ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ທ່ານ​ ໄບ​ເດັນ ເອີ້ນ​ຜົນ​ງານ​ທີ່ບໍ່​ດີ ໃນ​ການ​ເລືອກ​ຕັ້ງ​ຂັ້​ນ​ຕົ້ນ ​ຢູ່​ລັດ ໄອ​ໂອ​ວາ ວ່າ​ໜ້າ​ເປັ​ນ​ຫ່ວງ


ຜູ້​ລົງ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ, ອະ​ດີດ​ຮອ​ງ​ປະ​ທາ​ນາ​ທິ​ບໍ​ດີ ທ່ານ ໂຈ ໄບ​ເດັນ ພົບ​ປະ​ກັບ​ຜູ້​ສະ​ໜັບ​ສະ​ໜູນ​ຂອງ​ທ່ານ. ເມື່ອ​ວັນ​ທີ 3 ກຸມ​ພາ 2020.
ຜູ້​ລົງ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ, ອະ​ດີດ​ຮອ​ງ​ປະ​ທາ​ນາ​ທິ​ບໍ​ດີ ທ່ານ ໂຈ ໄບ​ເດັນ ພົບ​ປະ​ກັບ​ຜູ້​ສະ​ໜັບ​ສະ​ໜູນ​ຂອງ​ທ່ານ. ເມື່ອ​ວັນ​ທີ 3 ກຸມ​ພາ 2020.

ອະ​ດີດ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ໄດ້​ເອີ້ນ​ລັດ ໄອ​ໂອ​ວາ ວ່າ “ໜ້າ​ເປັນ​ຫ່ວງ,” ແຕ່​ເວົ້າ​ວ່າ​ທ່ານ​ຈະ​ບໍ່​ໄປ​ໃສ ຫຼັງ​ຈາກ​ຜົນການ​ຄະ​ແນນ​ທີ່ບໍ່​ດີ ​ໃນ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ຂອງ​ພັກ​ເດ​ໂມ​ແຄ​ຣັດ​ເມື່ອ​ວັນ​ຈັນ​ທີ່​ຜ່ານ​ມາ.

ດ້ວຍ​ຜົນການ​ນັບ​ຄະ​ແນນ​ທີ່​ຖືກ​ລາຍ​ງານ​ຈາກ 86 ເປີ​ເຊັນ​ຂອງເຂ​ດ​ຕ່າງໆນັ້ນ, ທ່ານ ໄບ​ເດັນ ແມ່ນ​ຢູ່​ອັນ​ດັບ​ທີ​ສີ່, ຕາມຫຼັງ​ອະ​ດີດ​ເຈົ້າ​ເມືອງ ຊ້າວ ເບັນ, ລັດ ອິນ​ເດຍ​ນາ, ທ່ານ ພີດ ບູ​ຕີ​ເຈ​ຈ ແລະ ສະ​ມາ​ຊິກ​ສະ​ພາ​ສູງ​ຈາກ​ລັດ​ເວີ​ມັອນ ທ່ານ ເບີ​ນີ ແຊນ​ເດີ​ສ໌ ຜູ້​ທີ່ມີ​ຄະ​ແນນ​ສູ​ສີ​ກັນ​ກັບ​ທ່ານ ແລະ ສະ​ມາ​ຊິກ​ສະ​ພາ​ສູງ​ຈາກ​ລັດ ແມັ​ສ​ຊາ​ຈູ​ເຊັດ​ສ໌ ທ່ານ​ນາງ ເອ​ລິ​ຊາ​ເບັດ ວໍ​ເຣັນ ໃນ​ອັນ​ດັບ​ທີ​ສາມ. ສະ​ມາ​ຊິກ​ສະ​ພາ​ສູງ​ຈາກ​ລັດ ມິນ​ເນ​ໂຊ​ຕ້າ ທ່າ​ນນາງ ເອ​ມີ ໂຄ​ລ​ບູ​ຈາ ແມ່ນ​ຕາມຫຼັງ​ທ່ານ ໄບ​ເດັນ.

ການ​ໂຄ​ສະ​ນາ​ຫາ​ສຽງ​ໃນ​ລັດ ນິວ​ ແຮມ​ເຊຍ, ເຊິ່ງ​ຈະ​ຈັດ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ຄັ້ງ​ທຳ​ອິດ​ຂອງ​ປະ​ເທດ ​ໃນ​ອາ​ທິດ​ໜ້າ​ນັ້ນ, ທ່ານ ໄບ​ເດັນ ໄດ້​ກ່າວ​ວ່າ ທ່ານ​ຈະ​ບໍ່ “ເວົ້າ​ອ້ອມ​ຄ້ອມ” ຜົນ​ງານ​ທີ່​ໜ້າ​ຜິດ​ຫວັງ​ຂອງ​ທ່ານ​ໃນ​ລັດ ໄອ​ໂອ​ວາ.

ທ່ານ ໄບ​ເດັນ ແມ່ນ​ຜູ້​ທີ​ມີ​ແນວ​ຄິດ​ເປັນ​ກາງ ທີ່​ເອີ້ນ​ຕົນ​ເອງວ່າ ເປັນ​ຜູ້​ລົງ​ແຂ່ງ​ຂັນ​ທີ່​ເປັນ​ຕາ​ເລືອກ​ເອົາ​ທີ່​ສຸດ ເພື່ອ​ຕໍ່​ສູ້​ກັບ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ໃນ​ເດືອນ​ພະ​ຈິກ. ທ່ານ​ໄດ້​ເປັນ​ຜູ້​ທີ່​ນຳ​ໜ້າ​ໃນ​ການ​ຢັ່ງ​ຫາງ​ສຽງ​ສ່ວນ​ໃຫຍ່ ແມ່ນ​ກະ​ທັ້ງ​ກ່ອນ​ທີ່​ທ່ານ​ຈະ​ປະ​ກາດ​ການ​ລົງ​ແຂ່ງ​ຂັນ​ຂອງ​ທ່ານ​ດ້ວຍ.

ທ່ານ​ໄດ້​ເວົ້າ​ວ່າ “ມັນ​ມີ​ຄົນ​ທີ່​ເປັນ​ຕາ​ຢ້ານຫຼາຍ​ຢູ່​ຂ້າງນອກ​ນັ້ນ ຜູ້​ທີ່​ໄດ້ສ້າງ​ຄວາມ​ເສື່ອມ​ເຊຍ​ໃຫ້ການ​ໂຄ​ສະ​ນາ​ຫາ​ສຽງ​ນີ້, ເຂົາ​ເຈົ້າ​ໄດ້​ພະ​ຍາ​ຍາມ​ທີ່​ຈະ​ເຮັດແນວ​ນັ້ນ ຕັ້ງ​ແຕ່​ເວ​ລາ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເຂົ້າ​ໃນ​ການ​ແຂ່ງ​ຂັນ. ຈັ່ງ​ໃດ​ກໍ​ຕາມ, ຂ້າ​ພະ​ເຈົ້າ​ໄດ້​ຂ່າວ​ຈາກ​ເຂົາ​ເຈົ້າ. ຂ້າ​ພະ​ເຈົ້າ​ຈະ​ບໍ່​ໄປ​ໃສ.”

ທ່ານ ໄບ​ເດັນ, ອະ​ດີດ​ສະ​ມາ​ຊິກ​ສະ​ພາ​ສູງ​ຈາກ​ລັດ ເດ​ລາ​ແວ, ບໍ່​ໄດ້​ປະ​ສົບ​ຄວາມ​ສຳ​ເລັດ​ໃນ​ການ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ​ສອງ​ຄັ້ງ​ໃນ​ປີ 1988 ແລະ 2008. ທ່ານ​ໄດ້​ຖອນ​ຕົວ​ອອກ​ຈາກ​ການ​ແຂ່ງ​ຂັນ​ໃນ​ປີ 2008 ຫຼັງ​ຈາກ​ມີ​ຜົນ​ງານ​ທີ່ບໍ່​ດີ​ໃນ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ທີ່​ລັດ ໄອ​ໂອ​ວາ.

ມີ​ບັນ​ດາ​ຜູ້​ແທນ 41 ທ່ານ​ໃຫ້​ເລືອກ​ໃນ​ລັດ ໄອ​ໂອ​ວາ, ແລະ ຄະ​ແນນ​ສ​ຽງ 14 ເປີ​ເຊັນ​ແມ່ນ​ຍັງ​ຕ້ອງ​ໄດ້​ຖືກ​ລາຍ​ງານ.

ມັນ​ໃຊ້​ເວ​ລາ​ເກືອບ​ໝົດ​ມື້​ສຳ​ລັບ​ພັກ​ເດ​ໂມ​ແຄ​ຣັດ ໃນ​ລັດ ໄອ​ໂອ​ວາ ທີ່​ຈະ​ລາຍ​ງານ​ແມ່ນ​ກະ​ທັງ​ຄະ​ແນນ​ສຽງ​ທຸກໆ​ຄະ​ແນນ​ ຈາກ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ຂອງວັນ​ຈັນ​ທີ່​ຜ່ານ​ມາ ຍ້ອນ​ສິ່ງ​ທີ່​ບັນ​ດາ​ເຈົ້າ​ໜ້າ​ທີ່​ພັກ​ເວົ້າ​ວ່າ ເປັນ​ຄວາມ​ຜິດ​ພາດ​ໃນ​ການ​ໃສ່​ລະ​ຫັດ ແລະ ຄະ​ແນນ​ສຽງ​ທີ່ບໍ່​ແນ່ນອນ​ຖືກ​ລາຍ​ງານ​ໃນ​ແອັບ​ພ​ລີ​ເຄ​ຊັ້ນ​ໂທ​ລະ​ສັບ​ມື​ຖື ໂດຍ​ສະ​ເພາະ​ອັນ​ທີ່​ຖືກ​ອອກ​ແບບ​ສຳ​ລັບ​ການ​ນັບ​ຄະ​ແນນ​ສຽງ​ໃນ​ທົ່ວ​ເຂດ​ຊົນ​ນະ​ບົດ.

Former Vice President Joe Biden is calling Iowa a "gut punch," but says he isn't "going anywhere" after a poor showing in Monday's Democratic caucus.

With results reported from 86% of the precincts, Biden is in fourth place, trailing former South Bend, Indiana, Mayor Pete Buttigieg and Vermont Sen. Bernie Sanders — who are runningneck-and-neck — and Massachusetts Sen. Elizabeth Warren in third place. Minnesota Sen. Amy Klobuchar trails Biden.

Campaigning in New Hampshire, which holds the nation's first primary next week, Biden said he won't "sugarcoat" his disappointing showing in Iowa.

Biden is a centrist who calls himself the most electable candidate to take on President Donald Trump in November. He led most of the voter polls even before declaring his candidacy.

"There are an awful lot of folks out there who wrote off this campaign ... they've been trying to do that from the moment I entered the race. Well, I've got news for them. I'm not going anywhere," he said.

Biden, a former senator from Delaware, unsuccessfully sought the presidency twice before, in 1988 and 2008. He dropped out of the race in 2008 after a poor showing in the Iowacaucuses.

There are 41 delegates up for grabs in Iowa, and 14% of the votes still need to be reported.

It took the Iowa Democratic Party nearly an entire day to report even a single vote from Monday's caucuses because of what party officials say was a coding error and vote inconsistencies being reported on a mobile app specially designed for vote counting throughout the rural state.

XS
SM
MD
LG