ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໄບເດັນ ຮຽກຮ້ອງໃຫ້ສະພາສູງ ອະນຸມັດການຊ່ວຍເຫຼືອເພີ້ມເຕີມ ໃຫ້ແກ່ ຢູເຄຣນ


ປະທານາທິບໍດີ ໂຈ ໄບເດັນ ກ່າວຄຳປາໄສ ຕໍ່ສະພາ ແລະ ປະເທດຊາດ ຕໍ່ການປະຊຸມຮ່ວມຂອງສະພາສູງ ຢູ່ທີ່ຫໍລັດຖະສະພາ, ວັນທີ 7 ມີນາ 2024.
ປະທານາທິບໍດີ ໂຈ ໄບເດັນ ກ່າວຄຳປາໄສ ຕໍ່ສະພາ ແລະ ປະເທດຊາດ ຕໍ່ການປະຊຸມຮ່ວມຂອງສະພາສູງ ຢູ່ທີ່ຫໍລັດຖະສະພາ, ວັນທີ 7 ມີນາ 2024.

ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ໄດ້ເລີ່ມກ່າວຄຳປາໄສຕໍ່ສະພາ ແລະ ປະເທດຊາດ ໃນຄືນວັນພະຫັດວານນີ້ ໂດຍເນັ້ນຍໍ້າເຖິງສິ່ງທີ່ທ່ານກ່າວວ່າ ເປັນໄພຂົ່ມຂູ່ ທີ່ປະຊາທິປະໄຕ ໃນທົ່ວໂລກ ກຳລັງປະເຊີນຢູ່ ແລະຮຽກຮ້ອງໃຫ້ລັດຖະສະພາ ອະນຸມັດການຊ່ອຍເຫຼືອເພີ້ມຕື່ມໃຫ້ແກ່ຢູເຄຣນ ໃນສົງຄາມຕໍ່ຕ້ານຣັດເຊຍ.

"ຂ້າພະເຈົ້າເວົ້າເລື່ອງນີ້ຕໍ່ລັດຖະສະພາ: ພວກເຮົາຕ້ອງຢືນຢັດສູ້ກັບ [ປະທານາທິບໍດີຣັດເຊຍ ວລາດີເມຍ] ປູຕິນ. ສົ່ງຮ່າງກົດໝາຍຄວາມໝັ້ນຄົງແຫ່ງຊາດຂອງທັງສອງພັກການເມືອງ ມາໃຫ້ຂ້າພະເຈົ້າ,” ທ່ານກ່າວ.

ພັກຣີພັບບລີກັນ ກໍາລັງຂັດຂວາງຊຸດການຊ່ວຍເຫຼືອຕ່າງປະເທດ ມູນຄ່າ 95,000 ລ້ານໂດລາ ທີ່ໄດ້ຮັບການອະນຸມັດຈາກສະພາສູງ ຊຶ່ງລວມມີເງິນ 61,000 ລ້ານໂດລາ ເພື່ອຊ່ວຍເຫຼືອ ກີຢິບ ໃນການຕໍ່ສູ້ກັບຣັດເຊຍ.

ທ່ານ ໄບເດັນ ໄດ້ກ່າວ​ຕໍ່​ໄປວ່າ "ຂໍ້ຄວາມຂອງຂ້າພະເຈົ້າເຖິງປະທານາທິບໍດີຣັດເຊຍ [ວລາດີເມຍ] ປູຕິນ, ຜູ້ທີ່ຂ້າພະເຈົ້າຮູ້ຈັກມາເປັນເວລາດົນນານນັ້ນ ແມ່ນບໍ່ຊັບຊ້ອນ: ຄື ພວກເຮົາຈະບໍ່ຍອມຍ່າງຫນີໄປເດັດຂາດ. ພວກ​ເຮົາ​ຈະ​ບໍ່​ກົ້ມ​ຫົວ​ລົງ.”

ທ່ານ ໄບເດັນ ໄດ້ກ່າວແບບກວມລວມວ່າ ປະຊາທິປະໄຕ ແລະ ເສລີພາບ ກຳລັງຕົກຢູ່ພາຍໃຕ້ໄພຂົ່ມຂູ່ໃນທົ່ວໂລກ.

ທ່ານກ່າວວ່າ "ສິ່ງທີ່ເຮັດໃຫ້ຊ່ວງເວລາຂອງພວກເຮົາເກີດຂຶ້ນໄດ້ຍາກກໍຄືວ່າເສລີພາບ ແລະປະຊາທິປະໄຕ ກຳລັງຖືກໂຈມຕີທັງຈາກພາຍໃນປະເທດ ແລະຕ່າງປະເທດ ໃນເວລາດຽວກັນ,"

ປະທານາທິບໍດີ ຍັງໄດ້ຊົມເຊີຍອົງການສົນທິສັນຍາມະຫາສະໝຸດແອັດແລນຕິກເໜືອ ຫຼື NATO, ເຊິ່ງທ່ານເອີ້ນວ່າ "ພັນທະມິດທາງທະຫານທີ່ເຂັ້ມແຂງທີ່ສຸດເທົ່າທີ່ໂລກເຄີຍເຫັນມາ."

ທ່ານ​ໄດ້​ຊີ້​ໃຫ້​ເຫັນ ​ນາຍົກລັດຖະມົນຕີສະວີເດັນ ທ່ານ ອາລຟ໌ ຄຣິສເຕີສັນ (Ulf Kristersson), ຜູ້​ທີ່​ໄດ້​ມາ​ຮ່ວມຟັງການ​ກ່າວ​ຄຳ​ປາ​ໄສ​ໃນ​ຖານະ​ເປັນ​ແຂກ​ຂອງ​ສະຕີ​ໝາຍ​ເລກ​ນຶ່ງ ທ່ານນາງ ຈີລ ໄບເດັນ. ສະວີເດັນ ໄດ້ເຂົ້າເປັນສະມາຊິກອົງການເນໂຕ້ ຢ່າງເປັນທາງການ ໃນວັນພະຫັດນີ້.

ອ່ານຂ່າວເປັນພາສາອັງກິດຂ້າງລູ່ມນີ້:

U.S. President Joe Biden began his State of the Union address Thursday night by emphasizing what he said are threats facing democracy around the world and calling on Congress to greenlight additional aid to Ukraine in its war against Russia.

“I say this to Congress: We have to stand up to [Russian President Vladimir] Putin. Send me a bipartisan national security bill,” he said.

House Republicans are blocking a Senate-approved $95 billion foreign aid package that includes $61 billion to help Kyiv in its fight against Russia.

“My message to [Russian] President [Vladimir] Putin, who I’ve known for a long time, is simple: We will not walk away. We will not bow down,” Biden continued.

More broadly, Biden said that democracy and freedom are under threat around the world.

“What makes our moment rare is that freedom and democracy are under attack both at home and overseas at the very same time,” he said.

The president also lauded the North Atlantic Treaty Organization, or NATO, which he called “the strongest military alliance the world has ever seen.”

He pointed out Swedish Prime Minister Ulf Kristersson, who attended the address as a guest of first lady Jill Biden. Sweden officially joined NATO on Thursday.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG