ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ ໄບເດັນ ແລະ ຜູ້ນຳເຂດເອເຊຍ ປຶກສາຫາລື ກ່ຽວກັບ ບັນຫາໃນໂລກ


ປື້ມຊີວະປະຫວັດຂອງຜູ້ທີ່ຄາດວ່າຈະຖືກເລືອກເປັນປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ວາງຂາຍຢູ່ຮ້ານຂາຍປື້ມໃນນະຄອນຫຼວງ ໂຊລ, ເກົາຫຼີໃຕ້. 10 ພະຈິກ, 2020.
ປື້ມຊີວະປະຫວັດຂອງຜູ້ທີ່ຄາດວ່າຈະຖືກເລືອກເປັນປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ວາງຂາຍຢູ່ຮ້ານຂາຍປື້ມໃນນະຄອນຫຼວງ ໂຊລ, ເກົາຫຼີໃຕ້. 10 ພະຈິກ, 2020.

ບັນດາຜູ້ນຳຂອງປະເທດພັນທະມິດທີ່ສຳຄັນໃນເອເຊຍ ໄດ້ລົມກັບຜູ້ທີ່ຄາດວ່າຈະຖືກເລືອກເປັນປະທານາທິບໍດີ ທ່ານ ໂຈ ໄບເດັນ ໃນວັນພະຫັດວານນີ້ ກ່ຽວກັບ ບັນຫາທີ່ຮີບດ່ວນໃນໂລກ, ແມ່ນກະທັ້ງທີ່ປະທານາທິບໍດີ ດໍໂນລ ທຣຳ ໄດ້ສືບຕໍ່ທີ່ຈະຄັດຄ້ານໄຊຊະນະຂອງທ່ານ ໄບເດັນ ດ້ວຍການດຳເນີນການທາງກົດໝາຍ, ເຮັດໃຫ້ການໂອນອຳນາດ ຫຼັງການເລືອກຕັ້ງມີຄວາມຫຍຸ້ງຍາກ.

ບັນດາຜູ້ນຳໄດ້ເວົ້າວ່າເຂົາເຈົ້າໄດ້ປຶກສາຫາລື ກ່ຽວກັບ ໂຣກລະບາດໄວຣັສ ໂຄໂຣນາ, ສະພາບອາກາດປ່ຽນແປງ ແລະ ບັນຫາອື່ນໆ ແລະ ໄດ້ແນະນຳວ່າ ທ່ານ ໄບເດັນ ເບິ່ງຄືມີຄວາມຍຶດໝັ້ນ ກ່ຽວກັບ ການຫຼຸດຜ່ອນຄວາມເປັນຫ່ວງຂອງເຂົາເຈົ້າ ກ່ຽວກັບ ວິທີການ “ອາເມຣິກາ ມາກ່ອນໝູ່” ຂອງທ່ານ ທຣຳ.

ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ ໂຢຊິຮິເດະ ຊູກະ ໄດ້ກ່າວ ຫຼັງຈາການລົມໂທ ລະສັບ 15 ນາທີວ່າ ທ່ານ ແລະ ທ່ານ ໄບເດັນ ໄດ້ຕົກລົງທີ່ຈະຂະຫຍາຍຄວາມສຳພັນຂອງພວກເພິ່ນ ລຸນຫຼັງການຂະ ຫຍາຍອິດທິພົນໃນທົ່ວໂລກຂອງ ຈີນ ແລະ ໄພຂົ່ມຂູ່ດ້ານນິວເຄລຍທີ່ຮຸນແຮງຂຶ້ນຂອງ ເກົາຫຼີເໜືອ. ທ່ານ ຊູກະ ໄດ້ກ່າວຕໍ່ບັນດານັກຂ່າວຫຼັງຈາກການໂທລະສັບວ່າ “ຂ້າພະເຈົ້າຈະເຮັດວຽກກັບ ຜູ້ທີ່ຄາດວ່າຈະຖືກເລືອກເປັນປະທານາທິບໍດີ ທ່ານ ໂຈ ໄບເດັນ ເພື່ອຜັກດັນມາດຕະການຕ່າງໆ ເພື່ອເສີມຂະຫຍາຍພັນທະມິດລະຫວ່າງ ຍີ່ປຸ່ນ ແລະ ສະຫະລັດ.

ຫ້ອງການຂອງທ່ານ ໄບເດັນ ໄດ້ກ່າວວ່າທ່ານ ແລະ ທ່ານ ຊູກະ ໄດ້ປຶກສາຫາລື ກ່ຽວກັບ “ຄຳໝັ້ນສັນຍາຂອງພວກເພິ່ນ ເພື່ອຕໍ່ສູ້ກັບສະພາບອາກາດປ່ຽນແປງ, ສົ່ງເສີມປະຊາທິປະໄຕໃນທົ່ວໂລກ ແລະ ເສີມສ້າງພັນທະມິດລະຫວ່າງ ຍີ່ປຸ່ນ ແລະ ສະຫະລັດ ໃຫ້ເປັນເສົາຫຼັກຂອງຄວາມຈະເລີນຮັ່ງມີ ແລະ ປົກປັກຮັກສາພາກພື້ນ ອິນໂດ-ປາຊີຟິກ.”

ໂຄສົກຄົນນຶ່ງສຳລັບປະທານາທິບໍດີ ເກົາຫຼີໃຕ້ ທ່ານ ມູ ແຈ-ອິນ ໄດ້ກ່າວວ່າ ທ່ານ ໄບເດັນ ໄດ້ຢືນ ຢັນຄຳໝັ້ນສັນຍາຂອງ ສະຫະລັດ ອີກຄັ້ງນຶ່ງທີ່ຈະປ້ອງ ກັນເກົາຫຼີໃຕ້ ແລະ ຈະຊ່ວຍປະເທດແກ້ໄຂທາງຕັນດ້ານນິວເຄລຍກັບ ເກົາຫຼີເໜືອ. ໂຄສົກທ່ານ ຄັງ ມິນ-ຊົກ ໄດ້ກ່າວວ່າທ່ານຜູ້ນຳຍັງໄດ້ຕົກ ລົງກັນໃນລະ ຫວ່າງການສົນທະນາ 14 ນາທີຂອງພວກເພິ່ນທີ່ຈະພົບປະກັນ “ອາດໃນໄວໆນີ້” ຫຼັງ ຈາກການສາບານຕົວເຂົ້າຮັບຕຳແໜ່ງໃນວັນທີ 20 ມັງກອນຂອງທ່ານ ໄບເດັນ.

ຫ້ອງການຂອງທ່ານ ໄບເດັນ ໄດ້ກ່າວວ່າ ຜູ້ທີ່ຄາດວ່າຈະຖືກເລືອກເປັນປະທານາທິບໍດີນັ້ນ ໄດ້ສະ. ແດງຄວາມປາຖະໜາທີ່ຈະເສີມສ້າງການເປັນພັນທະມິດ ລະຫວ່າງປະເທດທີ່ຈະປະຕິບັດໜ້າທີ່ເປັນ “ຈຸດສຳຄັນຂອງການຮັກສາຄວາມປອດໄພ ແລະ ຈະເລີນຮັ່ງມີໃນພາກພື້ນອິນໂດປາຊີຟິກ.” ທ່ານ ໄບເດັນ ແລະ ທ່ານ ມູນ ຍັງໄດ້ປຶກສາຫາລື ກ່ຽວກັບ “ຜົນປະໂຫຍດຮ່ວມກັນຂອງພວກເພິ່ນ ໃນການເສີມຂະຫຍາຍປະຊາທິປະໄຕ” ແລະ ການຟື້ນຟູເສດຖະກິດຂອງໂລກ,” ອີງຕາມການກ່າວຂອງຫ້ອງການທ່ານ ໄບເດັນ.

ນາຍົກລັດຖະມົນຕີ ອອສເຕຣເລຍ ທ່ານ ສກັອດ ມໍຣິສສັນ ໄດ້ກ່າວວ່າທ່ານ ແລະ ຜູ້ທີ່ຄາດວ່າຈະຖືກເລືອກເປັນປະທານາທິບໍດີ ໄດ້ປຶກສາຫາລື ກ່ຽວກັບ ຄຳໝັ້ນສັນຍາຂອງພວກເພິ່ນ ເພື່ອຂະຫຍາຍສາຍພົວພັນຕ່າງໆ. ທ່ານໄດ້ກ່າວວ່າ “ພວກເຮົາໄດ້ຕົກລົງກັນວ່າມັນຈະບໍ່ມີຊ່ວງເວລາທີ່ຫຍຸ້ງຍາກສຳລັບພັນທະ ມິດນີ້ລະຫວ່າງ ພວກເຮົາເອງ ແລະ ສະຫະລັດ, ແຕ່, ຍິ່ງກວ່ານັ້ນແມ່ນການເຮັດວຽກຮ່ວມກັນ, ໂດຍສະເພາະກັບບັນດາປະເທດທີ່ມີຈຸດປະສົງດຽວກັນ ແລະ ມູນເຊື້ອທີ່ພວກເຮົາມີ ແລະ ແລກປ່ຽນກັນ, ການເຮັດວຽກຮ່ວມກັນເພື່ອສົ່ງເສີມສັນຕິພາບ ແລະ ຄວາມໝັ້ນຄົງ, ແນ່ນອນ, ໃນພາກພື້ນອິນໂດ-ປາຊີຟິກ.”

Leaders of key allied Asian countries spoke with President-elect Joe Biden Thursday about pressing global issues, even as President Donald Trump continues to contest Biden’s victory with legal challenges, complicating the post-election transition.

The leaders said they discussed the coronavirus pandemic, climate change and other issues and suggested that Biden seemed intent on easing their concerns about Trump’s “America First” approach.

Japanese Prime Minister Yoshihide Suga said after a 15-minute phone call that he and Biden agreed to strengthen their alliance in the wake of China’s growing global influence and North Korea’s escalating nuclear threat. “I will work with President-elect Biden to push forward measures to strengthen the Japan-U.S. alliance,” Suga told reporters after the call.

Biden’s office said he and Suga discussed “their shared commitment to tackle climate change, strengthen democracy around the world, and reinforce the U.S.-Japan alliance as the cornerstone of a prosperous and secure Indo-Pacific region.”

A spokesman for South Korean President Moon Jae-in said Biden reaffirmed the U.S. commitment to defend South Korea and would help the country defuse a nuclear impasse with North Korea. Spokesman Kang Min-Seok said the leaders also agreed during their 14-minute conversation to meet, “possibly soon” after Biden’s Jan. 20 inauguration.

Biden’s office said the president-elect expressed a desire to fortify the alliance between the countries that would serve as “a linchpin of security and prosperity in the Indo-Pacific region.” Biden and Moon also discussed their “mutual interest in strengthening democracy” and global economic recovery,” Biden’s office said.

Australian Prime Minister Scott Morrison said he and the president-elect discussed their commitment to strengthening relations. “We agreed that there was no more critical time for both this alliance between ourselves and the United States, but, more broadly, the working together, especially of like-minded countries and values that we hold and share, working together to promote peace and stability, of course, in the Indo-Pacific region.”

XS
SM
MD
LG