ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໄບເດັນ ຂະຫຍາຍການສະໜັບສະໜຸນແກ່ ທ. ກວາອີໂດ ຂອງເວເນຊູເອລາ ແຕ່ບໍ່ໄດ້ເຊື້ອເຊີນທ່ານ ເຂົ້າຮ່ວມກອງປະຊຸມສຸດຍອດ  


ແຟ້ມພາບ - ທ່ານຮວນ ກວຍໂດ ຂອງເວເນຊູເອລາ ກ່າວໃນລະຫວ່າງການໃຫ້ສຳພາດກັບອົງການຂ່າວ ເອພີ ໃນນະຄອນຫຼວງ ກາຣາກັສ, ວັນທີ 9 ທັນວາ 2020.
ແຟ້ມພາບ - ທ່ານຮວນ ກວຍໂດ ຂອງເວເນຊູເອລາ ກ່າວໃນລະຫວ່າງການໃຫ້ສຳພາດກັບອົງການຂ່າວ ເອພີ ໃນນະຄອນຫຼວງ ກາຣາກັສ, ວັນທີ 9 ທັນວາ 2020.

ປະທານາທິບໍດີ ໂຈ ໄບເດັນ ໄດ້ຢືນຢັນອີກເທື່ອນຶ່ງວ່າ ສະຫະລັດ ສະໜັບສະໜຸນ ທ່ານຮວນ ກວາ​ອີໂດ ໃນລະຫວ່າງການໂອ້ລົມທາງໂທລະສັບເມື່ອວັນພຸດວານນີ້ ເຖິງແມ່ນວ່າ ບໍ່ໄດ້ເຊື້ອເຊີນຜູ້ນຳພັກຝ່າຍຄ້ານຂອງເວເນຊູເອລາ ເຂົ້າຮ່ວມກອງປະຊຸມສຸດຍອດຂອງບັນດາປະເທດໃນເຂດອາເມຣິກາ ກໍຕາມ ເຊິ່ງເປັນການເຕົ້າໂຮມຂອງບັນດາຜູ້ນຳຈາກປະເທດໃນເຂດອາເມຣິກາ ທັງພາກເໜືອ ໃຕ້ ແລະ ກາງ ແລະປະເທດເກາະຄາຣີບຽນ ທີ່ທ່ານເປັນເຈົ້າພາບຈັດຂຶ້ນຢູ່ໃນນະຄອນລອສ ແອນເຈີລິສ.

ທ່ານໄບເດັນ ໄດ້ໂທລະສັບຫາ ທ່ານ ກວາ​ອີໂດ ​ໃນຂະນະທີ່ຢູ່ເທິງເຮືອບິນ Air Force One ທີ່ກຳລັງບິນມຸ້ງໜ້າໄປຍັງນະຄອນລອສ ແອນເຈີລິສ. ໃນຖະແຫລງການທີ່ໄດ້ນຳອອກເຜີຍແຜ່ ຫຼັງຈາກທີ່ໄດ້ລົມກັນແລ້ວ ທຳນຽບຂາວໄດ້ກ່າວວ່າ ທ່ານໄບເດັນ ເນັ້ນໜັກວ່າ ສະຫະລັດ “ຮັັບຮູ້ແລະສະໜັບສະໜຸນ ສະພາແຫ່ງຊາດທີ່ຖືກເລືອກຕັ້ງໃນປີ 2015 ຢ່າງເປັນປະຊາທິປະໄຕ ແລະທ່ານກວາ​ອີໂດ ເປັນປະທານາທິບໍດີ ຮັກສາການຊົ່ວຄາວ ຂອງເວເນຊູເອລາ” ແລະໄດ້ສະແດງການສະໜັບສະໜຸນໃຫ້ມີ “ການເຈລະຈາທີ່ນຳພາໂດຍເວເນຊູເອລາ ອັນເປັນແນວທາງທີ່ດີທີ່ສຸດ ໄປສູ່ການຟື້ນຟູສະຖາບັນປະຊາທິປະໄຕຢ່າງສັນຕິ, ການເລືອກຕັ້ງທີ່ເສລີ ແລະຍຸຕິທຳ.”

ແຟ້ມພາບ - ປະທານາທິບໍດີ ຄິວບາ ມິແກລ໌ ດີ​ແອສ-ຄາແນລ (Miguel Diaz-Canel) ໂອ້ລົມກັບພວກນັກຂ່າວ ໃນເມືອງ ແຊນ ແອນໂຕນີໂອ ເດີ ລອສ ບາໂນສ ຂອງຄິວບາ, ວັນທີ 11 ກໍລະກົດ 2021.
ແຟ້ມພາບ - ປະທານາທິບໍດີ ຄິວບາ ມິແກລ໌ ດີ​ແອສ-ຄາແນລ (Miguel Diaz-Canel) ໂອ້ລົມກັບພວກນັກຂ່າວ ໃນເມືອງ ແຊນ ແອນໂຕນີໂອ ເດີ ລອສ ບາໂນສ ຂອງຄິວບາ, ວັນທີ 11 ກໍລະກົດ 2021.

ທ່ານໄບເດັນ ຍັງໄດ້ສົ່ງສັນຍານໃຫ້ເຫັນວ່າ ສະຫະລັດເຕັມໃຈທີ່ຈະຫລຸດຜ່ອນມາດຕະການລົງໂທດຕໍ່ລັດຖະບານຂອງ ປະທານາທິບໍດີ ນິໂຄລັສ ມາດູໂຣ ຖ້າຫາກຜູ້ນຳຂອງເວເນຊູເອລາ ທີ່ປະເຊີນກັບບັນຫາຫຍຸ້ງຍາກ ບັນລຸການປະນີປະນອມ ຈາກການຄັດຄ້ານຂອງທ່ານ. ທ່ານມາດູໂຣ ເປັນນຶ່ງໃນຜູ້ນຳຂອງປະເທດລາຕິນໃນເຂດອາເມຣິກາ ທີ່ຖືວ່າ ບໍ່ແມ່ນລະບອບປະຊາທິປະໄຕ ແລະໄດ້ຖືກຍົກເວັ້ນຈາກກອງປະຊຸມສຸດຍອດ ໂດຍວໍຊິງຕັນ.

ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ທ່ານເຈກ ຊູລີວັນ ໄດ້ກ່າວຕໍ່ບັນດານັກຂ່າວ ໃນຂະນະເດີນທາງໄປກັບທ່ານໄບເດັນ ຢູ່ເທິງເຮືອບິນ Air Force One ວ່າ “ພວກເຮົາຄິດວ່າ ວິທີທາງທີ່ດີທີ່ສຸດ ທີ່ຈະຍົກລະດັບຄວາມປາດຖະໜາຂອງພວກເຮົາ ທີ່ຢາກຈະເຫັນວ່າ ການສົນທະນາທີ່ນຳພາໂດຍເວເນຊູເອລາ ແລະໃນທີ່ສຸດ ເປັນອະນາຄົດທີ່ດີກວ່າເກົ່າສຳລັບປະຊາຊົນຊາວເວເນຊູເອລານັ້ນ ແມ່ນຈະສຸມໃສ່ເລື້ອງການເຊື້ອເຊີນ ພວກນັກເຄື່ອນໄຫວສັງຄົມພົນລະເຮືອນຂອງເວເນຊູເອລາ ຜູ້ທີ່ຈະມີສ່ວນຮ່ວມໃນຫຼາຍໆດ້ານຂອງກອງປະຊຸມສຸດຍອດນີ້.”

ສະຫະລັດ ຍັງບໍ່ໄດ້ເຊີນປະທານາທິບໍດີ ມິແກລ໌ ດີ​ແອສ-ຄາແນລ ຂອງປະເທດຄິວບາ ແລະປະທານາທິບໍດີ ແດນີລ ອໍເຕກາ ຂອງນິກາຣາກົວ ຫຼັງຈາກທີ່ໄດ້ລະບຸວ່າ ທັງສອງລັດຖະບານດັ່ງກ່າວ ຍັງບໍ່ທັນປະຕິບັດຕາມຂໍ້ກຳນົດຂອງກົດບັດປະຊາທິປະໄຕລະຫວ່າງປະເທດໃນເຂດອາເມຣິກາ ປີ 2001 ທີ່ປະດິດສະຖານປະຊາທິປະໄຕໄວ້ເປັນມູນ​ເຊື້ອຫຼັກນັ້ນ. ການບໍ່​ລວມ​ເອົາພວກຜູ້ນຳດັ່ງກ່າວ ໄດ້ນຳໄປສູ່ການປະຕິເສດ​ການເຂົ້າຮ່ວມກອງປະຊຸມສຸດຍອດໂດຍບັນດາຜູ້ນຳຈາກ ກົວເຕມາລາ ຮອນດູຣັສ ເມັກຊິໂກ ແລະປະເທດອື່ນໆ ຜູ້ທີ່ກ່າວວ່າ ການເຕົ້າໂຮມກັນນີ້ ຕ້ອງເປັນການລວບລວມຈາກທຸກຝ່າຍຫຼາຍຂຶ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG