ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານໄບເດັນ ເລີ້ມເຮັດຂະບວນການເດີນທາງ ນໍາເອົາ “ການຊ່ວຍເຫລືອມາຮອດແລ້ວ” ໄປຍັງຫລາຍເຂດ ໃນສະຫະລັດ


ປະທານາທິບໍດີໂຈ ໄບເດັນໄປຢ້ຽມຢາມບໍລິສັດປູພື້ນເຮືອນ ຢູ່ໃນເມືອງແຈັສເຕີ (Chester), ລັດເພັນຊິລວາເນຍໃນວັນທີ 16 ມີນາ, 2021
ປະທານາທິບໍດີໂຈ ໄບເດັນໄປຢ້ຽມຢາມບໍລິສັດປູພື້ນເຮືອນ ຢູ່ໃນເມືອງແຈັສເຕີ (Chester), ລັດເພັນຊິລວາເນຍໃນວັນທີ 16 ມີນາ, 2021

ປະທານາທິບໍດີສະຫະລັດ, ທ່ານ ໂຈ ໄບເດັນ ໄດ້ເດີນທາງໄປຮອດເຂດຊານ ເມືອງຂອງນະຄອນຟີລາແດລເຟຍ ໃນວັນອັງຄານວານນີ້ ເພື່ອໂຄສະນາໃຫ້ຄົນຮູ້ຈັກກ່ຽວກັບຊຸດຊ່ວຍເຫຼືອດ້ານໄວຣັສໂຄໂຣນາທີ່ມີມູນຄ່າ 1 ພັນ 900 ຕື້ໂດລາ ເຊິ່ງເປັນໄຊຊະນະທາງດ້ານນິຕິບັນຍັດ ຄັ້ງທຳອິດຂອງທ່ານ.

"ພວກເຮົາຢູ່ໃນຖານະ ທີ່ຈະເອົາການບັນເທົາທຸກມາໃຫ້ໃນທັນທີທັນໃດໂລດ," ນັ້ນຄືຄໍາເວົ້າຂອງທ່ານປະທານາທິບໍດີ ທີ່ກ່າວຕໍ່ເຈົ້າຂອງບໍລິສັດປູພື້ນເຮືອນທີ່ຊົນກຸ່ມນ້ອຍເປັນເຈົ້າຂອງຢູ່ໃນເມືອງແຈັສເຕີ (Chester), ລັດເພັນຊິລວາເນຍ. ເພິ່ນກ່່າວຕໍ່ໄປວ່າ "ທ່ານຄວນຈະຮູ້ວ່າ ຈະມີການຊ່ວຍເຫຼືອເພີ້ມອີກກຳລັງຈະມາເຖິງ, ແທ້ໆ."

ໃນໄລຍະທີ່ມີການລະບາດ ຂອງພະຍາດຢູ່ນີ້, ອີງຕາມເຈົ້າໜ້າທີ່ແລ້ວ, ບໍລິສັດ ສມິດຟລໍຣິງ (Smith Flooring) ແມ່ນໄດ້ຮັບເງິນກູ້ຈາກໂຄງການປົກປ້ອງການເງິນຈ່າຍເດືອນ ແລະມັນຍັງມີເງື່ອນໄຂເໝາະສົມ ທີ່ຈະໄດ້ຮັບໂຄງການຊ່ວຍເຫລືອເພີ່ມເຕີມອີກ ພາຍໃຕ້ແຜນກອບກູ້ອາເມຣິກັນ, ເຊິ່ງທ່ານປະທານາທິບໍດີໄດ້ເຊັນຮັບຮອງໃຫ້ເປັນກົດໝາຍໃນອາທິດແລ້ວນີ້.

ການຢັ່ງຫາງສຽງລະດັບຊາດໄດ້ສະແດງໃຫ້ເຫັນວ່າຊຸດບັນເທົາທຸກນີ້ໄດ້ຮັບການສະໜັບສະໜູນຢ່າງກວ້າງຂວາງ, ແມ່ນແຕ່ໃນບັນດາພວກສັງກັດພັກຣີພັບບລີກັນ, ແຕ່ວ່າ ການເດີນທາງຂອງທ່ານໄບເດັນ ໃນອາທິດນີ້, ເຊິ່ງເປັນສ່ວນນຶ່ງຂອງສິ່ງທີ່ເອີ້ນວ່າ ການເດີນທາງນໍາເອົາ “ການຊ່ວຍເຫລືອມາຮອດແລ້ວ” ຫລື “Help is Here” ສະແດງໃຫ້ເຫັນວ່າ ທ່ານບໍ່ປະໝາດກ່ຽວກັບການໄດ້ຮັບຄວາມນິຍົມຊົມຊອບຂອງມັນ.

ຮອງປະທານາທິບໍດີຄາມາລາ ແຮຣີສ ແລະສາມີຂອງທ່ານນາງ, ທ່ານ ດັກ ເອັມຮອຟ (Doug Emhoff) ກໍໄດ້ປະກອບສ່ວນໃນການດໍາເນີນຄວາມພະຍາຍາມນີ້ ເຊັ່ນກັນ. ພວກເພິ່ນໄດ້ພົບກັບເຈົ້າຂອງທຸລະກິດຂະໜາດນ້ອຍ ທີ່ຮ້ານຂາຍເຂົ້າໜົມຍັດໃສ້ເອມແພນນາດາ (empanada) ແຫ່ງນຶ່ງໃນນະຄອນເດັນເວີ, ລັດໂຄໂລຣາໂດ ໃນວັນອັງຄານວານນີ້.

ນາງລາລີທາ ຈິດທໍ (Lalitha Chittoor), ເຈົ້າຂອງທຸລະກິດຂະໜາດນ້ອຍ ທີ່ມີສ່ວນພົວພັນໃນການຄ້າຂາຍສົ່ງຜະລິດຕະພັນທີ່ໃຊ້ທົນຈາກອິນເດຍລົມກັບທ່ານນາງແຮຣີສວ່າ ໃນຂະນະທີ່ເງິນກູ້ສໍາລັບປົກປ້ອງເງິນເດືອນບໍ່ໄດ້ໃຫ້ການຊ່ວຍເຫຼືອແກ່ນາງ ແຕ່ວ່າແຜນກອບກູ້ອາເມຣິກັນຈະຊ່ວຍເຫຼືອບໍລິສັດຂອງນາງໄດ້.

ທ່ານນາງແຮຣີສກ່າວວ່າ ຊຸດການໃຊ້ຈ່າຍດັ່ງກ່າວ ຈະນໍາເອົາ "ການຊ່ວຍ ຫລືອທີ່ທ່ານຕ້ອງການເພື່ອຮັກສາພະນັກງານຂອງທ່ານໄວ້" ນັ້ນມາໃຫ້ເຈົ້າຂອງທຸລະກິດເຊັ່ນນາງ ຈິດທໍ (Chittoor) ນີ້.

ທັງທ່ານໄບເດັນ ແລະທ່ານນາງແຮຣີສ ຈະພາກັນໄປປາກົດໂຕຢູ່ທີ່ນະຄອນແອັດແລນຕາ, ລັດຈໍເຈຍໃນວັນສຸກຈະມາເຖິງນີ້.

ທຳນຽບຂາວກ່າວໃນຖະແຫຼງການສະບັບນຶ່ງທີ່ອອກມາໃນວັນອັງຄານວານນີ້ວ່າ "ໃນຫລາຍອາທິດຕໍ່ໜ້ານີ້, ປະທານາທິບໍດີໄບເດັນ ອະທິບາຍກ່ຽວກັບແຜນການຟື້ນຟູເສດຖະກິດຂອງເພິ່ນເພື່ອລົງທືນຢູ່ໃນອາເມຣິກາ, ສ້າງວຽກເຮັດງານທຳທີ່ມີລາຍໄດ້ທີ່ດີເພີ່ມອີກຫຼາຍລ້ານຕຳແໜ່ງ, ແລະສ້າງປະເທດຄືນໃຫ້ມັນດີກ່ວາເກົ່າ".

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG