີຫຍັງທີ່ໄດ້ເຮັດໃຫ້ຂ້າພະເຈົ້າພູມໃຈໄປກວ່າການສະໜອງປະກັນສຸຂະພາບທີ່ດີກວ່າເກົ່າແລະມີການປົກປ້ອງຫຼາຍກວ່າເກົ່າ ໃຫ້ປະຊາຊົນຫຼາຍລ້ານຄົນໃນທົ່ວປະເທດນີ້.”

ຂໍ້ສະເໜີການປ່ຽນແປງຂອງທ່ານໄບເດັນຕໍ່ກົດໝາຍປະກັນສຸຂະພາບລາຄາຖືກຈະແກ້ໄຂ ອັນທີ່ເອີ້ນວ່າ ຄວາມບົກຜ່ອງເລັກນ້ອຍຂອງຄອບຄົວ. ອີງຕາມກົດລະບຽບໃນປັດຈຸບັນນີ້, ສະມາຊິກຄອບຄົວຂອງພະນັກງານຄົນນຶ່ງຜູ້ທີ່ຊື້ປະກັນສຸຂະພາບຜ່ານຜູ້ຈ້າງງານແມ່ນບໍ່ມີສິດສຳລັບເຄຣດິດພາສີຄຸນນະພາບສູງ, ແມ່ນ ກະທັ້ງທີ່ເຂົາເຈົ້າຕ້ອງການເພື່ອຊື້ປະກັນສະຂຸພາບ. ຄວາມບົກຜ່ອງດັ່ງກ່າວໄດ້ສົ່ງຜົນກະທົບຕໍ່ປະຊາຊົນປະມານ 5 ລ້ານຄົນ, ອີງຕາມທຳນຽບຂາວ.

ສະມາຊິກສະພາຕໍ່າສັງກັດພັກຣີພັບບລີກັນ ທ່ານ ເຄວິນ ເບຣດີ, ຜູ້ນຳຄະນະກຳມະການພາສີສະພາຕໍ່າ ໄດ້ຕຳໜິຕິຕຽນການເຄື່ອນໄຫວດັ່ງກ່າວ ແລະ ໄດ້ກ່າວຫາທ່ານໄບເດັນ ກ່ຽວກັບການໃຊ້ດຳລັດປະທານາທິບໍດີ ໃນທາງທີ່ຜິດ.

ປະກັນສຸຂະພາບຂອງປະເທດດັ່ງກ່າວແມ່ນລະບົບລັດ-ເອກະຊົນ, ດ້ວຍປະມານ 65 ເປີເຊັນຂອງຊາວອາເມຣິກັນແມ່ນໄດ້ຮັບການປົກປ້ອງໂດຍປະກັນສຸຂະພາບຂອງເອກະຊົນ ແລະທີ່ເຫຼືອແມ່ນເພິ່ງພາອາໄສປະກັນຂອງລັດ, ອີງຕາມປະກັນ ໄພ Medicare ແລະ Medicaid.

ທ່ານ ບິລ ໂຮກແລນ, ຈາກສູນກາງນະໂຍບາຍສອງພັກການເມືອງກ່າວວ່າ “ນີ້ແມ່ນປະເທດທີ່ມຸ່ງເນັ້ນໄປສູ່ພາກເອກະຊົນ, ຜູ້ຈ້າງງານ, ແລະ ຜູ້ຈ້າງງານທີ່ສະໜອງຜົນປະໂຫຍດທີ່ໄດ້ສ້າງພາວະບໍ່ຕໍ່ເນື່ອງນີ້,​ ຖ້າເຈົ້າມັກລະຫວ່າງພວກເຮົາບໍ່ປະກັນສຸຂະພາບທີ່ບໍ່ໄດ້ມີໃຫ້ໝົດທຸກຄົນ.”

ປະຊາຊົນອາເມຣິກັນປະມານ 55 ເປີເຊັນສະໜັບສະໜູນນປະກັນສຸຂະພາບລາຄາຖືກ, ອີງຕາມການຢັ່ງຫາງສຽງເມື່ອບໍ່ດົນມານີ້ ໂດຍມູນນິທິຄອບຄົວ Kaiser.

ໃນລະຫວ່າງລັດຖະບານທ່ານທຣຳ, ພັກຣີພັບບລີກັນໃນລັດຖະສະພາໄດ້ພະຍາ ຍາມທີ່ຈະຍົກເລີກກົດໝາຍດັ່ງກ່າວ ແຕ່ໄດ້ປະສົບຄວາມລົ້ມແຫຼວ.

ນັບຕັ້ງແຕ່ທ່ານໄບເດັນໄດ້ເຂົ້າກຳຕຳແໜ່ງ, ການລົງທະບຽນແລະການຊື້ປະກັນສຸຂະພາບຜ່ານກົດໝາຍປະກັນສຸຂະພາບລາຄາຖືກແມ່ນໄດ້ພຸ່ງຂຶ້ນສູງສຸດ. ກົດໝາຍດັ່ງກ່າວໄດ້ຕັດຕົວເລກຜູ້ທີ່ບໍ່ມີປະກັນສຸຂະພາບລົງຢ່າງຫຼວງຫຼາຍ, ເຊິ່ງຄັ້ງນຶ່ງເຄີຍຢືນຢູ່ 46.5 ລ້ານຄົນ.

The United States is the only industrialized nation that does not provide health care for all its citizens. About 8.6 percent of Americans, or 28 million people, did not have health insurance at any point during the year 2020, according to U.S. Census Bureau data.

President Joe Biden wants to reduce that number.

“Once today's proposed rule is finalized, starting next year, working families in America will get the help they need to afford full family coverage. Everyone in the family.”

Biden announced his proposal Tuesday at the White House with former President Barack Obama,

who signed the Affordable Care Act, a sweeping health care law known as Obamacare, in March 2010. This is Obama’s first return visit to the White House since he left office in 2017

… after two terms with Biden as his vice president.

“But nothing made me prouder than providing better health care and more protections to millions of people across this country.”

Biden’s proposed changes to the ACA will fix the so-called family glitch. Based on current regulations, an employee's family members who purchase health coverage through the employer are ineligible for a premium tax credit, even though they need it to afford coverage. The glitch affects about 5 million people, according to the White House.

Republican Representative Kevin Brady, the House Ways and Means Committee leader, criticized the move and accused Biden of misusing executive orders.

The country’s health care is a public-private system, with about 65 percent of Americans covered by private health insurance and the rest relying on public coverage, including Medicare and Medicaid.

“This is a country that is very much oriented toward the private sector, the employer, and the employer providing benefits that creates this discontinuity, if you like, between us not having health care that's universal for everyone.”

About 55 percent of Americans support the ACA, according to a recent poll by the Kaiser Family Foundation.

During the Trump administration, Republicans in Congress tried repeatedly to repeal the law but failed.

Since Biden took office, enrollment and coverage through the ACA has been at a peak. The law significantly cut the number of uninsured, which once stood at 46.5 million.

XS
SM
MD
LG