ພວກປະທ້ວງໄດ້ພະຍາຍາມຫາທາງຢຸດຕິ ການທັບມ້າງຊ່ວງ
ສຸດທ້າຍຂອງກໍາແພງ Berlin ໃນວັນສຸກວານນີ້ ຫລາຍໆທົດ
ສະວັດຫລັງຈາກ ສ່ວນໃຫຍ່ຂອງສັນຍາລັກສົງຄາມເຢັນດັ່ງ
ກ່າວ ໄດ້ຖືກທັບມ້າງເພລົງ.
ພວກປະທ້ວງປະມານ 200 ຄົນ ພາກັນເຕົ້າໂຮມກັນໃນວັນ
ສຸກວານນີ້ ຢູ່ຕໍ່ໜ້າກໍາແພງທີ່ຍາວ 1,300 ແມັດ ຊຶ່ງເປັນຊ່ວງ
ທີ່ມີຮູບແຕ້ມ ທີ່ຮູ້ກັນໃນນາມ ບ່ອນສະແດງຮູບແຕ້ມເບື້ອງຕາ
ເວັນອອກ ທີ່ເຕັມໄປດ້ວຍຮູບແຕ້ມໃສ່ຝາຢ່າງງົດງາມນັ້ນ.
ໃນຂະນະທີ່ບັນດານັກພັດທະນາ ເລີ້ມລົງມືເຮັດວຽກເພື່ອປຸກ
ເຮືອນຢູ່ໃກ້ກັບບ່ອນສະແດງຮູບແຕ້ມນັ້ນ ພວກປະທ້ວງພາກັນຖືປ້າຍ ທີ່ມີຄຳຂວັນຕ່າງໆ ເຊັ່ນວ່າ “ເບີລິນຂາຍໂຕເອງ ແລະປະຫວັດສາດຂອງຕົນ.” ເຈົ້າໜ້າທີ່ຕໍາຫລວດກ່າວໃນຕອນແລງຂອງວັນສຸກວ່າ ການພະຍາຍາມທີ່ຈະທັບມ້າງກໍາແພງນັ້ນລົງ ໄດ້ຖືກໂຈະເປັນການຊົ່ວຄາວ.
ກໍາແພງເບີລິນ ໄດ້ສ້າງຂື້ນໃນປີ 1961 ເພື່ອແບ່ງນະຄອນດັ່ງກ່າວມາເປັນເວລາເກືອບສາມທົດສະວັດ. ມັນຍັງເປັນເສັ້ນແບ່ງເຂດລະຫວ່າງ ເຢຍຣະມັນຕາເວັນອອກ ແລະເຢຍຣະມັນ ຕາເວັນຕົກ ນຳດ້ວຍ.
ຢູ່ໃນຄໍາຖະແຫລງທີ່ມີຊື່ສຽງທີ່ສຸດທີ່ ປະຕູໂຂງ Brandenburg ໃກ້ກັບກໍາແພງ ໃນ
ປີ 1987 ປະທານາທິບໍດີສະຫະລັດ ທ່ານ Ronald Reagan ໄດ້ຮຽກຮ້ອງໃຫ້ປະ
ທານາທິບໍດີ ໂຊຫວຽດ ທ່ານ Mikhail Gorbachev ຈົ່ງ “ທັບມ້າງກໍາແພງນີ້ລົງ.”
ກໍາແພງເກືອບທັງໝົດໄດ້ຖືກທັບມ້າງໄປແລ້ວແລະຕັດເປັນຕ່ອນນ້ອຍໆ ອອກໄປໃນປີ 1989 ໂດຍຝູງຊົນທີ່ດີີອົກດີໃຈທັງຈາກເຢຍຕະະມັນຕາເວັນອອກ ແລະຕາເວັນຕົກ ທີ່ລຸລັ່ງຜ່ານດ່ານກວດ ແລະເຂົ້າໄປຫາກຳ ແພງດັ່ງກ່າວ.
ພວກປະທ້ວງຂັດຂວາງ ການທັບມ້າງສ່ວນທີ່ຍັງເຫລືອ ຂອງກໍາແພງເບີລິນ: