ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໄບເດັນ ປະເຊີນກັບຄວາມກົດດັນ ຈາກຜູ້ມີສິດປ່ອນບັດ ທັງ ຊາວອາຣັບ, ຊາວມຸສລິມ ແລະຊາວຢິວ ຍ້ອນສົງຄາມໃນກາຊາ


ແຟ້ມພາບ - ຊາຍຄົນນຶ່ງຖືປ້າຍຂອງຮູບປະທານາທິບໍດີ ສະຫະລັດ ໂຈ ໄບເດັນ ເປັນມານຮ້າຍ a ຂະນະທີ່ປະຊາຊົນຊຸມນຸມກັນໃນການສະໜັບສະໜຸນແກ່ຊາວປາແລັສໄຕນ໌ ຢູ່ໃນເມືອງບລຸກກລິນ Brooklyn, ລັດນິວຢອກ ເມື່ອວັນທີ 21ຕຸລາ 2023, ທ່າມກາງບັນຫາຂັດແຍ້ງທີ່ມີຢູ່ຕໍ່ເນື່ອງ ລະຫວ່າງອິສຣາແອລ ແລະຮາມາສ.
ແຟ້ມພາບ - ຊາຍຄົນນຶ່ງຖືປ້າຍຂອງຮູບປະທານາທິບໍດີ ສະຫະລັດ ໂຈ ໄບເດັນ ເປັນມານຮ້າຍ a ຂະນະທີ່ປະຊາຊົນຊຸມນຸມກັນໃນການສະໜັບສະໜຸນແກ່ຊາວປາແລັສໄຕນ໌ ຢູ່ໃນເມືອງບລຸກກລິນ Brooklyn, ລັດນິວຢອກ ເມື່ອວັນທີ 21ຕຸລາ 2023, ທ່າມກາງບັນຫາຂັດແຍ້ງທີ່ມີຢູ່ຕໍ່ເນື່ອງ ລະຫວ່າງອິສຣາແອລ ແລະຮາມາສ.

ປະທານາທິບໍດີ ໂຈ ໄບເດັນ ກຳລັງປະເຊີນກັບການປະທ້ວງພາຍໃນຈາກສະ ມາຊິກພັກເດໂມແຄຣັດບາງສ່ວນຂອງທ່ານ ຍ້ອນການສະໜັບສະໜຸນ ອິສຣາແອລ ຢ່າງບໍ່ຫວັ່ນໄຫວ ຂະນະທີ່ອິສຣາແອລ ຂະຫຍາຍປະຕິບັດການ ທາງພາກພື້ນດິນໃນເຂດກາຊາ ແລະມີພົນລະເຮືອນປາແລັສໄຕນ໌ ເສຍຊີວິດ ເພີ້ມຂຶ້ນນັບມື້.

ສະພາຊາວມຸສລິມຂອງພັກເດໂມແຄຣັດແຫ່ງຊາດ ຫຼື NMDC ໄດ້ສົ່ງຈົດ ໝາຍເປີດຊອງສະບັບນຶ່ງ ຮຽກຮ້ອງໃຫ້ ທ່ານໄບເດັນ ໃຊ້ອິດທິພົນຂອງທ່ານ ກັບ ອິສຣາແອລ ເພື່ອໄກ່ເກ່ຍການຢຸດຍິງພາຍໃນເວລາບ່າຍ 5 ໂມງວັນອັງຄານວານນີ້. ໂດຍປາດສະຈາກການຢຸດຍິງ ກຸ່ມສະໜັບສະໜຸນດັ່ງກ່າວ ໄດ້ຂົ່ມຂູ່ທີ່ຈະປຸກລະດົມພວກມີສິດປ່ອນບັດຊາວມຸສລິມຫຼາຍລ້ານຄົນ ໃຫ້ໂຈະ ການບໍລິຈາກ ແລະການປ່ອນບັດແກ່ການລົງແຂ່ງຂັນເລືອກຕັ້ງຄືນອີກໃນປີ 2024 ຂອງທ່ານໄບເດັນ.

ກຸ່ມ NMDC ລວມດ້ວຍບັນດາຜູ້ນຳຂອງພັກ ຈາກລັດຕ່າງໆທີ່ມີການແຂ່ງຂັນ​ຍາດຊິງເອົາຄະແນນສຽງຢ່າງຮ້ອນແຮງ ເປັນໄປໄດ້ສູງທີ່ຈະຕັດສິນການເລືອກ ຕັ້ງກໍເປັນໄດ້ເຊັ່ນ ລັດມິຊິແກນ ໂອຮາຍໂອ ແລະເພັນຊິລເວເນຍ.

“ພວກເຮົາຮູ້ດີສຳລັບຄວາມເປັນຈິງທີ່ວ່າ ຊຸມຊົນຂອງພວກເຮົາຈະສ້າງຄວາມ ແຕກຕ່າງໃນລັດຕ່າງໆທີ່ເປັນສະໜາມແຂ່ງຂັນເລືອກຕັ້ງ” ປະທານສະພາທ່ານ ບາຊິມ ແອລກາຣາ ໄດ້ກ່າວຕໍ່ວີໂອເອ. ທ່ານກ່າວຕໍ່ໄປວ່າ “ບັນດາຜູ້ນຳພັກເດ ໂມແຄຣັດ ກຳລັງໃຫ້ຄວາມສົນໃຈ ແລະພວກເຂົາເຈົ້າຢ້ານກົວສິ່ງທີ່ກຳລັງຈະເກີດຂຶ້ນ ແລະພວກເຂົາເຈົ້າ ກຳລັງ ສົ່ງສັນຍານໄປຫາທຳນຽບຂາວວ່າ ອັນນີ້ຈະເປັນຜົນເສຍຕໍ່ໂອກາດຂອງພວກ ເຮົາໃນປີ 2024.”

ບັນດາເຈົ້າໜ້າທີ່ລັດຖະບານ ໄດ້ສະໜັບສະໜຸນໃຫ້ “ຢຸດ​ຍິງດ້ານມະນຸດສະທຳ” ເພື່ອອະ​ນຸ​ຍາດ​ການ​ຊ່ວຍ​ເຫຼືອ​ໃຫ້ເຂົ້າໄປຮອດພົນລະເຮືອນທັງຫຼາຍຢູ່ໃນເຂດ ກາຊາ ແຕ່ກ່າວວ່າການຢຸດຍິງດຽວນີ້ ຈະເປັນຜົນປະໂຫຍດແກ່ກຸ່ມຮາມາສ ເທົ່ານັ້ນ.

President Joe Biden is facing internal revolt from some members of his Democratic Party over his unwavering support for Israel as it expands ground operations in Gaza and Palestinian civilian casualties increase.

The National Muslim Democratic Council (NMDC) sent an open letter demanding that Biden use his influence with Israel to broker a cease-fire by 5 p.m. Tuesday. Without a cease-fire, the advocacy group threatened to mobilize millions of Muslim voters to withhold donations and votes toward Biden’s 2024 reelection campaign.

NMDC includes party leaders from hotly contested states likely to decide the election, such as Michigan, Ohio and Pennsylvania.

“We know for a fact that our community will make a difference in the battleground states,” said council chair Basim Elkarra to VOA. “Democratic Party leaders are paying attention, and they are afraid of what's happening, and they are sending messages to the White House that this is going to hurt our chances in 2024.”

Administration officials have advocated for “humanitarian pauses” to allow aid to reach civilians in Gaza but say a cease-fire now will only benefit Hamas.

XS
SM
MD
LG