ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ. ໄບເດັນ ຈະປະເຊີນກັບການກົດດັນ ເພື່ອໃຫ້ຕ່າວປີ້ນ ນະໂຍບາຍຕ່າງໆ ກ່ຽວກັບພວກແມ່ຍິງ ຂອງ ປ. ທຣຳ


ວີດີໂອ ລາຍງານທ້າຍປີ ກ່ຽວກັບ ນະໂຍບາຍຕ່າງໆ ທີ່ກ່ຽວຂ້ອງກັບພວກແມ່ຍິງ ຊາວອາເມຣິກັນເປັນພາສາອັງກິດ

ພວກໜ່ວຍເລືອກຕັ້ງທີ່ໄດ້ປິດລົງຢ່າງເປັນທາງການ ສະແດງໃຫ້ເຫັນວ່າ ແມ່ຍິງໄດ້ຊ່ອຍໃຫ້ ທ່ານໂຈ ໄບເດັນ ຮັບປະກັນໄຊຊະນະ ທີ່ໄດ້ຖືກເລືອກໃຫ້ເປັນປະທານາທິບໍດີ ຊຶ່ງພວກເຂົາເຈົ້າໄດ້ລົງຄະແນນໃຫ້ທ່ານໄບເດັນເຖິງ 75 ເປີເຊັນ ເມື່ອທຽບກັບ 42 ເປີເຊັນທີ່ໄດ້ລົງຄະແນນ ໃຫ້ແກ່ປະທານາ ທິບໍດີ ດໍໂນລ ທຣຳ. ແພັດຊີ ວີດາຄຸສວາຣາ ນັກຂ່າວປະຈຳທຳນຽບຂາວ ມີລາຍງານເລື້ອງນີ້ ທີ່ຈະສຳຫຼວດເບິ່ງນະໂຍບາຍຕ່າງໆຄືນກ່ຽວກັບແມ່ຍິງແລະ ຄຳໝັ້ນສັນຍາໃນການໂຄສະນາຫາສຽງຂອງທ່ານໄບເດັນ ໃນເລື້ອງຂອງການຮັບປະກັນການມີສ່ວນຮ່ວມຢ່າງຄົບຖ້ວນ ແລະຄວາມສະເໝີພາບຂອງທຸກຊົນເພດ ຊຶ່ງໄຊຈະເລີນສຸກ ຈະນຳລາຍລະອຽດມາສະເໜີທ່ານ.

ພວກແມ່ຍິງໄດ້ພາກັນອອກມາເດີນຂະບວນ ໃນປີ 2017…ຕໍ່ມາປີ 2018….ໃນປີ 2019…..

ແລະປີ 2020…ປະທານາທິບໍດີ ດໍໂນລ ທຣຳ ໄດ້ປະເຊີນກັບຄວາມໄວ້ເນື້ອເຊື່ອໃຈໃນລະດັບທີ່ຕ່ຳ ຈາກພວກແມ່ຍິງທີ່ມີສິດອອກສຽງ ນັບຕັ້ງແຕ່ທ່ານໄດ້ເລີ້ມລົງໂຄສະນາຫາສຽງໃນປີ 2016 ທ່າມກາງຂໍ້ກ່າວຫາຕ່າງໆຂອງພຶດຕິກຳລວນລາມຕໍ່ພວກແມ່ຍິງ….ທ່ານທຣຳ ໄດ້ໂຄສະນາວ່າ “ທັງໝົດທັງປວງບໍ່ຖືກ ແລະບໍ່ຖືກຕ້ອງແທ້ໆເລີຍ” ແລະທ່ານກໍໄດ້ໂຄສະນາຫາສຽງຕໍ່ໄປ…ຈົນຮອດການເລືອກຕັ້ງປີ 2020.

ປະທານາທິບໍດີ ດໍໂນລ ທຣຳ ໄດ້ກ່າວວ່າ “ຂ່າວປອມ ເວົ້າເລື້ອຍໆວ່າ ພວກແມ່ຍິງອາໄສຢູ່ຊານເມືອງບໍ່ມັກຂ້ອຍ ຍ້ອນວ່ານ້ຳສຽງຂ້ອຍບໍ່ມ່ວນ. ຂ້ອຍບໍ່ມີເວລາ ທິ່ຈະສະແດງອອກວ່າເປັນຄົນດີ, ຂ້ອຍມີວຽກຫຼາຍທີ່ຈະເຮັດເພື່ອພວກເຈົ້າ.”

ທ່ານທຣຳ ໄດ້ພະຍາຍາມທີ່ຈະຕ່າວປີ້ນກົດລະບຽບທັງຫຼາຍໃນຍຸກສະໄໝຂອງທ່ານໂອບາມາ ທີ່ຕໍ່ຕ້ານການເລືອກປະຕິບັດຕາມພື້ນຖານດ້ານເພດໃນການຈ່າຍຄ່າເງິນເດືອນແລະການລ່ວງລະເມີດທາງເພດໃນທີ່ວຽກງານ ຊຶ່ງລັດຖະບານ ຂອງທ່ານທຣຳ ກ່າວວ່າ ເຮັດໃຫ້ເປັນພາລະຂອງພວກທຸລະກິດ ຫຼາຍເກີນໄປ.

ລັດຖະບານທ່ານທຣຳ ໄດ້ລົ້ມເລີກສະພາແມ່ຍິງແລະເດັກຍິງຂອງທຳນຽບຂາວ ຊຶ່ງເປັນອົງການ ທີ່ຕໍ່ສູ້ເພື່ອຄວາມຕ້ອງການຂອງພວກເຂົາເຈົ້າ ໃນນະໂຍບາຍຕ່າງໆຂອງລັດຖະບານ.

ທ່ານທຣຳ ຍັງໄດ້ຕັດທຶນສະໜັບສະໜຸນຂອງລັດຖະບານກາງ ຈາກບັນດາຜູ້ໃຫ້ບໍລິການດ້ານລະບົບສືບພັນທີ່ສະໜອງການແທ້ງລູກຮວມທັງທຶນສະໜັບສະໜຸນ ສຳລັບກອງທຶນເພື່ອປະຊາກອນຂອງອົງການສະຫະປະຊາຊາດ.

ໂຄສົກທຳນຽບຂາວ ທ່ານນາງເຄລີ ແມັກເອັນນານີ ກ່າວວ່າ “ທ່ານເປັນປະທາ ນາທິບໍດີ ທີ່ສະໜັບສະໜຸນ ພວກແມ່ທັງຫຼາຍ ທ່ານເປັນປະທານາທິບໍດີ ທີ່ສະໜັບສະໜຸນ ຊີວິດ.”

ສ່ວນບັນດານັກເຄື່ອນໄຫວ ກຳລັງຊຸກຍູ້ໃຫ້ລັດຖະບານທ່ານໄບເດັນ ຕ່າວປີ້ນ ນະໂຍບາຍທັງຫຼາຍເຫຼົ່ານັ້ນຄືນ.

ທ່ານນາງ ແຊຣາ ຟລາຍສຈ໌ ຟິ້ງຄ໌ ຢູ່ທີ່ອົງການພາຄີແຫ່ງຊາດເພື່ອພວກແມ່ຍິງແລະຄອບຄົວ ກ່າວວ່າ “ສິ່ງທີ່ຕ້ອງການສຳລັບລັດຖະບານຂອງທ່ານໄບເດັນແລະທ່ານນາງແຮຣິສ ແລະອົງການທັງຫຼາຍເຫຼົ່ານີ້ ແມ່ນໃຫ້ທັງສອງພາກສ່ວນ ພິຈາລະນາເບິ່ງວ່າ ສິ່ງໃດທີ່ຕ້ອງການ ເພື່ອແກ້ໄຂບັນຫາກ່ອນ ແລະສິ່ງໃດທີ່ຕ້ອງການຖອນຄືນ ແລະສິ່ງໃດທີ່ຕ້ອງການຟື້ນຟູຄືນ. ແລະສະນັ້ນແລ້ວ ມັນສຳຄັນຫຼາຍທີ່ສິ່ງທັງຫຼາຍເຫຼົ່ານັ້ນ ແມ່ນໄດ້ຖືກພິຈາລະນາໃນແງ່ດ້ານບູລິມະສິດຂອງນະໂຍບາຍທັງຫຼາຍນັ້ນ.”

ເລື້ອງຕ່າງໆສຳລັບພວກແມ່ຍິງຂອງທ່ານໄບເດັນ ປະກອບດ້ວຍການປັບປຸງຄວາມໝັ້ນຄົງດ້ານເສດຖະກິດ ຕະຫຼອດເຖິງຄ່າຈ້າງທີ່ເທົ່າທຽມກັນ ແລະສິ້ນສຸກການຈຳແນກໃນການຖືພາ ການສົມດຸນລະຫວ່າງວຽກງານກັບຄອບຄົວ ລວມທັງການພັກງານຂອງຜູ້ປົກຄອງແລະການເບິ່ງແຍງດ້ານສຸຂະພາບຂອງລູກນ້ອຍ ການເຂົ້າເຖິງດ້ານການຮັກສາສຸຂະພາບ ການສິ້ນສຸດດ້ານຄວາມຮຸນແຮງຕໍ່ພວກແມ່ຍິງ ແລະການເຮັດໃຫ້ພວກແມ່ຍິງມີຄວາມເຂັ້ມແຂງ ຢູ່ໃນທົ່ວໂລກ.

ທ່ານໄດ້ເລືອກເອົາພວກແມ່ຍິງ ແລະພວກຊົນກຸ່ມນ້ອຍຕ່າງໆຈຳນວນຫຼາຍເປັນປະຫວັດການ ໃຫ້ດຳລົງຕຳແໜ່ງລະດັບສູງຕ່າງໆ ທີ່ລວມທັງຕຳແໜ່ງຮອງປະ ທານາທິບໍດີ.

ທ່ານນາງ ຄາມາລາ ແຮຣິສ ຮອງປະທານາທິບໍດີ ທີ່ໄດ້ຮັບຖືກເລືອກໃໝ່ ກ່າວວ່າ “ໃນລັດຖະບານທ່ານໄບເດັນແລະທ່ານນາງແຮຣິສນັ້ນ ເລື້ອງຂອງພວກແມ່ຍິງ ແມ່ນຈະເປັນບູລິມະສິດ ດ້ວຍຄວາມເຂົ້າໃຈວ່າ ພວກແມ່ຍິງມີຫຼາຍໆບູລິມະສິດ.”

ພາຍໃຕ້ທ່ານທຣຳ ພວກແມ່ຍິງທີ່ດຳລົງຕຳແໜ່ງໃນເວລາດຽວກັນຫຼາຍທທີ່ສຸດ ແມ່ນມີຢູ່ 4 ຄົນເທົ່ານັ້ນ ພາຍໃນ 15 ຕຳແໜ່ງຂອງຄະນະລັດຖະບານ ຖືວ່າຕ່ຳທີ່ສຸດພາຍໃນລັດຖະບານຊຸດປັດຈຸບັນນີ້.

ອີກເລື້ອງນຶ່ງທີ່ແບ່ງແຍກກັນຫຼາຍ ແມ່ນເລື້ອງການແທ້ງລູກ ຊຶ່ງຜູ້ນັບຖືສາສະ ໜາກາໂທລິກຢ່າງເຄັ່ງຄັດໄດ້ກ່າວວ່າ ທ່ານໄດ້ຄັດຄ້ານຕໍ່ມັນເປັນການສ່ວນຕົວແຕ່ເຊື່ອວ່າ ການແທ້ງລູກເປັນພາກສ່ວນນຶ່ງໃນສິດທິດ້ານລະບົບສືບພັນຂອງແມ່ ຍິງ ທີ່ໄດ້ຖືກປົກປ້ອງໂດຍກົດໝາຍ.

ໃນຂະນະດຽວກັນ ບັນດາພວກຜູ້ສະໜັບສະໜຸນ ໄດ້ເອີ້ນທ່ານທຣຳ ວ່າ “ເປັນປະທານາທິບໍດີ ເພື່ອຊີວິດຫຼາຍທີ່ສຸດ.”

ທ່ານແຄລີ ດິຕມາຣ ຈາກສູນກາງເພື່ອແມ່ຍິງ ແລະການເມືອງຂອງອາເມຣິກາ ທີ່ມະຫາວິທະຍາໄລ ຣັດເກີສ໌ ກ່າວວ່າ “ສິ່ງທີ່ພວກເຮົາເຫັນຫຼາຍທີ່ສຸດຢ່າງຊັດເຈນ ໃນໄລຍະສອງຮອບທີ່ຜ່ານມາ ອັນນັ້ນ ເປັນນຶ່ງໃນເລື້ອງຕ່າງໆ ທີ່ໄດ້ສົ່ງແຮງຈູງໃຈສະໜັບສະໜຸນໃຫ້ ດໍໂນລ ທຣຳ ກໍຍ້ອນຄຳໝັ້ນສັນຍາຂອງລາວ ທີ່ຈະແຕ່ງຕັ້ງຜູ້ພິພາກສາເພື່ອຊີວິດປະຈຳສານສູງສຸດ.”

ທ່ານໄບເດັນ ຄາດກັນວ່າ ຈະຕ່າວປີ້ນມາດຕະການຂໍ້ຈຳກັດການແທ້ງລູກບາງຢ່າງຂອງທ່ານທຣຳ ແລະນະໂຍບາຍອື່ນໆ ກ່ຽວກັບສຸຂະພາບດ້ານລະບົບສືບພັນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Exit polls show that women helped secure President-elect Joe Biden’s electoral victory – they gave him 57% their vote, compared with 42% for President Donald Trump. White House correspondent Patsy Widakuswara has this report looking back on Trump’s policies on women and Biden’s campaign promise of ensuring full inclusion and gender equality.

They marched in 2017…2018…2019…And in 2020…

President Donald Trump has faced low approval ratings from female voters since he began campaigning in 2016 amid allegations of misconduct against women …"Totally and absolutely false." … until the 2020 election.

(President Donald Trump)

“The fake news keeps saying that suburban women don’t like me because I don’t sound nice. I don’t have time to be nice, I’ve got a lot of work to do for you."

Trump tried to roll back Obama-era rules against gender-based pay discrimination and workplace sexual harassment, which the administration says put too much burden on businesses.

The Trump administration disbanded the White House Council on Women and Girls, an agency that advocates for their needs in administration policies.

Trump also cut federal funds from reproductive service providers that offer abortion, including funding for the United Nations Population Fund.

(Kayleigh McEnany, White House Press Secretary)

“He is a president that supports moms, he is a president that supports life.”

Activists are pushing for the Biden administration to overturn these policies.

(Sarah Fleisch Fink, National Partnership for Women & Families)

“The need for the Biden-Harris administration and all of these agencies is to both consider what's needed proactively, and what needs to be pulled back, and what needs to be restored. And so it's critical that all of those things are considered in terms of the policy priorities.”

Biden’s agenda for women includes improving economic security through equal pay and ending pregnancy discrimination; work-family balance, including parental leave and child care; access to health care; ending violence against women and empowering women around the world.

He has selected a record number of women and minorities for top posts, including for vice president.

(Kamala Harris, Vice President-elect)

"In a Biden-Harris administration, women are going to be a priority, understanding that women have many priorities.”

Under Trump, there were at most four women serving at any one time among the 15 Cabinet positions, the lowest among recent administrations.

Another sharp divide is on abortion. Biden, a devout Catholic, has said he is personally opposed to it but believes that abortion is part of a woman’s reproductive right protected by law.

Meanwhile, supporters call Trump “the most pro-life president.”

(Kelly Dittmar, Center for American Women and Politics, Rutgers University)

“What we see most explicitly in the last two cycles, that is one of the issues that has also motivated support for Donald Trump, because of his promise to appoint pro-life justices to the Supreme Court.”

Biden is expected to reverse some of Trump’s actions restricting abortion and other policies on reproductive health.

XS
SM
MD
LG