ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ ໄບເດັນ ໂທລະສັບໄປໂອ້ລົມ ກັບກະສັດ ຊາລມານ ແຫ່ງຊາອຸດີ ອາຣາເບຍ ເພື່ອປັບຄວາມສຳພັນ


ໃນພາບທີ່ຖືກຖ່າຍໃນວັນທີ 27 ເດືອນຕຸລາ 2011 ນີ້, ອະດີດຮອງປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ສະແດງຄວາມເສຍໃຈ ຕໍ່ອະດີດເຈົ້າຊາຍ ຊາລມານ ບິນ ອັບແດລ-ອາຊິສ ຫຼັງຈາກການເສຍຊີວິດ ຂອງອ້າຍຂອງເພິ່ນ, ອົງມົງກຸດ ຊຸລຕານ ບິນ ອັບດຸລ-ອາຊຸສ, ໃນນະຄອນຫຼວງ ຣີຢາດ.
ໃນພາບທີ່ຖືກຖ່າຍໃນວັນທີ 27 ເດືອນຕຸລາ 2011 ນີ້, ອະດີດຮອງປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ສະແດງຄວາມເສຍໃຈ ຕໍ່ອະດີດເຈົ້າຊາຍ ຊາລມານ ບິນ ອັບແດລ-ອາຊິສ ຫຼັງຈາກການເສຍຊີວິດ ຂອງອ້າຍຂອງເພິ່ນ, ອົງມົງກຸດ ຊຸລຕານ ບິນ ອັບດຸລ-ອາຊຸສ, ໃນນະຄອນຫຼວງ ຣີຢາດ.

ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ໄດ້ໂທລະສັບຫາກະສັດ ຊາລມານ ແຫ່ງຊາອຸດີ ອາຣາເບຍ ໃນວັນພະຫັດມື້ວານນີ້ ໃນຂະນະທີ່ລັດຖະບານຂອງທ່ານມີກຳນົດທີ່ຈະເປີດເຜີຍລາຍ ງານການສືບລັບທີ່ຖືກບັງຄັບໃຫ້ເປີດເຜີຍ ໂດຍລັດຖະສະພາທີ່ຄາດວ່າໂອຣົດຂອງກະສັດ, ອົງມົງກຸດ ໂມຮຳເມັດ ບິນ ຊາລມານ ໄດ້ອະນຸມັດການສັງຫານນັກຂ່າວທ່ານ ຈາມາລ ຄາຊອກກີ ໃນປີ 2018.

ອີງຕາມທຳນຽບຂາວ ໃນລະຫວ່າງການລົມໂທລະສັບນັ້ນ, ທ່ານ ໄບເດັນ ແລະ ກະສັດ ຊາລມານ “ໄດ້ປຶກສາຫາລື ກ່ຽວກັບ ການຮັກສາຄວາມປອດໄພພາຍໃນພາກພື້ນ, ລວມທັງການຟື້ນຟູຄວາມພະຍາຍາມທາງການທູດ ທີ່ນຳພາໂດຍອົງການສະຫະປະຊາຊາດ ແລະ ສະຫະລັດ ເພື່ອສິ້ນສຸດສົງຄາມໃນປະເທດ ເຢເມນ, ແລະ ຄຳໝັ້ນສັນຍາຂອງ ສະຫະລັດ ທີ່ຈະຊ່ວຍເຫຼືອ ຊາອຸດີ ອາຣາ ເບຍ ປ້ອງກັນເຂດແດນຂອງຕົນ ໃນຂະນະທີ່ເຂົາເຈົ້າໄດ້ປະເຊີນກັບການໂຈມຕີຈາກກຸ່ມຕ່າງໆທີ່ເປັນພັນທະມິດຂອງ ອີຣ່ານ.”

ການອ່ານຂໍ້ມູນຂອງທຳນຽບຂາວໃນການລົມໂທລະສັບໄດ້ກ່າວຢໍ້າເຖິງການປ່ອຍຕົວນັກເຄື່ອນ ໄຫວຊາວ ອາເມຣິກັນ ເຊື້ອສາຍ ຊາອຸດີ ອາຣາເບຍ ຫຼາຍຄົນ ແລະ ນັກເຄື່ອນໄຫວສິດທິມະນຸດ ແມ່ຍິງຂອງ ຊາອຸດີ ອາຣາເບຍ ທ່ານ ນາງ ລູເຈນ ອາລ-ຮາດລູລ (Loujain al-Hathloul) ຈາກການຄວບຄຸມຕົວເມື່ອບໍ່ດົນມານີ້ ແລະ ໄດ້ຢືນຢັນເຖິງຄວາມສຳຄັນທີ່ ສະຫະລັດ ມີຕໍ່ສິດທິມະນຸດທົ່ວໄປ ແລະ ການປົກຄອງດ້ວຍຕົວບົດກົດໝາຍ. ພວກທ່ານບໍ່ໄດ້ກ່າວເຖິງ ລາຍງານ ກ່ຽວກັບ ທ່ານ ຄາຊອກກີ, ທີ່ມີກຳນົດຈະຖືກເປີດເຜີຍຫຼັງຈາກການລົມໂທລະສັບນັ້ນ.

ທຳນຽບຂາວບໍ່ໄດ້ໃຫ້ການອະທິບາຍ ກ່ຽວກັບ ວ່າເປັນຫຍັງການອ່ານຂໍ້ມູນໃນໂທລະສັບບໍ່ໄດ້ເວົ້າເຖິງທ່ານ ຄາຊອກກີ, ຜູ້ທີ່ອາໄສຢູ່ໃນ ສະະລັດ ຢ່າງຖືກຕ້ອງຕາມກົດໝາຍກັບລູກທີ່ມີສັນຊາດ ສະຫະລັດ ຂອງລາວ.

ທ່ານ ຄາຊອກກີ, ນັກຂຽນເລື່ອງສຳລັບໜັງສືພິມ ວໍຊິງຕັນ ໂພສ, ໄດ້ຖືກລໍ້ເຂົ້າໄປໃນສະຖານກົງ ສຸນຂອງ ຊາອຸດີ ອາຣາເບຍ ໃນນະຄອນ ອິສຕານບູລ ປະເທດ ເທີກີ ເມື່ອວັນທີ 2 ຕຸລາ 2018, ແລະ ຖືກຂ້າຕາຍໂດຍພວກສາຍລັບ ແລະ ຊາກສົບຂອງລາວແມ່ນບໍ່ເຄີຍຖືກພົບເຫັນ. ລັດຖະ ບານ ຣີຢາດ ໃນທີ່ສຸດໄດ້ຍອມຮັບວ່າທ່ານ ຄາຊອກກີ ໄດ້ຖືກຂ້າຕາຍດ້ວຍຄວາມຜິດພາດ ໃນສິ່ງທີ່ເຂົາເຈົ້າເອີ້ນວ່າ ການປະຕິບັດການຫຼອກລວງ ແຕ່ໄດ້ປະຕິເສດການມີສ່ວນຮ່ວມຂອງອົງມົງກຸດ.

ບົດບາດ ຂອງອົງມົງກຸດ, ເຊິ່ງມັກຈະຖືກອ້າງໂດຍຊື່ຫຍໍ້ວ່າ MBS, ໃນການຕາຍຂອງທ່ານ ຄາຊອກກີ ນັ້ນແມ່ນໄດ້ເປັນຫົວຂໍ້ຂອງລາຍງານສື່ມວນຊົນນັບ ຕັ້ງແຕ່ທ້າຍປີ 2018 ເປັນຕົ້ນມາ. ລັດ ຖະບານທ່ານ ທຣຳ ໄດ້ປະຕິເສດການຮຽກຮ້ອງໂດຍບັນດາສະມາຊິກສະພາ ເພື່ອເປີດເຜີຍລາຍ ງານສະບັບທີ່ບໍ່ເປັນຄວາມລັບ ໃນຂະນະທີ່ທຳນຽບຂາວໄດ້ໃຫ້ບູລິມະສິດການຂາຍອາວຸດໃຫ້ຣາຊະອານາຈັກດັ່ງກ່າວ ແລະ ເປັນພັນທະມິດກັບລັດຖະບານ ຣີຢາດ ທ່າມກາງຄວາມ ເຄັ່ງຕຶງ ຂອງ ສະຫະລັດ ກັບຄູ່ແຂ່ງ ອີຣ່ານ ໃນພາກພື້ນຂອງເຂົາເຈົ້າ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG