ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໄບເດັນ ຄາດວ່າຈະປ່ຽນແປງ ນະໂຍບາຍ ຄົນເຂົ້າເມືອງ ທີ່ສຳຄັນ


YE US Immigration -- USAGM
please wait

No media source currently available

0:00 0:03:52 0:00

ຜູ້ທີ່ຖືກເລືອກເປັນປະທານາທິບໍດີຄົນໃໝ່ ທ່ານ ໂຈ ໄບເດັນ ແມ່ນຄາດວ່າຈະຕ່າວປີ້ນ ບາງນະໂຍບາຍຄົນເຂົ້າເມືອງທີ່ມີການໂຕ້ແຍ້ງກັນຫຼາຍທີ່ສຸດຂອງປະທານາທິບໍດີ ດໍໂນລ ທຣຳ ຢ່າງວ່ອງໄວ ເວລາທີ່ທ່ານເຂົ້າດຳລົງຕຳແໜ່ງ. ນັກຂ່າວດ້ານຄົນເຂົ້າເມືອງຂອງວີໂອເອ ອາລີນ ບາຣອສ (Aline Barros) ມີລາຍງານ ກ່ຽວກັບ ແຜນການຂອງທ່ານ ໄບເດັນ ເພື່ອດຳເນີນນະໂຍບາຍຕ່າງໆທີ່ສົ່ງຜົນກະທົບຕໍ່ອົບພະຍົບ, ຜູ້ຂໍລີ້ໄພ ແລະ ຜູ້ເຂົ້າຮ່ວມໂຄງການ DACA. ເຊິ່ງ ພຸດທະສອນ ຈະນຳເອົາລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.


ການຫ້າມເດີນທາງ. ການຈຳກັດລະບົບຂໍລີ້ໄພ ແລະ ອົບພະຍົບ. ການແຍກຄອບຄົວ. ການຜັກດັນເພື່ອຍົກເລີກໂຄງການ DACA.

ທັງໝົດນີ້ແມ່ນນະໂຍບາຍຄົນເຂົ້າເມືອງຂອງປະທານາທິບໍດີ ດໍໂນລ ທຣຳ ເຊິ່ງຜູ້ທີ່ຖືກເລືອກເປັນປະທານາທິບໍດີຄົນໃໝ່ ທ່ານ ໂຈ ໄບເດັນ ໄດ້ສັນຍາທີ່ຈະຕ່າວປີ້ນ.

ປະທານາທິບໍດີຄົນຕໍ່ໄປມີຄວາມເປັນໄປໄດ້ວ່າ ຈະອອກດຳລັດປະທານາທິບໍດີ ເພື່ອຕ່າວປີ້ນນະ ໂຍບາຍພວກນີ້.

ທ່ານນາງ ໂມຣີນ ສວີນີ, ອາຈານສອນ ແລະ ຜູ້ອຳນວຍການພະແນກວິຊາຄົນເຂົ້າເມືອງ, ທີ່ໂຮງ ຮຽນກົດໝາຍ ແມຣີແລນ ແຄຣີ ກ່າວວ່າ “ທຸກສິ່ງທີ່ປະທານາທິບໍດີ ທຣຳ ເຮັດໂດຍຜູ້ດຽວ, ເຂົາເຈົ້າກໍສາມາດເຮັດໂດຍຜູ້ດຽວ ຫຼື ເຂົາເຈົ້າກໍສາມາດຕ່າວປີ້ນໄດ້ໂດຍຜູ້ດຽວເຊັ່ນກັນ. ສະນັ້ນຍົກຕົວ ຢ່າງ. ການຫ້າມເດີນທາງຂ້າພະເຈົ້າຄາດວ່າຈະຖືກຍົກເລີກ. ແລະ ເກືອບວ່າໃນທັນທີເລີຍ, ຕົວເລກອົບພະຍົບ, ຂ້າພະເຈົ້າຄິດວ່າ ຈະຖືກປ່ຽນຢ່າງກະທັນຫັນ. ນັ້ນແມ່ນສິ່ງທີ່ຊັດເຈນໃນອຳນາດການອອກຄຳສັ່ງຂອງປະທານາທິບໍດີ.”

ຄວາມພະຍາຍາມຂອງປະທານາທິບໍດີ ທຣຳ ເພື່ອສິ້ນສຸດໂຄງການ DACA, ຫຼື ໂຄງການປົກປ້ອງເດັກນ້ອຍທີ່ຖືກນຳເຂົ້າມາ ສະຫະລັດ ຢ່າງຜິດກົດໝາຍຕັ້ງແຕ່ຕອນຍັງນ້ອຍ, ໄດ້ກໍ່ໃຫ້ເກີດການປະທ້ວງຂະໜາດໃຫຍ່ໃນລະຫວ່າງການດຳລົງຕຳແໜ່ງ 4 ປີຂອງທ່ານ.

ພວກປະທ້ວງຮ້ອງວ່າ “ແລະ ຂ້ອຍຈະເວົ້າໃຫ້ມັນກະຈ່າງແຈ້ງ, ຄົນເຂົ້າເມືອງແມ່ນຍິນດີຕ້ອນຮັບຢູ່ທີ່ນີ້.”

ໂຄງການໃນຍຸກທ່ານ ໂອບາມາ ດັ່ງກ່າວຈະປົກປ້ອງການເນລະເທດຄົນທີ່ຖືກນຳເຂົ້າມາ ສະຫະ ລັດ ຕັ້ງແຕ່ຕອນຍັງນ້ອຍຢ່າງຜິດກົດໝາຍ.

ທ່ານ ທຣຳ ໄດ້ກ່າວວ່າໂຄງການດັ່ງກ່າວແມ່ນເທົ່າກັບ “ການໃຫ້ອະໄພຍະໂທດທີ່ຜິດກົດໝາຍ" ແຕ່ໄດ້ສັນຍາວ່າຈະຊ່ວຍຜູ້ເຂົ້າຮ່ວມໂຄງການ DACA ຖ້າລັດຖະສະພາດຳເນີນການ.

ປະທານາທິບໍດີ ດໍໂນລ ທຣຳ ໄດ້ກ່າວວ່າ “ຂ້ອຍຮັກຄົນພວກນີ້. ຫວັງວ່າ, ລັດຖະສະພາຈະສາມາດຊ່ວຍເຂົາເຈົ້າ ແລະ ດຳເນີນການຢ່າງເໝາະສົມ.”

ແຕ່ລັດຖະສະພາບໍ່ໄດ້ດຳເນີນການ, ແລະ ຊະຕາກຳຂອງໂຄງການ DACA ແມ່ນໄດ້ກາຍເປັນບັນ ຫາທີ່ຊັບຊ້ອນໃນສານ. ການຕັດສິນຄັ້ງຫຼ້າສຸດໃນສານ ກ່ຽວກັບ ບັນຫາດັ່ງກ່າວໄດ້ສັ່ງໃຫ້ອົງການຄົນເຂົ້າເມືອງຕ່າງໆຂອງ ສະຫະລັດ ຄືນສິດທິໃຫ້ໂຄງການ DACA. ແຕ່ຜູ້ຄັດຄ້ານໂຄງການ DACA ໄດ້ປະຕິຍານທີ່ຈະໂຕ້ແຍ້ງມັນຢູ່ໃນສານ.

ທ່ານນາງ ໂມຣີນ ສວີນີ ກ່າວວ່າ “ໃນແງ່ຂອງການແກ້ໄຂນະໂຍບາຍການ ຂໍລີ້ໄພຂອງລັດຖະບານທ່ານ ທຣຳ ນັ້ນແມ່ນຈະເປັນບັນຫາທີ່ເລິກ ແລະ ຊັບຊ້ອນ.”

ໃນຖານະທີ່ເປັນສ່ວນນຶ່ງໃນຄຳສັນຍາຂອງທ່ານ ເພື່ອຄວບຄຸມເຂດຊາຍແດນຕິດກັບປະເທ ເມັກຊິໂກ ແລະ ຢຸດຄົນເຂົ້າເມືອງທີ່ຜິດກົດໝາຍນັ້ນ, ທ່ານ ທຣຳ ໄດ້ສ້າງກົດລະບຽບການປົກປ້ອງຜູ້ຍົກຍ້າຍຖິ່ນຖານ, ເຊິ່ງຮູ້ຈັກກັນໃນຊື່ MMP. MMP ຈະຮຽກຮ້ອງຜູ້ຍົກຍ້າຍຖິ່ນຖານໄປອາໄສຢູ່ໃນບັນດາເມືອງທີ່ຕັ້ງຢູ່ເຂດຊາຍແດນຂອງ ເມັກຊິໂກ ໃນເວລາທີ່ກຳລັງລໍຖ້າການໃຫ້ການຢູ່ສານຄົນເຂົ້າເມືອງຂອງເຂົາເຈົ້າໃນ ສະຫະລັດ. ບັນດາຜູ້ຊ່ຽວຊານ ກ່າວວ່າ ການຍົກເລີກ ແລະ ຄືນສິດການປົກປ້ອງຄົນເຂົ້າເມືອງແມ່ນຈະຍາກທີ່ສຸດ.

ທ່ານນາງ ຊາຣາ ເພຍສ໌ ຈາກສະຖາບັນນະໂຍບາຍການຍົກຍ້າຍຖິ່ນຖານກ່າວວ່າ “ຂ້າພະເຈົ້າຄິດວ່າ ເຂົາເຈົ້າຄົງຈະດຳເນີນການຢ່າງຊ້າໆ ກ່ຽວກັບ ບັນຫາດັ່ງກ່າວ. ເຊິ່ງແນ່ນອນໃນຕອນຕົ້ນຂອງລັດຖະບານ, ເຂົາເຈົ້າຈະຢຸດການຮັບເອົາຄົນໃໝ່ເຂົ້າໃນ MMP ຫຼື ຢູ່ໃນ ເມັກຊິໂກ.”

ບັນດາຜູ້ສະໜັບສະໜູນນະໂຍບາຍຄົນເຂົ້າເມືອງຂອງປະທານາທິບໍດີ ທຣຳ ກ່າວວ່າ ການປ່ຽນແປງຕ່າງໆແມ່ນຈຳເປັນ.

ທ່ານນາງ ລໍຣາ ໄຣສ໌ ສະມາຊິກອາວຸໂສສະຖາບັນຄົ້ນຄວ້າ ທີ່ມູນນິທິ Heritage ກ່າວວ່າ “ສິ່ງທີ່ທ່ານ ທຣຳ ໄດ້ພະຍາຍາມເຮັດກໍແມ່ນການກັບໄປຫາຈຸດຍຶດໝັ້ນເດີມ, ຈຸດມຸ່ງໝັ້ນຂອງລັດຖະສະພາ, ເວລາທີ່ລັດຖະສະພາໄດ້ຕັ້ງໂຄງການພວກນີ້ຂຶ້ນມາ. ແລະ ຂ້າພະເຈົ້າຄິດວ່ານັ້ນແມ່ນຈຸດ ເພັ່ງເລັງໂດຍລວມທີ່ລັດຖະບານດັ່ງກ່າວມີໃນການທຳການປ່ຽນແປງພວກນີ້ຫຼາຍຢ່າງ.”

ສຳລັບໂຄງການອົບພະຍົບ, ການຮັບເຂົ້າມາພາຍໃຕ້ລັດຖະບານທ່ານ ທຣຳ ແມ່ນຕໍ່າເປັນປະຫວັດ ການ, ເຊິ່ງທ່ານ ໄບເດັນ ໄດ້ສັນຍາທີ່ຂະເພີ່ມຈຳນວນ ຂຶ້ນເປັນ​ 125,000 ຄົນ. ແຕ່ບັນດານັກວິ ເຄາະເວົ້າວ່າ ມັນມີວຽກຫຼາຍຢ່າງໃຫ້ເຮັດໃນຂ້າງໜ້າ.

ທ່ານນາງ ມິແຊລ ວາສລິນ, ຈາກສະຖາບັນຄົ້ນຄວ້າຄົນເຂົ້າເມືອງ, ມະຫາວິທະຍາໄລ ຈອຣ໌ຈ ເມສັນ ໄດ້ກ່າວວ່າ “ໃນຫຼາຍກໍລະນີ, ອົງການຕ່າງໆທີ່ຮັບຜິດຊອບສຳລັບການຕັ້ງຖິ່ນຖານໃໝ່ຂອງອົບພະຍົບແມ່ນໄດ້ຖືກຫຼຸດລົງຢ່າງຫຼວງຫຼາຍ. ຄົນຜູ້ທີ່ເຮັດວຽກຢູ່ທີ່ນັ້ນໃນດຽວນີ້ແມ່ນໄດ້ເຮັດວຽກກ່ຽວກັບບັນຫາອື່ນ. ຫຼາຍຄົນໄດ້ລາອອກຍ້ອນພວກເຮົາບໍ່ໄດ້ຕ້ອນຮັບເອົາອົບພະຍົບເປັນເວລາດົນນານ. ສະນັ້ນ, ພວກເຮົາຕ້ອງໄດ້ສ້າງອົງການພວກນີ້ຂຶ້ນຄືນ ແລະ ເຮັດໃຫ້ມັນແຂງແກ່ນກວ່າເກົ່າ ແລະ ດີກວ່າທີ່ມັນເປັນກວ່າແຕ່ກ່ອນ.

ແຕ່ບັນດານັກຊ່ຽວຊານເວົ້າວ່າ, ບັນຫາຄົນເຂົ້າເມືອງມີຄວາມເປັນໄປໄດ້ວ່າ ຈະບໍ່ຢູ່ໃນລາຍການ ທີ່ຕ້ອງເຮັດຂອງທ່ານ ໄບເດັນ ຍ້ອນໄວໂຣກລະບາດຣັສໂຄໂຣນາທີ່ກຳລັງຮຸນແຮງຢູ່ ເຊິ່ງໄດ້ສືບຕໍ່ທຳລາຍເສດຖະກິດຂອງ ສະຫະລັດ ແລະ ສັງຫານຊີວິດຄົນ ອາເມຣິກັນ.

President-elect Joe Biden is expected to swiftly reverse some of President Donald Trump’s most contentious immigration policies when he takes office. VOA immigration reporter Aline Barros looks at Biden’s plan to act on policies affecting refugees, asylum seekers, and DACA recipients.

Travel bans. Restricting the asylum and refugee systems. Family separations. Pushing to abolish DACA.

These are some of President Donald Trump’s immigration policies that President-elect Joe Biden has promised to reverse.

The incoming president will likely issue executive orders to overturn these policies, analysts say.

“All of the things that President Trump did unilaterally, they can do unilaterally as well or they can undo unilaterally. So, for example. the travel ban I would expect to be vacated. And almost immediately, the refugee cap, I think will be changed immediately. That's something that's clearly in the president's power to do.”

President Trump’s efforts to end DACA, or the Deferred Action for Childhood Arrivals, sparked large protests during his four years in office.

“And I’ll say it clear, immigrants are welcomed here.”

The Obama era program shields from deportation people brought illegally to the United States as minors.

Trump said the program amounts to “illegal amnesty” but promised to help DACA recipients if Congress acted.

“I have a love for these people. Hopefully, Congress will be able to help them and do it properly.”

But Congress did not act, and DACA’s fate became embroiled in the courts. The most recent court ruling on the issue orders U.S. immigration agencies to fully reinstate the DACA program. But DACA opponents vow to keep challenging it in court.

Untangling other immigration guidelines will take time.

“In terms of unwinding the asylum policies of the Trump administration that's going to be a deep and complicated affair.”

As part of his pledge to control the border with Mexico and stop illegal immigration Trump created the Migrant Protection Protocol, also known as MPP. The MPP requires migrants to stay in Mexican border cities while waiting for their immigration court hearings in the United States. Experts say undoing that and reinstating asylum protections will be the most difficult.

“I think they're probably going to slow walk that issue. Certainly early on in the administration, they'll stop enrolling new people in MPP or remain in Mexico.”

Proponents of President Trump’s immigration policies say the changes were needed.

“What the Trump administration tried to do is get back to original intent; congressional intent, when Congress set up many of these programs. And I think that is overall…..the focus that the administration had in making many of the changes.”

As for the refugee program, which under the Trump administration admissions reached a record low, Biden has pledged to raise the refugee cap to 125,000. But analysts say much work lies ahead.

“In many cases, the agencies responsible for refugee resettlement have been decimated. The people who are working there are now working on other issues. A lot of people have left those jobs because we haven't been welcoming refugees for a long time. So, we need to rebuild these agencies and make them stronger and better than they were before.”

Still, experts say, immigration likely will not top Biden’s to-do list because of the raging coronavirus pandemic that continues to batter the U.S. economy and take American lives.

XS
SM
MD
LG