ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໄບເດັນ ເພີ່ມມາດຕະການລົງໂທດ ຕໍ່ ເບລາຣຸສ


ປະທານາທິບໍດີ ເບລາຣຸສ ທ່ານ ອາເລັກແຊນເດີ ລູຄາເຊັນໂກ ກ່າວຄຳປາໄສໃນລະຫວ່າງກອງປະຊຸມຖະແຫຼງຂ່າວ, ນະຄອນຫຼວງ ມິນສ໌, ປະເທດ ເບລາຣຸສ, 9 ສິງຫາ, 2021. (Nikolay Petrov/BelTA photo via AP)
ປະທານາທິບໍດີ ເບລາຣຸສ ທ່ານ ອາເລັກແຊນເດີ ລູຄາເຊັນໂກ ກ່າວຄຳປາໄສໃນລະຫວ່າງກອງປະຊຸມຖະແຫຼງຂ່າວ, ນະຄອນຫຼວງ ມິນສ໌, ປະເທດ ເບລາຣຸສ, 9 ສິງຫາ, 2021. (Nikolay Petrov/BelTA photo via AP)

ສະຫະລັດ, ໃນການປະສານງານກັບ ອັງກິດ ແລະ ການາດາ, ໄດ້ອອກມາດ ຕະການລົງໂທດໃໝ່ຕໍ່ປະເທດ ເບລາຣຸສ ໃນວັນຈັນວານນີ້, ເຊິ່ງແມ່ນວັນຄົບ ຮອບນຶ່ງປີຂອງການເລີ່ມຕົ້ນການປະທ້ວງໃນປະເທດທີ່ຕັ້ງຢູ່ຢູໂຣບຕາເວັນອອກ ເພື່ອຕໍ່ຕ້ານການເລືອກຕັ້ງທີ່ຖືກພິຈາລະນາຢ່າງກວ້າງຂວາງວ່າເປັນການສໍ້ໂກງ.

ນັບຕັ້ງແຕ່ນັ້ນມາ, ປະທານາທິບໍດີ ເບລາຣຸສ ທ່ານ ອາເລັກແຊນເດີ ລູຄາ-ເຊັນໂກ (Alexander Lukashenko) ຈຶ່ງໄດ້ດຳເນີນການທີ່ຮຸນແຮງ ຕໍ່ຜູ້ປະທ້ວງທີ່ສະຫງົບ ແລະ ຄູ່ແຂ່ງດ້ານການເມືອງ.

ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ໄດ້ກ່າວໃນຖະແຫຼງການສະບັບ ນຶ່ງວ່າ “ແທນທີ່ຈະເຄົາລົບຄວາມປາຖະໜາທີ່ຊັດເຈນຂອງປະຊາຊົນ, ລະບອບ ການປົກຄອງ ຂອງທ່ານ ລູຄາເຊັນໂກ ໄດ້້ກະທຳການສໍ້ໂກງ ການເລືອກຕັ້ງ, ຕາມດ້ວຍການກະທຳການປາບປາມທີ່ໂຫດຮ້າຍເພື່ອຍັບຢັ້ງຜູ້ທີ່ບໍ່ເຫັນພ້ອມ. ຈາກການກັກຂັງຜູ້ປະທ້ວງທີ່ສະຫງົບຫຼາຍພັນຄົນ, ເຖິງການຂັງຄຸກນັກເຄື່ອນ ໄຫວຫຼາຍກວ່າ 500 ຄົນ, ຜູ້ນຳສັງຄົມພົນລະເຮືອນ ແລະ ນັກຂ່າວ ດັ່ງດຽວ
ກັນກັບນັກໂທດການເມືອງ, ຫາການປ່ຽນທິດທາງຂອງຖ້ຽວບິນສາກົນ ໃນການ ດູໝິ່ນກົດລະບຽບຂອງໂລກ, ການກະທຳດັ່ງກ່າວຂອງລະບອບການປົກຄອງ ລູຄາເຊັນໂກ ແມ່ນຄວາມພະຍາຍາມ ທີ່ບໍ່ຖືກຕ້ອງຕາມກົດໝາຍ ເພື່ອຍຶດອຳ ນາດ ບໍ່ວ່າແມ່ນຫຍັງຈະເກີດຂຶ້ນກໍຕາມ.”

ການດຳເນີນການໂດຍ ວໍຊິງຕັນ, ເຊັ່ນດຽວກັບ ອັອດຕາວາ ແລະ ລອນດອນ ນັ້ນ, ແມ່ນແນເປົ້າໃສ່ການກໍ່ສ້າງ, ພະລັງງານ, ອຸດສາຫະກຳທາດໂປຕາສຊຽມ ແລະ ຢາສູບ, ເຊິ່ງກະຊວງການເງິນ ສະຫະລັດ ອະທິບາຍວ່າເປັນ “ກະເປົາ ເງິນ” ຂອງລັດຖະບານທ່ານ ລູຄາເຊັນໂກ.

ລັດຖະມົນຕີກະຊວງການເງິນ ສະຫະລັດ ທ່ານນາງ ຈາເນັດ ແຢລເລັນ (Janet Yellen) ໄດ້ກ່າວໃນຖະແຫຼງການສະບັບນຶ່ງວ່າ “ພ້ອມກັນກັບຄູ່ຮ່ວມ ການາດາ ແລະ ອັງກິດ ຂອງພວກເຮົາ, ມື້ນີ້ພວກເຮົາໄດ້ສະແດງໃຫ້ເຫັນ ການສືບຕໍ່ກ່າວປະນາມຂອງສາກົນຕໍ່ການກະທຳທີ່ບໍ່ເປັນປະຊາທິປະໄຕຂອງ ລະບອບການປົກຄອງທ່ານ ລູຄາເຊັນໂກ.

ໃນບັນດາໜ່ວຍງານທີ່ຖືກຈັດເຂົ້າບັນຊີດຳນັ້ນ ແມ່ນຜູ້ຜະລິດທາດໂປຕາສຊຽມ ຂອງລັດຖະບານຊື່ວ່າ ເບລາຣຸສຄາລີ ໂອເອໂອ (Belaruskali OAO), ເຊິ່ງ ແມ່ນແຫຼ່ງທີ່ມາຫຼັກຂອງລາຍໄດ້ ຈາກຕ່າງປະເທດຂອງປະເທດດັ່ງກ່າວ.

ມາດຕະການລົງໂທດໃໝ່, ເຊິ່ງຄວບຄຸມ 44​ ຄົນຈາກປະເທດ ເບລາຣຸສ ແລະ ເຊີເບຍ ນັ້ນ, ແມ່ນຈະກໍ່ໃຫ້ມີຜົນກະທົບ, ອີງຕາມທ່ານນາງ ໂຊເຟຍ ອໍລອສກີ (Sofya Orlosky), ຮອງຜູ້ອຳນວຍການຂອງໂຄງການ ຢູໂຣບ ແລະ ຢູໂຣບ ເອເຊຍ ທີ່ສະຖາບັນ ຟຣີດອມ ຮາວສ໌ (Freedom House).

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG