ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ທ່ານ ໄບເດັນ ປະກາດຄວາມຄິດເລີ້ມຕົ້ນໃສ່ດ້ານສະພາບອາກາດ ເພື່ອຫຼຸດຜ່ອນການເພິ່ງພາພະລັງງານຢູ່ໃນທະວີບອາເມຣິກາ


Biden Announces Climate Initiatives to Reduce Energy Dependence in Americas
please wait

No media source currently available

0:00 0:02:04 0:00

ລາຍງານກ່ຽວກັບ ການປະກາດເລີ້ມຕົ້ນໃສ່ດ້ານສະພາບອາກາດຂອງ ທ່ານ ໄບເດັນ ເພື່ອຫຼຸດຜ່ອນການເພິ່ງພາພະລັງງານພາຍໃນທະວີບອາເມຣິກາ.

ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ໄດ້ໂຕ້ແຍ້ງ ໃນມື້ວັນພະຫັດແລ້ວນີ້ວ່າ ແຜນຂອງທ່ານທີ່ຈະຕໍ່ສູ້ກັບການປ່ຽນແປງທາງສະພາບອາກາດ ແລະສົ່ງເສີມການຜະລິດພະລັງງານສະອາດໃນອາເມຣິກາ ຈະນໍາມາຊຶ່ງວຽກງານທີ່ສ້າງຄວາມຮັ່ງມີມາສູ່ປະເທດໃນເຂດອາເມຣິກາລາຕິນ ແລະຂົງເຂດທະເລຄາຣິບບຽນ. ແຕ່ ນັກວິເຄາະກ່າວວ່າ ທ່ານ ໄບເດັນ ກໍາລັງປະເຊີນກັບອຸປະສັກຫຼາຍໆຢ່າງ ລະຫວ່າງຄວາມຄິດ ແລະການຈັດຕັ້ງປະຕິບັດ. ຫົວໜ້ານັກຂ່າວວີໂອເອ ປະຈໍາທໍານຽບຂາວ ແພັດຊີ ວິດາກຸສວາຣາ (Patsy Widakuswara) ມີລາຍງານຈາກກອງປະຊຸມສຸດຍອດທະວີບອາເມຣິກາ ໃນນະຄອນລອສ ແອນເຈີລິສ, ເຊິ່ງ ທິບສຸດາ ມີລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ການຕັດໄມ້ທໍາລາຍປ່າ ແລະໄຟປ່າ ມີສ່ວນເຮັດໃຫ້ເກີດຄວາມທ້າທາຍທາງດ້ານສະພາບອາກາດ ທີ່ບັນດາປະເທດໃນທະວີບອາເມຣິກາລາຕິນ ແລະປະເທດໝູ່ເກາະໃນທະເລຄາຣິບບຽນ ກໍາລັງປະເຊີນ. ແຕ່ ການປັບໂຕຂອງສະພາບອາກາດ ເຮັດໃຫ້ມີໂອກາດຫຼາຍຂຶ້ນ, ກ່າວໂດຍປະທານາທິບໍດີ ໂຈ ໄບເດັນ ໃນຂະນະທີ່ທ່ານໄດ້ນໍາສະເໜີຕໍ່ບັນດາຜູ້ນໍາຂອງປະເທດຕ່າງໆຢູ່ທີ່ກອງປະຊຸມສຸດຍອດ ດ້ວຍຂໍ້ສະເໜີເພື່ອໃຫ້ຫຼຸດຜ່ອນການເພິ່ງພາຊາກສັດ ແລະຊາກພື້ນດຶກດໍາບັນ, ໂດຍທ່ານໄດ້ກ່າວວ່າ:

“ເມື່ອຂ້າພະເຈົ້າໄດ້ຍິນຄໍາວ່າ ‘ສະພາບອາກາດ,’ ຂ້າພະເຈົ້າຄິດເຫັນວຽກຕ່າງໆ-ຄ່າຈ້າງງານທີ່ດີ, ວຽກທີ່ມີຄຸນນະພາບສູງ ທີ່ຈະຊ່ວຍຜັກດັນການປ່ຽນແປງໄປສູ່ລະບົບເສດຖະກິດສີຂຽວໃນອະນາຄົດຂອງພວກເຮົາ ແລະແກ້ໄຂການຂະຫຍາຍໂຕແບບຍືນຍົງ.”

ຢູ່ທີ່ການປະຊຸມສຸດຍອດຂອງບັນດາປະເທດຕ່າງໆໃນທະວີບອາເມຣິກາ ທີ່ຈັດຂຶ້ນຢູ່ໃນນະຄອນລອສແອນເຈີລິສ, ຊຶ່ງທ່ານ ໄບເດັນ ໄດ້ຕ້ອນຮັບຜູ້ນໍາຂອງ 23 ປະເທດ ເພື່ອຫາລືກ່ຽວກັບການເຕີບໃຫຍ່ຂະຫຍາຍໂຕຂອງລະບົບເສດຖະກິດແບບຍືນຍົງ, ເລື້ອງພວກຜູ້ອົບພະຍົບ, ດ້ານສຸຂະພາບ ແລະຄວາມທ້າທາຍລະດັບພູມິພາກຕ່າງໆ.

ແຜນການທາງສະພາບອາກາດຂອງທ່ານ ມີຈຸດປະສົງເພື່ອສົ່ງເສີມການລົງທຶນໃນດ້ານພະລັງງານທີ່ສະອາດ, ເຊິ່ງຜູ້ສັງເກດການກ່າວວ່າ ນັ້ນເປັນແຜນການໄລຍະຍາວ ລະຫວ່າງແນວຄວາມຄິດ ແລະຜົນທີ່ຈະໄດ້ຮັບ.

ທ່ານ ຫຼຸຍຊາ ດັວດເຕ (Luiza Duarte), ເຈົ້າໜ້າທີ່ປະຈຳສະຖາບັນບຣາຊີລ ແຫ່ງສູນກາງວີລຊັນ ກ່າວຜ່ານທາງສໄກປ໌ ວ່າ:

“ດັ່ງທີ່ພວກເຮົາຮູ້, ຂ້າພະເຈົ້າຄິດວ່າ ການປະຊຸມສຸດຍອດເຫຼົ່ານັ້ນ ກ່ຽວຂ້ອງກັບຖະແຫຼງການຕ່າງໆ, ແລະກໍບໍ່ແມ່ນການຖະແຫຼງການທີ່ໄດ້ຫັນປ່ຽນນະໂຍບາຍໃຫ້ກາຍເປັນຮູບປະທໍາ, ການພັດທະນາທີ່ເປັນຮູບປະທໍາ ສໍາລັບພູມິພາກດັ່ງກ່າວ ສະເໝີໄປ.”

ໂຄງການລິເລີ້ມຕ່າງໆ ອາດຈະພົບກັບການຕໍ່ຕ້ານຈາກປະທານາທິບໍດີຂອງ ບຣາຊີລ ທ່ານແຈຣ ໂບລໂຊນາໂຣ (Jair Bolsonaro), ເຊິ່ງເປັນຄົນທີ່ມີຄວາມລະແວງສົງໄສ ກ່ຽວກັບດ້ານສະພາບອາກາດ ໂດຍມີລາຍງານວ່າ ທ່ານເປັນຜູ້ທີ່ຮຽກຮ້ອງໃຫ້ມີການປະຊຸມສອງຝ່າຍ ກັບທ່ານ ໄບເດັນ ໃນຖານະເປັນເງື່ອນໄຂເບື້ອງຕົ້ນ ສໍາລັບການເຂົ້າຮ່ວມກອງປະຊຸມສຸດຍອດຂອງທ່ານ.

ທ່ານແຈ ໂບລໂຊນາໂຣ, ປະທານາທິບໍດີຂອງບຣາຊີລ ກ່າວວ່າ:

“ພວກເຮົາກໍາລັງດໍາເນີນງານໃນສິ່ງທີ່ພວກເຮົາສາມາດປະຕິບັດໄດ້, ແນ່ນອນ ເພື່ອໃຫ້ໄດ້ຕາມຄວາມຕ້ອງການຂອງພວກເຮົາ ເພື່ອສົ່ງເສີມຕໍ່ຜົນປະໂຫຍດຂອງພວກເຮົາ, ແລະຍັງຈະອຳນວຍຄວາມສະດວກຕໍ່ຄວາມຕັ້ງໃຈຂອງໂລກທີ່ກວ້າງໃຫຍ່ ອີກດ້ວຍ. ດັ່ງທີ່ຂ້າພະເຈົ້າໄດ້ກ່າວໄປໃນກ່ອນໜ້ານັ້ນ, ພວກເຮົາເປັນຕົວຢ່າງນຶ່ງ ຕໍ່ສາຍຕາຂອງຜູ້ຄົນຢູ່ໃນທົ່ວໂລກ ເມື່ອເວົ້າເຖິງວາລະການປະຊຸມກ່ຽວກັບສິ່ງແວດລ້ອມ.”

ໂດຍລວມແລ້ວ, ບັນດາປະເທດຕ່າງໆຢູ່ໃນພູມິພາກນີ້ ເຂົ້າໃຈເຖິງຄວາມຕ້ອງການ ເພື່ອຕໍ່ສູ້ກັບການປ່ຽນແປງທາງສະພາບອາກາດ, ໂດຍສະເພາະຢ່າງຍິ່ງ ບັນດາປະເທດໝູ່ເກາະໃນທະເລຄາຣິບບຽນທີ່ກໍາລັງປະເຊີນກັບຄວາມອັນຕະລາຍຈາກການເພີ້ມສູງຂຶ້ນຂອງລະດັບນໍ້າທະເລ ໃນທັນທີທັນໃດ.

ທ່ານເອັນຣິເກ ດັສເຊີລ ປີເຕີ (ENRIQUE Dussel Peters), ສາດສະດາຈານດ້ານອາເມຣິກາລາຕິນ ແຫ່ງມະຫາວິທະຍາໄລແຫ່ງຊາດ ອໍໂຕໂນມາ ຂອງເມັກຊິໂກ ກ່າວຜ່ານທາງສໄກປ໌ ວ່າ:

“ເປັນທີ່ແຈ່ມແຈ້ງວ່າ ແມ່ນແຕ່ປະເທດທີ່ທຸກຍາກທັງຫຼາຍ ກໍຍັງຕ້ອງຈໍາເປັນລົງທຶນດ້ວຍຊັບພະຍາກອນຂອງພວກເຂົາເຈົ້າເອງ, ຖ້າສະຫະລັດສະໜັບສະໜຸນພວກເຮົາ, ຍິ່ງເປັນການດີທີ່ສຸດ.”

ການປະຊຸມສຸດຍອດ ຍັງໄດ້ດໍາເນີນຕໍ່ໄປ ໃນມື້ວັນສຸກວານນີ້ ເມື່ອບັນດາຜູ້ນໍາຂອງປະເທດຕ່າງໆ ຫັນຄວາມສົນໃຈຂອງພວກເຂົາເຈົ້າໄປໃສ່ຄວາມທ້າທາຍລະດັບພູມິພາກອື່ນໆອີກ ເຊັ່ນວ່າ ການຍົກຍ້າຍຖິ່ນຖານ.

President Joe Biden argued Thursday that his plan to fight climate change and boost clean energy production in the Americas will bring lucrative jobs to Latin American and Caribbean nations. But analysts say he faces many hurdles between idea and implementation. VOA White House Bureau Chief Patsy Widakuswara reports from the Summit of the Americas in Los Angeles.

Deforestation and wildfires contribute to climate challenges faced by nations of Latin America and the Caribbean. But climate adaptation presents an opportunity,

said President Joe Biden as he presented summit leaders with a proposal to reduce dependence on fossil fuels.

US President Joe Biden

“When I hear ‘climate,’ I think jobs — good-paying, high-quality jobs that will help speed our transition to a green economy of the future and unleash sustainable growth.”

At the Summit of the Americas in Los Angeles, Biden welcomed 23 heads of state to discuss sustainable economic growth, migration, health and other regional challenges.

His climate plan aims to promote investments in clean energy. Observers say it’s a long road between ideas and results.

Luiza Duarte, Wilson Center (Skype)

“I think those summits, as we know, involve a lot of announcements, and not always announcements that are translated in concrete policies and concrete developments for the region.”

The initiatives may meet resistance from Brazil’s President Jair Bolsonaro, a climate skeptic who reportedly demanded a bilateral meeting with Biden as a precondition for his summit attendance.

Jair Bolsonaro, Brazilian President

"We are doing all we can, of course, to meet our needs, to foster our interests. And also to accommodate the will of the wider world. As I said before, we are an example in the eyes of the world when it comes to an environmental agenda."

Overall, the region understands the need to fight climate change, especially Caribbean Island nations facing the immediate dangers of rising sea levels.

Enrique Dussel Peters, a Latin America professor at the Universidad Nacional Autónoma de México (Skype)

“It is very clear that even the poorer countries have to invest with their own resources, if the U.S. supports us, fantastic.”

The summit continues Friday when leaders will turn their focus on another regional challenge: migration.

XS
SM
MD
LG