ແບລຈຽມ ໄດ້ເຫັນພ້ອມທີ່ຈະຮັບເອົາອະດີດປະທານາທິບໍດີ ກົດດີວົວ ທ່ານລໍຣອງ ກັກ
ໂບ ຫຼັງຈາກການຕັດສິນບໍ່ມີຄວາມຜິດຂອງທ່ານ ຢູ່ສານອາຍາສາກົນ ຫຼື ICC.
ທ່ານໄດ້ຮັບການປ່ອຍຕົວຕາມເງື່ອນໄຂໂດຍ ICC. ທ່ານຕ້ອງໄດ້ຢູ່ໃນປະເທດເຈົ້າ
ພາບຂອງທ່ານ. ທ່ານຍັງຈະບໍ່ໄດ້ອະນຸຍາດໃຫ້ຕິດຕໍ່ກັບພິຍານຄົນໃດຈາກຄະດີຂອ
ງທ່ານ ຫຼືເວົ້າຢ່າງເປີດເຜີຍກ່ຽວກັບຄະດີຂອງທ່ານ.
ທະນາຍຄວາມທ່ານ ກັກໂບ, ທ່ານ ເອມມານຸແອລ ອາລຕິດ ໄດ້ໂຕ້ຖຽງຢ່າງບໍ່ປະສົບ
ຄວາມສຳເລັດວ່າການປ່ອຍໂຕຕາມເງື່ອນໄຂນັ້ນ ໄດ້ຂັດກັບຕໍ່ຫລັກເກນກ່ຽວກັບ
ການຕັດສິນບໍ່ມີຄວາມຜິດຂອງລູກຄວາມຄົນນີ້.
ໂຄສົກລັດຖະບານ ແບລຈຽມ ທ່ານຄາຣລ໌ ລາກາຕີ ໄດ້ກ່າວວ່າ ລັດຖະບານຂອງທ່ານ
ໄດ້ຮັບເອົາທ່ານ ກັກໂບ ເພາະວ່າມັນເປັນ “ສ່ວນນຶ່ງຂອງໂຄງຮ່າງກ່ຽວກັບ ການ
ສະໜັບສະໜູນຂອງພວກເຮົາສຳລັບ ສານອາຍາສາກົນ.”
ທ່ານ ກັກໂບ ແລະຄູ່ຈຳເລີຍ ທ່ານຊາຣຈ໌ ເບລ ກູດ ໄດ້ຖືກຕັດສິນບໍ່ມີຄວາມຜິດ ກ່ຽວ
ກັບ ອາຊະຍາກຳຕໍ່ມວນມະນຸດ ໃນວັນທີ 15 ມັງກອນທີ່ຜ່ານມາ ແຕ່ວ່າ ICC ໄດ້ປະ
ຕິເສດການປ່ອຍໂຕເຂົາເຈົ້າ ຈົນກວ່າຈະພົບປະເທດເຈົ້າພາບ.
ບັນດາຜູ້ພິພາກສາກ່າວວ່າ ຄະດີການຟ້ອງຮ້ອງແມ່ນອ່ອນແອທີ່ສຸດ ໃນການພະຍາ
ຍາມທີ່ຈະເຊື່ອມໂຍງພວກຜູ້ຊາຍ ຕໍ່ຄວາມຮຸນແຮງທີ່ ກ່ຽວກັບ ການເລືອກຕັ້ງ ໃນ
ປະເທດ ກົດດີວົວ ໃນປີ 2010 ແລະ 2011 ທີ່ເຮັດໃຫ້ປະຊາຊົນປະມານ 3,000
ຄົນເສຍຊີວິດ.
ບັນດາໄອຍະການກຳລັງພາກັນວາງແຜນທີ່ຈະຂໍອຸທອນ.
ການຕັດສິນບໍ່ມີຄວາມຜິດໃນເດືອນແລ້ວນີ້ ໄດ້ເຮັດໃຫ້ມີການຕຳນິຕິຕຽນຢ່າງໃຫຍ່
ຕໍ່ ICC, ຊຶ່ງໄດ້ຕັດສິນລົງໂທດພຽງແຕ່ສີ່ຄົນໃນການປະຕິບັດການເກືອບ 20 ປີ. ນຶ່ງ
ໃນຈຳນວນນັ້ນ ແມ່ນອະດີດຮອງປະທານາທິບໍດີ ຄອງໂກ ທ່ານ ຊັງ ປີແອຣ ເບມບາ
ທີ່ຕໍ່ມາຖືກຕັດສິນບໍ່ມີຄວາມຜິດໃນການຂໍອຸທອນ.
ບັນດານັກວິຈານກ່າວວ່າ ສານແມ່ນບໍ່ມີປະສິດທິພາບ ແລະໄດ້ເຈາະຈົງໃສ່ຄະດີ
ຂອງອາຟຣິກາຫຼາຍເກີນໄປ. ບັນດາຜູ້ສະໜັບສະໜູນໄດ້ອະທິບາຍອັນທີ່ຮ້ອງວ່າ
“ສານແຫ່ງທາງອອກສຸດທ້າຍ” ໄດ້ກວດສອບພາກພື້ນອື່ນໆຂອງໂລກ ແລະເຂົາເຈົ້າ
ກ່າວວ່າ ສານບໍ່ມີວິທີການທີ່ມີປະສິດທິພາບພໍ ທີ່ຈະຮູ້ຄຳສັ່ງທີ່ເປັນຕາຢ້ານນັ້ນ.