ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໄບ​ເດັນ ເວົ້າ​ວ່າ ສ​ຫລ ກັບ​ຄືນ​ມາ​ຫາສັນ​ຍາ ໃນການ​ແກ້​ໄຂ​ບັນ​ຫາ​ ການປ່ຽນ​ແປງ ​ຂອງດິນ​ຟ້າ​ອາ​ກາດ​ແລ້ວ


UN Climate Conference -- USAGM
please wait

No media source currently available

0:00 0:01:43 0:00

ທີ່​ກອງ​ປະ​ຊຸມກ່ຽວ​ກັບ​ການ​ປ່ຽນ​ແປງດິນ​ຟ້າ​ອາ​ກາດ​ຂອງອົງ​ການ​ສະ​ຫະ​ປະ​ຊາ​ຊາດ ຫລື COP26 ຢູ່ໃນເມືອງ Glasgow ຂອງສ​ກັອດ​ແລນນັ້ນ ທ່ານໄບ​ເດັນສະແດງຄວາມເສຍໃຈທີ່ຢູ່ພາຍໃຕ້ລັດ​ຖະ​ບານທ່ານ​ທ​ຣຳ ສະ​ຫະ​ລັດ​ຖອນ​ຕົວ​ອອກ​ຈາກ​ ສັນ​ຍາ​ປາ​ຣີ ປີ 2015

ທີ່​ກອງ​ປະ​ຊຸມກ່ຽວ​ກັບ​ການ​ປ່ຽນ​ແປງດິນ​ຟ້າ​ອາ​ກາດ​ຂອງອົງ​ການ​ສະ​ຫະ​ປະ​ຊາ​ຊາດ ຫລື COP26 ຢູ່ໃນເມືອງ ກ​ລາ​ສ​ໂກ (Glasgow) ຂອງສ​ກັອດ​ແລນ ນັ້ນປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ, ທ່ານ ໂຈ ໄບ​ເດັນ ໄດ້​ຂໍຂະ​ມາ​ໂທດ​ທີ່​ສະ​ຫະ​ລັດ​ ຖອນ​ຕົວ​ອອກ​ຈາກ​ສັນ​ຍາ ກ່ຽວ​ກັບ ​ດິນ​ຟ້າ​ອາ​ກາດ​ ປາ​ຣີ ປີ 2015 ພາຍ​ໃຕ້​ການ​ນຳ​ພາຂອງ​ທ່ານ ດໍ​ໂນ​ລ ທ​ຣຳ, ຜູ້​ທີ່​ກຳ​ຕຳ​ແໜ່ງ​ກ່ອນ​ທ່ານນັ້ນ. ທ່ານ​ ໄບ​ເດັນ ກ່າວ​ວ່າຕອນ​ນີ້​ ສະຫະລັດ​ ໄດ້​ກັບ​ຄືນ​ມາ​ຫາ​ໂຕະ​ປະ​ຊຸມເພື່ອຈະ​ນຳພາ​ໃນ​ເລື້ອງ​ດິນ​ຟ້າ​ອາກາດແລ້ວ. ແຕ່ດັ່ງທີ່ນັກຂ່າວຂອງວີ​ໂອ​ເອ​ປະ​ຈຳທຳນຽບຂາວ, Patsy Widakuswara ລາຍງານມາວ່າ ມັນຍັງບໍ່ເປັນ​ທີ່ຈະແຈ້ງເທື່ອ ວ່າ​ຈະ​ສາມາດເຮັດ​ໄດ້​ຫລາຍ​ປານໃດ. ດ້ວຍ​ເຫດ​ໃດ​ຈຶ່ງ​ເປັນ​ເຊັ່ນ​ນັ້ນ, ບົວ​ສະ​ຫວັນ ​ມີ​ລາຍ​ລະ​ອຽດ​ກ່ຽວ​ກັບ​ເລື້ອງນີ້​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ພວກ​ນັກ​ເຄື່ອນ​ໄຫວ​ດ້ານ​ດິນ​ຟ້າ​ອາ​ກາດ​ພາ​ກັນ​ສະ​ແດງ​ຕົວ​ເປັນ​ຜູ້​ນໍາ​ໂລກ​ທີ່​ຫຼິ້ນ​ດົນ​ຕີ​ເປົ່າ​ແກ​ຕາມປະ​ເພ​ນີ​ຂອງ​ຄົນ ສ​ກັອດແລນ ຢູ່ໃກ້​ກັບບ່ອນ​ຈັດ​ກອງ​ປະ​ຊຸມ​ສຸດຍອດ ກ່ຽວ​ກັບ ​ການ​ປ່ຽນ​ແປງດິນ​ຟ້າ​ອາ​ກາດຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ຫລື COP26 ທີ່​ເມືອງ ກ​ລາ​ສ​ໂກ (Glasgow). ​ເຂົາ​ເຈົ້າ​ເວົ້າ​ວ່າ ພວກປະ​ເທດ​ຮັ່ງມີທີ່ເປັນ​ປະ​ເທດປ່ອຍມົນ​ລະ​ພິດອອກມານັ້ນ ​ບໍ່​ໄດ້ຫລຸດ​ການ​ປ່ອຍອາຍ​ພິດ​ເຮືອນ​ແກ້ວລົງໄວຢ່າງພຽງ​ພໍເທື່ອ.

ທ່ານ ແດນ​ນີ ສ​ຣິ​ສ​ການ​ດາ​ຣະ​ຈາ (Danny Sriskandarajah), ຫົວ​ໜ້າ​ຜູ້​ບໍ​ລິ​ຫານ ຫລື CEO ຂອງອົງ​ການ ​ອັອກ​ສ​ແຟມ (Oxfam) ຂອງອັງກິດກ່າວ​ວ່າ:
"ຢູ່ຫັ້ນພວກເຂົາເຈົ້າມີວົງດົນຕີທີ່ຊື່ວ່າ “ມີແຕ່ເວົ້າລ້າໆ” ໃນເມືອງ ກລາສໂກ (Glasgow). ສິ່ງທີ່ພວກເຮົາຕ້ອງການກໍຄືການກະທຳ."

ປະທານາທິບໍດີ​ ສະຫະລັດ, ທ່ານໂຈ ໄບ​ເດັນ ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ແບບ​ດຽວ​ກັນ​ນັ້ນເລີຍ. ທ່ານ​ກ່າວ​ດັ່ງ​ນີ້:
"ພວກເຮົາຈະສະແດງໃຫ້ໂລກຮູ້ວ່າ ສະຫະລັດ ບໍ່ພຽງແຕ່ກັບຄືນມາຫາໂຕະປະຊຸມຊື່ໆ, ແຕ່ຫວັງວ່າຈະນໍາພາໂດຍອິດທິພົນຂອງການເປັນແບບຢ່າງຂອງ ພວກເຮົາ."

ທ່ານໄບ​ເດັນ ສະແດງຄວາມເສຍໃຈທີ່ຢູ່ພາຍໃຕ້ຄະ​ນະລັດ​ຖະ​ບານຂອງທ່ານ ​ທ​ຣຳ, ສະຫະລັດ ສ່ວນ​ໃຫຍ່​ແລ້ວ​ແມ່ນ​ຫາຍ​ໜ້າ​ໄປຈາກການ​ພົບ​ປະກ່ຽວກັບເລື້ອງດິນ​ຟ້າອາກາດຂອງໂລກ.

ປະທານາທິບໍດີ ໄບ​ເດັນ ກ່າວ​ອີກວ່າ: "ຂ້າ​ພະ​ເຈົ້າຂໍໂທດສໍາລັບຄວາມຈິງທີ່ວ່າ ສະຫະລັດ, ​ໃນ​ຄະ​ນະ​ລັດ​ຖະ​ບານຊຸດ​ແລ້ວນີ້ ໄດ້ຖອນຕົວອອກຈາກຂໍ້ຕົກລົງ ປາຣີ, ແລະແນ່ນອນວ່າພວກເຮົາຕົກ​ຢູ່​ໃນ​ສະ​ພາບທີ່ຫ​ຍຸ້ງ​ຍາກ​ທີ່​ຈະ​ແກ້​ໄຂໄດ້​."

ບັນ​ດາປະເທດທີ່ກໍາລັງພັດທະນາທີ່ໄດ້ຮັບຜົນກະທົບຮ້າຍແຮງສຸດ ຈາກການ ປ່ຽນແປງຂອງດິນຟ້າອາກາດ ຢາກໃຫ້ປະເທດທີ່ຮັ່ງມີປະຕິບັດຕາມຄໍາຫມັ້ນສັນ ຍາດ້ານການເງິນ​ທີ່ຈ່າຍ​ເຂົ້າ​ໃນການ​ແກ້​ບັນ​ຫາດິນ​ຟ້າອາກາດ ເພື່ອຊ່ວຍພວກ ເຂົາເຈົ້າ​ໃນ​ວົງເງິນ 100 ຕື້ໂດລາຕໍ່ປີນັ້ນ.

ທ່ານ ໄບ​ເດັນ ໄດ້ປະກາດໂຄງ​ການລິເລີ່ມທີ່ຈະສະຫນອງເງິນ 3 ຕື້ໂດລາ ຕໍ່ປີ ໃນປີ 2024, ໂດຍເປັນສ່ວນນຶ່ງຂອງ​ຊຸດ​ໃຊ້​ຈ່າຍ​ເຂົ້າ​ໃນ​ເລື້ອງສະພາບດິນ​ຟ້າອາກາດທີ່ກວ້າງກວ່າຂອງທ່ານ. ​ແຕ່​ບໍ່​ແນ່​ໃຈ​ເທື່ອວ່າ ທ່ານຈະ​ສາມາດ​ເຮັດໃຫ້ໄດ້ຕາມ​ຄຳ​ໝັ້ນ​ສັນຍາ​ນັ້ນ​ ຫລືບໍ່.

ທ່ານ​ນາງ ເຣໂຊ ແອ​ລ​ແລ​ຮັ​ສ (Rachel Ellehuus) ນັກ​ຄົ້ນ​ຄວ້າອາວຸໂສ ຂອງສູນເພື່ອຍຸດທະສາດ ແລະການສຶກສາສາກົນໃຫ້​ຄຳ​ເຫັນຜ່ານ Zoom ​ວ່າ: "ຂ້າ​ພະ​ເຈົ້າບໍ່​ແນ່ວ່າທ່ານມີ ... ການສະຫນັບສະຫນູນຂອງລັດ​ຖະ​ສະ​ພາເພື່ອ ສະຫນອງການຊ່ວຍເຫຼືອແກ່ປະເທດທີ່ກໍາລັງພັດທະນາໃຫ້ບັນລຸເປົ້າຫມາຍ ດ້ານ​ດິນ​ຟ້າອາກາດຫລືບໍ່."

ຢູ່​ນອກ​ນັ້ນກອງ​ປະ​ຊຸມນັ້ນ, ທ່ານ ໄບ​ເດັນ ​ໄດ້​ພົບ​ປະ​ກັບ​ປະທານາທິບໍດີ ໂຈ​ໂກ ວີ​ໂດ່​ໂດ (Joko Widodo) ຂອງ​ອິນ​ໂດ​ເນ​ເຊຍ, ​ເຊິ່ງ​ເປັນ​ປະ​ເທດ​ສຳຄັນ​ໃນ​ພາກ​ພື້ນ​ທີ່​ອິດ​ທິພົນ​ຂອງ​ ຈີນ ​ກຳ​ລັງ​ເພີ່ມສູງ​ຂຶ້ນນັບ​ມື້ນັ້ນ.

ຜູ້​ນໍາ​ອິນ​ໂດ​ເນ​ເຊຍ ​ຈະ​ເຂົ້າ​ຮັບ​ຕຳ​ແໜ່ງ​ເປັນປະ​ທາ​ນ​ຂອງ​ກຸ່ມ 20 ປະເທດ ຫຼື G-20 ຕໍ່ຈາກ​ ອີ​ຕາ​ລີ ​ໃນ​ເດືອນ​ທັນ​ວານີ້.

ອ່ານ​ຂ່າວນີ້​ເພີ້​ມ​ເປັນ​ພາ​ສາ​ອັງ​ກິດຢູ່​ລຸ່ມນີ້:

At the U.N. Climate Change Conference, COP26 in Glasgow, Scotland, U.S. President Joe Biden apologized for the U.S. withdrawal from the 2015 Paris climate accord under his predecessor, Donald Trump. Biden said the U.S. is now back at the table to lead on climate. But as White House Correspondent Patsy Widakuswara reports, it’s unclear just how much he can deliver.

Climate activists pose as world leaders playing in a traditional Scottish pipe band near the COP26 U.N. climate summit in Glasgow. They say wealthy, polluting nations are not slashing greenhouse gases quickly enough.

Danny Sriskandarajah, Oxfam Great Britain CEO:
"There they are in a hot air band in Glasgow. What we need is action.”

U.S. President Joe Biden is promising exactly that.

President Joe Biden:
"We'll demonstrate to the world the United States is not only back at the table, but hopefully leading by the power of our example.”

Biden expressed regret that under the Trump administration the U.S. has been largely absent in global climate talks.

President Joe Biden:
“I do apologize for the fact the United States, the last administration pulled out of the Paris accords, and of course we are behind the eight ball.

Developing nations that suffer the worst impacts of climate change want wealthy nations to fulfil their climate financing commitment to help them with $100 billion a year.

Biden announced an initiative to provide $3 billion per year by 2024, as part of his broader climate financing package. But it’s not certain he can deliver.

Rachel Ellehuus, Center for Strategic and International Studies:
“I’m unclear whether he has … the backing of Congress to provide assistance to developing countries in meeting climate goals.”

On the sidelines, Biden met with President Joko Widodo of Indonesia, a key country in a region where Chinese influence is rising.

The Indonesian leader will take over the G-20 presidency from Italy in December.

XS
SM
MD
LG