ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດຖະບານທ່ານໄບເດັນ ຖືກກົດດັນ ໃຫ້ຢຸດການສະໜັບສະໜູນ ການເລືອກຕັ້ງໃນເຮຕີ


ພວກປະທ້ວງພາກັນເຂົ້າຮ່ວມ ການເດີນຂະບວນຕໍ່ຕ້ານປະທານາທິບໍດີເຮຕີ ທ່ານໂຈເວີແນລ ມົວຊີ  ທີເມືອງປອກ ໂອແປຣັງ ປະເທດເຮຕີ ວັນທີ 14 ກຸມພາ 2021.
ພວກປະທ້ວງພາກັນເຂົ້າຮ່ວມ ການເດີນຂະບວນຕໍ່ຕ້ານປະທານາທິບໍດີເຮຕີ ທ່ານໂຈເວີແນລ ມົວຊີ  ທີເມືອງປອກ ໂອແປຣັງ ປະເທດເຮຕີ ວັນທີ 14 ກຸມພາ 2021.

ບັນດານັກເຄື່ອນໄຫວເພື່ອສິດທິມະນຸດເຮຕີ ອະດີດເອກອັກຄະລັດຖະທູດຂອງ ສະຫະ
ລັດປະຈຳປະເທດດັ່ງກ່າວ ແລະບັນດາກຸ່ມສັງຄົມພົນລະເຮືອນ ກຳລັງ ພາກັນກົດດັນ
ໃຫ້ລັດຖະບານສະຫະລັດ ຢຸດເຊົາບໍ່ໃຫ້ການສະໜັບສະໜູນແກ່ ແຜນຂອງປະທານາທິ
ບໍດີເຮຕີ ໃນການລົງປະຊາມະຕິ ແລະການເລືອກຕັ້ງ ໃນເວລາທີ່ພວມມີຄວາມຮຸນແຮງ
ເພີ້ມຂຶ້ນ ແລະລັກພາໂຕ ຢູ່ໃນປະເທດດັ່ງກ່າວ.

ລະຫວ່າງການຮັບຟັງຄຳໃຫ້ການຜ່ານທາງອອນລາຍນ໌ ໃນອາທິດແລ້ວນີ້ ຢູ່ລັດຖະສະ
ພາສະຫະລັດນັ້ນ ສະມາຊິກສະພາຕໍ່າ ທ່ານເກຣກກໍຣີ ມິກສ໌ ສັງກັດພັກ ເດໂມແຄຣັດ
ຈາກລັດນິວຢອກ ໄດ້ກ່າວອອກມາຢ່າງແຈ້ງວ່າ. “ເຮຕີວຸ້ນວາຍ. ຄົນກຳລັງທຸກທໍລະມານ.
ເລື້ອງນີ້ ຕ້ອງຢຸດລົງ.”

ສະມາຊິກສອງຄົນຂອງກຸ່ມສັງຄົມພົນລະເຮືອນເຮຕີ ອະດີດເອກອັກຄະລັດຖະ ທູດສະ
ຫະລັດປະຈຳເຮຕີຄົນນຶ່ງ ແລະຜູ້ນຳອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານເຮຕີອາເມຣິກັນ
ທີ່ກຳລັງເຮັດວຽກກ່ຽວກັບບັນຫາຄົນເຂົ້າເມືອງ ໄດ້ໃຫ້ການຕໍ່ບັນດາສະມາຊິກສະພາ
ອາເມຣິກັນ ໃນວັນສຸກທີ່ຜ່ານມາ ໂດຍກ່າວວ່າ ການ ເລືອກຕັ້ງບໍ່ສາມາດທີ່ຈະຈັດຂຶ້ນໄດ້ ເພາະວ່າ ສະພາເລືອກຕັ້ງຊົ່ວຄາວຂອງ ເຮຕີ ຂາດຄວາມໜ້າເຊື່ອຖື ແລະຄວາມຮຸນ
ແຮງຂອງແກັ່ງອັນທິພານ ກຳລັງ ເພີ້ມຂຶ້ນ.

ຄະນະກຳມະການໄດ້ຮຽກຮ້ອງໃຫ້ພວກເຈົ້າໜ້າທີ່ ບໍ່ໃຫ້ການສະໜັບສະໜູນ ແຜນການ
ຂອງປະທານາທິບໍດີເຮຕີ ທ່ານໂຈເວີແນລ ມົວຊີ ເພື່ອຈັດການລົງ ປະຊາມະຕິຕາມລັດ
ຖະທໍາມະນູນ ໃນເດືອນມິຖຸນາ ຕິດຕາມດ້ວຍການເລືອກ ຕັ້ງສະພານິຕິບັນຍັດ ແລະການ
ເລືຶອກຕັ້ງປະທານາທິບໍດີ ໃນເດືອນກັນຍາ ແລະພະຈິກ ຂອງປີນີ້.

Haitian rights activists, a former ambassador to the country and civil society groups are pressing the U.S. government to drop its support for Haiti’s president’s plan to hold a referendum and elections at a time of rising violence and kidnappings in the country.

During a virtual hearing last week on Capitol Hill, Congressman Gregory Meeks, a New York Democrat, was blunt. “Haiti’s a mess. The people are suffering. This has to stop!”

Two members of Haitian civil society, a former U.S. ambassador to Haiti and the leader of a Haitian American nongovernmental organization working on immigration issues testified before American lawmakers Friday, saying no elections can be held because the Haitian Provisional Electoral Council lacks credibility and gang violence is rising.

The panel urged officials not to support Haitian President Jovenel Moise’s plan to hold a constitutional referendum in June, followed by legislative and presidential elections in September and November of this year.

XS
SM
MD
LG