ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໄບເດັນ ປະກາດວ່າ ທະຫານສະຫະລັດ ຈະເສັດສິ້ນພາລະກິດການສູ້ລົບ ຢູ່ໃນອີຣັກແລ້ວ


ທະຫານສະຫະລັດຄົນນຶ່ງຈາກກອງທະຫານລາບທີ 1 ຍ່າງຖືທຸງເຂົ້າໄປໃນພະລາດຊະວັງແຫ່ງນຶ່ງຂອງອະດີດປະທານາທິບໍດີຊັດດໍາ ຮຸຊເຊນ ຊຶ່ງກາຍເປັນຄ້າຍທະຫານຂອງສະຫະລັດໃນປັດຈຸບັນ ນີ້ ຢູ່ໃນເມືອງ Tikrit, ທີ່ຕັ້ງຢູ່ຫ່າງຈາກນະຄອນຫລວງ Baghdad ໄປທາງທິດເໜືອປະມານ 110 ໄມລ, ວັນທີ 16 ມີນາ, 2004
ທະຫານສະຫະລັດຄົນນຶ່ງຈາກກອງທະຫານລາບທີ 1 ຍ່າງຖືທຸງເຂົ້າໄປໃນພະລາດຊະວັງແຫ່ງນຶ່ງຂອງອະດີດປະທານາທິບໍດີຊັດດໍາ ຮຸຊເຊນ ຊຶ່ງກາຍເປັນຄ້າຍທະຫານຂອງສະຫະລັດໃນປັດຈຸບັນ ນີ້ ຢູ່ໃນເມືອງ Tikrit, ທີ່ຕັ້ງຢູ່ຫ່າງຈາກນະຄອນຫລວງ Baghdad ໄປທາງທິດເໜືອປະມານ 110 ໄມລ, ວັນທີ 16 ມີນາ, 2004

ພາຍໃນບໍ່ເທົ່າໃດເດືອນ ກໍາລັງທະຫານຂອງສະຫະລັດຢູ່ໃນອີຣັກກໍຈະເສັດສິ້ນ ໜ້າທີ່ໃນການສູ້ລົບຂອງເຂົາເຈົ້າແລ້ວ ນັ້ນຄືຄໍາປະກາດ ຂອງປະທານາທິບໍດີ ໂຈ ໄບເດັນ ໃນວັນຈັນວານນີ້ ໃນກອງປະຊຸມຢູ່ທຳນຽບຂາວກັບນາຍົກລັດຖະ ມົນຕີອີຣັກ, ທ່ານ ມຸສຕາຟາ ອາລ-ຄາດດິມີ (Mustafa al-Kadhimi).

ໃນການຕອບຄຳຖາມຂອງພວກນັກຂ່າວ ຢູ່ຫ້ອງການຮູບຊົງໄຂ່ນັ້ນ, ທ່ານ ໄບເດັນ ທີ່ຢືນຢູ່ກັບຜູ້ນຳອີຣັກກ່າວວ່າ ບົດບາດໃໝ່ສຳລັບທະຫານອາເມຣິກາໃນອີຣັກຈະ ແມ່ນ "ສືບຕໍ່ໃຫ້ການຝຶກອົບຮົມ, ໃຫ້ການຊ່ວຍເຫຼືອ, ເພື່ອຊ່ວຍ ແລະຮັບມືກັບ ໄອຊີສ (ISIS) ຫລື ກຸ່ມລັດອິສລາມເມື່ອໃດມັນຫາກເກີດຂຶ້ນ, ແຕ່ວ່າ ເມື່ອຮອດທ້າຍປີນີ້, ພວກເຮົາຈະບໍ່ໃນພາລະກິດ ໃນການສູ້ລົບອີກແລ້ວ."

ທ່ານ ໄບເດັນ ໄດ້ປະຕິເສດທີ່ຈະບອກວ່າ ຈະເອົາທະຫານອາເມຣິກາທີ່ມີຢູ່ປະ ມານ 2,500 ຄົນ ໄວ້ຫັ້ນຫລາຍປານໃດ.

ໃນຖະແຫຼງການຮ່ວມທີ່ອອກມາໃນວັນຈັນວານນີ້ລະຫວ່າງສະຫະລັດ ແລະອີຣັກຫຼັງຈາກກອງປະຊຸມທາງວິຊາການແລ້ວ, ທັງສອງປະເທດ ກ່າວວ່າ “ສາຍພົວ ພັນດ້ານຄວາມໝັ້ນຄົງຈະຫັນປ່ຽນຢ່າງເຕັມສ່ວນໄປສູ່ການຝຶກອົບຮົມ, ໃຫ້ຄໍາ ປຶກສາແນະນຳ, ຊ່ວຍເຫຼືອ, ແລະບົດບາດໃນການແບ່ງປັນຂໍ້ມູນລັບ, ແລະວ່າ ຈະບໍ່ມີກຳ ລັງທະຫານຂອງສະຫະລັດ ທີ່ມີບົດບາດໃນການສູ້ລົບ ຢູ່ອີຣັກອີກ ເມື່ອຮອດວັນທີ 31 ທັນວາ ປີ 2021."

ໂຄສົກທຳນຽບຂາວ, ທ່ານນາງເຈນ ຊາກີ (Jen Psaki) ໄດ້ອະທິບາຍຕໍ່ນັກຂ່າວກ່ອນໜ້າກອງປະຊຸມຢູ່ຫ້ອງການຮູບຊົງໄຂ່ນັ້ນວ່າ "ນີ້ແມ່ນການຫັນປ່ຽນພາລະ ກິດ. ມັນບໍ່ແມ່ນການຖອນການເປັນຄູ່ພາຄີ ຫລືການມີໜ້າ ຫຼືການມີສ່ວນຮ່ວມຂອງພວກເຮົາຢ່າງໃກ້ຊິດກັບບັນດາຜູ້ນນໍາອີຣັກ ແຕ່ຢ່າງໃດເລີຍ."

ກອງທັບສະຫະລັດໃນອີຣັກ "ມີຄວາມສາມາດໃນການເຮັດໄດ້ຫຼາຍຢ່າງ", ນັ້ນ ຄືຄໍາເວົ້າຂອງລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ລອຍ ອອສຕິນ (Lloyd Austin) ທີ່ກ່າວຕໍ່ກຸ່ມນັກຂ່າວ ຢູ່ລັດອາລາສກາໃນວັນເສົາຜ່ານມາ.

ເມື່ອຖືກຖາມໂດຍນັກຂ່າວວີໂອເອວ່າ ທ່ານຈະຈັດກອງທະຫານອາເມຣິກາ ທີ່ຢູ່ອີຣັກໃນປັດຈຸບັນນີ້ວ່າ ເປັນກຳລັງສູ້ລົບ ຫລືວ່າ ສ່ວນໃຫຍ່ແລ້ວແມ່ນອຸທິດໃຫ້ແກ່ການຝຶກອົບຮົມ, ໃຫ້ຄຳປຶກສາແນະນຳແລະໃຫ້ການຊ່ວຍເຫຼືອ, ທ່ານອອສ- ຕິນ ໄດ້ຕອບວ່າ: "ຂ້າພະເຈົ້າຄິດວ່າ ການພະຍາຍາມທີ່ຈະເວົ້າແບບໃຈ້ແຍກ ເຖິງຄວາມແຕກຕ່າງກັນແບບນັ້ນແມ່ນຍາກຫຼາຍ. ແຕ່ຂ້າພະເຈົ້າ ກໍຈະເວົ້າໄດ້ ວ່າ ຕົ້ນຕໍແລ້ວ ມັນຈະແມ່ນສິ່ງທີ່ພວກເຮົາຕັ້ງໃຈຈະເຮັດ, ສິ່ງທີ່ພວກເຮົາໄດ້ຖືກມອບໝາຍໃຫ້ເຮັດ ໃນເວລາໃດນຶ່ງ."


ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG