ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ. ໄບເດັນ ຜູ້ທີ່ຄາດວ່າ ໄດ້ຖືກເລືອກ ໃຫ້ເປັນປະທານາທິບໍດີ ຫຼັງຈາກຢູ່ໃນວົງການການເມືອງ ມາໄດ້ເກືອບເຄິ່ງສັດຕະວັດ


ທ່ານໂຈ ໄບເດັນ ຜູ້ທີ່ຄາດວ່າ ໄດ້ຖືກເລືອກໃໝ່ ພວມຖະແຫຼງທີ່ໂຮງລະຄອນຄວີນ ເມື່ອວັນທີ 10 ພະຈິກ 2020 ຢູ່ນະຄອນວິລມິງຕັນ ລັດເດລາແວ.
ທ່ານໂຈ ໄບເດັນ ຜູ້ທີ່ຄາດວ່າ ໄດ້ຖືກເລືອກໃໝ່ ພວມຖະແຫຼງທີ່ໂຮງລະຄອນຄວີນ ເມື່ອວັນທີ 10 ພະຈິກ 2020 ຢູ່ນະຄອນວິລມິງຕັນ ລັດເດລາແວ.

ທ່ານໂຈ ໄບເດັນ ທີ່ຄາດວ່າ ຈະເປັນປະທານາທິບໍດີ ຜູ້ຖືກເລືອກໃໝ່ຂອງສະຫະລັດທີ່ມີຊື່ສຽງໃນວົງການການເມືອງຢູ່ໃນວໍຊິງຕັນມາຍາວນານເກືອບເຄິ່ງສັດຕະວັດ ຈະໄດ້ເຂົ້າຮັບຕຳແໜ່ງຕໍ່ຈາກປະທານາທິບໍດີ ດໍໂຈລ ທຣຳ ໃນເດືອນມັງກອນນີ້. ວີໂອເອ ໄມຄ໌ ໂອໂຊລລີວັນ ກວດເບິ່ງປະສົບການ ຂອງນັກການເມືອງເກົ່າແກ່ ຜູ້ທີ່ຄາດວ່າໄດ້ຊະນະການແຂ່ງຂັນທາງການເມືອງທີ່ໃຫຍ່ທີ່ສຸດໄລຍະສີ່ປີຂອງທ່ານ ຫຼັງຈາກທີ່ໄດ້ອອກຈາກຕຳແໜ່ງເປັນຮອງປະທານາທິບໍ ດີ ຊຶ່ງໄຊຈະເລີນສຸກ ຈະນຳລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ການເລືອກຕັ້ງໃນທີ່ສຸດແມ່ນຂຶ້ນຢູ່ກັບບໍ່ເທົ່າໃດລັດ ທີ່ປະກອບດ້ວຍ ລັດເພັນຊີລເວເນຍ ບ່ອນທີ່ຄະແນນສຽງມີຄວາມໃກ້ຄຽງສູສີກັນ.

ປະທານາທິບໍດີທີ່ດຳລົງຕຳແໜ່ງ ແລະພວກສະໜັບສະໜຸ່ນຂອງທ່ານ ອ້າງວ່າ ມີຄວາມຜິດປົກກະຕິໃນການລົງຄະແນນສຽງ ຊຶ່ງພວກເຂົາກ່າວວ່າ ອາດພິກປີ້ນຜົນການເລືອກຕັ້ງ ໃນປັດຈຸບັນນີ້ໄດ້.

ແຕ່ຫຼັງຈາກທີ່ເຄືອຂ່າຍອົງການຂ່າວຂອງອາເມຣິກາ ໄດ້ຄາດຄະເນວ່າ ທ່ານໂຈ ໄບເດັນ ຈາກພັກເດໂມແຄຣັດ ມີຄະແນນນຳໜ້າຫຼວງຫຼາຍ ເກີນທີ່ຈະສາມາດນຳທັນໄດ້ ທ່ານໄບເດັນ ຈຶ່ງໄດ້ຖືກປະກາດເປັນຜູ້ຊະນະເລີດ ແລະຈະຫາຊ່ອງທາງເພື່ອປົວແປງຄວາມແຕກແຍກທາງດ້ານການເມືອງຂອງປະເທດ.

ທ່ານໄບເດັນ ໄດ້ກ່າວວ່າ “ສຳລັບພວກທ່ານທັງຫຼາຍ ຜູ້ທີ່ລົງແຄນໃຫ້ປະທານາ ທິບໍດີທຣຳ ຂ້າພະເຈົ້າເຂົ້າໃຈຄວາມຜິດຫວັງຂອງທ່ານໃນຄໍ່າຄືນນີ້ ຂ້າພະເຈົ້າເອງ ກໍໄດ້ເສຍໄຊມາແລ້ວສອງຄັ້ງ. ແຕ່ບັດນີ້ ຂໍຈົ່ງໃຫ້ໂອກາດຊຶ່ງກັນແລະກັນ.”

ໃນລະຫວ່າງການໂຄສະນາຫາສຽງເລືອກຕັ້ງ ປະທານາທິບໍດີ ທຣຳ ໄດ້ເນັ້ນຢ້ຳເຖິງຄວາມວຸ້ນວາຍດ້ານສັງຄົມ ກົດໝາຍ ແລະຄວາມເປັນລະບຽບ ໃນຂະນະດຽວກັນ ທ່ານໄບເດັນ ໄດ້ຕ້ອງຕິທ່ານທຣຳ ໃນການຮັບມື ກັບໂຣກລະບາດໂຄວິດ-19.

ປະທານາທິບໍດີ ທຣຳ ມີຄະແນນນຳຫຼັງໃນໜ່ວຍເລືອກຕັ້ງຕ່າງໆທົ່ວໄປ. ທ່ານໄດ້ຈັດການໂຮມຂຸມນຸມຢ່າງມີຊີວິດຊີວາສູງໃນລັດຕ່າງໆເຊັ່ນລັດມິຊິແກນ ແລະ ວິສຄອນຊິນ ບ່ອນທີ່ພວກມີສິດປ່ອນບັດ ຖືກເບິ່ງກັນວ່າ ມີຄວາມແບ່ງແຍກກັນເປັນສອງຝ່າຍ.

ເປັນເວລາແປດປີ ທີ່ທ່ານໄບເດັນ ໄດ້ເປັນຮອງປະທານາທິບໍດີ ຂອງທ່ານບາຣັກ ໂອບາມາ ແລະໄດ້ມີບົດບາດທີ່ສຳຄັນ ໃນລັດຖະບານຂອງທ່ານໂອບາມາ.

ໃນດ້ານກົງກັນຂ້າມ ປະທານາທິບໍດີ ທຣຳ ເປັນນັກການເມືອງໃໝ່ກວ່າ ເມື່ອທ່ານໄດ້ຖືກເລືອກ ໃນປີ 2016 ຊຶ່ງທ່ານໄບເດັນ ເປັນນັກການເມືອງທີ່ມີປະສົບການຫຼາຍ ອັນເປັນຄວາມແທ້ຈິງ ທີ່ທ່ານໄບເດັນ ໄດ້ຕອກຢ້ຳໃນເສັ້ນທາງການໂຄສະນາຫາສຽງຂອງທ່ານນັ້ນ.

ທ່ານໄບເດັນ ໄດ້ກ່າວວ່າ “ຂ້າພະເຈົ້າຈະເວົ້າໃນສິ່ງທີ່ບໍ່ໜ້າເຊື່ອໄດ້. ຂ້າພະເຈົ້າຮູ້ວິທີີ ທີ່ຈະເຮັດໃຫ້ລັດຖະບານດີຂຶ້ນ.”

ທ່ານໄດ້ຖືກເລືອກ ຄັ້ງທຳອິດໃຫ້ເປັນສະມາຊິກສະພາສູງ ໃນຕອນທ່ານມີ ອາຍຸ 29 ປີ ແລະທ່ານໄບເດັນ ກໍໄດ້ດໍາລົງຕໍາແໜ່ງນັ້ນມາ ຕະຫຼອດເກືອບ 50 ປີ. ຄາດໝາຍກັນວ່າ ການກັບຄືນມາໃນຄັ້ງນີ້ ຈະໄດ້ຖືກຮັບຮອງ ໃນຕອນອາຍຸ 78 ປີ ຊຶ່ງທ່ານຈະເປັນຜູ້ທີ່ແກ່ທີ່ສຸດ ທີ່ສາບານໂຕເຂົ້າຮັບຕໍາແໜ່ງ ເປັນປະທານາທິບໍດີສະຫະລັດ.

ທ່ານແລຣີ ຊາບາໂຕ ຈາກມະຫາວິທະຍາໄລເວີຈີເນຍ ກ່າວຜ່ານທາງສໄກປ໌ ວ່າ “ທ່ານເປັນຜູ້ທີ່ສຸພາບ ແລະຄວາມສຸພາບນັ້ນໂດຍທຳມະດາແລ້ວຈະສ້າງຄວາມເສຍຫາຍໃຫ້ແກ່ທ່ານ ຫຼາຍກວ່າໃຫ້ແກ່ທ່ານດໍໂນລ ທຣຳ. ແທ້ຈິງແລ້ວ ມັນເຮັດໃຫ້ຄົນໄດ້ເຫັນຄວາມແຕກຕ່າງກັນຫຼາຍ ແລະເປັນທາງເລືອກທີ່ສະເພາະເຈາະຈົງ.”

ທ່ານໄບເດັນ ໄດ້ຖືກເລືອກໃຫ້ເປັນຜູ້ສະໝັກຈາກພັກເດໂມແຄຣັດ ຫຼັງຈາມທີ່ໄດ້ເອົາຊະນະພວກຄູ່ແຂ່ງທີ່ສະໝັກເປັນປະທານາທິບໍດີ ຫົວເສລີຫຼາຍຄົນ ໃນການເລືອກຕົ້ງຂັ້ນຕົ້ນ. ນຶ່ງໃນນັ້ນ ກໍແມ່ນຜູ້ທີ່ຈະເປັນຮອງປະທານາທິບໍດີຂອງທ່ານ ຄື ທ່ານນາງຄາມາລາ ແຮຣິສ.

ໂດຍທີ່ທ່ານໄບເດັນ ບໍ່ໄດ້ລົງໂຄສະນາຫາສຽງດ້ວຍຕົນເອງຫຼາຍປານໃດ ຍ້ອນຄວາມເປັນຫ່ວງ ຂອງໂຣກລະບາດໄວຣັສໂຄໂຣນາ ຈຶ່ງເຮັດໃຫ້ເລື້ອງການໂຄ ສະນາຫາສຽງ ໃນທີ່ສຸດແມ່ນກ່ຽວກັບປະທານາທິບໍດີ ທີ່ດຳລົງຕຳແໜ່ງຢູ່ນັ້ນ.

ໃນການອອກໄປປາກົດໂຕຕໍ່ມະຫາຊົນ ໃນລັດເພັນຊີລເວເນຍ ທີ່ເປັນລັດອາດຈະອ່ຽງໄປທາງໃດກໍໄດ້ນັ້ນ ທ່ານໄບເດັນ ໄດ້ກ່າວຖະແຫລງ ໃນມື້ກ່ອນວັນເລືອກຕັ້ງ ທີ 3 ພະຈິກ.

ທ່ານໄບເດັນ ເວົ້າວ່າ “ມື້ອື່ນ ພວກເຮົາສາມາດຍຸຕິບົດບາດການເປັນປະທານາ ທິບໍດີ ທີ່ບໍ່ສາມາດປົກປ້ອງປະເທດຊາດໄດ້. ມື້ອື່ນພວກເຮົາສາມາດຍຸຕິບົດບາດການເປັນປະທານາທິບໍດີ ທີ່ໄດ້ປຸກລະດົມຄວາມກຽດຊັງ ທົ່ວປະເທດຊາດແຫ່ງນີ້.”

ໃນມື້ດຽວກັນນັ້ນ ກ່ອນການເລືອກຕັ້ງ ທ່ານທຣຳ ກໍໄດ້ສະແດງຄວາມໝັ້ນໃຈ ຢູ່ໃນລັດວິສຄອນຊິນ.

ປະທະນາທິບໍດີ ດໍໂນລ ທຣຳ ໄດ້ກ່າວວ່າ “ຈື່ໄດ້ບໍ່ ແມ່ນຫຍັງທີ່ຂ້າພະເຈົ້າໄດ້ກ່າວ ເມື່ອສີ່ປີກ່ອນພຸ້ນ ຂ້າພະເຈົ້າເປັນສຽງຂອງທ່ານ ແລະພວກເຮົາຮ່ວມກັນທັງໝົດຈະເຮັດໃຫ້ອາເມຣິກາຍິ່ງໃຫຍ່ອີກເທື່ອນຶ່ງ. ອັນນັ້ນ ແມ່ນສິ່ງທີ່ພວກເຮົາກຳລັງເຮັດຢູ່ ອັນນັ້ນ ແມ່ນສິ່ງທີ່ພວກເຮົາໄດ້ເຮັດໄປແລ້ວ.”

ພວກມີສິດປ່ອນບັດທັງຫຼາຍ ໄດ້ພາກັນອອກມາໃນຈຳນວນທີ່ບໍ່ເຄີຍມີມາກ່ອນສຳລັບການເລືອກຕັ້ງສະຫະລັດ ຊຶ່ງອາດສູງເຖິງ 90 ເປີເຊັນຂອງພວກມີສິດອອກສຽງທັງໝົດ. ໄຊຊະນະດ້ວຍຄະແນນສຽງທີ່ສູສີກັນນັ້ນສະແດງໃຫ້ເຫັນວ່າ ຄະແນນສຽງຈາກຜູ້ແທນລັດແມ່ນແບ່ງແຍກກັນຊ່ຳໃດ ໃນສະຫະລັດ. ການຄັດ ຄ້ານທາງດ້ານກົດໝາຍຕ່າງໆນັ້ນ ໝາຍຄວາມວ່າ ການເລືອກຕັ້ງໃນທີ່ສຸດອາດຈະຖືກຕັດສິນຢູ່ໃນສານ ກໍເປັນໄດ້.

ວຽກງານທີ່ຍາກລຳບາກໃນຂ້າງໜ້າ ກໍຄືການສ້າງຄວາມປອງດອງໃນປະເທດທີ່ແບ່ງແຍກກັນນັ້ນ.

ເຊີນຊົມວີດີໂອ ພາກພາສາອັງກິດ

USA Votes- Biden Profile USAGM
please wait

No media source currently available

0:00 0:03:17 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

President-elect Joe Biden, a prominent figure in Washington political circles for nearly half a century, will succeed President Donald Trump in January. VOA’s Mike O’Sullivan looks at the career of a veteran politician, who had his biggest political win four years after leaving office as vice president.

The election came down to a few states, including the commonwealth of Pennsylvania, where the separation in the vote was razor thin.

The sitting president and his supporters claim there were vote irregularities which, they say, may reverse the current results.

But after American news networks projected Democrat Joe Biden had an insurmountable lead, he declared victory and sought to bridge the country’s political divisions.

(Joe Biden, President-Elect)

“For all those of you who voted for President Trump, I understand the disappointment tonight, Ive lost a couple times myself. But now, let’s give each other a chance.”

During the election campaign, President Trump emphasized social unrest and law and order, while Biden criticized Trump for his handling of the COVID-19 pandemic.

President Trump trailed in the polls throughout. He mounted high-energy rallies in states such as Michigan and Wisconsin, where voters were seen as divided.

For eight years, Biden was Barack Obama’s vice president and played a major role in his administration.

In contrast to President Trump, a political newcomer when elected in 2016, Biden is an experienced politician, a fact he hammered home on the campaign trail.

(Joe Biden, President-Elect)

“I’m going to say something outrageous. I know how to make government work.”

First elected to the Senate at age 29, Biden has held elected office for almost 50 years. Assuming current returns will be certified, at 78, he will be the oldest person sworn in as U.S. President.

(Larry Sabato, University of Virginia via Skype)

“He is bland, and the blandness normally would hurt him more than it does against Donald Trump. It actually gives people a very sharp, distinct choice.”

Biden was chosen as the Democratic Party candidate after beating more liberal presidential contenders in primaries. One was the person who will be his vice president, Kamala Harris.

With Biden doing little in-person campaigning because of coronavirus pandemic concerns, the campaign was ultimately about the sitting president.

In a public appearance in the swing state pf Pennsylvania, Biden spoke the day before the Nov. 3 election.

(Joe Biden, President-Elect)

"Tomorrow we can put an end to a presidency that has failed to protect the nation. tomorrow we can put an end to a presidency that has fanned the flames of hate across this nation."

Also the day before the election, Trump expressed confidence in Wisconsin.

(President Donald Trump)

"Remember what I said four years ago, I am your voice and we will all together make America great again. That's what we're doing, that's what we've done."

Voters turned out in unprecedented numbers for a U.S. election – as high as 90% of eligible voters. The narrowness of the victory shows how divided the U.S. electorate is. Legal challenges mean that the election could ultimately be decided in court.

The difficult task ahead: to unify a divided country.

XS
SM
MD
LG