ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໄບ​ເດັນ ຈະ​ຍົກ​ເລີກ​ການ​ເກັບ​ພາ​ສີ ຕໍ່​ແຜງ​ພະ​ລັງ​ງານ​ແສງ​ຕາ​ເວັນ ທີ່​ນຳ​ເຂົ້າ​ຈາກ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້ 2 ປີ


ແຜງ​ພະ​ລັງ​ງານ​ແສງ​ຕາ​ເວັນ​ເກັບ​ແສງ​ຕາ​ເວັນ​ຢູ່​ໂຮງ​ງານ​ໄຟ​ຟ້າ ເພ​ຣ​ມັອນ, ລັດ ເນບ​ຣາ​ສ​ກາ. 31 ພຶດ​ສະ​ພາ, 2018.
ແຜງ​ພະ​ລັງ​ງານ​ແສງ​ຕາ​ເວັນ​ເກັບ​ແສງ​ຕາ​ເວັນ​ຢູ່​ໂຮງ​ງານ​ໄຟ​ຟ້າ ເພ​ຣ​ມັອນ, ລັດ ເນບ​ຣາ​ສ​ກາ. 31 ພຶດ​ສະ​ພາ, 2018.

ລັດ​ຖະ​ບານ​ທ່ານ ໄບ​ເດັນ ໄດ້​ປະ​ກາດ​ໃນ​ວັນ​ຈັນ​ວານນີ້​ວ່າ ເຂົາ​ເຈົ້າ​ຈະ​ຍົກ​ເວັ້ນ​ພາ​ສີ​ຕໍ່​ແຜງ​ພະ​ລັງ​ງານ​ແສງ​ຕາ​ເວັນທີ່​ນຳ​ເຂົ້າ​ມາ​ສະ​ຫະ​ລັດ​ຈາກ ກຳ​ປູ​ເຈຍ, ມາ​ເລ​ເຊຍ, ໄທ ແລະ ຫວຽດ​ນາມ ເປັນ​ເວ​ລາ 24 ເດືອນ, ເພື່ອຫຼຸດ​ຜ່ອນ​ຄວາມບໍ່​ແນ່​ນອນ​ສຳ​ລັບ​ບັນ​ດາ​ບໍ​ລິ​ສັດ​ພະ​ລັງ​ງານ​ແສງ​ຕາ​ເວັນ​ຂອງສະ​ຫະ​ລັດ ທີ່​ໄດ້ຫວັ່ນ​ວິ​ຕົກ ຍ້ອນ​ການ​ສືບ​ສວນ​ສອບ​ສວນ​ຂອງ​ກະ​ຊວງ​ການ​ຄ້າ​ເມື່ອ​ເດືອນ​ມີ​ນາ​ທີ່​ຜ່ານ​ມາ.

ການ​ປະ​ກາດ​ດັ່ງ​ກ່າວ​ໄດ້​ມີ​ຂຶ້ນໂດຍ​ເປັນພາກ​ສ່ວນ​ນຶ່ງ​ຂອງ​ມາດ​ຕະ​ການ​ຕ່າງໆ​ ເພື່​ອ​ເລັ່ງ​ການ​ພັດ​ທະ​ນາ​ຜະ​ລິດ​ຕະ​ພັນ​ພະ​ລັງ​ງານ​ສະ​ອາດ​ໃນສະ​ຫະ​ລັດ. ນອກ​ຈາກ​ການ​ຍົກ​ເວັ້ນ​ນັ້ນແລ້ວ ປະ​ທາ​ນາ​ທິ​ບໍ​ດີໄບ​ເດັນ ກໍ​ໄດ້​ໃຊ້​ກົດໝາຍ​ການ​ຜ​ະ​ລິດ​ປ້ອງ​ກັນ​ປະ​ເທດ ​ເພື່ອ​ຍົກ​ລະ​ດັບ​ສາຍ​ໄຟ​ຟ້າ ແລະ ເລັ່ງ​ການ​ລົງ​ທຶນ​ໃນ​ການ​ຜະ​ລິດແຜງ​ພະ​ລັງ​ງານ​ແສງ​ຕາ​ເວັນ​ພາຍ​ໃນ​ປະ​ເທດ, ວັດ​ຖຸ​ກັນ​ຄວາມ​ຮ້ອນ​ໃນ​ອາ​ຄານ, ເຄື່ອງ​ປ້ຳ​ອາຍ​ຮ້ອນ ແລະ ເຊື້ອ​ໄຟ​ພະ​ລັງ​ງານ​ສະ​ອາດ.

ເອ​ກະ​ສານ​ທີ່​ຖືກ​ເປີດ​ເຜີຍ​ໂດຍ​ທຳ​ນຽບ​ຂ​າວ​ໄດ້​ກ່າວ​ວ່າ “ເດີມ​ພັນ​ແມ່ນບໍ່​ສາ​ມາດ​ສູງ​ໄປ​ກວ່ານີ້. ການບໍ່​ສາ​ມາດ​ທີ່​ຈະ​ທຳ​ການ​ດຳ​ເນີນ​ການ​ທີ່​ວ່າ​ນີ້​ຈະ​ປະ​ຕິ​ເສດ​ຜູ້​ບໍ​ລິ​ໂພກ​ຈາກ​ການ​ເຂົ້າ​ເຖິງ​ທາງ​ເລືອກ​ພະ​ລັງ​ງານ​ສະ​ອາດ​ທີ່​ປະ​ຢັດ, ເພີ່ມ​ຄວາມ​ສ່ຽງ​ຕ່າງໆ​ຕໍ່​ສາຍ​ໄຟ​ຟ້າ​ຂອງ​ພວກ​ເຮົາ, ແລະ ຢຸດ​ໂຄງ​ການ​ກໍ່​ສ້າງ​ພະ​ລັງ​ງານ​ສະ​ອາ​ດ​ພາຍ​ໃນ​ປະ​ເທດທີ່​ມີ​ຄວາມ​ສຳ​ຄັນ​ຕໍ່​ການ​ແກ້​ໄຂ​ວິ​ກິດ​ການ​ສະ​ພາບ​ອາ​ກາດ.”

ໃນ​ເດືອນ​ມີ​ນາ​ທີ່​ຜ່ານ​ມາ, ກະ​ຊວງ​ການ​ຄ້າ​ໄດ້​ປະ​ກາດ​ວ່າ​ເຂົາ​ເຈົ້າ​ກຳ​ລັງ​ສືບ​ສວນ​ສອບ​ສວນ​ການ​ຮ້ອງ​ຮຽນ​ທີ່​ຖືກ​ຍື່ນໂດຍ​ຜູ້​ຜະ​ລິດແຜງ​ພະ​ລັງ​ງານ​ແສງ​ຕາ​ເວັນ​ຂະ​ໜາດ​ນ້ອຍ​ແຫ່ງ​ນຶ່ງ​ໃນ​ລັດ​ຄາ​ລິ​ຟໍ​ເນຍ​ຕໍ່ບັນ​ດາ​ຄູ່​ແຂ່ງ​ໃນ ກຳ​ປູ​ເຈຍ, ມາ​ເລ​ເຊຍ, ໄທ ແລະ ຫວຽດ​ນາມ.

ບໍ​ລິ​ສັດ ອໍ​ຊິນ ໂຊ​ລາ (Auxin Solar), ໄດ້​ກ່າວ​ຫາ​ວ່າ​ບັນ​ດາ​ຜູ້​ຜະ​ລິດ​ໃນ​ປະ​ເທດ​ທີ່​ວ່າ​ນັ້ນ​ໄດ້​ໃຊ້​ອົງ​ປະ​ກອບ​ທີ່​ເຮັດ​ໃນ ຈີນ ເພື່ອ​ປະ​ກອບແຜງ​ພະ​ລັງ​ງານ​ແສງ​ຕາ​ເວັນ​ເພື່ອ​ຂາຍ​ໃນ ສະ​ຫະ​ລັດ.

ໃນ​ປີ 2011, ສະ​ຫະ​ລັດ ໄດ້​ກ່າວ​ຫາຈີນວ່າ ຂາຍແຜງ​ພະ​ລັງ​ງານ​ແສງ​ຕາ​ເວັນ​ໃນ​ຕະຫຼາດສະ​ຫະ​ລັດ “ແບບທຸ້ມ​ຕະ​ຫລາດ” ເຊິ່ງ​ແມ່ນ​ເງື່ອນ​ໄຂ​ສຳ​ລັບ​ການ​ຂາຍ​ມັນ​ໃນ​ລາ​ຄາ​ທີ່​ຕ່ຳ. ການ​ນຳ​ເຂົ້າ​ຈາກ​ຈີນ​ແມ່ນ​ໄດ້​ຂັດ​ຂວາງ​ຜູ້​ຜະ​ລິດ​ໃນ ສະ​ຫະ​ລັດ, ຜູ້​ທີ່ບໍ່​ສາ​ມາດ​ແຂ່ງ​ຂັນ​ຢ່າງ​ໄດ້​ຜົນ​ປະ​ໂຫຍດ​ຕໍ່​ລາ​ຄາ​ຕ່ຳ​ຢ່າງບໍ່​ແທ້​ຈິງ. ດັ່ງ​ຜົນ​ທີ່​ອອກ​ມາ, ສະ​ຫະ​ລັດ ໄດ້​ກຳ​ນົດ​ພາ​ສີ​ຫຼາຍ​ເຖິງ 250 ເປີ​ເຊັນ​ຕໍ່ແຜງ​ພະ​ລັງ​ງານ​ແສງ​ຕາ​ເວັນ​ທີ່​ເຮັດ​ຈາກ ຈີນ.

ການ​ຮ້ອງ​ຮຽນຂອງ​ບໍ​ລິ​ສັດ Auxin Solar ກໍ​ແມ່ນ​ວ່າແຜງ​ພະ​ລັງ​ງານ​ແສງ​ຕາ​ເວັນ​ຈຳ​ນວນຫຼາຍ​ທີ່​ມາ​ຈາກ ກຳ​ປູ​ເຈຍ, ມາ​ເລ​ເຊຍ, ໄທ ແລະ ຫວຽດ​ນາມ ແມ່ນ​ຜະ​ລິດ​ຕະ​ພັນ​ຂອງ​ຈີນ​ແທ້ໆ ດ້ວຍ​ການ​ຮັບ​ຮອງ​ປະ​ເທດ​ຕົ້ນ​ກຳ​ເນີດ​ທີ່ຫຼອກ​ລວງ.

ເວ​ລາ​ທີ່​ການ​ສືບ​ສວນ​ສອບ​ສວນ​ຂອງ​ກະ​ຊວງ​ການ​ຄ້າ​ໄດ້​ຖືກ​ປະ​ກາດ, ໂຄງ​ການ​ພະ​ລັງ​ງານ​ແສງ​ຕາ​ເວັນ​ຕ່າງໆ​ຂອງ ສະ​ຫະ​ລັດ ແມ່ນ​ໄດ້​ປະ​ສົບ​ຄວາມ​ສັບ​ສົນ​ໃນ​ທັນ​ທີ, ດ້ວຍຫຼາຍ​ບໍ​ລິ​ສັດ​ໄດ້​ຢຸດ​ທັງ​ໝົດ​ດ້ວຍ​ກັນ. ຄວາມ​ຢ້ານ​ກົວ​ທີ່​ວ່າ​ພາ​ສີ​ອາດ​ເຮັດ​ເຮັດ​ໃຫ້​ຄາ​ລາແຜງ​ພະ​ລັງ​ງານ​ແສງ​ຕາ​ເວັນ​ເພີ່ມ​ຂຶ້ນ​ສາມ​ເທົ່າ​ໃນ​ທັນ​ທີ ຈະ​ປ່ຽນ​ແປງ​ລາ​ຄາ​ທີ່​ອາດ​ເປັນ​ໄປ​ໄດ້​ຂອງ​ໂຄງ​ການ​ໃໝ່. ນອກ​ຈາກ​ນັ້ນ, ຄວາມ​ຢ້ານ​ກົວ​ທີ່​ລັດ​ຖະ​ບານ​ອາດ​ກຳ​ນົດ​ພາ​ສີ​ຍ້ອນຫຼັງ​ຈະ​ເຮັດ​ໃຫ້​ຜູ້​ນຳ​ເຂົ້າ ສະ​ຫະ​ລັດ ລັງ​ເລ​ໃຈ​ທີ່​ຈະ​ນຳ​ມັນ​ເຂົ້າ​ມາ​ໃນ​ປະ​ເທດ​ຍິ່ງ​ຂຶ້ນກວ່າ​ເກົ່າ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG